ລັດຖະບານລາວປະດັບຫຼຽນໄຊອິດສະຫຼະ ໃຫ້ສຳນັກຂ່າວສານຫວຽດນາມ

ວັນທີ 15 ມັງກອນ 2019 ຢູ່ສຳນັກຂ່າວສານຫວຽດນາມຮ່າໂນ້ຍ ສສ ຫວຽດນາມ ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຕາງໜ້າລັດຖະບານລາວ ປະດັບຫຼຽນໄຊອິດສະຫຼະຊັ້ນ 2 ໃຫ້ແກ່ສຳນັກຂ່າວສານຫວຽດນາມ ແລະ ທ່ານ ຫງວຽນດຶກເລີ້ຍ ອຳນວຍການໃຫຍ່ຂ່າວສານຫວຽດນາມພ້ອມດ້ວຍມອບຫຼຽນໄຊແຮງງານຊັ້ນ III ໃຫ້ແກ່ 8 ກົມກອງລວມໝູ່ຂອງສຳນັກຂ່າວສານຫວຽດນາມ, ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສຳນັກຂ່າວສານປະເທດລາວຄົບຮອບ 50 ປີ(6/1/1968-6/1/2018), ທັງນີ້ກໍເພື່ອຍ້ອງຍໍຊົມເຊີຍຄະນະນຳ, ກົມກອງ ແລະ ພະນັກງານຂ່າວສານຫວຽດນາມທີ່ໄດ້ປະກອບສ່ວນເຂົ້າໃນການຮ່ວມມືຂອງສອງສຳນັກຂ່າວສານ, ພັດທະນາຍົກລະດັບດ້ານວິຊາການແລະ ຊ່ວຍເຫຼືອດ້ານວິຊາການຂ່າວ, ເຕັກນິກ, ອຸປະກອນລະບົບສື່ສານ ແລະ ອື່ນໆໃຫ້ແກ່ສຳນັກຂ່າວສານປະເທດລາວຕະຫລອດໄລຍະຜ່ານມາ.

ທີ່ມາ: ຂ່າວສານປະເທດລາວ.

Comments