ລັດແຈ້ງການ ເລີ່ມປັບປຸງ ຫຼຸດຂັ້ນຕອນ ແລະ ເວລາ ການບໍລິການ ນຳເຂົ້າ-ສົ່ງອອກ.

ກະຊວງອຸດສາຫະກຳ ແລະ ການຄ້າ ກົມການນຳເຂົ້າ ແລະ ສົ່ງອອກ (ກຂອ) ໄດ້ອອກແຈ້ງການກ່ຽວກັບເລີ່ມຈັດຕັ້ງປະຕິບັດມາດຕະຖານການບໍລິການ (Service Charter) ຂອງກົມການນຳເຂົ້າ ແລະ ສົ່ງອອກ ເລກທີ 4186/ກຂອ, ລົງວັນທີ 12 ກັນຍາ 2018 ເພື່ອປັບປຸງ ແລະ ຍົກລະດັບປະສິດທິພາບວຽກງານບໍລິການຂອງ ກຂອ, ຫຼຸດຜ່ອນຂັ້ນຕອນ, ເວລາ ແລະ ເອກະສານ ໃນການຂໍອະນຸຍາດນຳເຂົ້າ ແລະ ສົ່ງອອກ ຂອງພາກທຸລະກິດໃຫ້ໄດ້ຢ່າງໜ້ອຍ 50%ພາຍໃນປີ 2020 ແລະ ຫັນການບໍລິການຂອງ ກຂອ ເປັນລະບົບເອເລັກໂຕຣນິກ ຢ່າງເຕັມສ່ວນ ໂດຍແນໃສ່ເພີ່ມປະລິມານການຄ້າຂຶ້ນ 3 ເທົ່າ ພາຍໃນປີ 2025.

ອີງຕາມແຈ້ງການ ເລກທີ 4186/ກຂອ, ລົງວັນທີ 12 ກັນຍາ 2018 ແຈ້ງໃຫ້ຊາບວ່າ ກຂອ ໄດ້ລິເລີ່ມປັບປຸງວຽກງານການບໍລິການຂອງກົມໃຫ້ມີຄວາມກະທັດຮັດ, ວ່ອງໄວ ແລະ ຫັນເປັນທັນສະໄໝເທື່ອລະກ້າວ. ພ້ອມດຽວກັນນັ້ນ, ກອຂ ມີວິໄສທັດໃນການພັດທະນາວຽກງານການນຳເຂົ້າ ແລະ ສົ່ງອອກ, ການຄ້າຊາຍແດນ, ການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຄຸ້ມຄອງແຫຼ່ງກຳເນີດຂອງສິນຄ້າ ເພື່ອກະຕຸ້ນການຈະເລີນເຕີບໂຕທາງດ້ານເສດຖະກິດຂອງ ສປປ ລາວ.

ມາດຕະຖານການບໍລິການຂອງ ກຂອ ແມ່ນໄດ້ລະບຸເວລາທີ່ໃຊ້ ແລະ ເວລາທີ່ຄາດໄວ້ໃນປີ 2019 ດັ່ງລຸ່ມນີ້:

ລ/ດ ການບໍລິການ ເວລາທີ່ໃຊ້* ເວລາທີ່ຄາດໄວ້ ໃນປີ 2019
1 ໃບອະນຸຍາດນຳເຂົ້າ ແລະ ສົ່ງອອກ ຍານພາຫະນະ, ນໍ້າມັນເຊື້ອໄຟ ແລະ ເພັດ

1.1 ແບບເຈ້ຍສໍ

1.2 ແບບເອເລັກໂຕຼນິກ ຜ່ານລະບົບແຈ້ງພາສີແບບປະຕູດຽວແຫ່ງຊາດລາວ (Lao National Single Window)

 

 

2 ວັນ

1 ວັນ

 

 

1 ວັນ

0.5 ວັນ

2 ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ

2.1 ແບບເຈ້ຍສໍ

2.2 ແບບເອເລັກໂຕຼນິກ

 

4 ຊົ່ວໂມງ

2 ຊົ່ວໂມງ

 

1 ຊົ່ວໂມງ

30 ນາທີ

3 ໃບຢັ້ງຢືນສິນຄ້າຜ່ານແດນ 2 ວັນ 1 ວັນ
4 ໃບຢັ້ງຢືນນຳເຂົ້າເພື່ອສົ່ງອອກຕໍ່ 2 ວັນ 1 ວັນ
5 ອັບໂຫຼດຂໍ້ມູນລ່າສຸດລົງໃນສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ (LTP) ເຊັ່ນ: ຂ່າວ, ນິຕິກຳ, ບົດຄວາມ,… 5 ວັນ ພາຍຫຼັງໄດ້ຮັບຂໍ້ມູນຢ່າງເປັນທາງການ 3 ວັນ
6 ຕອບຮັບຄຳຖາມ ແລະ ຄຳຕຳໜິຕິຊົມຕໍ່ກັບການບໍລິການຂອງ ກຂອ 5 ວັນ 3 ວັນ

 

*ເວລາທີ່ໃຊ້ແມ່ນຄິດໄລ່ຕາມ ຊົ່ວໂມງ/ວັນ ລັດຖະການ ທີ່ໄດ້ຮັບເອກະສານທີ່ຄົບຖ້ວນ ແລະ ຖືກຕ້ອງ ພ້ອມທັງເອກະສານປະກອບ ທຸກຢ່າງ.

ສອບຖາມຂໍ້ມູນເພີ່ມເຕີມ

ໃນກໍລະນີທີ່ພົບຂໍ້ຫຍຸ້ງຍາກ ຫຼື ມີຂໍ້ສະເໜີປັບປຸງການບໍລິການຂອງກົມ ໃຫ້ດີຂຶ້ນ, ສາມາດຕິດຕໍ່:

ພະແນກອຳນວຍຄວາມສະດວກທາງດ້ານການຄ້າ, ກົມການນຳເຂົ້າ ແລະ ສົ່ງອອກ

ໂທ/ແຟັກ: 021 454224
ອີເມວ: [email protected]

Comments