ປະເທດລາວ ກຽມຈັດງານເທສະການໂຄມໄຟນາໆຊາດ ເປັນຄັ້ງທຳອິດ

ໃນຕອນບ່າຍ ໃນວັນທີ 19 ກຸມພາ 2019 ທີ່ຜ່ານມາ,  ຟາມພູຕາເວັນ ຮ່ວມກັບ ສະມາຄົມນັກທຸລະກິດແມ່ຍິງລາວ, ກົມພັດທະນາການທ່ອງທ່ຽວ ກະຊວງ ຖວທ ແລະ ພະແນກ ຖວທ ແຂວງບໍລິຄຳໄຊ. ໄດ້ຈັດພິທີຖະແຫຼງຂ່າວກ່ຽວກັບການກຽມຄວາມພ້ອມຂອງງານເທສະການໂຄມໄຟນາໆຊາດ ຄັ້ງທຳອິດໃນ ສປປ ລາວ. ໂດຍການເຂົ້າຮ່ວມຂອງ ທ່ານ  ທະວີເພັດ ຮອງຫົວໜ້າກົມພັດທະນາການທ່ອງທ່ຽວ ກະຊວງ ຖວທ, ທ່ານ ເຄນ ຫຼໍ່ມະນີ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ, ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວ ແລະ ທ່ານ ບຸນຕາ ເທບພະວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ, ທ່ານ ນາງ ດາລູນີ ດວງປະເສີດ ອຳນວຍການຟາມພູຕາເວັນພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ເທສະການໂຄມໄຟ ນານາຊາດ ຄັ້ງທີ 1 (International Lantern Festival 2019) ແມ່ນຈະຈັດຂຶ້ນລະຫວ່າງວັນທີ 7 – 10 ມີນາ 2019 ເປັນເວລາ 4 ວັນນີ້ທີ່ຟາມພູຕາເວັນ, ບ້ານນາໄຊ, ເມືອງທ່າພະບາດ,​ແຂວງບໍລິຄຳໄຊ ຫ່າງຈາກນະຄອນຫຼວງວຽງຈັນ 62 ກິໂລແມັດ.

 

ຈຸດປະສົງຫຼັກຂອງການຈັດງານເທສະການໂຄມໄຟເພື່ອເປັນການສົ່ງເສີມ ແລະ ສ້າງວຽກເຮັດງານທຳໃຫ້ແກ່ຊຸມຊົນໃນໝູ່ບ້ານໃກ້ຄຽງກັບຟາມພູຕາເວັນ; ເພື່ອເຊື່ອມໂຍງການທ່ອງທ່ຽວຕາມເສັ້ນທາງຍຸດທະສາດລະຫວ່າງກຸ່ມປະເທດອາຊຽນດ້ວຍກັນໃນອະນາຄົດ; ເພື່ອສົ່ງເສີມການທ່ອງທ່ຽວລາວກ້າວສູ່ຄວາມຍືນຍົງ ແລະ ເພື່ອສົ່ງເສີມຜະລິດຕະພັນພາຍໃນ ສປປ ລາວ ເຮົາໃຫ້ກ້າວສູ່ຕະຫຼາດສາກົນໃນຍຸກ ເອອີຊີ. ແລະ ປີນີ້ ເປັນປີພິເສດເປັນປີທ່ອງທ່ຽວ ລາວ – ຈີນ 2019 ເທສະການໂຄມໄຟ ກໍຈະເປັນການໂຄສະນາດຶງດູດເອົານັກທ່ອງທ່ຽງທັງພາຍໃນ ແລະ ຕ່າງປະເທດໃຫ້ມາຮູ້ຈັກ ຫຼື ໄດ້ມາເຫັນແຂວງບໍລິຄຳໄຊ ຫຼາຍຂຶ້ນເພາະກໍມີຕາງໜ້າອົງການຈັດຕັ້ງສາກົນຈາກ 5 – 6 ປະເທດທີ່ສະແດງເຈດຈຳນົງມາຮ່ວມສະແດງໂຄມໄຟໃນງານຄັ້ງນີ້.

ໃນງານແມ່ນຈະມີຫຼາກຫຼາຍກິດຈະກຳ ເຊັ່ນ: ການສະແດງໂຄມໄຟ ນານາຊາດ ຂອງບັນດາສິລະປິນລາວ, ຫວຽດນາມ, ຈີນ, ຍີ່ປຸ່ນ, ເກົາຫຼີ ແລະ ປະເທດໄທ; ມີການສະແດງສິລະປະວັນນະຄະດີພື້ນເມືອງຂອງບ້ານໃກ້ຄຽງທຸກໆຄໍ່າຄືນ, ມີຮ້ານຄ້າວາງສະແດງເປັນປະເພດອາຫານລາວ ແລະ ສິນຄ້າທ້ອງຖິ່ນ ຈາກຜູ້ປະກອບການແມ່ຍິງ ແລະ ຜູ້ປະກອບການທີ່ມີຊາຍແດນຕິດກັບລາວເຮົາ ຫຼາຍກວ່າ 50 ຮ້ານ; ມີເຄື່ອງຫຼິ້ນໄວ້ສຳລັບເດັກນ້ອຍ, ຊົມສວນດອກໄມ້ນາໆຊະນິດ ໂດຍສະເພາະດອກຕາເວັນ ເຊິ່ງໄລຍະນີ້ແມ່ນຈະເບັ່ງບານງາມທີ່ສຸດຂອງປີ ໄວ້ໃຫ້ພໍ່ແມ່ປະຊາຊົນໄວ້ໄປຖ່າຍຮູບເອົາບັນຍາກາດງາມໆຂອງສວນໄດ້ ແລະ ໄລຍະຂອງການຈັດງານກໍແມ່ນການສະເຫຼີມສະຫຼອງວັນແມ່ຍິງສາກົນ ເພື່ອໃຫ້ແມ່ຍິງໄດ້ມາທ່ອງທ່ຽວ ແລະ ພັກຜ່ອນໄປໃນຕົວ.

ສຳລັບປີ້ເຂົ້າທ່ຽວຟາມໃນວັນທີ 7-8 ແລະ 10 ລາຄາ 25.000 ກີບ ສ່ວນມື້ວັນທີ 9 ເປັນມື້ເປີດພິທີຢ່າງເປັນທາງການເວລາ 17:00 ໂມງ ຈະມີຄອນເສີດໃຫຍ່ທີ່ຈະມີນັກຮ້ອງຈາກພາຍໃນ ແລະ ປະເທດເພື່ອນບ້ານມາຮ່ວມສະແດງ ຕ່າຍ ອໍລະໄທ, ອາເລັກຊານດາ, ໂຈໂຈ້ ແລະ ຜູ້ອື່ນໆອີກຫຼາກຫຼາຍ ເຊິ່ງ ປີ້ເຂົ້າຊົມຟາມໃນມື້ນີ້ແມ່ນລາຄາ 50 ພັນກີບຕໍ່ຄົນ ( ຍົກເວັ້ນເດັກນ້ອຍຕໍ່າກວ່າ 1,20 ແມັດ, ຜູ້ອາຍຸສູງ 60 ຂຶ້ນໄປ, ຜູ້ພິການ ແລະ ພະສົງ ແມ່ນບໍ່ເສຍຄ່າ ) ທີ່ສຳຄັນໃນລະຫວ່າງມື້ເປີດງານ 4 ວັນນີ້ຈະມີການເກັບປີ້ຄ່າຟາກລົດໃຫຍ່ປະມານຄັນລະ 10 ພັນກີບ ແລະ ລົດຈັກຄັນລະ 5 ພັນກັບ ເພື່ອເປັນຄ່າໃຊ້ຈ່າຍປ້ອງກັນເວນຍາມ, ຄ່າແຮງງານບ້ານທີ່ມາຊ່ວຍງານ, ສ່ວນເວລາເປີດໃຫ້ບໍລິການແມ່ນ 9:00 ໂມງເຊົ້າ ຫາ 21:00 ໂມງ

Comments