ສະຫະຣາຊະອານາຈັກອັງກິດ ໄດ້ນາຍົກລັດຖະມົນຕີ ຄົນໃໝ່

ຕາມແຫຼງຂ່າວຕ່າງປະເທດ,​ຈາກປະເທດອັງກິດ , ວັນທີ 24 ກໍລະກົດ, ທ່ານ ບໍຣີສ ຈອນສັນ ອາຍຸ 55 ປີ ອະດີດເປັນລັດຖະມົນຕີ ກະຊວງການ ຕ່າງປະເທດ ແລະ ເຈົ້າຄອງນະຄອນຫຼວງ ລອນດອນຂອງ ອັງກິດ ໄດ້ຮັບເລືອກຕັ້ງ ເປັນນາຍົກລັດຖະມົນຕີ ຄົນໃໝ່ຂອງ ອັງກິດ ຫຼັງຈາກ ໄດ້ຮັບເລືອກ ເປັນຫົວໜ້າພັກອະນຸລັກນິຍົມ ຄົນໃໝ່. ຄາດວ່າ ທ່ານບໍຣິສ ຈອນສັນ ຈະມີກຳນົດ ເຂົ້າຂ່ຳນັບສົມເດດ ພະລາຊານີນາດ ເອລິ ຊາເບດ ທີ 2 ຢ່າງເປັນທາງການ ເພື່ອຈັດຕັ້ງຄະນະ ລັດຖະມົນຕີຊຸດໃໝ່ ຂຶ້ນມາເຮັດໜ້າທ່ີ ບໍລິຫານປະເທດ ແລະ ການຖອນຕົວອອກຈາກ ສະຫະພາບເອີຣົບ ຫລື EU ເພື່ອໃຫ້ທັນກັບເວລາທ່ີກຳນົດໄວ້ໃນວັນທີ 31 ຕຸລາປີນີ້.

ທີ່ມາ: ຂ່າວສານປະເທດລາວ.

Comments