ຫຼາຍຄົນອາດຈະບໍ່ເຊື່ອວ່າມື້ນີ້ທຸລະກິດລາຍໃຫຍ່ລະດັບໂລກຫຼາຍແຫ່ງກຳລັງພົບກັບຝັນຮ້າຍ ຈົນບາງແຫ່ງເຖິງຂັ້ນຍື່ນລົ້ມລະລາຍ ແລ້ວເປັນຫຍັງທຸລະກິດ ກີ້ຕ້າ ນີ້ຈຶ່ງພົບກັບບັນຫານີ້ ມື້ນີ້ມີມາບອກ.
ຄວາມບໍ່ກ້າວໜ້າຂອງທຸລະກິດກີ້ຕ້ານັ້ນ ສິ່ງທຳອິດແມ່ນໄດ້ຜົນກະທົບຈາກການປ່ຽນແປງຂອງໂຄງສ້າງປະຊາກອນ ເນື່ອງຈາກສະໄໝທີ່ມີດົນຕີຣ໋ອກເລີ່ມເປັນທີ່ຮູ້ຈັກໃນປີ 1950 ຈົນມາໄດ້ຮັບນິຍົມສຸດຂີດໃນໄລຍະປີ 1960-1980 ໄລຍະນີ້ ຫຼາຍຄົນຈະມີນັກດົນຕີທີ່ຕົນເອງມັກເປັນແຮງບັນດານໃຈ ທີ່ຮູ້ຈັກກັນວ່າ ກີ້ຕ້າຮີໂຣ່ ເຮັດໃຫ້ໄວລຸ້ນສະໄໝນັ້ນຊອກຫາຊື້ກີ້ຕ້າມາຫຼິ້ນຫຼາຍທີ່ສຸດ. ແຕ່ເມື່ອວັນເວລາຜ່ານໄປ ໄວລຸ້ນສະໄໝນັ້ນອາຍຸຫຼາຍຂຶ້ນ, ຂະນະທີອີກດ້ານໜຶ່ງຄົນລຸ້ນໃໝ່ ສຳພັດບໍ່ນິຍົມດົນຕີຣ໋ອກ ຄືກັບສະໄໝກ່ອນ, ສັງເກດເພງທີ່ຕິດທ໋ອບອັນດັບຕົ້ນໆ ໃນປັດຈຸບັນ ສ່ວນຫຼາຍຈະເປັນດົນຕີແນວອື່ນ ທີ່ບໍ່ໄດ້ມີສຽງກີ້ຕ້າຢູ່ໃນບົດເພງ.
ມີຂໍ້ມູນທີ່ນ່າສົນໃຈຄື ໃນປີ 2017 ອາລະບຳເພງທີຂາຍດີທີ່ສຸດ 100 ອັນດັບທຳອິດໃນສະຫະລັດອາເມລິກາ ມີພຽງ 18 ອາລະບຳເທົ່ານັ້ນທີ່ໃຊ້ກີ້ຕ້າເປັນເຄື່ອງດົນຕີນຳ.
ເລື່ອງນີ້ສະທ້ອນເຖິງຄວາມນິຍົນໃນກີ້ຕ້າຄ່ອຍໆຫຼຸດລົງ.
ແລະ ອີກສິ່ງໜຶ່ງທີ່ເບິ່ງຂ້າມໄປບໍ່ໄດ້ກໍຄື ຄວາມກ້າວໜ້າ ແລະ ການປ່ຽນແປງຂອງເຕັກໂນໂລຊີ ໂດຍສະເພາະການປ່ຽນພຶດຕິກຳຂອງຄົນສະໄໝໃຫມ່ ທີ່ໃຊ້ເວລາໃນໂລກອອນໄລ໌ຫຼາຍຂຶ້ນ, ເຊິ່ງເລື່ອງນີ້ກໍຈະກະທົບກັບຫຼາຍທຸລະກິດ ແລະ ລວມເຖິງທຸລະກິດກີ້ຕ້ານຳ.
ໃນປີ 2005 ໃນໂລກເຮົາມີປະຊາກອນທີ່ສາມາດເຂົ້າເຖິງອິນເຕີ້ເນັດຈຳນວນ 1 ພັນລ້ານໆຄົນ ແຕ່ມາມື້ນີ້ປະຊາກອນໃນໂລກ ໄດ້ມີອິນເຕີເນັດໃຊ້ເພີ່ມຂຶ້ນເຖິງ 4 ພັນລ້ານຄົນ. ປັດຈຸບັນສະເລ່ຍແລ້ວຄົນທົ່ວໂລກໃຊ້ເວລາໃນອິນເຕີເນັດຫຼາຍກວ່າອະດີດ. ດັ່ງນັ້ນ, ເປັນເລື່ອງທຳມະດາທີ່ການເຮັດກິດຈະກຳບາງຢ່າງຈະຫຼຸດລົງ.
ໃນກໍລະນີນີ້ ການຮຽນດົນຕີ ລວມໄປເຖິງກີ້ຕ້ານັ້ນ ບໍ່ມີທາງຮຽນລັດ ຖ້າຢາກເກັ່ງຕ້ອງໄດ້ໃຊ້ເວລາໃນການເຝີກຊ້ອມ ແຕ່ເວລາໃນ 1 ມື້ທີ່ມີ 24 ຊົ່ວໂມງ ມີຫຼາຍຊົ່ວໂມງທີ່ຕົວເຮົາຖືກດຶງຕົວໄປຢູ່ໃນໂລກອອນໄລ໌ຫຼາຍກວ່າ ເຊິ່ງກິດຈະກຳດ້ານດົນຕີກໍໄດ້ຮັບຜົນກະທົບຈາກເລື່ອງນີ້ໄປນຳ.
ນອກຈາກພຶດຕິກຳ ແລະ ຄວາມກ້າວໜ້າຂອງເຕັກໂນໂລຊີແລ້ວ ຕ້ອງຍອມຮັບວ່າ ລາຄາກີ້ຕ້າ ກໍມີຄວາມສຳຄັນ ໃນສະຫະລັດ ລາຄາຂອງກີ້ຕ້າໄຟຟ້າໃນປີ 2017 ຢູ່ປະມານ 17.300 ບາດ ເພີ່ມຂຶ້ນຫຼາຍກວ່າ 35% ໃນໄລຍະ 10 ປີທີຜ່ານມາ ສະເພາະບໍລິສັດກີ້ຕ້າລາຍໃຫຍ່ ຕ້ອງການເພີ່ມລາຍໄດ້ຈາກການຂາຍກີ້ຕ້າໃຫ້ແກ່ລູກຄ້າທີ່ເຕີບໂຕໃນຍຸກທີ່ດົນຕີຣ໋ອກກຳລັງໄດ້ຮັບຄວາມນິຍົມ ແລະ ມີກຳລັງຊື້.
ແຕ່ສິ່ງນີ້ ກັບສົ່ງຜົນເສຍ ເພາະລາຄາກີ້ຕ້າໄຟຟ້າທີ່ເພີ່ມຂຶ້ນ ເຮັດໃຫ້ຄວາມຕ້ອງການກີ້ຕ້າໄຟຟ້າຂອງເດັກຍຸກໃໝ່ຫຼຸດລົງໄປອີກ.
ມາເບິ່ງຍອດຂາຍກີ້ຕ້າໄຟຟ້າໃນສະຫະລັດໃນ
ປີ 2005 ຍອດຂາຍກີ້ຕ້າໄຟຟ້າ 1.7 ລ້ານເຄື່ອງ
ປີ 2017 ຍອດຂາຍກີ້ຕ້າໄຟຟ້າ 1.1 ລ້ານເຄື່ອງ.
ເມື່ອເປັນແບບນີ້ແລ້ວ ຫຼາຍບໍລິສັດທີ່ກ່ຽວຂ້ອງກັບທຸລະກິດກີ້ຕ້າ ຈຶ່ງພົບບັນຫາທາງການເງິນເຊັ່ນ:
Gibson ບໍລິສັດຜະລິດກີ້ຕ້າຊັ້ນນຳລະດັບໂລກທີ່ມີອາຍຸຫຼາຍກວ່າ 116 ປີ ຍື່ນຂໍລົ້ມລະລາຍ ແລະ ເຂົ້າແຜນຟື້ນຟູກິດຈະການຫຼັງມີໜີ້ຫຼາຍຫວ່າ 15.000 ລ້ານບາດ ເນື່ອງຈາກບໍ່ສາມາດຊໍາລະໜີ້ຕາມກຳນົດຂອງເຈົ້າໜີ້ໄດ້.
Guitar Center ເຄື່ອຂ່າຍຮ້ານຂາຍເຄື່ອງດົນຕີທີ່ໃຫຍ່ທີ່ສຸດໃນໂລກທີ່ມີອາຍຸເກືອບ 60 ປີ ມີໜີ້ຫຼາຍກວ່າ 33.000 ລ້ານບາດ ຖືກ S&P ສະຖາບັນຈັດອັນດັບຄວາມນ່າເຊື່ອຖືປັບຫຼຸດລົງຂອງບໍລິສັດ.
Fender ບໍລິສັດທຳອິດທີ່ເປັນຜູ້ຜະລິດກີ້ຕ້າ ໄຟຟ້າ ທີ່ໃຊ້ວິທີການຜະລິດແບບອຸດສາຫະກຳ ມີອາຍຸ 70 ປີ ກໍມີພາລະໜີ້ຫຼາຍກວ່າ 3.300 ລ້ານບາດ ຈົນຕ້ອງເລິກແຜນການເຂົ້າຈັດທະບຽນໃນຕະຫຼາດຫຼັກຊັບຕັ້ງແຕ່ປີ 2012.
ບໍລິສັດເຫຼົ້່ານີ້ເຖິງວ່າຈະມີປະສົບການ ແລະ ມີການສ້າງຕັ້ງມາດົນນານ ກໍຍັງຖືກທຳລາຍໂດຍການປ່ຽນແປງຂອງເຕັກໂນໂລຊີ ແລະ ສັງຄົມ. ເລື່ອງນີ້ສະທ້ອນໃຫ້ເຫັນວ່າ ເຖິງວັດທະຈັກຂອງທຸລະກິດ ທີ່ມີທັງການເວັນ ແລະ ກາງຄືນ ແລະ ຕ້ອງມີວັນທີ່ຕ້ອງເສື່ອມໂຊມລົງ ເຊິ່ງບໍ່ເວັ້ນແຕ່ທຸລະກິດທີ່ສ້າງຕັ້ງມາແຕ່ດົນນານຄືກັບ ທຸລະກິດກີ້ຕ້າ.
ໂດຍ: ລົງທຶນແມນ