ທ່ານຮອງນາຍົກ ລົງຕິດຕາມຢ້ຽມຢາມໂຄງການຟື້ນຟູ ຜູ້ປະສົບໄພນໍ້າຖ້ວມ.

ທ່ານ ປອ ສອນໄຊ ສີພັນດອນ ຮອງນາຍົກ ລັດຖະມົນຕີ ໄດ້ລົງເຄື່ອນໄຫວຊຸກຍູ້ການຜະລິດຂອງພໍ່ແມ່ປະຊາຊົນທີ່ເມືອງ ໄຊບູລີ ແຂວງ ສະຫວັນນະເຂດ ເປັນຕົ້ນກໍແມ່ນການຜະລິດເຂົ້ານາແຊງ. ໃນວັນທີ 19 ທັນວາ 2018, ໄດ້ລົງຕິດຕາມໂຄງການຟື້ນຟູລະບົບຄອງເໝືອງ ຊົນລະປະທານທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດ ເຮັດໃຫ້ຄອງເໝືອງເສຍຫາຍເປັນບໍລິເວນກວ້າງ ເຊິ່ງໃນຂະນະນີ້, ອໍານາດການປົກຄອງ ຂັ້ນເມືອງ, ແຂວງ ພວມເລັ່ງສຸມ ໃສ່ໃນການຟື້ນຟູເພື່ອໃຫ້ສາມາດ ນໍາໃຊ້ເຂົ້າໃນການຜະລິດກະສິກໍາ.

ເຊິ່ງມີທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ຮ່ວມຕິດຕາມນໍາ, ຈາກ ນັ້ນ ກໍມີການພົບປະໂອ້ລົມກັບ ບັນດາພໍ່ແມ່ປະຊາຊົນພາຍໃນ ບ້ານຕົ້ນແຫນ ແລະ ບ້ານໃກ້ຄຽງຂອງເມືອງໄຊບູລີ.

ເມືອງໄຊບູລີ ເປັນເມືອງທີ່ອຸດົມ ສົມບູນໄປດ້ວຍພືດພັນທັນຍາຫານ ແລະ ໄດ້ຊື່ວ່າ: ເປັນອູ່ເຂົ້າ ອູ່ປາອີກແຫ່ງໜຶ່ງຂອງແຂວງ ສະຫວັນນະເຂດ ໃນທົ່ວເມືອງ ມີເນື້ອທີ່ນາທັງໝົດ 15.700 ເຮັກຕາ, ມີໂຄງການຈັກສູບນໍ້າ ເລາະຄຽມເຊບັ້ງໄຟ 29 ແຫ່ງ, ສະມັດຕະພາບການຜະລິດເຂົ້າ ໃນເຂດນີ້ສະເລ່ຍ 3,8 ໂຕນ/ ເຮັກ ຕາ, ໃນປີ 2018 ນີ້, ມີເນື້ອທີ່ ນາປີຖືກຖ້ວມເສຍຫາຍທັງ ໝົດ 7.602 ເຮັກຕາ, ຊົນລະປະທານຖືກເສຍຫາຍ ແລະ ມີການຟື້ນຟູຄືນ 18 ໂຄງການ,ສໍາລັບເປົ້າໝາຍແຜນສູ່ຊົນປູກເຂົ້ານາແຊງສົກ 2018-2019 ນີ້ມີທັງໝົດ 8.980 ເຮັກຕາ, ພືດຕ່າງໆ 260 ເຮັກຕາ.

ພາຍຫຼັງເຈົ້າເມືອງລາຍງານແລ້ວ ຕາງໜ້າກຸ່ມຜະລິດພາຍໃນບ້ານ ດັ່ງກ່າວຍັງໄດ້ສະເໜີຕໍ່ທ່ານຮອງ ນາຍົກຊ່ວຍແກ້ໄຂ ເປັນຕົ້ນແມ່ນ ການຫຼຸດຜ່ອນຄ່າກະແສໄຟຟ້າ ໃນລະບົບຊົນລະປະທານທີ່ໃຊ້ ເຂົ້າໃນການຜະລິດກະສິກໍາທີ່ ມີລາຄາແພງ, ກະແສ່ໄຟຟ້າບໍ່ພຽງພໍ ແລະ ການຫຼຸດຄ່າພາສີທີ່ດິນກະສິກໍາ ທີ່ຖືກຜົນກະທົບໄພພິບັດ ນໍ້າຖ້ວມໃນໄລຍະຜ່ານມາ.
ທ່ານຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍຕໍ່ພໍ່ແມ່ປະຊາຊົນ ກໍຄືອໍານາດການປົ ຄອງແຂວງ, ເມືອງ ທີ່ໄດ້ ພ້ອມພາກັນເອົາໃຈໃສ່ໃນການ ຟື້ນຟູຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນໄລຍະທີ່ຖືກຜົນກະທົບໄພພິບັດທາງທໍາມະຊາດ.

ທ່ານກ່າວ ອີກວ່າ ບໍ່ພຽງແຕ່ແຂວງສະຫວັນນະເຂດ ທີ່ຖືກຜົນກະທົບ ເຊິ່ງໄພທໍາມະຊາດໄດ້ສົ່ງຜົນກະທົບເກືອບທົ່ວທຸກແຂວງ ເຊິ່ງໜັກທີ່ສຸດກໍ່ຄືເມືອງສະໜາມໄຊ ແຂວງອັດຕະປື ແລະ ຕໍ່ກັບອຸທົບກະໄພຄັ້ງນີ້ ທາງ ພັກ-ລັດ ໄດ້ມີການວາງແນວທາງໃນການຊ່ວຍເຫຼືອຢ່າງ ຮີບດ່ວນ ແລະ ຕໍ່ກັບເນື້ອທີ່ການ ຜະລິດທີ່ໄດ້ຖືກຜົນກະທົບນັ້ນ ແມ່ນຈະໄດ້ມີການຄົ້ນຄວ້າໃຫ້ ມີການຫຼຸດຜ່ອນຄ່າພາສີທີ່ດິນ ແລະ ຄ່າຊົມໃຊ້ກະແສໄຟຟ້າ ຂອງຊົນລະປະທານເຂົ້າໃນການຜະລິດ.

ຂໍ້ມູນຈາກ: ຂ່າວ ສະຫວັນພັດທະນາ

Comments