ຍີ່ປຸ່ນ ຊ່ວຍເຫຼືອ 2,4 ຕື້ກວ່າກີບ ສ້າງລາຍຮັບໃຫ້ຜູ້ພິການໃນ ສປປ ລາວ

ໃນວັນທີ 25 ທັນວາ 2018, ທີ່ສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ ໄດ້ມີພິທີເຊັນສັນຍາຊ່ວຍເຫຼືອລ້າ ໂຄງການສົ່ງເສີມການມີສ່ວນຮ່ວມຂອງສັງຄົມ ແລະ ກິດຈະກຳສ້າງລາຍຮັບສຳລັບຄົນພິການ ສະເພາະແມ່ນແມ່ຍິງພິການ ຢູ່ສປປ ລາວ ໂດຍການເຊັນສັນຍາລະຫວ່າງ ທ່ານ ທາເຄຊິ ຮິຄິຮາຣະ ເອກອັກຄະຣາຊະທູດ ປະຈຳ ສປປ ລາວ ແລະ ທ່ານ ນາງ ຄາຊຸມິ ຄຸໂບຕະ ຕາງໜ້າຈາກສະມາຄົມເພື່ອຊ່ວຍເຫຼືອ ແລະ ບັນເທົາທຸກແຫ່ງປະເທດຍີ່ປຸ່ນ,ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມເປັນສັກຂີພິຍານ.


ໂຄງການດັ່ງກ່າວ, ເປັນການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ຈຳນວນ 292.195 ໂດລາສະຫະລັດ ຫຼື 2,4 ຕື້ກວ່າກີບ ເພື່ອສະໜັບສະໜູນການສ້າງລາຍຮັບໃຫ້ຜູ້ພິການໃນ ສປປ ລາວ, ເຊິ່ງໄລ ຍະໂຄງການແມ່ນ 2 ປີ ແລະ ການເຊັນສັນຍາຄັ້ງນີ້ ແມ່ນການສະໜັບສະໜູນທຶນປີທຳອິດ. ໂຄງການນີ້,ໄດ້ເສີມຂະຫຍາຍຄວາມເຂົ້າໃຈ ກ່ຽວກັບຄວາມພິການໃຫ້ຊຸມຊົນ ຜ່ານການຈັດກິດຈະກຳເສີມສ້າງ ຄວາມຮູ້ໃຫ້ປະຊາຊົນ ເພື່ອສ້າງໂອກາດໃຫ້ຜູ້ພິການ ໄດ້ຮ່ວມມືກັນສ້າງສະພາບແວດລ້ອມ ທີ່ທຸກຄົນເຂົ້າຮ່ວມໄດ້ ໂດຍບໍ່ມີການຈຳແນກ.

ທີ່ມາ: ຂ່າວສານປະເທດລາວ

Comments