ໃຊ້ Facebook ຢ່າງດຽວຄົງບໍ່ພໍ!!! ຢາກມີຍອດຂາຍຫຼາຍຂຶ້ນ ຕ້ອງໃຊ້ App ເພີ່ມ…

ໃຫ້ Application ເພີ່ມຍອດຂາຍ!!!

ແມ່ນຢູ່ວ່າ Facebook ເປັນຊ່ອງທາງສໍາຄັນທີ່ເຮັດໃຫ້ແບຣນເປັນທີ່ຮູ້ຈັກ, ລູກຄ້າເຂົ້າເຖິງແບຣນໄດ້ງ່າຍຂຶ້ນ. ແຕ່ເມື່ອເວົ້າເຖິງເລື່ອງຍອດຂາຍຕ້ອງບອກເລີຍວ່າ Facebook ສ້າງຍອດຂາຍອອນລາຍໄດ້ພຽງໜ້ອຍດຽວເທົ່ານັ້ນ ຖ້າທຽບກັບ Application. ເພາະລູກຄ້ານິຍົມສັ່ງສິນຄ້າຜ່ານ Application ຂອງແບຣນຫຼາຍກວ່າ Facebook ຫຼື Website.

ຈາກການລາຍງານຫຼ້າສຸດຂອງ Criteo ຜູ້ໃຫ້ບໍລິການໂຄສະນາອອນລາຍ ລະບຸເຖິງຄວາມສໍາເລັດຂອງການຂາຍອອນລາຍຜ່ານ Application ວ່າ Application ເທິງມືຖືກະຕຸ້ນໃຫ້ເກີດການຊື້ເຄື່ອງອອນລາຍໄດ້ 54% ແລະດຶງໃຫ້ຜູ້ໃຊ້ໃໝ່ກັບມາໃຊ້ Application ພາຍໃນ 30 ມື້ ໃນຂະນະທີ່ Website ແລະ Facebook ຕ້ອງໃຊ້ເວລາຫຼາຍກວ່າ.

ສໍາລັບເຫດຜົນທີ່ຄົນນິຍົມຊື້ເຄື່ອງຜ່ານ Application ເພາະ Application ສະແດງຂໍ້ມູນການຊື້ສັ່ງ ແລະຍອດການຊໍາລະຊັດເຈນ ແລະເຂົ້າໃຈງ່າຍກວ່າເທິງ Website ແລະ Facebook, ຕິດຕາມການຊື້ໄດ້ງ່າຍໃນຄິກດຽວ ແລະມີຄວາມງ່າຍດາຍໃນການລົງຊື່ເຂົ້າໃຊ້ ເພາະພຽງ Login ຜ່ານ Social ກໍສາມາດໃຊ້ງານໄດ້ແລ້ວ ບໍ່ຕ້ອງຈື່ຊື່ຜູ້ໃຊ້ ແລະລະຫັດຜ່ານໃຫ້ຫຍຸ້ງຍາກ.

ຂອບໃຈທີ່ມາ: www.smethailandclub.com

Comments