News

ຜູ້ໄດ້ຜົນກະທົບຈາກເຂື່ອນແຕກ ຈະໄດ້ຮັບເຂົ້າ 20 ໂລ ເບ້ຍລ້ຽງ 250.000 ຕໍ່ຄົນຕໍ່ເດືອນ

ປະຊາຊົນທີ່ໄດ້ຮັບຜົນກະທົບໜັກຈາກເຫດສັນຄູກັນນ້ຳ D ເຊປຽນ-ເຊນ້ຳນ້ອຍ ແຕກ ຈຳນວນ 4,6 ພັນກວ່າຄົນ ຈະໄດ້ຮັບເຂົ້າ 20 ໂລ ແລະ ເບ້ຍລ້ຽງ 250.000 ກີບ ຕໍ່ຄົນຕໍ່ເດືອນ ແຕ່ເດືອນກັນຍາ 2019 ຮອດທ້າຍປີ 2021 ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ໄດ້ລາຍງານຄວາມຄືບໜ້າດັ່ງກ່າວ ຕໍ່ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ວ່າການລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໃນກອງປະຊຸມລາຍງານຄວາມຄືບໜ້າໃນການແກ້ໄຂ ແລະ ຟື້ນຟູໄພພິບັດ ຈາກສັນຄູກັນນ້ຳ D ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ໃນທ້າຍເດືອນກໍລະກົດ 2018 ລາຍງານລ່າສຸດເຊິ່ງໃນວັນທີ 1 ຕຸລາ 2019 ເລີ່ມແຕ່ເດືອນກັນຍາ 2019 ຮອດເດືອນທັນວາ 2021 ຈະໄດ້ຈັດຕັ້ງປະຕິບັດນະໂຍບາຍ ຊ່ວຍຈຳນວນເປົ້າໝາຍທີ່ໄດ້ຮັບຜົນກະທົບໜັກ ຈາກໄພພິບັດຄັ້ງນີ້ ຈຳນວນ 4.607 ຄົນ ເຊິ່ງຈະໄດ້ຮັບເຂົ້າ 20 ກິໂລ/ຄົນ/ເດືອນ, ...

Read More »

ບໍລິສັດ K&C Group ໄດ້ຮັບລາງວັນໃນງານ ASEAN BUSINESS AWARD 2019 ທີ່ປະເທດໄທ

ຊົມເຊີຍ 8 ບໍລິສັດ ຂອງ ສປປ ລາວ ທີ່ໄດ້ຮັບລາງວັນ Asean Business Award (ABA) 2019 ໃນງານAsean Business and  Investment Summit (ABIS), ໃນນີ້, ບໍລິສັດ K&C Group ໄດ້ຮັບລາງວັນ Women Entrepreneur ໂດຍທ່ານ ນາງ ເກດສະຫວັນ ປັນຍາທິບ CEO ຂອງບໍລິສັດເປັນຜູ້ໄດ້ຮັບລາງວັນ. ໃນຕອນແລງວັນທີ 2 ພະຈິກ 2019, ໃນງານ Asean Business and  Investment Summit (ABIS) ຢູ່ທີ່ Hall 6 ອິມແພັກ ເມືອງທອງທານີ, ປະເທດໄທເປັນເຈົ້າພາບ ໄດ້ຈັດງານມອບລາງວັນ Asean Business Award (ABA) 2019. ຈຸດປະສົງການຈັດງານ ABA 2019 ກໍເພື່ອສົ່ງເສີມພາກທຸລະກິດອາຊຽນ ທີ່ມີສັກກະຍາພາບ ແລະ ມີຄວາມໂດດເດັ່ນໃນດ້ານຕ່າງໆ ...

Read More »

ແຈ້ງເຕືອນ!!! ໃຫ້ມີສະຕິລະວັງແກ້ງໂຈນທຸບແວ່ນລົດເພື່ອເອົາຂອງມີຄ່າ

ເຈົ້າໜ້າທີ່ຕຳຫຼວດປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນໄດ້ອອກມາຢືນຢັນໃນມື້ນີ້ 30/10/2019 ວ່າ ປະຈຸບັນມີກຸ່ມຄົນບໍ່ດີທັງພາຍໃນ ແລະ ຕ່າງປະເທດໄດ້ມີການກໍ່ເຫດທຸບແວ່ນລົດເພື່ອລັກຊັບໂດຍສະເພາະໃນຕອນກາງຄືນ, ສະນັ້ນໃຫ້ປະຊາຊົນມີສະຕິຕໍ່ກັບບັນຫາດັ່ງກ່າວ. ພາຍຫຼັງທີ່ມີກໍລະນີລັກຊັບເກີດຂຶ້້ນຢູ່ບ່ອນຈອດລົດຂອງຮ້ານອາຫານແຫ່ງໜຶ່ງທີ່ ບ້ານນາຄຳ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນເວລາປະມານ 23 ໂມງ ຂອງວັນທີ 28/10/2019, ເຈົ້້າໜ້າທີ່ກໍ່ໄດ້ລາຍງານວ່າ ນັບແຕ່ຕົ້ນປີ 2019 ມາ ມີກໍລະນີດັ່ງກ່າວໄດ້ເກີດຂຶ້ນ 42 ເລື່ອງ ແລະ ແກ້ໄຂໄດ້ແລ້ວ 15 ເລື່ອງ ຈັບຜູ້ຖືກກ່າວຫາໄດ້ທັງໝົດ 15 ຄົນ ເປັນຊາຍ, ຖ້າທຽບໃສ່ປີຜ່ານມາມີ 38 ເລື່ອງ ແກ້ໄຂໄດ້ 31 ເລື້ອງ ຈັບ 39 ຄົນ ຊາຍທັງໝົດ. ສວ່ນໃຫຍ່ພວກກ່ຽວໄດ້ເຮັດວຽກເປັນກຸ່ມແກ້ງ ມີທັງຄົນລາວ ແລະ ຕ່າງປະເທດ ຮ່ວມກັນ. ທາງເຈົ້າໜ້າທີ່ຕຳຫຼວດຍັງໄດ້ກ່າວເຕືອນ ໃຫ້ປະຊາຊົນມີສະຕິບໍ່ໃຫ້ເອົາຂອງມີຄ່າປະໄວ້ໃນລົດ ໂດຍສະເພາະເງີນ, ກະເປົາ ແລະ ອື່ນໆ ເພາະມັນຈະເປັນສິ່ງລໍ້ຕາ ແລະ ລໍ້ໃຈກຸ່ມຄົນບໍ່ດີດັ່ງກ່າວ. ນອກຈາກນັ້ນ, ຄວນຈອດລົດໄວ້ບ່ອນທີ່ປອດໄພ ແລະ ສາມາດເບີ່ງເຫັນໄດ້ງ່າຍ ເພາະພວກນີ້ເຮັດວຽກເປັນກຸ່ມແກ້ງ ໂດຍສະເພາະເຂດທະນາຄານ ...

Read More »

3 ວິທີຊ່ວຍປ້ອງກັນພະຍາດຫຼອດເລືອດຫົວໃຈຕີບ

ພະຍາດຫຼອດເລືອດຫົວໃຈຕີບ ເປັນພະຍາດທີ່ອັນຕະລາຍຫຼາຍສຳລັບໄວກາງຄົນ ໄປຈົນເຖິງຜູ້ສູງອາຍຸ ເພາະຫຼາຍທ່ານອາດຈະບໍ່ຮູ້ວ່າຕົວເອງເປັນພະຍາດນີ້ ຈົນຮ່າງກາຍໃຫ້ສັນຍານເຕືອນ ແລະ ຢູ່ໃນພາວະສ່ຽງຕໍ່ການເສຍຊີວິດ ແລະ ການຮັກສາກໍບໍ່ໄດ້ງ່າຍດັ່ງທີ່ຄິດ ດັ່ງນັ້ນການປະຕິບັດຕົນເອງເພື່ອຫຼຸດຄວາມສ່ຽງຕໍ່ການເກີດພະຍາດຫຼອດເລືອດຫົວໃຈຕີບ ໂດຍການເພີ່ມພະລັງໃຫ້ຊີວິດ (Power your life) ເພື່ອສຸຂະພາບຫົວໃຈທີ່ດີ ເຊິ່ງມີຢູ່ 3 ຫຼັກການດັ່ງຕໍ່ໄປນີ້: ເພີ່ມພະລັງໃຫ້ຫົວໃຈ (Fuel your heart) ເພິ່ມພະລັງໃຫ້ຫົວໃຈໄດ້ງ່າຍໆ ໂດຍການຫຼຸດການບໍລິໂພກອາຫານແຊ່ແຂງ ແລະ ອາຫານແປຮູບ ເຊິ່ງມີເກືອ, ນໍ້າຕານ ແລະ ໄຂມັນທີ່ສູງ, ຄວນເລືອກດື່ມນ້ຳສະອາດ ຫຼື ນ້ຳໝາກໄມ້ທີ່ຄັ້ນສົດ ແລະ ບໍ່ຫວານຈົນເກີນໄປ ປ່ຽນພຶດຕິກຳຈາກທີ່ເຄີຍກິນເຂົ້າໜົມຫວານເປັນປະຈຳມາເປັນໝາກໄມ້ສົດ ແລະ ຜັກໃຫ້ໄດ້ 5 ກຳມືຕໍ່ມື້ ຫຼີກເຄື່ອງດື່ມທີ່ມີແອວກໍຣໍ (Alcohol). ອອກກຳລັງກາຍເປັນປະຈຳໃຫ້ຫົວໃຈໄດ້ມີການເໜັງຕີງ (Move your heart) ໜັ່ນອອກກຳລັງກາຍ ຢ່າງໜ້ອຍ 30 ນາທີ ໃຫ້ໄດ້ 5 ເທື່ອຕໍ່ 1 ອາທິດ ເຊັ່ນ: ຍ່າງຫຼິ້ນ, ເຮັດວຽກບ້ານ, ຢ່າງຂຶ້ນລົງຄັນໄດແທນການໃຊ້ລີຟ, ຂີ່ລົດຖີບ ...

Read More »

ມື້ອື່ນເຊົ້່າ!!! ລາຄານໍ້າມັນຂາຍຍ່ອນໜ້າປໍ້າປັບລົງ ທົ່ວປະເທດ

ກະຊວງອຸດສາຫະກຳ ແລະ ການຄ້າ ແຈ້ງການ ປັບລາຄານໍ້າມັນຂາຍຍ່ອຍລົງໃນຂອບເຂດທົ່ວປະເທດ ໃນເວລາ 6 ໂມງເຊົ້າ ຂອງວັນທີ 2 ພະຈິກ 2019. ນໍ້າມັນແອັດຊັງພິເສດ ປົບລົງ 200 ກີບ/ລິດ (ຈາກ 10.710 ກີບ ເປັນ 10.510 ກີບ) ນໍ້າມັນແອັພຊັງພິເສດ ປັບລົງ 130 ກີບ/ລິດ (ຈາກ 9.240 ກີບ ເປັນ 9.110 ກີບ) ນ້ຳມັນກາຊວນ ປົບລົງ 110 ກີບ/ລິດ (ຈາກ 8.720 ເປັນ 8.610 ກີບ)  

Read More »

ເອດີບີ ສະໜອງເງິນກູ້ 140 ລ້ານໂດລາໃຫ້ລັດຖະບານລາວ ປະຕິບັດ 3 ໂຄງການໃຫຍ່

ທະນາຄານພັດທະນາອາຊີ ຫຼື ເອດີບີ ໄດ້ຕົກລົງປ່ອຍເງິນກູ້ ມູນຄ່າ 140 ລ້ານໂດລາ ໃຫ້ແກ່ລັດຖະບານ ສປປ ລາວ ປະຕິບັດ 3 ໂຄງການ ເພື່ອພັດທະນາຂະແໜງກະສິກໍາ, ຂະແໜງສຶກສາ ແລະ ການຄຸ້ມຄອງການເງິນພາກລັດ. ໃນວັນທີ 30 ຕຸລາ 2019 ທີ່ນະຄອນຫຼວງວຽງຈັນ, ທະນາຄານພັດທະນາອາຊີ ຫຼື ເອດີບີ ໄດ້ລົງນາມສັນຍາປ່ອຍເງິນກູ້ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ລວມມູນຄ່າທັງໝົດ 140 ລ້ານໂດລາ; ຕາງໜ້າລັດຖະບານ ສປປ ລາວ ໂດຍ ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ກັບ ທ່ານ ຢາຊູຊິ ເນກິຊິ ຜູ້ຕາງໜ້າທະນາຄານພັດທະນາອາຊີ ປະຈຳ ສປປ ລາວ; ມີທ່ານຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ທ່ານຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ, ຜູ້ຕາງໜ້າກະຊວງແຜນການ ແລະ ການລົງທຶນ, ທ່ານຮອງເຈົ້າແຂວງຫົວພັນ, ...

Read More »

ເທດສະການຮູບເງົາດີເດັ່ນລາວ-ຈີນ ປະຈຳປີ 2019 ໄດ້ເລີ່ມຂຶ້ນແລ້ວ!!!!

​ ໃນວັນທີ 30 ຕຸລາ 2019, ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ, ກົມຮູບເງົາກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ ( ຖວທ) ຮ່ວມກັບວິທະຍຸສາກົນແຫ່ງປະເທດຈີນ ຫຼື CRI ປະຈໍາລາວ ໄດ້ຈັດພິທີເປີດເທດສະການຮູບເງົາດີເດັ່ນ ລາວ-ຈີນປະຈໍາປີ 2019 ຂຶ້ນຢ່າງເປັນທາງການ, ໂດຍການເຂົ້າຮ່ວມຂອງທ່ານ ຈ້າວເສີງກ່າງ ທີ່ປຶກສາການເມືອງສະຖານທູດ ສປ ຈີນ ປະຈໍາ ສປປ ລາວ, ພ້ອມດ້ວຍມວນຊົນຫຼາຍພາກສ່ວນເຂົ້າຮ່ວມຫຼາຍກວ່າ 800 ຄົນ ເຂົ້າຮ່ວມພິທີເປີດ ພ້ອມກັບໄດ້ຮັບຊົມຮູບເງົາຈີນ ເລື່ອງມະຫາເສດຖີຈຳເປັນ ທີ່ພາກເປັນພາສາລາວ. ທ່ານ ວິທູນ ສຸນດາຣາ ຫົວໜ້າກົມຮູບເງົາ ກະຊວງ ຖວທ ກ່າວວ່າ: ໂດຍປະຕິບັດຕາມແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ແລະຜົນສຳເລັດໃນການຈັດເທດສະການຮູບເງົາດີເດັ່ນ ລາວ-ຈີນໃນ ຄັ້ງຜ່ານມາ, ພາຍໃຕ້ການຊີ້ນໍາຂອງກະຊວງ ຖວທ ແລະ ສະຖານທູດ ສປ ຈີນ ປະຈຳ ສປປ ລາວ, ກົມຮູບເງົາ ກະຊວງ ຖວທ ແລະCRI ...

Read More »

ຍທຂ ແຈ້ງເຕືອນລະວັງ ກຸ່ມຄົນບໍ່ຫວັງດີ ໂຄສະນາວ່າສາມາດເຮັດໃບຂັບຂີ່ສາກົນ

ອີງຕາມແຈ້ງການຂອງ ກະຊວງ ຍທຂ ວ່າ: ຫ້ອງການກະຊວງໂຍທາທິການແລະຂົນສົ່ງ ຂໍຖືເປັນກຽດແຈ້ງເຖິງບັນດາກະຊວງ, ອົງການທຽບເທົ່າ, ບັນດາແຂວງ, ນະຄອນ, ພະນັກງານ, ທະຫານ, ຕຳຫຼວດ ແລະປະຊາຊົນລາວບັນດາເຜົ່າຫມົດທຸກຄົນຊາບກ່ຽວກັບ ການແອບອ້າງຂອງກຸ່ມຄົນບໍ່ຫວັງດີ ລົງໂຄສະນາຜ່ານສື່ອອນລາຍຫລາຍຮູບແບບວ່າສາມາດເຮັດໃບຂັບຂີ່ສາກົນຂອງສະມາຄົມລົດໂອໂຕສາກົນ (IAA) ໄດ້ ຊື່ງມີອາຍຸການນຳໃຊ້ໄດ້ເຖິງ 5 ປີ ແລະສາມາດຂັບລົດໄປໄດ້ 196 ປະເທດ ໃນທົ່ວໂລກໄດ້ນັ້ນ ແມ່ນບໍ່ເປັນຄວາມຈິງ, ຊື່ງເປັນການຕົວະຍົວະຫຼອກລວງ ເພື່ອຫວັງຜົນປະໂຫຍດ ແລະ ຫວັງທຳລາຍມ້າງເພຄວາມສະຫງົບສຸກຂອງຊາດ ການອອກໃບຂັບຂີ່ສາກົນໃຫ້ບຸກຄົນໃດຫນື່ງໄດ້ນັ້ນ ຕ້ອງແມ່ນອົງການທີ່ມີສິດອຳນາດເທົ່ານັ້ນ, ສຳລັບ ສປປ ລາວ ແມ່ນກົມຂົນສົ່ງ ກະຊວງ ໂຍທາທິການ ແລະ ຂົນສົ່ງ ທີ່ເປັນຜູ້ເຊັນຮັບຮອງ ແລະ ອະນຸຍາດໃຫ້ສະເພາະບຸກຄົນທີ່ມີໃບຂັບຂີ່ຂອງ ສປປ ລາວ ທີ່ຖືກຕ້ອງຕາມກົດຫມາຍ, ຊື່ງ ສປປ ລາວ ໄດ້ລົງນາມ ແລະ ເປັນພາຄີ ສົນທິສັນຍາສາກົນວ່າດ້ວຍການຈະລາຈອນທາງບົກ ຂອງອົງການສະຫະປະຊາຊາດເມື່ອປີ 1949 ທີ່ ເຂີແນວ ປະເທດ ສິວິດ. ດັ່ງນັ້ນ, ຈື່ງຖືເປັນກຽດແຈ້ງມາຍັງບັນດາທ່ານ, ...

Read More »

ທະນາຄານ ກຸງສີ ລາວ ເປີດບໍລິການໂອນເງິນໄປປະເທດໄທ ຜ່ານເຕັກໂນໂລຊີ Blockchain

ທະນາຄານ ກຸງສີອະຍຸດທະຍາ ຈໍາກັດ (ມະຫາຊົນ) ໄດ້ເປີດໃຫ້ບໍລິການ Krungsri Blockchian Interledger ເປັນການບໍລິການ ໂອນເງິນຜ່ານເຕັກໂນໂລຊີ ບລັອກເຊນ ຢ່າງວ່ອງໄວ ຈາກ ສປປ ລາວ ໄປຫາ ປະເທດໄທ ໂດຍການໃຊ້ເວລາບໍ່ເຖິງນາທີ ເຊິ່ງຮອງຮັບທັງສະກຸນເງິນບາດ ແລະໂດລາສະຫະລັດ ເພື່ອຊ່ວຍສະໜັບສະໜູນທຸລະກິດການຄ້າລະຫວ່າງ ລາວ-ໄທ ໃຫ້ການເຮັດທຸລະກິດມີຄວາມສະດວກສະບາຍ ແບບໄຮ້ພົມແດນ. ພິທີການເປີດໂຕງານດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາ 2019 ຜ່ານມາ ທີ່ໂຮງແຮມ ຄລາວ ພລາຊ່າ ນະຄອນຫຼວງວຽງຈັນ ໂດຍມີຕາງໜ້າຈາກທະນາຄານແຫ່ງ ສປປ ລາວ ແລະຕາງໜ້າຈາກທະນາຄານກຸງສີອາຍຸດທະຍາ ເຂົ້າຮ່ວມ. ທ່ານ ແດນ ຮາໂຊໂນ່ ປະທານກຸ່ມທຸລະກິດລູກຄ້າລາຍຍ່ອຍ ແລະ ລູກຄ້າບຸກຄົນ, ທະນາຄານກຸງສີອາຢຸດທະຍາ ຈຳກັດ (ມະຫາຊົນ) ກ່າວວ່າ: ການຄ້າ ແລະ ການລົງທຶນລະຫວ່າງໄທ ແລະ ລາວ ເຕີບໂຕ ແລະ ມີມູນຄ່າເພີ່ມຂຶ້ນຢ່າງຕໍ່ເນື່ອງ, ດັ່ງນັ້ນ ກຸງສີຈຶ່ງໄດ້ນຳເອົານະວັດຕະກຳທາງການເງິນມາໃຊ້ ເພື່ອສະໜັບສະໜູນດ້ານທຸລະກິດການຄ້າ ລະຫວ່າງສອງປະເທດ. ໂດຍທະນາຄານໄດ້ເປີດໂຕ Krungsri Blockchain Interledger ຊຶ່ງຈະຊ່ວຍອຳນວຍຄວາມສະດວກໃຫ້ກັບຜູ້ປະກອບການທຸລະກິດ (ລາວ-ໄທ) ໃຫ້ສາມາດໂອນເງິນລະຫວ່າງປະເທດໄດ້ສະດວກ, ...

Read More »

Run For Her 2019 ປະສົບຜົນສຳເລັດເກີນຄາດ ມີນັກກິລາ ແລະ ຜູ້ເຂົ້າທັງໝົດຫຼາຍກວ່າ 2.000 ຄົນ

ໃນຕອນເຊົ້າມືດຂອງວັນທີ 27 ຕຸລາ 2019, ທີ່ເດີ່ນພະທາດຫຼວງວຽງຈັນ, ວາລະສານຂວັນໃຈ ອອນລາຍ ຮ່ວມກັບສະມາຄົມນັກທຸລະກິດແມ່ຍິງລາວ ແລະ ສະຫະພັນແລ່ນ ແລະ ລານ ແຫ່ງຊາດລາວ ໄດ້ຈັດງານແລ່ນຊຸບເປີມິນິມາລາທອນ (Run For Her 2019) ເປັນຄັ້ງທຳອິດ ເພື່ອຕໍ່ຕ້ານຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ພາຍໃຕ້ຄຳຂວັນ “ທຸກບາດກ້າວຄືພະລັງ ຢຸດຢັ້ງຄວາມຮຸນແຮງ “.  ໂດຍການເຂົ້າຮ່ວມຂອງຫຼາຍພາກສ່ວນໃນນະຄອນຫຼວງວຽງຈັນທີ່ອອກມາຮ່ວມແຮງຮ່ວມໃຈກັນສ້າງຈຸດຍືນເພື່ອຕໍ່ຕ້ານຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍໃນຄັ້ງນີ້. ກ່າວເປີດງານໂດຍທ່ານນາງ ເກດສະໜາ ປັນຍາທິບ ຮອງຜູ້ອຳນວຍການສ້າງວາລະສານຂັວນໃຈ ແລະ ໃຫ້ກຽດເຂົ້າຮ່ວມງານໂດຍທ່ານ ຈັນດີ ພົມມະບຸດ ປະທານສະຫະພັນແລ່ນ ແລະ ລານ ແຫ່ງຊາດລາວ, ມີບັນດານັກກິລາ ສະໝັກເຂົ້າແຂ່ງຂັນຮ່ວມ ຫຼາຍກວ່າ 1.600 ຄົນ ແລະ ມີຜູ້ເຂົ້າຮ່ວມງານນີ້ທັງໝົດຫຼາຍກວ່າ 2.000 ຄົນ. ທ່ານນາງ ເກດສະຫວັນ ປັນຍາທິບ ກ່າວໃນງານວ່າ: ການຈັດງານຄັ້ງນີ້, ກໍເພື່ອ ປູກຈິດສຳນຶກໃຫ້ສັງຄົມຫັນມາເອົາໃຈໃສ່ ແລະ ຮ່ວມຍຸຕິບັນຫາຄວາມຮຸນແຮງຕໍ່ແມ່ຍິງ ແລະ ...

Read More »