ສຳມະນາທ່ອງທ່ຽວແບບຍືນຍົງ ແລະ ປົກປັກຮັກສາຊີວະນາໆພັນ

ໃນຕອນເຊົ້າຂອງວັນທີ 19 ກຸມພາ 2019 ຜ່ານມານີ້ ກະຊວງ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບອົງການທ່ອງທ່ຽວໂລກຈັດກອງປະຊຸມສຳມະນາທ່ອງທ່ຽວແບບຍືນຍົງ ແລະ ປົກປັກຮັກສາຊີວະນາໆພັນ ສຳລັບບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ ຢູ່ທີ່ໂຮງແຮມຈຳປາສັກແກຣນ. ໂດຍໃຫ້ກຽດເປັນປະທານຂອງທ່ານ ບົວລິນ ວົງພະຈັນ ຮອງເຈົ້າແຂວງໆຈຳປາສັກ ທ່ານ ມາແຊວ ເລີຍີເຊີ ຜູ້ຈັດການຮ່ວມມືທາງດ້ານວິຊາການຂອງອົງການທ່ອງທ່ຽວໂລກ ທ່ານ ນາງ ມາລາ ຈັນທະລາມ ຮອງຫົວຫົວ ພະແນກ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງຈຳປາສັກ, ມີຜູ້ແທນຈາກປະເທດກຳປູເຈຍ, ຈີນ,ລາວ ,ໄທ,ມຽນມາ,ຫວຽດນາມ, ແລະ ຊຽນຊານ ບັນດາອົງການຈັດຕັ້ງສາກົນ ພະແນກການກົມກອງທີ່ກ່ຽວຂອງ ພາກລັດ , ພາກທຸລະກິດເຂົ້າຮ່ວມ,


ໃນໂອກາດດັ່ງກ່າວ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກ່າວຈຸດປະສົງ ໃນການຈັດກອງປະຊຸມວ່າ ກອງປະຊຸມຄັ້ງນີ້ມີຄວາມໝາຍສຳຄັນ ຍົກໃຫ້ເຫັນບົດບາດຄວາມສຳຄັນໃນການພັດທະນາການທ່ອງທ່ຽວແບບຍືນຍົງ ການມີສ່ວນຮ່ວມຂອງພາກລັດ ພາກທຸລະກິດ ແລະ ຊຸມຊົນໃນການເປັນເຈົ້າການດ້ານພັດທະນາ ແລະ ປົກປັກຮັກສາສິ່ງແວດລ້ອມ ແລະ ຊີວະນາໆພັນ ຊຶ່ງແມ່ນຜະລິດຕະພັນທ່ອງທ່ຽວທີ່ໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວສາກົນເປັນຈຳນວນຫຼາຍໃນໂລກ,
ການສຳມະນາໃນຄັ້ງນີ້ ຜູ້ເຂົ້າຮ່ວມສຳມະນາແມ່ນຈະໄດ້ຮຽນຮູ້ ການທ່ອງທ່ຽວ ແລະ ຄວາມຍືນຍົງ ,ກ່ຽວກັບຊີວະນາໆພັນຕາມແມ່ນໍ້າຂອງ ແລະ ຕາມຝັ່ງທະເລ ແລະ ຫົວຂໍ້ອື່ນໆອີກ.ກອງປະຊຸມຄັ້ງນີ້ຍັງເປັນເວທີແລກປ່ຽນຄຳຄິດຄຳເຫັນ ແລະ ບົດຮຽນດ້ານການປົກປັກຮັກສາຊີວະນາໆພັນ ແລະ ສິ່ງແວດລ້ອມທາງດ້ານວິຊາການຂອງບັນດາປະເທດລຸ່ມແມ່ນໍ້າຂອງ

ການສໍາມະນາຄັ້ງນີ້ເປັນນີ້ຈະດໍາເນີນໄປເປັນເວລາ 3 ວັນ.

ຂໍ້ມູນຈາກ: ສະຖານີວິທະຍຸ 100,7 Mhz ຈໍາປາສັກ

Comments