ເຂື່ອນໄຊຍະບູລີ ຢືນຢັນວ່າ ບໍ່ໄດ້ກັກນ້ຳ ຈົນເຮັດໃຫ້ແມ່ນ້ຳຂອງແຫ້ງເຂົ້າຂັ້ນວິກິດໃນຮອບ 50 ປີ

Thai PBS ລາຍງານໃນວັນທີ 22 ກໍລະກົດ 2019 ວ່າ: ຕົວແທນລັດຖະບານ ສປປ.ລາວ ແລະ ບໍລິສັດ CK Power ເຊິ່ງເປັນບໍລິສັດໃນເຄືອ ຊ.ການຊ່າງ (ປະເທດໄທ) ທີ່ບໍລິຫານຈັດການເຂື່ອນໄຊຍະບູລີ ຮ່ວມກັນຢືນຢັນວ່າ:

ເຂື່ອນບໍ່ໄດ້ກັກນ້ຳ ຈຶ່ງບໍ່ແມ່ນຕົ້ນເຫດເຮັດໃຫ້ນ້ຳໃນແມ່ນ້ຳຂອງຫຼຸດລົງຈົນຜິດປົກກະຕິ ແຕ່ໄດ້ຕັ້ງຂໍ້ສົງໄສໄປທີ່ການລະບາຍນ້ຳຂອງເຂື່ອນຈິງຫຼົງ ໃນປະເທດຈີນ ທີ່ສົ່ງຜົນຕໍ່ລະດັບແມ່ນ້ຳຂອງຫຼາຍກວ່າ ແລະ ລາຍລະອຽດເພີ່ມເຕີມຕິດຕາມຈາກວິດີໂອລາຍງານຂ່າວຂ້າງລຸ່ມ.

ທີ່ມາ: ABC Laos news ສຳນັກຂ່າວເອບີຊີລາວ

ຂອບໃຈຂໍ້ມູນຈາກ Thai PBS

Comments