ອາເມຣິກາ ຮ່ວມກັບ ລັດຖະບານ ສປປ ລາວ ສ້າງຄວາມເຂັ້ມແຂງ ການສະໜອງທຶນ ດ້ານການບິນ

ໃນວັນທີ 20 ກຸມພາ 2019 ຜ່ານມາ, ເຈົ້າໜ້າທີ່ຈາກ ລັດຖະບານ ສປປ ລາວ ລວມທັງ ສະຫະລັດອາເມຣິກາ, ສສ ຫວຽດນາມ ແລະ ຜູ້ເຂົ້າຮ່ວມຈາກພາກສ່ວນຕ່າງໆປະມານ 40 ທ່ານ ໄດ້ເຂົ້າຮ່ວມສຳມະນາ ກ່ຽວກັບ ສົນທິສັນຍາເຄັບທາວ Cape Town Convention ເພື່ອປຶກສາຫາລື ແນວທາງການປະຕິບັດທີ່ດີທີ່ສຸດເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ບັນຍາກາດທາງດ້ານທຸລະກິດ ທີ່ກ່ຽວຂ້ອງກັບຜູ້ຖືກຳມະສິດເປັນເຈົ້າຂອງເຮືອບິນ ແລະ ການສະໜອງທຶນ ຢູ່ໃນ ສປປ ລາວ. ງານສຳມະນາໃນຄັ້ງນີ້ແມ່ນຈັດຂື້ນໂດຍ ສະຖານທູດສະຫະລັດອາເມຣິກາຮ່ວມກັບ ກົມການບີນພົນລະເຮືອນ ກະຊວງໂຍທາທິການ ແລະ ຂົນສົ່ງ ເຊິ່ງໄດ້ຮັບການ ສະໜັບໜູນຈາກ ບໍລິສັດ General Electric (GE) ແລະ ໂບອິ້ງ.

ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ປະຈຳ ສປປ ລາວ ແລະ ສັນຕິສຸກ ສີມມະລາວົງ, ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ໃຫ້ກຽດເປີດການສໍາມະນາທີ່ດຳເນີນເປັນເວລາໜຶ່ງມື້ເຕັມຢູ່ທີ່ນະຄອນຫຼວງວຽງຈັນ ເພື່ອສົ່ງເສີມໃຫ້ຜູ້ເຂົ້າຮ່ວມຈາກພາກລັດຖະບານ, ຜູ້ຊ່ຽວຊານດ້ານກົດໝາຍ ແລະ ຜູ້ນຳດ້ານທຸລະກິດ ເພື່ອຍາດເອົາໂອກາດໃນການສ້ງຄວາມເຂັ້ມແຂງໃຫ້ແກ່ບັນຍາກາດທາງດ້ານທຸກິດ ແລະ ເພື່ອຂະຫຍາຍຄວາມເຕີບໂຕ ຂອງອຸດສາຫະກຳການບິນ ໃນ ສປປ ລາວ .

ທ່ານທູດ ກ່າວຕື່ມວ່າ: ສົນທິສັນຍາເຄັບທາວ ແມ່ນໃຫ້ຜົນປະໂຫຍດແກ່ທຸກໆຟ່າຍ. ຜູ້ດຳເນີນການສາມາດຊື້ ຫຼື ເຊົ່າເຮືອບິນໃນລາຄາທີ່ຖືກລົງຫຼາຍ ນອກນີ້ ຜູ້ຜະລິດເຮືອບິນ ແລະ ຜູ້ໃຫ້ເຊົ່າ ຍັງສາມາດເຂົ້າເຖິງ ໂອກາດຂອງຕະຫຼາດໃຫມ່ ໂດຍມີຄວາມສ່ຽງໜ້ອຍລົງ.

ການລົງນາມໃຫ້ສັດຕະຍາບັນໃນ ສົນທິສັນຍາເຄັບທາວ ແມ່ນຄວາມພະຍາຍາມ ແລະ ຫົນທາງທີ່ຖືກຕ້ອງ ສໍາລັບບັນດາປະເທດ ໃນການເສີມຂະຫຍາຍ ຂະແໜງການບິນ ແລະ ຍັງເປັນການປະຢັດຄ່າໃຊ້ຈ່າຍນຳອິກ.

ພ້ອມນີ້ຍັງເປັນການສົ່ງເສີມການທ່ອງທ່ຽວ ແລະ ສົ່ງເສີມການເຊື່ອມໂຍງໃນພາກພື້ນໃຫ້ຫຼາຍຂຶ້ນ. ຍ້ອນເຫດຜົນດັ່ງກ່າວ, ຈຶ່ງມີຫຼາຍກວ່າ 70 ປະເທດ ທີ່ເປັນພາຄີໃນສົນທິສັນຍາສະບັບນີ້ ເຊິ່ງລວມເອົາເຖິງບັນດາປະເທດໃນອາຊຽນ ເຊັ່ນ: ມຽນມ້າ, ສສ ຫວຽດນາມ, ມາເລເຊຍ, ສິງກະໂປ ແລະ ອິນໂດເນເຊຍ.

ຂໍ້ມູນຈາກ: ສະຖານທູດອາເມຣິກາ

Comments