ລາຄາສິນຄ້ານຳເຂົ້າປັບສູງຂຶ້ນ ເຮັດໃຫ້ມີຜົນກະທົບຕໍ່ຊາວຄ້າຂາຍ ແລະ ຜູ້ບໍລະໂພກ

ປັດ­ຈຸ­ບັນ ສິນ­ຄ້າ​ນຳ​ເຂົ້າ​ຫຼາຍ​ຊະ­ນິດ​ທີ່​ຂາຍ​ຢູ່​ໃນ​ຕະ­ຫຼາດ ແລະ ຮ້ານ​ຄ້າ​ທົ່ວ​ໄປ ແມ່ນ​ໄດ້​ມີ​ການ​ປັບ​ຂຶ້ນ​ເລັກ​ໜ້ອຍ ເພາະ​ສິນ­ຄ້າ​ສ່ວນ​ໃຫຍ່​ແມ່ນ​ນຳ​ເຂົ້າ​ຈາກ​ຕ່າງ­ປະ­ເທດ ທີ່​ພົວ­ພັນ​ເຖິງ​ອັດ­ຕາ​ແລກ­ປ່ຽນ ເຊິ່ງ​ສົ່ງ​ຜົນ​ກະ­ທົບ​ໂດຍ​ກົງ​ຕໍ່​ຊາວ​ຄ້າ­ຂາຍ ແລະ ຜູ້​ບໍ­ລິ­ໂພກ.

ໃນ​ວັນ​ທີ 16-17 ກໍ­ລະ­ກົດ 2019 ທີມ​ງານ​ຂ່າວ​ໜັງສືພິມວຽງຈັນໃຫມ່ ໄດ້​ລົງ​ເກັບ​ກຳ​ຂໍ້​ມູນ​ການ​ຊື້​ຂາຍ­ຂອງ​ແມ່​ຄ້າ​ຢູ່​ຕະ­ຫຼາດ​ໜອງ​ບົວ­ທອງ ເມືອງ​ສີ​ໂຄດ​ຕະ­ບອງ ແລະ ຕະ­ຫຼາດ​ຫົວ​ຂົວ ເມືອງ​ໄຊ​ເສດ​ຖາ ນະ­ຄອນ­ຫຼວງ​ວຽງ​ວັນ ເຫັນ​ວ່າ ແມ່​ຄ້າ​ຂາຍ­ເຄື່ອງ​ພົບ​ບັນ­ຫາ​ຂາຍ­ເຄື່ອງ​ບໍ່​ໄດ້​ດີ ແລະ ມີ​ຜົນ​ກຳ­ໄລ​ໜ້ອຍ​ລົງ ທຽບ­ໃສ່​ເມື່ອ​ກ່ອນ ຍ້ອນ​ສິນຄ້າ​ນຳ​ເຂົ້າ​ຈາກ​ຕ່າງ­ປະ­ເທດ​ມີ​ລາ­ຄາ​ແພງ​ຍ້ອນ​ເງິນ​ໂດ​ລາ​ສະ­ຫະ­ລັດ ແລະ ເງິນ​ບາດ​ໄທ​ສູງ ທຽບ­ໃສ່​ເງິນ​ກີບ ຜ່ານ​ການ​ສອບ​ຖາມ ນາງ ປື້ມ ວຽງ​ຄຳ​ແກ້ວ ເຈົ້າ​ຂອງ​ຮ້ານ​ຂາຍ­ເຄື່ອງ​ແຫ້ງ​ຕະ­ຫຼາດ​ໜອງ​ບົວ­ທອງ ໃຫ້​ຮູ້​ວ່າ: ການ­ຈຳ­ໜ່າຍ​ສິນ­ຄ້າ​ປະ­ເພດ​ເຄື່ອງ­ປຸງ​ແຕ່ງ­ອາ­ຫານ ເຊັ່ນ: ແປ້ງ​ນົວ ນ້ຳ­ຕານ ນ້ຳ​ປາ ນ້ຳ­ມັນ​ພືດ ແລະ ອື່ນໆ ແມ່ນ​ໄດ້​ປັບ​ລາ­ຄາ​ຂຶ້ນ​ເພີ່ມ 1.000-2.000 ກີບ ເນື່ອງ​ຈາກ​ລາ­ຄາ​ຕົ້ນ​ທຶນ​ສູງ​ຂຶ້ນ ເພາະ​ສິນ­ຄ້າ​ເຫຼົ່າ​ນີ້​ແມ່ນ​ສິນ­ຄ້າ​ນຳ​ເຂົ້າ​ຈາກ​ປະ­ເທດ​ໃກ້​ຄຽງ​ເຊັ່ນ: ແປ້ງ​ນົວ​ຖົງ​ນ້ອຍ ຈາກ​ລາ­ຄາ 6.000 ກີບ​ໃນ​ເມື່ອ​ກ່ອນ​ມາ​ເປັນ 7.000 ກີບ ນ້ຳ​ປາ 6.000 ກີບ ມາ​ເປັນ 8.000 ກີບ ແລະ ສິນ­ຄ້າ​ນຳ​ເຂົ້າ​ອື່ນໆ​ກໍ​ໄດ້​ປັບ​ລາ­ຄາ​ຂຶ້ນ​ເຊັ່ນ​ດຽວ​ກັນ ເຊິ່ງ​ພາຍ­ຫຼັງ​ທີ່​ສິນ­ຄ້າ​ໄດ້​ປັບ​ລາ­ຄາ​ຂຶ້ນ​ນີ້ ເຫັນ​ວ່າ​ຍອດ​ຈຳ­ໜ່າຍ​ຫຼຸດ​ລົງ.

ນາງ ໂຢດ ມິ່ງ​ບຸບ­ຜາ ເຈົ້າ​ຂອງ​ຮ້ານ​ຂາຍ​ຜັກ ຕະ­ຫຼາດ​ໜອງ​ບົວ­ທອງ ໄດ້​ກ່າວ​ວ່າ: ສຳ­ລັບ​ລາ­ຄາ​ຜັກ​ສ່ວນ​ໃຫຍ່​ແມ່ນ​ບໍ່​ມີ​ຜົນ​ກະ­ທົບ ແລະ ບໍ່​ໄດ້​ປັບ​ລາ­ຄາ​ຂຶ້ນ ເພາະ​ຜັກ​ສ່ວນ​ໃຫຍ່​ທີ່​ນຳ​ມາ​ຂາຍ​ແມ່ນ​ຜັກ​ທີ່​ປູກ​ຢູ່​ພາຍ​ໃນ​ປະ­ເທດ ແຕ່​ຈະ​ປັບ​ສະ­ເພາະ​ຜັກ​ທີ່​ນຳ​ເຂົ້າ​ຈາກ​ປະ­ເທດ​ໃກ້​ຄຽງ ໂດຍ​ປັບ​ໃຫ້​ຮູບ​ແບບ​ຫຼຸດ​ປະ­ລິ­ມານ​ລົງ​ແຕ່​ຂາຍ​ໃນ​ລາ­ຄາ​ເທົ່າ​ເດີມ ເຊັ່ນ: ຜັກ​ຫ້ອມ​ປ້ອມ ຜັກ­ບົ່ວ ຜັກ​ສະ​ນາ­ລີ ເພື່ອ​ບໍ່​ໃຫ້​ສົ່ງ​ຜົນ​ກະ­ທົບ​ກັບ​ຜູ້​ຊື້ ກໍ​ຄື ຜູ້​ບໍ­ລິ­ໂພກ.

ນາງ ຈັນ​ສະ­ແຫວງ ສຸ​ລິ​ວົງ ເຈົ້າ​ຂອງ​ຮ້ານ​ຂາຍ​ອາ­ຫານ​ສຸກ ຕະ­ຫຼາດ​ໜອງ​ບົວ­ທອງ ໄດ້​ກ່າວ​ວ່າ: ນັບ​ແຕ່​ເງິນ​ບາດ​ໄດ້​ປັບ​ສູງ​ຂຶ້ນ ບັນ­ດາ​ຜູ້​ປະ­ກອບ​ການ​ຂາຍ​ອາ­ຫານ​ສຸກ ໄດ້​ຮັບ​ຜົນ​ກະ­ທົບ​ໂດຍ​ກົງ ເພາະ​ສິນ­ຄ້າ​ເຄື່ອງ­ປຸງ​ແຕ່ງ​ທຸກ​ປະ­ເພດ​ແມ່ນ​ປັບ​ສູງ​ຂຶ້ນ ແຕ່​ລາ­ຄາ​ຂາຍ​ແມ່ນ​ບໍ່​ສາ­ມາດ​ປັບ​ລາ­ຄາ​ຂຶ້ນ​ໄດ້ ຕ້ອງ​ຂາຍ​ໃນ​ລາ­ຄາ​ເທົ່າ​ເກົ່າ ຂາຍ​ເລີ່ມ​ແຕ່​ຖົງ​ລະ 5.000 ກີບ​ຂຶ້ນ​ໄປ ຈຶ່ງ​ສົ່ງ​ຜົນ​ເຮັດ​ໃຫ້​ກຳ­ໄລ​ຫຼຸດ​ລົງ​ກວ່າ​ເຄິ່ງ​ໜຶ່ງ ແຕ່​ຖ້າ​ປັບ​ລາ­ຄາ​ຂາຍ​ສູງ​ຂຶ້ນ ກໍ​ຈະ​ສົ່ງ​ຜົນ​ໃຫ້​ອາ­ຫານ​ສຸກ​ບໍ່​ໄດ້​ຂາຍ ເພາະ​ລູກ​ຄ້າ​ແມ່ນ​ໄດ້​ຄຸ້ນ​ເຄີຍ​ກັບ​ລາ­ຄາ​ຂາຍ​ເກົ່າ ສະ­ນັ້ນ ຈຶ່ງ​ຈຳ­ເປັນ​ຕ້ອງ​ໄດ້​ແບກ​ຫາບ​ລາ­ຄາ​ເກົ່າ​ໄວ້ ປັດ­ຈຸ­ບັນ​ມີ​ແຕ່​ລໍ­ຄອຍ​ໃຫ້​ສິນ­ຄ້າ​ຫຼຸດ​ລົງ ກໍ​ຄື ຄ່າ​ເງິນ​ບາດ​ຫຼຸດ​ລົງ​ເຊັ່ນ​ກັນ.

ຂອບໃຈຂໍ້ມູນຈາກ: ໜັງສືພິມວຽງຈັນໃຫ່ມ

Comments