ຢືນຢັນ!!! ຈະແກ້ໄຂຢ່າງເດັດຂາດ ຕໍ່ພະນັກງານເກັບຄ່າທຳນຽມປຶ້ມສຳມະໂນຄົວສູງເກີນ

ຫາງສຽງວິພາກວິຈານຂອງສັງຄົມວ່າ: ໃນໄລຍະຜ່ານມາ, ເຈົ້າໜ້າທີ່ເກັບຄ່າທໍານຽມ ແລະ ຄ່າບໍລິການຈົດທະບຽນຂຶ້ນສໍາມະໂນຄົວແບບທັນສະໄໝສູງເກີນໄປ. ມາຮອດວັນທີ 19 ກໍລະກົດ 2019, ພົຈວ ຄໍາສາຍ ຈັນທະວົງ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ ໃຫ້ສໍາພາດຕໍ່ນັກຂ່າວປ້ອງກັນຄວາມສະຫງົບ ໂດຍຢືນຢັນຈະເລັ່ງແກ້ໄຂບັນຫາດັ່ງກ່າວໃຫ້ໄດ້ໄວໆນີ້ ພ້ອມທັງຈະມີມາດຕະການເດັດຂາດຕໍ່ພະນັກງານ-ນັກຮົບ ທີ່ຍັງລະເມີດລະບຽບການເກັບຄ່າທໍານຽມ ແລະ ຄ່າບໍລິການຈົດທະບຽນ ສໍາມະໂນຄົວທີ່ກະຊວງ ປກສ ວາງອອກ.

ພົຈວ ຄໍາສາຍ ຈັນທະວົງ ກ່າວວ່າ: ໃນໄລຍະຜ່ານມາ, ສັງຄົມໄດ້ວິພາກວິຈານຕໍ່ກັບການເກັບຄ່າທໍານຽມ ແລະ ຄ່າບໍລິການຈົດທະບຽນຂຶ້ນສໍາມະໂນຄົວ ແລະ ບັດປະຈໍາຕົວທີ່ສູງເກີນໄປຂອງເຈົ້າໜ້າທີ່ວິຊາສະເພາະຈໍານວນໜຶ່ງ, ເຊິ່ງເປັນການລະເມີດຕໍ່ລະບຽບກົດໝາຍ ແລະ ຂໍ້ຕົກລົງຕ່າງໆທີ່ໄດ້ກໍານົດໄວ້. ຕໍ່ກັບວຽກງານດັ່ງກ່າວນີ້, ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ລົງຕິດຕາມ, ກວດກາຢ່າງໃກ້ຊິດຕິດແທດ ແລະ ໄດ້ເອົາໃຈໃສ່ແກ້ໄຂຢ່າງຈິງຈັງໃນໄລຍະຜ່ານມາ

ພ້ອມທັງໄດ້ເຜີຍແຜ່ ແລະ ຊຸກຍູ້ການຈັດຕັ້ງປະບັດຂໍ້ຕົກລົງຂອງລັດຖະມົນຕີກະຊວງ ປກສ ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການໃນວຽກງານວິຊາສະເພາະຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານໃຫ້ພະນັກງານ-ນັກຮົບທີ່ເຮັດວຽກງານດັ່ງກ່າວຢ່າງທົ່ວເຖິງໃນຂອບເຂດທົ່ວປະເທດ.

ແຕ່ຢ່າງໃດກໍຕາມ, ປັດຈຸບັນນີ້ເຫັນວ່າ ບັນຫາເຈົ້າໜ້າທີ່ເກັບຄ່າທໍານຽມແພງຍັງເກີດຂຶ້ນຢູ່, ເຊິ່ງການກະທໍາດັ່ງກ່າວເປັນການລະເມີດລະບຽບກົດໝາຍ, ຂໍ້ຕົກລົງ ແລະ ຍັງເປັນການສວຍໃຊ້ໜ້າທີ່ຫາຜົນປະໂຫຍດໃຫ້ຕົນເອງ.

ເພື່ອແກ້ໄຂບັນຫາດັ່ງກ່າວຢ່າງຈິງຈັງ, ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ຢືນຢັນວ່າ ຈະສືບຕໍ່ຊີ້ນໍາກອງບັນຊາການ ປກສ ແຂວງ, ເມືອງໃນຂອບເຂດທົ່ວປະເທດຈັດຕັ້ງປະຕິບັດຂໍ້ກໍານົດກ່ຽວກັບການເກັບຄ່າທໍານຽມ ແລະ ຄ່າບໍລິການໃນວຽກງານຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານຢ່າງເຂັ້ມງວດ. ພ້ອມດຽວກັນນີ້, ກໍຈະສົ່ງພະນັກງານລົງສືບສວນ, ຕິດຕາມ, ກວດກາການ ຈັດຕັ້ງປະຕິບັດດັ່ງກ່າວຢ່າງຕໍ່ເນື່ອງ ແລະ ເປັນປົກກະຕິ ຖ້າຫາກພົບເຫັນຍັງມີການເກັບຄ່າທໍານຽມ-ຄ່າບໍລິການສູງເກີນກໍານົດຈະໄດ້ມີມາດຕະການແກ້ໄຂຕໍ່ຜູ້ລະເມີດຢ່າງເຂັ້ມງວດ, ເດັດຂາດ ຕາມລະບຽບກົດໝາຍ.

ຂໍ້ຕົກລົງຂອງລັດຖະມົນຕີກະຊວງ ປກສ ເລກທີ 1234/ປກສ, ລົງວັນທີ 24 ມິຖຸນາ 2019 ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ ໃນວຽກງານວິຊາສະເພາະຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ກໍານົດຄ່າທໍານຽມ ແລະ ຄ່າບໍລິການ ຄື: ຄ່າບໍລິການຈົດທະບຽນສໍາມະໂນຄົວໃຫ້ພົນລະເມືອງລາວ 5.000 ກີບຕໍ່ໜຶ່ງຊຸດ, ການຈົດທະບຽນສໍາມະໂນຄົວຄົນຕ່າງດ້າວ 10.000 ກີບ ຕໍ່ໜຶ່ງຊຸດ, ການອອກບັດໃໝ່, ປ່ຽນ ແລະ ຕໍ່ບັດປະຈໍາຕົວຂອງພົນລະເມືອງລາວ 2.000 ກີບຕໍ່ໜຶ່ງຊຸດ, ການອອກບັດໃໝ່,ປ່ຽນ ແລະ ຕໍ່ບັດປະຈໍາຕົວຂອງພົນລະເມືອງຄົນຕ່າງດ້າວ 2.000 ກີບຕໍ່ໜຶ່ງຊຸດ, ການອະນຸຍາດຢູ່ລາວຖາວອນຄົນຕ່າງດ້າວແຕ່ອາຍຸ 15 ປີ ຫາ 59 ປີ 100.000 ກີບ ຕໍ່ໜຶ່ງຊຸດ, ການຈົດທະບຽນພັກເຊົາຊົ່ວຄາວຂອງພົນລະເມືອງລາວ ແລະ ຕ່າງ ດ້າວ 2.000 ກີບຕໍ່ໜຶ່ງຊຸດ, ຄ່າບໍລິການທະບຽນຂຶ້ນທະບຽນສໍາມະໂນຄົວລາວ 45.000 ກີບ ຕໍ່ໜຶ່ງຊຸດ, ຄ່າບໍລິການທະບຽນຂຶ້ນທະບຽນສໍາມະໂນຄົວຄົນຕ່າງດ້າວ 55.000 ກີບ ຕໍ່ໜຶ່ງຊຸດ, ຄ່າຄໍາຮ້ອງຂໍອອກໃບຍົກຍ້າຍຂອງ ຄົນລາວ 5.000 ກີບຕໍ່ໜຶ່ງຊຸດ,

ຄໍາຮ້ອງຂໍອອກໃບຍົກຍ້າຍຄົນຕ່າງດ້າວ 10.000 ກີບຕໍ່ໜຶ່ງຊຸດ, ປຶ້ມທະບຽນປະຫວັດບຸກຄົນ 5.000 ກີບຕໍ່ໜຶ່ງຫົວ, ຄ່າປ່ຽນປຶ້ມສໍາມະໂນຄົວໃໝ່ໃນກໍລະນີເສຍຫາຍ, ຈິກຂາດ, ເປີະ ເປື້ອນ ແລະອື່ນໆ. ສໍາລັບຄົນລາວ 45.000 ກີບຕໍ່ໜຶ່ງຫົວ, ຄົນຕ່າງດ້າວ 55.000 ກີບ ຕໍ່ໜຶ່ງຫົວ, ຄ່າເອກະ ສານ ແລະ ບັດປະຈໍາຕົວຄົນລາວ ຫຼື ຄົນຕ່າງດ້າວ 58.000 ກີບຕໍ່ໜຶ່ງຫົວ, ຄ່າໃບຢັ້ງຢືນບັດປະຈໍາຕົວຊົ່ວຄາວຄົນລາວ ຫຼື ຄົນຕ່າງດ້າວ 6.000 ກີບ.

ທີ່ມາ: ໜັງສືພິມປ້ອງກັນຄວາມສະຫງົບ

Comments