ນາງ ແສງເດືອນ ໂຊກດີ ໄດ້ຮັບລາງວັນ ຄໍາ 25 ບາດ

ອີງຕາມການລາຍງານຂອງທະນາຄານ ຊາຄອມແບັງ ລາວ ສາຂາປາກເຊ ໃຫ້ຮູ້ວ່າ: ທະນາຄານ ຊາຄອມແບັງ ລາວ ໄດ້ມີກິດຈະກໍາສົ່ງເສີມລູກຄ້າ ທົ່ວລະບົບທະນາຄານດັ່ງກ່າວ ທີ່ຝາກເງິນປະຢັດມີກໍານົດ ແຕ່ 6 ເດືອນ ແລະ 12 ເດືອນ ຂຶ້ນໄປ ໃນຈໍານວນເງິນແຕ່ 1 ລ້ານກີບ ຫຼື 100 ໂດລາສະຫະລັດ ຫຼື 5 ພັນບາດ ພາຍໃຕ້ຫົວຂໍ້ “ ວັນເກີດມ່ວນຊື່ນ – ແຈກພັນລາງວັນ ” ເພື່ອສະເຫຼີມສະຫຼອງ ຄົບຮອບ 10 ປີ ກັບທະນາຄານ ຊາຄອມແບັງ ລາວ ເຊິ່ງເລີ່ມຈັດຕັ້ງປະຕິບັດແຕ່ຕົ້ນເດືອນເມສາ 2018 ທີ່ຜ່ານມາ ເຖິງຕົ້ນເດືອນພະຈິກ 2018 ຈິ່ງໄດ້ຢຸດຕິກິດຈະກໍາ.

ຜ່ານການຈັດຕັ້ງປະຕິບັດກິດຈະກໍາ ຜູ້ໂຊກດີໄດ້ຮັບລາງວັນພິເສດ ແມ່ນ ນາງ ແສງເດືອນ ແກ້ວກຸນນະວົງ ອາຍຸ 31 ປີ ຢູ່ບ້ານຄໍາແປງ ເມືອງຊະນະສົມບູນ ແຂວງຈໍາປາສັກ ເຊິ່ງພິທີມອບລາງວັນພິເສດດັ່ງກ່າວ ຈັດຂຶ້ນໃນວັນທີ 12 ທັນວາ 2018 ທີ່ຜ່ານມາ ໃນໂອກາດຈັດງານສະເຫຼີມສະຫຼອງວັນສ້າງຕັ້ງທະນາຄານ ຊາຄອມແບັງ ລາວ ຄົບຮອບ 10 ປີ(12/12/2008-12/12/2018) ຢູ່ນະຄອນຫຼວງວຽງຈັນ, ໃຫ້ກຽດມອບໂດຍ ທ່ານ ນາງ ອຸໄລພອນ ໂສເງິນ ຮອງອໍານວຍໃຫຍ່ ທະນາຄານ ຊາຄອມແບັງ ລາວ ໂດຍມີຄະນະນໍາ ແລະ ພະນັກງານຂອງທະນາຄານດັ່ງກ່າວເຂົ້າຮ່ວມເປັນສັກຂີພະຍານ.

ນາງ ແສງເດືອນ ແກ້ວກຸນນະວົງ ໃຫ້ສໍາພາດວ່າ: ຮູ້ສຶກຕື່ນເຕັ້ນ ແລະ ພາກພູມໃຈຫຼາຍ ທີ່ໂຊກດີ ໄດ້ຮັບລາງວັນພິເສດ ຄໍາ ນໍ້າໜັກ 25 ບາດ ຈາກການຝາກເງິນປະຢັດມີກໍານົດ ຢູ່ທະນາຄານ ຊາຄອມແບັງ ລາວ ເພາະບໍ່ຄາດຄິດວ່າຕົນເອງຈະເປັນຄົນໂຊກດີ, ເງິນທີ່ເອົາມາຝາກ ແມ່ນ 60 ລ້ານກີບ ແລະ ຄໍາ 25 ບາດທີ່ໄດ້ຮັບໃນຄັ້ງນີ້ ຕົນເອງ ແລະ ຄອບຄົວ ໄດ້ເອົາມາຂາຍແລກປ່ຽນເປັນເງິນ ແລ້ວສືບຕໍ່ຝາກໄວ້ຢູ່ທະນາຄານ ຊາຄອມແບັງ ລາວ ສາຂາປາກເຊ ເພື່ອສະສົມເປັນທຶນຮອນພັດທະນາຄອບຄົວໃນຕໍ່ໜ້າ.

*** ຂ່າວ-ພາບ: ທູນທອງໃຈ ***

Comments