ທ່ານ ບໍ່ແສງຄໍາ ວົງດາລາ ຕ້ອນຮັບຄະນະຜູ້ແທນ ປະເທດຍີ່ປຸ່ນ

ໃນວັນທີ 14 ມັງກອນ 2019 ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ໃຫ້ກຽດຕ້ອນຮັບ ຄະນະຜູ້ແທນຈາກປະເທດຍີ່ປຸ່ນນຳໂດຍ ທ່ານ katsutoshi Endo ປະທານກຸ່ມບໍລິສັດ ອີຕາລຽນ ໂທມາໂຕ ກຸ່ມທຸລະກິດແຟນຊາຍ ທາງດ້ານການບໍລິການ ແລະ ອາຫານ ໃຫ້ນັກທ່ອງທ່ຽວ ແລະ ທຸລະກິດທ່ອງທ່ຽວ ໃນຍີ່ປຸ່ນ, ຮົງກົງ ແລະ ຈີນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ສປປ ລາວ.

ໃນໂອກາດດັ່ງກ່າວ, ທ່ານ ບໍ່ແສງຄຳ ວົງດາລາ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາ ຄາສູງຕໍ່ ທ່ານ katsutoshi Endo ທີ່ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ-ຍີ່ປຸ່ນ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ໂດຍສະເພາະການສົ່ງເສີມດ້ານວັດທະນະທຳ ແລະ ທ່ອງທ່ຽວ, ດຶງດູດນັກທ່ອງທ່ຽວ ຍີ່ປຸ່ນເຂົ້າມາ ສປປ ລາວ ໃຫ້ນັບມື້ນັບຫຼາຍຂຶ້ນ.

ຂໍ້ມູນຈາກ: ຂປລ.

Comments