ສະພາປະຊາຊົນແຂວງວຽງຈັນ ຊຸດທີ I ຄົ້ນຄວ້າ ແລະ ຮັບຮອງເອົາຫຼາຍບັນຫາສຳຄັນ

ພາຍຫຼັງທີ່ໄດ້ດຳເນີນວຽກງານມາເປັນເວລາ 3 ວັນ, ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີ I ກໍໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 31 ມັງກອນ 2019 ທີ່ສະໂມສອນໃຫຍ່ຂອງແຂວງ, ໂດຍການເປັນປະທານຂອງ ທ່ານ ບຸນເພັງ ສາຍນໍລະດີ, ປະທານສະພາປະຊາຊົນແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວິດົງ ໄຊຍະສອນ, ເຈົ້າແຂວງໆວຽງຈັນ ພ້ອມດ້ວຍບັນດາທ່ານການນຳ ແລະ ອະດີດການນໍາພັກ-ລັດແຂວງ, ບັນດາສະມາຊິກສະພາປະຊາຊົນແຂວງ, ນັກທຸລະກິດ ແລະ ຜູ້ຕາງໜ້າຈາກພາກສ່ວນ ຕ່າງໆ.

ໃນກອງປະຊຸມ, ບັນດາທ່ານສະມາຊິກສະພາປະຊາຊົນແຂວງ ໄດ້ເຊີດຊູນໍ້າໃຈຄວາມຮັບຜິດຊອບສູງໃນການຄົ້ນຄວ້າ, ແລະ ປະກອບຄວາມຄິດຄວາມເຫັນ ພ້ອມພິຈະລະນາ ແລະ ຕົກລົງຮັບຮອງເອົາບັນດາບັນຫາສໍາຄັນຕ່າງໆຂອງແຂວງ ເຊັ່ນ: ບົດລາຍງານຂອງຮອງເຈົ້າແຂວງ ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ,ແຜນງົບປະມານຂອງແຂວງ ປະຈໍາ ປີ 2018, ທິດທາງແຜນ ການ ປີ 2019 ແລະ ແຜນງົບປະມານຂອງແຂວງ ປີ 2019,

ຮັບຟັງການຊີ້ແຈງອະທິບາຍ 3 ບັນຫາທີ່ພົ້ນເດັ່ນໃນສັງຄົມພາຍໃນແຂວງວຽງຈັນ ເປັນຕົ້ນແມ່ນ: ການຈັດຕັ້ງປະຕິບັດໂຄງການກໍ່ສ້າງ ແລະ ສ້ອມແປງເສັ້ນທາງທີ່ມີມູນຄ່າສູງແຕ່ປະສິດທິຜົນຜັດຍັງຕໍ່າ, ການສ້ອມແປງເສັ້ນທາງຫຼາຍໂຄງການບໍ່ໄດ້ຮັບການຈັດຕັ້ງປະຕິບັດ, ຫຼາຍໂຄງການຊັກຊ້າ, ບາງເສັ້ນທາງຮອດລະດູຝົນຈິ່ງມີການສ້ອມແປງໂດຍປະສິດທິຜົນຂອງການນຳໃຊ້ກໍ່ບໍ່ສູງ.

ນອກນັ້ນ, ຍັງມີການຂໍໃຫ້ກວດກາຄືນການເຊົ່າ ແລະ ສຳປະທານທີ່ດິນໃນທົ່ວແຂວງ, ໃນນັ້ນ ແມ່ນບັນດາໂຄງການທີ່ບໍ່ໄດ້ຮັບການຈັດຕັ້ງປະຕິບັດ ແລະ ປະຕິບັດບໍ່ມີປະສິດທິຜົນ ແລະ ການກວດສອບຄືນການອະນຸຍາດໃຫ້ສືບຕໍ່ປູກກ້ວຍ ຍ້ອນການນຳໃຊ້ທາດເຄມີເກີນມາດຕະຖານເຊິ່ງອາດມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ຈາກສານເຄມີທີ່ນຳໃຊ້ເຂົ້າໃນການປູກກ້ວຍ.

ກອງປະຊຸມຍັງໄດ້ຮັບຟັງ ແລະ ປະກອບຄວາມຄິດເຫັນໃສ່ບົດລາຍງານການເຄື່ອນໄຫວວຽກງານປີ 2018 ແລະ ທິດທາງແຜນການ ປີ 2019 ຂອງອົງການໄອຍະການປະຊາຊົນ ແລະ ສານປະຊາຊົນແຂວງ; ກອງປະຊຸມໄດ້ພິຈາລະນາ ແລະ ປະກອບຄວາມເຫັນໃສ່ຮ່າງນິຕິກຳໃຕ້ກົດໝາຍ 2 ສະບັບວ່າດ້ວຍ: ການຈັດສັນ, ການຄຸ້ມຄອງ ແລະ ການພັດທະນາເທດສະບານແຂວງ ແລະ ການກໍານົດຂອບເຂດປະເມີນມູນຄ່າທີ່ດິນທົ່ວແຂວງ, ໄດ້ພິຈາລະນາ ແລະ ຮັບຮອງບົດລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2018 ແລະ ທິດທາງແຜນການ ປີ 2019 ຂອງສະພາປະຊາຊົນຂັ້ນແຂວງຊຸດທີ I.

ນອກນີ້, ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາການສະເໜີຂອງທ່ານເຈົ້າແຂວງໆວຽງຈັນ ກ່ຽວກັບການສະເໜີແຕ່ງຕັ້ງຫົວໜ້າຫ້ອງວ່າການແຂວງ, ຫົວໜ້າພະແນກການເງິນແຂວງ ແລະ ຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ.

ຂໍ້ມູນຈາກ: ວິທະຍຸກະຈາຍສຽງແຫ່ງຊາດ

Comments