ໄຂກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນ ກຸມພາ 2019

ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ກຸມພາ 2019 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 19 ກຸມພາ 2019 ທີ່ ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.


​ກອງປະຊຸມຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 2 ວັນ (19-20 ກຸມພາ 2019) ເຊິ່ງຈະໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອກະສານສຳຄັນຈຳນວນ 8 ລາຍການ ຄື:
1). ຮ່າງແຜນຜັງລວມຂອງນະຄອນຫຼວງວຽງຈັນ ຮອດ ປີ 2023;
2). ບົດລາຍງານຜົນການກວດກາໂຄງການເຊົ່າສຳປະທານທີ່ດິນ;
3). ຮ່າງກົດໝາຍ ວ່າດ້ວຍທີ່ດິນ;
4). ຮ່າງກົດໝາຍ ວ່າດ້ວຍກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ;
5). ບົດລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດ 10 ຕົວຊີ້ວັດ ໃນການດຳເນີນທຸລະກິດຢູ່ ສປປ ລາວ;
6). ບົດລາຍງານຄວາມຄືບໜ້າ ໃນການຫັນການເກັບລາຍຮັບງົບປະມານ ເປັນທັນສະໄໝ;
7). ຮ່າງແຜນຈຸດສຸມພັດທະນາຊົນນະບົດ ຕິດພັນກັບການພັດທະນາການລົງທຶນ;

8.). ຮ່າງນະໂຍບາຍລາຄາໄຟຟ້າ ຕິດພັນກັບຍຸດທະສາດພັດທະນາພະລັງງານໄຟຟ້າ.

ຂໍ້ມູນຈາກ: ຂປລ.

Comments