ພິທີເປີດ ທຶນສົມທົບເພື່ອສົ່ງເສີມທຸລະກິດລາວ ຫຼື BAF ໄລຍະ 2

ໃນຕອນບ່າຍວັນທີ 23 ກໍລະກົດ 2019 ທີ່ຫ້ອງປະຊຸມໃຫຍ່ ກະຊວງອຸດສາຫະກຳ ແລະ ການຄ້າ, ໄດ້ຈັດພິທີເປີດ ທຶນສົມທົບເພື່ອສົ່ງເສີມທຸລະກິດ (ທສທ) ພາຍໃຕ້ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT)  ເຊິ່ງບໍລິສັດໜຶ່ງຈະໄດ້ຮັບທຶນຊ່ວຍເຫຼືອສູງສຸດ 200.000 ໂດລາສະຫະລັດ ຕະຫຼອດໄລຍະ 3 ປີຂອງໂຄງການ.​ ໂດຍການເຂົ້າຮ່ວມທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງ ກະຊວງ ອຄ,  ທ່ານ ຈ໋ອງ ເບີນາລ໌ ຄາຣາສໂກ ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳລາວ,​ ມີບັນດາແຂກຖືກເຊີນ ແລະ ພາກສ່ວນທີກ່ຽວຂ້ອງເຂົ້າຮ່ວມ.

ພິທີເປີດໂຄງການທຶນສົມທົບເພື່ອສົ່ງເສີມທຸລະກິດ ພາຍໃຕ້ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT)  ໄດ້ເປີດຄັ້ງທຳອິດໃນວັນທີ 15 ກຸມພາ 2019 ທີ່ຜ່ານມາ,  ເຊິ່ງເປົ້າໝາຍລວມຂອງໂຄງການແມ່ນເພື່ອຫຼຸດຜ່ອນອຸປະສັກທີ່ມີຕໍ່ການເຕິບໂຕຂອງພາກທຸລະກິດ ໂດຍການປັບປຸງສະພາບແວດລ້ອມດ້ານລະບຽບກົດໝາຍ, ຫຼຸດຜ່ອນຕົ້ນທຶນໃນການຄ້າ ແລະ ຍົກລະດັບຄວາມສາມາດໃນການແຂ່ງຂັນຂອງຫົວໜ່ວຍທຸລະກິດຂອງລາວ.

ໂຄງການມີຄວາມພະຍາຍາມທີ່ຈະປັບປຸງລະບຽບການຕ່າງໆ ເພື່ອຊ່ວຍຫຼຸດຜ່ອນຄ່່າໃຊ້ຈ່າຍພາຍນອກຂອງບໍລິສັດ, ໂດຍສະເພາະແມ່ນຄ່າໃຊ້ຈ່າຍທີ່ຕິດພັນກັບການກໍ່ສ້າງ ແລະ ດຳເນີນທຸລະກິດ,​ບັນຫາທີ່ຕິດພັນກັບການປະຕິບັດສັນຍາ ລວມທັງຄ່າໃຊ້ຈ່າຍໃນການຄ້າຂາຍທີ່ຂ້ອນຂ້າງສູງ, ການປັບປຸງເຫຼົ່ານີ້ແມ່ນສອດຄ່ອງກັບຈຸດປະສົງຂອງຄຳສັ່ງຂອງທ່ານນາຍົກລັດຖະມົນຕີ  ສະບັບເລກທີ 02/ນຍ. ແລະ  ໂຄງການ BAF ກໍເປັນໜຶ່ງໃນແຜນສະໜັບສະໜູນທີ່ສຳຄັນຂອງລັດຖະບານລາວ. ເປັນໂຄງທີ່ໄດ້ຮັບການສະໜັບສະໜູນຂອງ ທະນາຄານໂລກ,​ ລັດຖະບານອົດສະຕາລີ ແລະ ລັດຖະບານໄອແລນ, ເຊິ່ງ ຈາກປະສົບການທີ່ດີໃນໄລຍະຜ່ານມາ BAF ໄດ້ສະໜອງທຶນໃຫ້ພາກທຸລະກິດແລ້ວ 208 ບໍລິສັດ ແລະ ຊ່ວຍເຫຼືອໃຫ້ບໍລິສັດເຫຼົ່ານັ້ນສາມາດເພີ່ມຍອດຂາຍພາຍຫຼັງໄດ້ຮັບການຊ່ວຍເຫຼືອ.

ທ່ານ ເຮັນຣີ້ ສເຕັດເຕີ້ ຫົວໜ້າໂຄງການ BAF ໄດ້ກ່າວວ່າ:  ຮູບແບບການຊ່ວຍເຫຼືອບັນດາບໍລິສັດ ເພື່ອຂະຫຍາຍທຸລະກິດຂອງໂຄງການນີ້ມີ 2 ຮູບແບບ ຄື: 1. ການບໍລິການໃຫ້ຄຳປຶກສາໂດຍບໍ່ຄິດຄ່າບໍລິການ ເພື່ອຊ່ວຍໃຫ້ຄຳແນະນຳແກ່ບັນດາບໍລິສັດໃນການປັບປຸງການດຳເນີນທຸລະກິດ, ສ້າງຜະລິດຕະພັນ ແລະ ການບໍລິການທີ່ດີກວ່າເກົ່າ ແລະ ສ້າງຄວາມອາດສາມາດໃນການແຂ່ງຂັນໃຫ້ມີຄວາມເຂັ້ມແຂງ ແລະ  2. ໃຫ້ທຶນສົມທົບ 50% ສໍາລັບຄ່າໃຊ້ຈ່າຍໃນການຈັດຈ້າງວິຊາການ ໂດຍທຶນຊ່ວຍເຫຼືອສູງສຸດຕໍ່ 1 ບໍລິສັດ 200.000 ໂດລາສະຫະລັດ ຕະຫຼອດໄລຍະ 3 ປີຂອງໂຄງການ.
ຂັ້ນຕອນການຊ່ວຍເຫຼືອຂອງໂຄງການ ມີດັ່ງນີ້:
1. ການຕິດຕໍ່ຄັ້ງທໍາອິດ: ໂດຍການລົງຢ້ຽມຢາມ ແລະ ໃຫ້ຄໍາແນະນໍາ, ວິເຄາະການຂະຫຍາຍຕົວຂອງທຸລະກິດ, ແຜນການຂະຫຍາຍຕົວຂອງທຸລະກິດ.

2. ແຜນການຂະຫຍາຍຕົວຂອງທຸລະກິດ: ພັດທະນາແຜນການຈັດຕັ້ງປະຕິບັດ, ພົວພັນຜູ້ສະໜອງທາງດ້ານວິຊາການ.
3. ການສະໝັກຂໍທຶນ ແລະ ການອະນຸມັດ: ຂັ້ນຕອນການປະກອບ ແລະ ເອກະສານຂໍທຶນ, ກວດສອບເອກະສານສະໝັກຂໍທຶນ, ອະນຸມັດການຂໍທຶນ.

4. . ການຈັດຕັ້ງປະຕິບັດ: ຈັດຕັ້ງປະຕິບັດກິດຈະກໍາທີ່ຖືກອະນຸມັດ.

5. ການຮ້ອງຂໍຈ່າຍເງິນທົດແທນຄືນ: ຊ່ວຍການກະກຽມຄໍາຮ້ອງຂໍຈ່າຍເງິນທົດແທນຄືນ, ຈ່າຍເງິນທົດແທນຄືນ.

ສຳລັບເງື່ອນໄຂບໍລິສັດທີ່ຈະສະໝັກຂໍທຶນໄດ້ ຄື: ທຸກບໍລິສັດເອກະຊົນທີ່ສະໜອງວຽກເຮັດງານທຳໃຫ້ແກ່ພົນລະເມືອງລາວ ໃນ ສປປ ລາວ, ທຸກບໍລິສັດເອກະຊົນທຸກຂະໜາດທີ່ມີ ຫຼື ຍັງບໍ່ທັນມີການຂຶ້ນທະບຽນເປັນທາງການ, ບໍລິສັດທີ່ມີແມ່ຍິງເປັນເຈົ້າຂອງ ຫຼື ເປັນຜູ້ບໍລິຫານໃຫ້ບຸລິມະສິດພິເສດ, ທຸລະກິດທີ່ສ້າງຄວາມປ່ຽນແປງ, ສ້າງຄວາມສາມາດໃນການແຂ່ງຂັນ ແລະ ທຸລະກິດທີ່ຢູ່ໃນໄລຍະການຂະຫຍາຍຕົວ (ມີແຜນການຂະຫຍາຍຢ່າງຊັດເຈນ, ມີແຜນນຳໃຊ້ນະວັດຕະກຳໃໝ່) ເຊິ່ງທ່ານສາມາດສະໝັກຂໍທຶນ ແລະ ເບິ່ງລາຍລະອຽດທີ່ເວັບໄຊ www.baflaos.com

E-Mail: [email protected]

tel: 020 55542658

 

Comments