ຜັນຂະຫຍາຍມະຕິ ກອງປະຊຸມຄົບຄະນະບໍລິຫານງານ ສູນກາງພັກ ຄັ້ງທີ 7 ສະໄໝທີ X

ກອງປະຊຸມເຊື່ອມຊຶມ, ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X  ໃນຂົງເຂດເສດຖະກິດ-ການຕ່າງປະເທດ ໄດ້ຈັດຂຶ້ນໃນວັນທີ 17-18 ມັງກອນ 2019

ພາຍໃຕ້ການເປັນປະທານ ຂອງ ສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາພະນັກງານການນຳ, ຄະນະບໍລິຫານງານພັກ ແລະ ຂັ້ນຫົວໜ້າກົມ ມາຈາກບັນດາກະຊວງ, ອົງການໃນຂົງເຂດເສດຖະກິດ-ການຕ່າງປະເທດ ຫລາຍກວ່າ 200 ສະຫາຍ ເຂົ້າຮ່ວມ.

ກອງປະຊຸມໄດ້ເຊື່ອມຊຶມ 2 ເອກະສານສໍາຄັນ ຄື: ມະຕິກ່ຽວກັບການເພີ່ມທະວີການນໍາພາ ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ສ້າງຄວາມເຂັ້ມແຂງ ຂອງການຄຸ້ມຄອງມະຫາພາກ ແນໃສ່ເຊື່ອມຊຶມ ແລະ ເປັນເອກະພາບໃນລະດັບສູງ ກັບທິດທາງ, ວິທີການ ແລະ ມາດຕະການທີ່ສູນກາງວາງອອກ; ສ້າງຄວາມຕັດສິນໃຈເດັດດ່ຽວ ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃນຕໍ່ໜ້າ,

ພ້ອມທັງຄົ້ນຄວ້າກໍານົດບັນດາມາດຕະການ ໃຫ້ເເທດກັບຕົວຈິງ ແລະ ມີປະສິດທິຜົນສູງ ເພື່ອແກ້ໄຂສະພາບການດັ່ງກ່າວ ສ້າງຂະບວນການຈັດຕັ້ງປະຕິບັດຢ່າງແຂງແຮງ, ທົ່ວເຖິງ ກໍ່ໃຫ້ເກີດການຫັນປ່ຽນຕົວຈິງ ທີ່ມີລັກສະນະບຸກທະລຸໃນທຸກຂົງເຂດວຽກງານ ເພື່ອຍູ້ແຮງດ້ານການພັດທະນາໃນດ້ານຕ່າງໆ ໃຫ້ບັນລຸຄາດໝາຍ ທີ່ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກວາງອອກ.

ເອກະສານສະບັບທີສອງ ແມ່ນມະຕິວ່າດ້ວຍການປັບປຸງຮາກຖານການເມືອງ ຂອງລະບອບປະຊາທິປະໄຕ ປະຊາຊົນໃຫ້ເຂັ້ມແຂງ ແລະ ໜັກແໜ້ນ.

ໃນກອງປະຊຸມ, ບັນດາຜູ້ເຂົ້າຍັງຈະໄດ້ພ້ອມກັນຄົ້ນຄວ້າ ແລະ ປຶກສາຫາລືຢ່າງເລິກເຊິ່ງ ແລະ ປະກອບຄຳເຫັນຢ່າງກົງໄປກົງມາ ເຂົ້າໃສ່ບັນຫາທີ່ສຳຄັນ ໃນຂົງເຂດເສດຖະກິດ-ການເງິນ ກໍ່ຄື ການກໍ່ສ້າງຮາກຖານການເມືອງຂອງລະບອບປະຊາທິປະໄຕປະຊາຊົນ ທີ່ຕິດພັນກັບພຶດຕິກຳຕົວຈິງຂອງຂະແໜງການຂອງຕົນ. ຈາກນັ້ນ, ຈະໄດ້ມີການປະກອບຄຳຄິດຄຳເຫັນ ແລະ ຂໍ້ສະເໝີແນະຕ່າງໆກ່ຽວກັບການປັບປຸງພາຍໃນ, ແກ້ໄຂບັນດາຈຸດອ່ອນ ແລະ ຂໍ້ຄົງຄ້າງ, ຊອກໃຫ້ເຫັນບັນດາສາເຫດທີ່ເປັນພຶ້ນຖານ ແລະ ຕົ້ນຕໍ ເພື່ອວາງມາດຕະການ, ທິດທາງ, ວິທີການແກ້ໄຂທີ່ຖືກຕ້ອງ, ແທດເຫມາະກັບຕົວຈິງ ແລະ ທັງສາມາດປະຕິບັດໄດ້ຢ່າງມີປະສິດທິຜົນ ໃນການຈັດຕັ້ງປະຕິບັດວຽກງານໃນສະເພາະໜ້າ ແລະ ຍາວນານ. ໃນໂອກາດນີ້, ທ່ານປະທານກອງປະຊຸມໄດ້ຮຽກຮ້ອງມາຍັງຄະນະພັກ-ຄະນະນຳແຕ່ລະ ຂັ້ນ ຈົ່ງເພີ່ມທະວີຄວາມຮັບຜິດຊອບ, ຄວາມເປັນເຈົ້າການ ໃນການຈັດຕັ້ງເຊື່ອມຊຶມ ເພື່ອກຳແໜ້ນ ແລະ ນຳໄປຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X ດັ້ງກ່າວຢ່າງເປັນຂະບວນຟົດຟື້ນ, ແຂງແຮງ, ແທດເຫມາະ ກັບຕົວຈິງ ແລະ ມີຜົນສຳເລັດຕາມຄາດໝາຍ.

ຂໍ້ມູນຈາກ:ຂປລ ແລະ ວິທະຍຸແຫ່ງຊາດ

Comments