News

ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນ 6 ປີ 2019 ບັນລຸໄດ້ 800 ກວ່າລ້ານໂດລາສະຫະລັດ

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 6 ປີ 2019 ບັນລຸໄດ້ 814,99 ລ້ານໂດລາສະຫະລັດ ໃນນັ້ນ, ມູນຄ່າການສົ່ງອອກປະມານ 366,72 ລ້ານໂດລາສະຫະລັດ ແລະ ນໍາເຂົ້າປະມານ 448,27 ລ້ານໂດລາສະຫະລັດ ຂາດດຸນການຄ້າປະມານ 81,55 ລ້ານໂດລາສະຫາລັດ.  ສິນຄ້າສົ່ງອອກຫຼັກປະກອບມີ ໄຟຟ້າ, ແຮ່ທອງ, ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ, ໝາກກ້ວຍ, ເຍື່ອໄມ້ ແລະ ເຍື່ອໄມ້ຈາກເສັນໄຍເຊລລູ, ໂຄງຮ່າງ ແລະ ຊິ້ນສ່ວນກ້ອງບັນທຶກພາບ, ເຄື່ອງດື່ມ (ນໍ້າອັດລົມ, ນໍ້າ, ເຄື່ອງດືມຊູຸກໍາລັງ), ຄໍາປະສົມ ແລະ ຄໍາແທ່ງ, ມັນຕົ້ນ, ເຄື່ອງນຸ່ງຫົ່ມ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ແລະ ກາເຟ (ບໍ່ທັນປຸງແຕ່ງ). ໝວດສິນຄ້ານໍາເຂົ້າຫຼັກປະກອບມີ ພາຫະນະທາງບົກ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ນໍ້າມັນກາຊວນ, ອຸປະກອນກົນຈັກ, ເຫຼັກ ...

Read More »

ເຈົ້າໜ້າທີ່!! ຢືດ ແລະ ທຳລາຍ ກັນຊາ 320 ຕົ້ນ ຢູ່ນະຄອນໄກສອນພົມວິຫານ

ດັ່ງທີ່ຮູ້ນຳກັນແລ້ວວ່າ ກັນຊາເປັນສານເສບຕິດຊະນິດໜຶ່ງ ທີ່ລັດຖະບານລາວເກືອດຫ້າມ ແລະ ບໍ່ອະນຸຍາດໃຫ້ປະຊາຊົນປູກດ້ວຍຈຸດປະສົງໃດກໍ່ຕາມ. ຖ້າຫາກບໍ່ປະຕິບັດຕາມທິດຊີ້ນຳຂອງຂັ້ນເທິງ ເມື່ອເຈົ້າໜ້າທີ່ຫາກກວດພົບເຫັນ ກໍ່ຈະໄດ້ຢຶດ ແລະ ນຳໄປທຳລາຍຖິ້ມ ດັ່ງເລື່ອງລາວທີ່ເກີດຂຶ້ນຢູ່ແຂວງສະຫວັນນະເຂດ ຜ່ານມານີ້. ໃນວັນທີ 29 ກໍລະກົດ 2019 ນີ້ ເຈົ້າໜ້າ ທີ່ຕໍາຫຼວດກອງບັນຊາການ ປກສ ແຂວງ ສະຫວັນນະເຂດ ໄດ້ລົງທຳລາຍຕົ້ນກັນຊາ ທີ່ເປັນສານເສບຕິດ ຢູ່ຂອບເຂດບ້ານສົມສະອາດ ນະຄອນໄກສອນພົມວິຫານ ແຂວງ ສະຫວັນນະເຂດ ທີ່ປະຊາຊົນຈໍານວນໜຶ່ງລັກລອບປູກໄວ້ຢູ່ໃນສວນຜັກ ແລະ ສວນຢາງ ເຊິ່ງມີຈຳນວນທັງໝົດ 320 ຕົ້ນ ໃນນີ້, ມີຕົ້ນຊາດິບ 166 ຕົ້ນ ແລະ ຊາແຫ້ງ 154 ຕົ້ນ. ເຂົ້າຮ່ວມພິທີທຳລາຍຄັ້ງນີ້ມີ ທ່ານ ພັທ ບຸນຍູ້ ສາຍຄຳສຸລິຍະວົງສາ ຮອງຫົວໜ້າຫ້ອງຕຳຫຼວດ ປກສ ແຂວງພ້ອມດ້ວຍຄະນະ, ມີພະນັກງານວິຊາສະເພາະ, ກອງພັນເຄື່ອນທີ່ ປກສ ແຂວງ , ປກສ ນະຄອນໄກສອນພົມວິຫານ, ອົງການໄອຍະການເຂດໜຶ່ງ, ອຳນາດການປົກຄອງບ້ານ, ປກຊ-ປກສ ...

Read More »

ສະພາບນໍ້າຖ້ວມເມືອງນານ ປັດຈຸບັນ ນໍ້າໄດ້ຫຼຸດລົງແລ້ວ!!!!

ທ່ານ ແສງເພັດ ເພັດດວງຈັນ ຫົວຫນ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ເມືອງນານ ແຂວງຫຼວງພະບາງ ແຈ້ງໃຫ້ຊາບຕອນເຊົ້ານີ້ວ່າ ສະພາບນໍ້າຖ້ວມຢູ່ 9 ບ້ານລຽບຕາມແມ່ນໍ້ານານ ໄດ້ລົດລົງແລ້ວ, ຍ້ອນບໍ່ມີຝົນຕົກລົງມາອີກ. ມື້ນີ້ ອຳນາດການປົກຄອງເມືອງ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງສືບຕໍ່ດໍາເນີນການເກັບກຳຂໍ້ມູນຄວາມເສຍຫາຍ ແລະຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກນໍ້າຖ້ວມເທື່ອນີ້. ສະພາບນໍ້າຖ້ວມກະທັນຫັນ ຢູ່ 9 ບ້ານ ຢູ່ລຽບຕາມແມ່ນໍ້ານານ, ເມືອງນານ ແຂວງຫຼວງພະບາງຈາກຝົນຕົກໜັກແຕ່ຄືນວັນທີ 29 ຕໍ່ໃສ່ຮຸ່ງເຊົ້າວັນທີ 30 ກໍລະກົດ 2019 ອີງຕາມລາຍງານຂອງເມືອງນານ ມີປະຊາຊົນ 500 ກວ່າຄອບຄົວ ໄດ້ຮັບຜົນກະທົບ ເຊິ່ງອາໄສໃນ 9 ບ້ານ, ໜັກໜ່ວງກວ່າໝູ່ແມ່ນ 8 ບ້ານ ຄື: ບ້ານສີບຸນເຮືອງ, ສີມຸງຄຸນ, ໂພນຫີນ, ປ່າໄຜ່, ນາເລົາ, ນາຝາຍ, ນາເຄີນ ແລະ ບ້ານທາດ. ແຫຼ່ງຂ່າວທີ່ເດີນທາງດ້ວຍລົດໂດຍສານຈາກຜົ້ງສາລີມານະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ ຍ້ອນຝົນຕົກ ເຮັດໃຫ້ການສັນຈອນຢູ່ເຂດປາກເຊືອງ ເມືອງປາກອູ ແຂວງຫຼວງພະບາງ ຊັກຊ້າສົມຄວນ ລົດຕໍ່ແຖວກັນຍາວຫຼາຍສິບຄັນ ຍ້ອນສະພາບບໍລິເວນນັ້ນມື່ນ ...

Read More »

ຍີ່ປຸ່ນປະດັບຫຼຽນກຽດຕິຍົດໃຫ້ແກ່ ລັດຖະມົນຕີ ກະຊວງການເງິນ

ໃນວັນທີ 25 ກໍລະກົດ 2019 ທີ່ໂຮງແຮມເສດຖາປາຣັດ ນະຄອນຫຼວງວຽງຈັນ, ສະຖານທູດຍີ່ປຸ່ນປະຈຳ ສປປ ລາວ ໄດ້ຈັດພິທີມອບຫຼຽນກຽດຕິຍົດ (Grand Cordon of the Order of the Rising Sun) ໃຫ້ແກ່ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ທີ່ທ່ານໄດ້ປະກອບສ່ວນເສີມສ້າງຄວາມເຂັ້ມແຂງໃຫ້ແກ່ ສາຍພົວພັນທາງເສດຖະກິດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ. ຕາງໜ້າມອບຫຼຽນຄັ້ງນີ້, ໂດຍທ່ານ ເທເຄຊິ ຮິກິຮາຣະ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ. ທ່ານ ສົມດີ ດວງດີ ເກີດປີ 1952 ທີ່ແຂວງ ສະຫວັນນະເຂດ, ຮຽນຈົບການສຶກສາລະດັບປະລິນຍາໂທ ຈາກອະດີດສະຫະພາບໂຊວຽດ ແລະ ປະເທດຝຣັ່ງ, ກ່ອນທີ່ຈະກັບມາ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນວຽກງານ ຂະແໜງເສດຖະກິດ ແລະ ການລົງທຶນ ຈາກຜົນສຳເລັດຕ່າງໆ ທ່ານໄດ້ຖືກມອບໝາຍ ...

Read More »

ເຕືອນໄພ ລະວັງຝົນຕົກໜັກ ວັນທີ 31 ກໍລະກົດ ຫາ 4 ສິງຫາ

ຄຳເຕືອນ: ເນື່ອງຈາກວ່າໃນໄລຍະວັນທີ 30 ກໍລະກົດ ຫາ 04 ສິງຫາ ຄວາມກົດດັນຕໍ່າທີ່ປົກຄຸມຢູ່ບໍລິເວນຈີນຕອນໃຕ້ຈະມີທ່າອ່ຽງເພີ່ມກຳລັງແຮງຂຶ້ນ ກາຍເປັນພາຍຸດິເປຊັນ ຄາດວ່າຈະເຄື່ອນຜ່ານເກາະໄຮໜານເຂົ້າສູ່ພາກເໜືອຂອງປະເທດຫວຽດນາມ ເຊິ່ງວົງລັດສະໝີຂອງພະຍຸຫົວນີ້ຈະກວມເອົາພາກເໜືອດ້ານຕາເວັນອອກລົງຫາພາກກາງ ແລະ ພາກໃຕ້ຂອງປະເທດລາວ ເຊິ່ງຈະເຮັດໃຫ້ລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະເພີ່ມກຳລັງແຮງປົກຄຸມ ແລະ ຈະເຮັດໃຫ້ຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ດັ່ງນັ້ນ, ຈຶ່ງແຈ້ງເຖິງອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງນໍ້າທາ, ອຖດົມໄຊ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ, ໄຊສົມບູນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ນັບທັງນະຄອນຫຼວງວຽງຈັນ, ສາລະວັນ, ເຊກອງ, ອັດຕະປື ແລະ  ຈຳປາສັກ ໃຫ້ມີສະຕິລະມັດລະວັງຕໍ່ສະພາບຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງ ແລະ ຕົກໜັກ ເຊິ່ງຈະເຮັດໃຫ້ມີນໍ້າຖ້ວມ, ດິນເຈື່ອນ ພ້ອມລົມພັດແຮງທີ່ອາດຈະເຮັດໃຫ້ຕົ້ນໄມ້ຫັກ, ເສົາໄຟຟ້າລົ້ມ, ຫຼັງຄາເຮືອນເປ່ເພ. ສະນັ້ນ,​ຈຶ່ງຂໍໃຫ້ຕິດຕາມສະພາບອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດເປັນປະຈຳ.

Read More »

ນໍ້າຖ້ວມຫຼາຍບ້ານ ເຂດລ້ອງນໍ້ານານ ເມືອງນານ ແຂວງຫຼວງພະບາງ

ໃນເຊົ້າຂອງມື້ນີ້, ວັນທີ 30 ກໍລະກົດ 2019 ໄດ້ເກີດມີນໍ້າຖ້ວມຫຼາຍບ້ານເຂດລ້ອງນໍ້ານານ ເມືອງນານ ແຂວງຫຼວງພະບາງ ສ້າງຄວາມເສຍຫາຍຫຼາຍສົມຄວນ ເປັນຕົ້ນແມ່ນເຮືອນຂອງພໍ່ແມ່ປະຊາຊົນ, ສັດລ້ຽງ, ເນື້ອທີ່ໄຮ່ນາ ຈໍານວນ 9 ບ້ານ, ໜັກໜ່ວງແມ່ນ 7 ບ້ານຄື: ບ້ານນາຝາຍ, ນາເລົາ, ສີບຸນເຮືອງ, ສີມຸງຄຸນ, ປ່າໄຜ່, ໂພນຫີນ,ນາເຄິນ. ສ່ວນລາຍລະອຽດຄວາມເສຍຫາຍທັງໝົດຈະລາຍງານໃຫ້ຊາບຕື່ມພາຍຫຼັງ. ຂໍໃຫ້ທຸກຄົນຈົ່ງປອດໄພ ຂໍໃຫ້ທຸກຄົນປອດໄພ ຄລິບນາທີນ້ຳປ່າໄຫລນອງ ໃນຕອນເຊົ້າ ເວລາ ປະມານ 8:00 ວັນທີ 30 ກໍລະກົດ 2019 ທີ່ເຂດບ້ານສີມຸງຄຸນ ເມືອງນານ ແຂວງຫຼວງພະບາງ ແລະ ເຂດໃກ້ຄຽງເກີດເຫດ ການນໍ້າປ່າໄຫຼນອງ ເຂົ້າຖ້ວມເຂດໝູ່ບ້ານຢ່າງໜັກ.ຂໍໃຫ້ທຸກຄົນປອດໄພ Posted by ຂ່າວດັງ – Hot news on Monday, July 29, 2019 ພາບ-ຂ່າວ: ຂ່າວສານແຂວງຫລວງພະບາງ

Read More »

ຊົມເຊີຍ!!! ການເຊື່ອມຈອດຂົວຂ້າມແມ່ນໍ້າຂອງ ທາງລົດໄຟລາວ-ຈີນ ສຳເລັດກ່ອນກຳນົດ

ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ສຳເລັດການເຊື່ອມຈອດຂົວຂ້າມແມ່ນໍ້າຂອງ ຢູ່ແຂວງຫຼວງພະບາງ ກຸ່ມບໍລິສັດວິສາວະກຳທາງລົດໄຟ ເລກ 8 ສປ ຈີນ ຈຳກັດ ສຳເລັດກ່ອນແຜນການທີ່ກຳນົດໄວ້ 7 ເດືອນ, ພາຍຫຼັງດຳເນີນການກໍ່ສ້າງ ມາແຕ່ວັນທີ 29 ມິຖຸນາ 2017 ແລະ ໄດ້ມີພິທີຊົມເຊີຍຜົນສຳເລັດ ຂຶ້ນໃນວັນທີ 28 ກໍລະກົດ 2019 ນີ້ ໂດຍມີທ່ານ ບົວທອງ ແພງສະຫວັນ ຮອງເລຂາພັກແຂວງຫຼວງພະບາງ, ປະທານກວດກາພັກ-ລັດແຂວງ, ຫົວໜ້າຄະນະຊີ້ນຳຂັ້ນແຂວງ, ທ່ານ ZHI GONG LI ຫົວໜ້າກົງສູນໃຫຍ່ ປະຈຳແຂວງຫຼວງພະບາງ, ທ່ານ ແທ່ນຄຳ ທອງບົນ ຫົວໜ້າຄະນະຄຸ້ມຄອງໂຄງການທາງລົດໄຟລາວ-ຈີນ ເຂົ້າຮ່ວມ. ທ່ານ FA BAO XIA ຜູ້ຊ່ວຍອຳນວຍການ ກຸ່ມບໍລິສັດວິສາວະກຳ ທາງລົດໄຟ ເລກ 8 ສປ ຈີນ ຈຳກັດ ໄດ້ໃຫ້ຮູ້ວ່າ: ຂົວຂ້າມແມ່ນໍ້າຂອງ ແຂວງຫຼວງພະບາງ ຕັ້ງຢູ່ເມືອງມໍລະດົກໂລກ ນະຄອນຫຼວງພະບາງ, ມີຄວາມຍາວ 1.458 ...

Read More »

6 ເດືອນຕົ້ນປີ ລາວສົ່ງອອກໄຟຟ້າຂາຍຕ່າງປະເທດ ມູນຄ່າ 300 ຕື້ກວ່າກີບ

ເມື່ອບໍ່ດົນມານີ້ທີ່ນະຄອນຫຼວງ ວຽງຈັນ, ລັດວິສາຫະກິດໄຟຟ້າລາວໄດ້ ຈັດກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ 2019 ແລະແຜນສູ້ຊົນ 6 ເດືອນທ້າຍປີ 2019, ໂດຍການ ເປັນປະທານຂອງທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່, ມີທ່ານ ບຸນອູ້ມ ສີວັນເພັງ ຜູ້ອຳນວຍການໃຫຍ່ລັດວິສາ ຫະກິດໄຟຟ້າລາວ ພ້ອມຄະນະ, ຫົວໜ້າກົມຮອງກົມຄະນະຝ່າຍ, ຄະນະສາຂາ, ຄະນະຫ້ອງການ ແລະພະນັກງານວິຊາການເຂົ້າຮ່ວມ. ທ່ານ ບຸນອູ້ມ ສີວັນເພັງ ຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວໄດ້ລາຍງານພາບລວມການຈັດຕັ້ງປະຕິບັດວຽກງານ 6 ເດືອນຜ່ານມາມີບາງຕອນທ່ານໄດ້ກ່າວວ່າ: ປັດຈຸບັນໃນທົ່ວປະເທດມີແຫຼ່ງຜະລິດໄຟຟ້າມີ 69 ແຫ່ງ, ມີກຳລັງຕິດຕັ້ງ 7.525,69 ເມກາວັດປະກອບມີ:  25 ແຫ່ງຂອງ IPP ມີກຳລັງຕິດຕັ້ງທັງໝົດ 6.425,76 ເມກາວັດ,ໃນນັ້ນແມ່ນສະໜອງໃຫ້ໄຟຟ້າຈຳນວນ 1.959,79 ເມກາວັດ ສ່ວນທີ່ເຫຼືອຈຳນວນ 4.466 ເມກາວັດແມ່ນສົ່ງອອກຕ່າງປະເທດໂດຍກົງ, ມີ 23 ແຫ່ງ ເປັນຂອງ SPP ມີກຳລັງຕິດຕັ້ງ 179,40 ເມກາວັດ, ສະໜອງໄຟຟ້າໃຫ້ໄຟຟ້າລາວ, 16 ...

Read More »

ຫ້າມ!!! ພະນັກງານລັດ ສວຍໃຊ້ໜ້າທີ່ຕຳແໜ່ງ ຮຽກຮ້ອງສິ່ງຕອບແທນຈາກປະຊາຊົນ

ເພື່ອເປັນການກຳນົດ, ລະບຽບຫຼັກການ ແລະ ມາດຕະການ ທີ່ກ່ຽວກັບຈັນຍາບັນຂອງພະນັກງານ-ລັດຖະກອນ ແລະ ທັງເປັນບ່ອນອີງໃຫ້ອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດ, ອົງການຈັດຕັ້ງສູນກາງ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດ ແນ່ໃສ່ຄຸ້ມຄອງ ແລະ ສຶກສາອົບຮົມ ໃຫ້ພະນັກງານ-ລັດຖະກອນ ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດໜັກແໜ້ນ, ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ວຽກງານຂອງຕົນ, ມີສະຕິຕື່ນຕົວ, ເຄົາລົບປະຕິບັດກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ, ມີປະສິດທິພາບ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ລັດຖະບານ ແຫ່ງ ສປປ ລາວ ໄດ້ອອກດຳລັດວ່າດ້ວຍ ຈັນຍາບັນຂອງພະນັກງານ-ລັດຖະກອນ ສະບັບເລກທີ 184/ລບ ລົງວັນທີ 26 ມິຖຸນາ 2019 ໂດຍໃນດຳລັດສະບັບນີ້ແມ່ນແບ່ງອອກ 4 ໝວດ, 14 ມາດຕາ, ໃນນັ້ນ: ໝວດທີ 1 ມາດຕາ 3 ລະບຸວ່າ: ຫຼັກການຈັນຍາບັນຂອງພະນັກງານ-ລັດຖະກອນ ເຊິ່ງຈັນຍາບັນ ຂອງພະນັກງານ-ລັດຖະກອນ ມີຫຼັກການພື້ນຖານດັ່ງນີ້: ເຄົາລົບ, ປະຕິບັດໜ້າທີ່ ຕາມແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ, ...

Read More »

ສະມາຄົມນັກທຸລະກິດແມ່ຍິງລາວ ເຂົ້າພົບປະ ທ່ານທູດຝຣັ່ງປະຈຳລາວ

ໃນຕອນບ່າຍວັນທີ 25 ກໍລະກົດ 2019, ຢູ່ທີ່ເອກອັກຄະລັດຖະທູດ ຝຣັ່ງ ?? ປະຈໍາ ສປປ ລາວ, ນະຄອນຫຼວງວຽງຈັນ, ທາງສະມາຄົມນັກທຸລະກິດແມ່ຍິງລາວ ນຳໂດຍທ່ານນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວ ພົບປະ ທ່ານນາງ ຟລໍຣັອງ ຊັອງບລັອງ-ຮີສແລກ ເອກອັກຄະລັດຖະທູດ ຝຣັ່ງ ?? ປະຈໍາ ສປປ ລາວ, ທັງນີ້ເພື່ອສ້າງສາຍສຳພັນຮ່ວມມືກັນທັງສອງປະເທດໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າບໍ່ວ່າຈະເປັນການແລກປ່ຽນດ້ານການຄ້າ-ເສດຖະກິດ ແລະ ວັດທະນະທຳ.

Read More »