ກະຊວງປ້ອງກັນຄວາມສະຫງົບມີແຜນຕິດຕັ້ງກ້ອງວົງຈອນປິດ 2.800 ໜ່ວຍຢູ່ 4 ແຂວງພາກໃຕ້ຄື: ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ ແລະ ຈໍາປາສັກ, ທັງນີ້ ກໍເພື່ອຊ່ວຍເຈົ້າໜ້າທີ່ໃນການຕິດຕາມແກ້ໄຂຄະດີອາຊະຍາກຳ ແລະ ສິ່ງຫຍໍ້ທໍ້ຕ່າງໆໃນສັງຄົມ. ມາຮອດປັດຈຸບັນ, ເຈົ້າໜ້າທີ່ກົມສື່ສານໄດ້ສໍາເລັດການສໍາຫຼວດອອກແບບເປັນທີ່ຮຽບຮ້ອຍແລ້ວ.
ກະຊວງປ້ອງກັນຄວາມສະຫງົບ ໃຫ້ຮູ້ວ່າ: ການຕິດຕັ້ງກ້ອງວົງຈອນປິດດັ່ງກ່າວຄາດວ່າແຂວງໜຶ່ງຈະມີປະມານ 500-700 ໜ່ວຍ, ເຊິ່ງປັດຈຸບັນກຳລັງສະເໜີຂັ້ນເທິງເພື່ອຂໍອະນຸມັດ, ຄາດວ່າຈະໃຊ້ເວລາຕິດຕັ້ງພາຍໃນເວລາ 4-5 ເດືອນ. ຖ້າການຕິດຕັ້ງສໍາເລັດແລ້ວຈະເປັນປະໂຫຍດຢ່າງຫຼວງຫຼາຍໃນການແກ້ໄຂຄະດີ ແລະ ປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ໂດຍສະເພາະ ແມ່ນການແກ້ໄຂຄະດີອຸປະຕິເຫດຂອງຜູ້ນຳໃຊ້ລົດໃຊ້ຖະໜົນ ແລະ ອື່ນໆ.
ໃນປີຜ່ານມາ, ທົ່ວປະເທດມີອຸປະຕິເຫດເກີດຂຶ້ນກ່ວາ 5 ພັນກໍລະນີ, ມີຄົນເສຍຊີວິດຫຼາຍກວ່າ 1 ພັນຄົນ, ພົ້ນເດັ່ນແມ່ນຢູ່ນະຄອນຫຼວງວຽງຈັນມີອຸປະຕິເຫດເກີດຂຶ້ນ ກ່ວາ 1.500 ກໍລະນີ, ມີຜູ້ເສຍຊີວິດຫຼາຍກ່ວາ 200 ຄົນ ແລະ ກ້ອງວົງຈອນປິດກໍມີສ່ວນສໍາຄັນໃນການແກ້ໄຂຄະດີດັ່ງກ່າວ.
ຂໍຂອບໃຈຂໍ້ມູນຈາກ : ໜັງສືພິມເສດຖະກິດ-ສັງຄົມ