ນາຍົກລັດຖະມົນຕີ ຕ້ອນຮັບ ປະທານ IFAD

ໃນວັນທີ 25 ກໍລະກົດ 2019 ທີ່ ນະຄອນຫຼວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ກິວເບີດ ຮຸງໂບ (Gilbert F. Houngbo) ປະທານອົງການກອງທຶນສາກົນ ເພື່ອການພັດທະນາດ້ານກະສິກຳ (IFAD) ພ້ອມດ້ວຍຄະນະ ໃນໂອກາດທີ່ທ່ານມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນ ລະ ຫວ່າງ ວັນທີ 22-25 ກໍລະກົດ 2019.

ທີ່ມາ: ຂ່າວສານປະເທດລາວ.

Comments