ປະດັບຫຼຽນກາ 70 ປີ ໃຫ້ແກ່ພະນັກງານອະວຸໂສ ບໍານານ ເສຍອົງຄະ

ພະນັກງານອະວຸໂສ,ບໍານານ,ເສຍອົງຄະ, ສູນເສຍອົງຄະພິເສດ 790 ຈໍານວນ 81 ທ່ານໄດ້ຮັບຫຼຽນກາ 70 ປີ ໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ແລະ ຍ້ອງຍໍຜົນງານປະຈຳປີ ຂອງສູນຟື້ນຟູເສຍອົງຄະ 686.

ພິທີທາງການຈັດຂຶ້ນ ໃນຕອນເຊົ້າ ວັນທີ 31 ມັງກອນ 2019ນີ້, ທີ່ສູນເສຍອົງຄະພິເສດ 790 , ບ້ານໄຮ່ທ່າງ່ອນ, ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນຄົງ ຫຼ້າສຸກັນ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ), ມີບັນທ່ານຫົວໜ້າກົມ, ຮອງກົມ,ຄະນະບັນຊາກະຊວງປ້ອງກັນປະເທດ, ຄະນະສູນ, ພາກສວ່ນທຸລະກິດ ແລະ ພ້ອມດວ້ຍລຼກຫຼານພະນັກງານອະວຸໂສ,ບຳນານ,ເສຍອົງຄະ ແລະ ວິຊາການຂອງສູນເຂົ້າຮ່ວມ.


ທ່ານ ພົງທະວີ ໂຄດໂຍທາ ຮອງກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຮສສ ໄດ້ຂຶ້ນຜ່ານລັດຖະດຳລັດຂອງກະຊວງປ້ອງກັນປະເທດ ວ່າດ້ວຍການປະດັບ ຫຼຽນກາ 70 ປີ ຈຳນວນ 81 ທ່ານ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ( 20 ມັງກອນ 1949 ເຖິງ 20 ມັງກອນ 2019) ທີ່ມີ ຜົນງານອັນໃຫຍ່ຫຼວງໃນພາລະກິດຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ ຮຸກຮານ ແລະ ໄລຍະປົກປັກຮັກ ສາ-ພັດທະນາປະເທດຊາດໃຫ້ ກຽດປະດັບຫຼຽນສູງສຸດຄັ້ງນີ້,

ໃຫ້ກຽດປະດັບໂດຍ ທ່ານ ບຸນຄົງ ຫຼ້າສຸກັນ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) , ນອກນັ້ນຍັງໄດ້ ຮັບຮອງ ແລະ ຍ້ອງຍໍ ເອົາກົມກອງດີເດັ່ນປະເພດ 3 , ຄອບຄົວດີເດັ່ນປະເພດ 1 ແລະ ບຸກຄົນດີເດັ່ນຜົນງານປະຈຳປີ 2018.
ການຍ້ອງຍໍຄັ້ງນີ້ແມ່ນເພື່ອ ສັນລະເສີນຜົນງານຄຸນງາມ ຄວາມດີຂອງ ພະນັກງານ-ນັກຮົບປະຕິວັດອະວຸໂສ, ພະນັກງານບຳນານ ຜູ້ທີ່ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ.

ຂໍ້ມູນຈາກ: ຂ່າວສານແຮງງານ ແລະ ສະຫວັດດີການສັງຄົມ

Comments