ເປີດຮັບສະໝັກທຶນການສຶກສາ 100% ຈາກໂຄງການຮ່ວມມື ລາວ-ໄທ ອ່ານດ່ວນ…

ຫ້ອງການກະຊວງສຶກສາທິການ ແລະ ກິລາ ແຈ້ງມາຍັງພະນັກງານຊາບວ່າ: ໂຄງການຮ່ວມມືລາວ-ໄທ (TICA), ສະເໜີໃຫ້ທຶນການສຶກສາແກ່ ສປປ ລາວ ປະຈຳປີ 2019 ຈຳນວນ 28 ທຶນໃນລະດັບປະລິນຍາໂທ, ໂດຍເປີດຮັບສະໝັກພະນັກງານລັດຖະກອນຜູ້ທີ່ມີຄວາມສົນໃຈຢາກໄປຮຽນຕໍ່ທີ່ປະເທດໄທ  ມີຫຼາຍສາຂາໃຫ້ເລືອກ: ທຸລະກິດ, ການສື່ສານ, ວິສະວະກໍາ, ວິທະຍາສາດ ເຕັກໂນໂລຊີ, ສິ່ງແວດລ້ອມ, ການທ່ອງທ່ຽວ, ການສຶກສາ.​ພາຍໃຕ້ທຶນຂອງລັດຖະບານໄທ ໂຄງການຮ່ວມມື ລາວ-ໄທ ຝ່າຍໄທໃຫ້ທຶນ 100%.

ປິດຮັບສະໝັກ: 06/01/2019
ລາຍລະອຽດ ແລະ ວິທີການສະໝັກ ຂ້າງລຸ່ມນີ້.

Comments