ລັດຖະບານ ຕວັກກີ ແລະ ອົງການ ສປຊ ມອບເຮືອກູ້ໄພ ໃຫ້ລັດຖະບານລາວ

ລັດຖະບານ ຕວັກກີ ແລະ ອົງການສະຫະປະຊາຊາດ ເພື່ອການພັດທະນາ (ສປຊ) ໄດ້ນໍາເອົາເຮືອກູ້ໄພລຸຍຕົມ ຈຳນວນ 2 ລຳ ມອບໃຫ້ລັດຖະບານ ແຫ່ງ ສປປ ລາວ ໃນວັນທີ 21 ທັນວາ 2018 ນີ້,

ຕາງໜ້າມອບໂດຍ ທ່ານ Idem Akay ເອກອັກຄະລັດຖະທູດ ຕວັກກີ ປະຈຳ ສປປ ລາວ ແລະ ທ່ານ ນາງ ກາຣິນາ ອີໂມເນັນ ຜູ້ຕາງໜ້າອົງການ ສປຊ ແລະ ຮັບໂດຍ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ.


ທ່ານ ຄຳແພງ ໄຊສົມແພງ ໄດ້ຕາງໜ້າໃຫ້ລັດຖະບານລາວ ຂອບໃຈມາຍັງລັດຖະບານ ແລະ ປະຊາຊົນຕວັກກີ ແລະ ອົງການສະຫະປະຊາຊາດ ເພື່ອການພັດທະນາ ທີ່ໄດ້ໃຫ້ການຊ່ວຍ ເຫຼືອແກ່ ສປປ ລາວ ໃນຄັ້ງນີ້ ແລະ ສະແດງຄວາມຫວັງວ່າ ຈະໄດ້ຮັບການຊ່ວຍເຫຼືອໃນຕໍ່ໜ້າ ແລະ ຍາວຍານ.

ພ້ອມດຽວກັນນັ້ນ, ອົງການ ສປຊ ຍັງຈະໄດ້ໃຫ້ການເຝິກອົບຮົມວິທີນໍາໃຊ້ ແລະ ບໍາລຸງຮັກສາເຮືອດັ່ງກ່າວ ໃຫ້ແກ່ວິຊາການຂອງລາວ ຕື່ມອີກ. ເຮືອດັ່ງກ່າວ, ຈະໄດ້ນໍາໃຊ້ເຂົ້າໃນວຽກງານຊອກຄົ້ນຫາ ແລະ ກູ້ໄພຜູ້ປະສົບໄພທີ່ສູນຫາຍ ຢູ່ໃນພື້ນທີ່ຫຍຸ້ງຍາກໃນເວລາເກີດໄພພິບັດ.

ຂໍ້ມູນຈາກ:ຂປລ.

Comments