ເຫດຜົນທີ່ບໍ່ສາມາດພັດທະນານະວັດຕະກໍາໄດ້ສໍາເລັດ ສ່ວນໜຶ່ງເປັນຍ້ອນຄິດໃຫຍ່ຈົນເກີນໄປ, ດ້ວຍຂໍ້ຈໍາກັດຂອງເວລາ, ເງິນທຶນ, ທີມງານ ແລະຄວາມຮູ້… ສະນັ້ນ ຈຶ່ງ Startup ຈຶ່ງຄວນທໍາຄວາມຮູ້ຈັກກັບແນວຄິດ LEAN Startup!!!

LEAN Startup ໄວຢ່າງດຽວບໍ່ພໍ ຕ້ອງ LEAN ນໍາ…

Startup ຈະບໍ່ມີທາງເຂົ້າໃຈລູກຄ້າໄດ້ເລີຍຖ້າຕ້ອງນັ່ງປະຊຸມມື້ລະ 6-8 ຊົ່ວໂມງ ຍິ່ງໃຊ້ເວລາດົນເທິງໂຕະເຮັດວຽກເທົ່າໃດ ກໍຍິ່ງສ້າງຂອງເສຍ (Waste) ຫຼາຍຂຶ້ນເທົ່ານັ້ນ, ເພາະຄໍາຕອບທີ່ຢູ່ເທິງໂຕະເຮັດວຽກ ບໍ່ແມ່ນຂໍ້ມູນຂອງຕະຫຼາດໃນມື້ນັ້ນ… ທີ່ຜ່ານມາຫຼາຍໆບໍລິສັດທັງນ້ອຍ ແລະໃຫຍ່ພະຍາຍາມສ້າງນະວັດຕະກໍາ ແຕ່ສິ່ງທີ່ເກີດຂຶ້ນພັດກົງກັນຂ້າມ. ເພາະມີບໍລິສັດໜ້ອຍທີ່ສຸດທີ່ຈະປະສົບຄວາມສໍາເລັດ ສາມາດສ້າງນະວັດຕະກໍາອອກມາເປັນຮູບເປັນຮ່າງໄດ້ ເຫດຜົນທີ່ບໍ່ສາມາດພັດທະນານະວັດຕະກໍາໄດ້ສໍາເລັດ ສ່ວນໜຶ່ງເປັນຍ້ອນຄິດໃຫຍ່ເກີນໄປຈົນສ້າງບໍ່ໄຫວ, ດ້ວຍຂໍ້ຈໍາກັດຂອງເວລາ, ເງິນທຶນ, ທີມງານ ແລະຄວາມຮູ້. ແລະອີກເຫດຜົນໜຶ່ງກໍຄືການທີ່ຖືກສັ່ງສອນມາໃຫ້ອ້າງອີງຈາກຕໍາລາຮຽນຫຼາຍກວ່າການທົດລອງແທ້ ເຊິ່ງກົງກັນຂ້າມກັບການຮຽນຮູ້ທຸລະກິດຂອງທາງ ສິລິຄອນ ວັລເວ ທີ່ໃຊ້ວິທີການເຮັດທຸລະກິດໃຫ້ເປັນການເຮັດວຽກເທິງສະໜາມທົດລອງ.

ໃນເວລານີ້ ແນວຄິດ LEAN Startup ກໍາລັງມີຊື່ສຽງຫຼາຍໃນປະເທດເພື່ອນບ້ານເຮົາ ເຊິ່ງແນວຄວາມຄິດຂອງ LEAN Startup ຄືໂຟກັສໃຫ້ນ້ອຍທີ່ສຸດວ່າ ແມ່ນຫຍັງຄືສິ່ງທີ່ຈໍາເປັນຕ້ອງຮຽນຮູ້, ສ້າງແລ້ວອອກທົດສອບ, ຈັດການວັດຜົນ ແລະເອົາຂໍ້ມູນກັບມາຮຽນຮູ້ເພື່ອພັດທະນາສິ່ງທີ່ດີຂຶ້ນໄປອີກ ເປັນຂະບວນການຜະລິດນະວັດຕະກໍາໃຫ້ເກີດຂຶ້ນໃນອົງກອນຕະຫຼອດເກືອບ 30 ມື້ຕໍ່ເດືອນ, ດ້ວຍຫຼັກການພື້ນຖານທີ່ວ່າ ຫຼຸດໄລຍະເວລາຂອງການສ້າງ-ວັດຜົນ-ຮຽນຮູ້ (Build Measure Learn)

ຄໍາສັບສະເພາະສໍາລັບ LEAN Startup ຄື Riskiest Assumption Test (RAT) ຫຼືການທົດສອບຂໍ້ສັນນິຖານທີ່ສ່ຽງທີ່ສຸດເຊັ່ນ ທຸລະກິດ Carpool (ທາງດຽວກັນໄປນໍາກັນ) ຂໍ້ມູນທີ່ຮູ້ແນ່ນອນບໍ່ຕ້ອງທົດສອບເລີຍຄືກໍ ສະພາບການຈາລະຈອນໃນເມືອງໃຫຍ່, ລົດຕິດຫຼາຍໃນຊົ່ວໂມງເລັ່ງດ່ວນ ແຕ່ສິ່ງສໍາຄັນທີ່ບໍ່ຮູ້ກໍຄື ກຸ່ມລູກຄ້າກ້າຂີ່ລົດໄປກັບຄົນແປກໜ້າແທ້ໆ ຫຼືບໍ່? ດັ່ງນັ້ນ ຈຶ່ງເປັນ RAT ໜຶ່ງຕົວທີ່ຕ້ອງອອກໄປທົດສອບ. ແລະການທີ່ຊື້ສິນຄ້າ ຫຼືບໍລິການຈັກຢ່າງໜຶ່ງ ອາດຈະມີຫຼາຍເຫດຜົນ ບໍ່ວ່າຈະເປັນແບຣນ, ຄວາມຄຸ້ມຄ່າ ຫຼືປະໂຫຍດຂອງສິນຄ້າ ສິ່ງເຫຼົ່ານີ້ແທ້ຈິງແລ້ວຄື ຄຸນຄ່າ (Value) ເຊິ່ງລູກຄ້າແຕ່ລະກຸ່ມຈະປະເມີນຄຸນຄ່າບໍ່ຄືກັນເຊັ່ນ ນັກທຸລະກິດອາດຈະຊື້ປາກກາລາຄາແພງໆໄວ້ສໍາລັບເຊັນເອກະສານ ໃນຂະນະທີ່ Startup ເລືອກທີ່ຈະໃຊ້ປາກກາຫຍັງກໍໄດ້ທີ່ເຮັດວຽກໄດ້

ດັ່ງນັ້ນ ເມື່ອຮູ້ວ່າຄວາມຈິງແລ້ວລູກຄ້າຊື້ສິນຄ້າເພາະຄຸນຄ່າ ບໍ່ຈໍາເປັນຕ້ອງສ້າງສິນຄ້າໃຫ້ສົມບູນ 100% ເພື່ອສົ່ງຕໍ່ຄຸນຄ່າເທົ່ານັ້ນເຊັ່ນ ລູກຄ້າຢາກໄດ້ Chat boat Application ຈອງຮ້ານອາຫານ ຫຼືບໍ່? ແທນທີ່ຈະໄປເສຍເວລາສ້າງ Application ດົນເຖິງ 6 ເດືອນ ກັບເງິນຫຼັກ 10 ລ້ານຂຶ້ນໄປ, ກໍສາມາດໃຊ້ Line@ ຟຣີ ຫຼື Facebook Messenger ແລ້ວເຮັດ Manual ຈອງຫ້ອງອາຫານໃຫ້ລູກຄ້າເອງກໍໄດ້ເພື່ອທົດສອບໃຫ້ບໍລິການລູກຄ້າເບິ່ງກ່ອນວ່າມີຄົນມາໃຊ້ແທ້ບໍ່? ລູກຄ້າມັກ ຫຼືບໍ່ມັກບ່ອນໃດ, ວິທີການແບບນີ້ເອີ້ນວ່າການສ້າງ MVP (Minimum Viable Product) ຫຼືສິນຄ້ານ້ອຍທີ່ສຸດທີ່ສາມາດຈະສົ່ງຕໍ່ຄຸນຄ່າໄດ້ນັ້ນເອງ.

ນີ້ຄືສ່ວນໜຶ່ງຈາກວິທີການຄິດແບບ LEAN ເຊິ່ງຫຼັງຈາກການເຮັດ MVP ແລະການທົດສອບ RAT ຈົນໄດ້ຂໍ້ມູນທີ່ທ່ານຕ້ອງການຮຽບຮ້ອຍແລ້ວ ຕໍ່ໄປກໍສາມາດພັດທະນາສິນຄ້າທີ່ໃຫຍ່ຂຶ້ນ (ໝາຍເຖິງໃກ້ຄຽງຄວາມຈິງຫຼາຍຂຶ້ນ) ໄດ້ຖືກໃຈລູກຄ້າຫຼາຍຂຶ້ນ ໂດຍບໍ່ເສຍເວລາ ແລະເງິນໄປກັບການສ້າງຟີເຈີ່ທີ່ລູກຄ້າບໍ່ຕ້ອງການ

 

ຂອບໃຈທີ່ມາ: www.smethailandclub.com

 

Comments