ທ່ານ ທອງລຸນ ສີສຸລິດ ຕ້ອນຮັບທ່ານ ໜິງ ຈີເຈີ ພ້ອມຄະນະ

ໃນວັນທີ 20 ກຸມພາ 2019 ຜ່ານມານີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ໜິງ ຈີເຈີ ຮອງປະທານ ຄະນະກຳມະການພັດທະນາ ແລະ ປະຕິຮູບ ແຫ່ງຊາດຈີນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ.


ໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງໃນເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຮັດແໜ້ນການພົວພັນຮ່ວມມືອັນເປັນມູນເຊື້ອ ແລະ ສາຍພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງ ລາວ-ຈີນ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນ,ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕະຫຼອດໄປ.

ທ່ານ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມດີໃຈ ທີ່ເຫັນວ່າການຮ່ວມມືໃນດ້ານຕ່າງໆ, ໂດຍສະເພາະດ້ານເສດຖະກິດ, ການຄ້າ-ການລົງທຶນ ລະຫວ່າງ ສອງປະເທດ ລາວ-ຈີນ ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ນັບມື້ນັບເພີ່ມຂຶ້ນ, ເຊິ່ງໄດ້ປະກອບ ສ່ວນອັນສໍາຄັນ ແລະ ຫຼວງຫຼາຍ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະຜ່ານມາ.

ພ້ອມທັງສະແດງຄວາມຂອບໃຈຕໍ່ພັກ ແລະ ລັດຖະບານ ສປ ຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ດ້ວຍຫຼາຍຮູບການ ລວມທັງການຊ່ວຍເຫຼືອລ້າ ແລະ ເງິນກູ້ ປະເພດຕ່າງໆ ເປັນຈໍານວນຫຼວງຫຼາຍໃນໄລຍະຜ່ານມາ ແລະ ອື່ນໆ.

 

ຂໍ້ມູນຈາກ: ຂປລ.

Comments