ຫ້ອງການກະສິກຳ ແລະ ປ່າໄມ້ ໄດ້ທຳລາຍ​ຊີ້ນສ່ວນໝູທີ່ນຳເຂົ້າບໍ່ຖືກຕ້ອງ

ເພື່ອປະຕິບັດຕາມແຈ້ງການຂອງພະແນກກະສິກຳ ແລະ ປ່າໄມ້ແຂວງສະຫວັນນະເຂດ ໃນການເອົາໃຈໃສ່ສະກັດກັ້ນການນຳເຂົ້າຊີ້ນໝູ ​ທີ່ບໍ່​ຖືກ​ຕ້ອງ, ດັ່ງ​ນັ້ນ, ໃນຕອນແລງຂອງວັນທີ 15 ກໍລະກົດ 2019 ທີ່ເດີ່ນຫ້ອງການກະສິກຳ ແລະ ປ່າໄມ້ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຈັດພິທີທຳລາຍຊີ້ນໝູ ທີ່ນຳເຂົ້າບໍ່ຖືກຕ້ອງຈຳນວນ 92 ກິໂລ ທີ່ເຈົ້າໜ້າທີ່ສັດຕະວະແພດ ກວດກາເຫັນ ມີການຊຸກເຊື່ອງມາໃນລົດໂດຍສານສອງແຖວ ແລ່ນ ເຊໂປນ – ແຊນແດນ ໝາຍເລກທະບຽນ 3509 ເຊິ່ງພົບເຫັນ ແລະ ຢຶດເອົາຊີ້ນໝູທີ່ນຳເຂົ້າມາບໍ່ຖືກຕ້ອງເຂດບ້ານ ນາລົມ ເມືອງເຊໂປນ ແຂວງສະຫວັນນະເຂດ

ສະນັ້ນເພື່ອເປັນການສະກັດກັ້ນການລະບາດຂອງພະຍາດອະຫິວາໝູອາຟຣິກາ ທີ່ກຳລັງລະບາດຢູ່ພາກກາງຂອງ ສສ ຫວຽດນາມ ເຊິ່ງພະຍາດດັ່ງກ່າວບໍ່ສາມາດຮັກສາໄດ້ ແລະ ປິ້ນປົວໄດ້ ແລະ ມີອັດຕາການຕາຍສູງເຖິງ 90%  ສະນັ້ນຈຶ່ງໄດ້ຈັດພິທີທຳລາຍຖິ້ມດ້ວຍການເຝົາ ຫຼືຝັງ ຕາມເຕັກນິກວິຊາການ ພ້ອມທັງກ່າວເຕືອນ ແລະ ເຮັດບົດບັນທຶກຢຶດສິ້ນສ່ວນດັ່ງກ່າວ ແລະ ຢາກຝາກເຕືອນມາຍັງພໍ່ແມ່ປະຊາຊົນຈົ່ງເອົາໃຈໃສ່ກ່ອນຈະຊື້ເຄື່ອງບໍລິໂພກຕ່າງໆເພື່ອລີກລ້ຽງບັນຫາຕໍ່ສຸຂະພາບຂອງບັນດາທ່ານທີ່ຈະຕາມມາ.

ພາບ-ຂ່າວ: ຖວທ ເມືອງເຊໂປນ

Comments