ອົງການແຄຣີຕັສ ລຸກຊຳບວກ ຈະຊ່ວຍເຫຼືອຟື້ນຟູໄພພິບັດຢູ່ຊຽງຂວາງ

ອົງການແຄຣີຕັສ ລຸກຊຳບວກ ຈະໃຫ້ການຊ່ວຍເຫຼືອໃນການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດ ໃນລະດູຝົນທີ່ຜ່ານມາຢູ່ແຂວງຊຽງຂວາງ ລວມທັງການສະໜອງລະບົບນ້ຳໃຊ້ທີ່ສະອາດ ແລະ ວິດຖ່າຍ.

ທ່ານ ນາງ ມາລີ ໂຈຊີ ຈາຄອບ (Marie Josee Jacobs) ປະທານອົງການແຄຣີຕັສ ລຸກຊຳບວກ ໄດ້ປະກາດໃຫ້ການຊ່ວຍເຫຼືອດັ່ງກ່າວ, ໃນໂອກາດພົບປະ ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າ ແຂວງຊຽງຂວາງ ພ້ອມດ້ວຍຄະນະ ໃນວັນທີ 5 ກຸມພາ 2019 ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ.

ໂອກາດນີ້, ທ່ານເຈົ້າແຂວງ ກໍໄດ້ກ່າວສະແດງຄວາມຊົມເຊີຍທີ່ ທ່ານປະທານອົງການແຄຣີຕັສ ລຸກຊຳບວກ ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມແຂວງຊຽງຂວາງ ເພື່ອຕິດຕາມກວດກາສະພາບການຈັດຕັ້ງປະຕິບັດວຽກງານຕົວຈິງຂອງໂຄງການ ທີ່ໃຫ້ການຊ່ວຍເຫຼືອໂດຍອົງການດັ່ງກ່າວ ຢູ່ພາກສະໜາມ, ພ້ອມດຽວກັນ ກໍເພື່ອປຶກສາຫາລືກັບຄະນະນຳຂອງແຂວງຊຽງຂວາງ ຕໍ່ກັບການຊ່ວຍເຫຼືອໃນອານາຄົດ.

ທີ່ມາ: ຂ່າວສານປະເທດລາວ.

Comments