ຄະນະສິລະປະກອນ ກອງທັບປົດປ່ອຍປະຊາຊົນຈີນ ຈັດການສະແດງ

ຕອນຄໍ່າຂອງວັນທີ 24 ທັນວາ 2018 ຜ່ານມານີ້, ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ ຄະນະສິລະປະກອນ ກອງທັບປົດປ່ອຍປະຊາຊົນຈີນ ໄດ້ຈັດການສະແດງເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ ໂດຍການເປັນກຽດເຂົ້າຮ່ວມຂອງ

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງ ປ້ອງກັນປະເທດ, ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ, ມີບັນດາແຂກທີ່ເຊີນ,

ພ້ອມດ້ວຍພະນັກງານທະຫານຕໍາຫຼວດ, ພໍ່ແມ່ປະຊາຊົນລາວບັນດາເຜົ່າ, ຊາວຈີນຕ່າງດ້າວ ແລະ ຊາວຈີນພົ້ນທະເລ ຢູ່ນະຄອນຫຼວງວຽງຈັນ 1.000 ກວ່າຄົນເຂົ້າຮ່ວມຊົມການສະແດງ.

 ທ່ານ ພົນຈັດຕະວາ ສາຍສະໝອນ ສະຫຼັບແສງ ຫົວໜ້າກົມ ໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ຕາງໜ້ານາຍ ແລະ ພົນທະຫານ, ພໍ່ແມ່ປະຊາຊົນບັນດາເຜົ່າຊາວນະຄອນຫຼວງວຽງຈັນ ສະແດງຄວາມຮູ້ສຶກພາກພູມໃຈ ແລະ ເປັນກຽດຢ່າງຍິ່ງ ທີ່ໄດ້ຕ້ອນຮັບ ແລະ ຊົມການສະແດງຂອງຄະນະສິລະປະກອນສູນກາງ ກອງທັບປົດປ່ອຍປະຊາຊົນຈີນ

ທີ່ນໍາໂດຍທ່ານ ພັນເອກພິເສດ ເຊິນຕານ ຮອງກອງສິລະປະກອນສູນກາງ ກອງທັບປົດປ່ອຍປະຊາຊົນຈີນ ພ້ອມດ້ວຍນັກສະແດງຈໍານວນ 46 ທ່ານ, ເຊິ່ງໄດ້ນໍາເອົານໍ້າໃຈໄມຕີຈິດມິດຕະພາບ ຄວາມສາມັກຄີຮັກແພງ ຖານບ້ານໃກ້ເຮືອນຄຽງ ມາສູ່ກອງທັບ ແລະປະຊາຊົນລາວບັນດາເຜົ່າ

ເຊິ່ງການຢ້ຽມຢາມ ແລະ ສະແດງມິດຕະພາບຂອງຄະນະສິລະປະກອນກອງທັບປົດປ່ອຍປະຊາຊົນຈີນໃນຄັ້ງນີ້ເປັນການປະກອບສ່ວນເຂົ້າໃນການສ້າງບັນຍາກາດຟົດຟື້ນມ່ວນຊື່ນ ແລະ ປຸກລະດົມກໍາລັງໃຈຢ່າງກວ້າງຂວາງໃຫ້ແກ່ພະນັກງານ-ນັກຮົບກອງປະທັບ ປະຊາຊົນລາວບັນດາເຜົ່າ ປະກອບສ່ວນເຂົ້່າໃນການແຂ່ງຂັນກັນສ້າງຜົນງານຂໍ່ານັບຮັບຕ້ອນ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70ປີ,

ທັງເປັນການແລກປ່ຽນບົດຮຽນສິນລະປະວັດທະນະທໍາ ການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຄວາມສາມັກຄີຮັກແພງ ແລະ ການຮ່ວມມືຍຸດທະສາດຮອບດ້ານຖານບ້ານໃກ້ເຮືອນຄຽງທີ່ດີ ລະຫວ່າງສອງກອງທັບ ລາວ-ຈີນ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ທ່ານ ພັນເອກພິເສດ ເຊິນຕານ ຮອງກອງສິລະປະກອນສູນກາງ ກອງທັບປົດປ່ອຍປະຊາຊົນຈີນ ກ່າວວ່າ: ການສະແດງຄັ້ງນີ້ປະກອບມີ 13 ລາຍການ, ການຟ້ອນອວຍພອນ, ຮ້ອງເພງມ່ວນຊື່ນເພື່ອອວຍພອນມີສິລິມຸງຄຸນ, ການສະແດງການເສບດົນຕີລວມໝູ່ປະເທດລາວສວຍງາມ, ການລໍາຟ້ອນມູນເຊື້ອຂອງຊົນເຜົ່າໄຕ, ການຟ້ອນຝຶກແອບທະຫານຈີນ ແລະ ລາຍການສະແດງອື່ນໆ ທີ່ສ່ອງແສງເຖິງຮີດຄອງປະເພນີ, ວັດທະນະທໍາດ້ານສຽງເພງ, ປະກອບບົດຟ້ອນທີ່ງົດງາມ ເພື່ອສື່ເຖິງຄວາມຢື້ຢາມຖາມຂ່າວ ແລະ ຊົມເຊີຍມາຍັງພະນັກງານທະຫານ, ຕໍາຫຼວດ ແລະປະຊາຊົນລາວ ບັນດາເຜົ່າ.

ຫວັງຢ່າງຍິ່ງວ່າປະຊາຊົນສອງຊາດ ລາວ-ຈີນ ຈະສືບຕໍ່ຮັດແໜ້ນຄວາມສາມັກຄີ ຄຽງບ່າຄຽງໄຫຼ່ ເພື່ອພ້ອມກັນຊຸກຍູ້ນະໂຍບາຍ “ໜຶ່ງແລວ ໜຶ່ງເສັ້ນທາງ” ໃຫ້ມີຄວາມກ້າວໜ້າ ແລະ ປະສົບຜົນສໍາເລັດຢ່າງຈົບງາມ.

ຂອບໃຈຂໍ້ມູນແລະພາບຈາກ:​ CRI-FM93

Comments