ທະນາຄານ ກຸງສີ ລາວ ເປີດບໍລິການໂອນເງິນໄປປະເທດໄທ ຜ່ານເຕັກໂນໂລຊີ Blockchain

ທະນາຄານ ກຸງສີອະຍຸດທະຍາ ຈໍາກັດ (ມະຫາຊົນໄດ້ເປີດໃຫ້ບໍລິການ Krungsri Blockchian Interledger ເປັນການບໍລິການ ໂອນເງິນຜ່ານເຕັກໂນໂລຊີ ບລັອກເຊນ ຢ່າງວ່ອງໄວ ຈາກ ສປປ ລາວ ໄປຫາ ປະເທດໄທ ໂດຍການໃຊ້ເວລາບໍ່ເຖິງນາທີ ເຊິ່ງຮອງຮັບທັງສະກຸນເງິນບາດ ແລະໂດລາສະຫະລັດ ເພື່ອຊ່ວຍສະໜັບສະໜູນທຸລະກິດການຄ້າລະຫວ່າງ ລາວ-ໄທ ໃຫ້ການເຮັດທຸລະກິດມີຄວາມສະດວກສະບາຍ ແບບໄຮ້ພົມແດນ. ພິທີການເປີດໂຕງານດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາ 2019 ຜ່ານມາ ທີ່ໂຮງແຮມ ຄລາວ ພລາຊ່າ ນະຄອນຫຼວງວຽງຈັນ ໂດຍມີຕາງໜ້າຈາກທະນາຄານແຫ່ງ ສປປ ລາວ ແລະຕາງໜ້າຈາກທະນາຄານກຸງສີອາຍຸດທະຍາ ເຂົ້າຮ່ວມ.

ທ່ານ ແດນ ຮາໂຊໂນ່ ປະທານກຸ່ມທຸລະກິດລູກຄ້າລາຍຍ່ອຍ ແລະ ລູກຄ້າບຸກຄົນ, ທະນາຄານກຸງສີອາຢຸດທະຍາ ຈຳກັດ (ມະຫາຊົນ) ກ່າວວ່າ: ການຄ້າ ແລະ ການລົງທຶນລະຫວ່າງໄທ ແລະ ລາວ ເຕີບໂຕ ແລະ ມີມູນຄ່າເພີ່ມຂຶ້ນຢ່າງຕໍ່ເນື່ອງ, ດັ່ງນັ້ນ ກຸງສີຈຶ່ງໄດ້ນຳເອົານະວັດຕະກຳທາງການເງິນມາໃຊ້ ເພື່ອສະໜັບສະໜູນດ້ານທຸລະກິດການຄ້າ ລະຫວ່າງສອງປະເທດ. ໂດຍທະນາຄານໄດ້ເປີດໂຕ Krungsri Blockchain Interledger ຊຶ່ງຈະຊ່ວຍອຳນວຍຄວາມສະດວກໃຫ້ກັບຜູ້ປະກອບການທຸລະກິດ (ລາວ-ໄທ) ໃຫ້ສາມາດໂອນເງິນລະຫວ່າງປະເທດໄດ້ສະດວກ, ວ່ອງໄວ ແລະ ປອດໄພໃນເວລາບໍ່ເທົ່າໃດນາທີເທົ່ານັ້ນ. ບໍລິການດັ່ງກ່າວຖືເປັນການກ້າວຜ່ານຂີດຈຳກັດ, ແບບເກົ່າທີ່ຕ້ອງໃຊ້ເວລາໃນການໂອນເງິນ ລະຫວ່າງປະເທດຢ່າງໜ້ອຍ 1-3 ວັນ ໃຫ້ເຫຼືອພຽງແຕ່ບໍ່ເກີນ 30 ວິ ນາທີ ກໍສາມາດ “ໂອນ-ຮັບ” ເງິນໄດ້.

ປັດຈຸບັນ ທະນາຄານກຸງສີອະຢຸດທະຍາ ມີສາຂາຢູ່ໃນ ສປປ ລາວ 2 ສາຂາ ຄື: ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງສະຫວັນນະເຂດ, ພ້ອມນີ້ ກໍຍັງດຳເນີນທຸລະກິດສິນເຊື່ອ ແລະ ສິນເຊື່ອເພື່ອຜ່ອນຊຳລະໃຫ້ແກ່ລູກຄ້າລາຍຍ່ອຍ ແລະ ລູກຄ້າທຸລະກິດໃນ ສປປ ລາວ ພາຍໃຕ້ແບຣນ “ກຸງສີ ລິສ ຊິ້ງ” ຊຶ່ງມີອັດຕາການເຕີບໂຕຢ່າງຕໍ່ເນື່ອງໃນໄລຍະ 5 ປີ ທີ່ຜ່ານມາ.

ທັງນີ້, ນະວັດຕະກຳ Krungsri Blockchain Interledger ຂອງກຸງສີໄດ້ສ້າງການປ່ຽນແປງຄັ້ງສຳຄັນໃນການເຮັດທຸລະກຳດ້ານການເງິນສຳລັບພາກທຸລະກິດ. ຈາກຄວາມສຳເລັດໃນການໂອນເງິນລະຫວ່າງປະເທດແບບຣຽວທາມ (Real Time) ເປັນເປັນຄັ້ງທຳອິດໃນການຊື້-ຂາຍນໍ້າມັນລະບໍລິສັດພະລັງງານບົວສະຫວັນ ຈຳກັດ ຄູ່ຄ້າຂອງໄອອາຣພີຊີໃນ ສປປ ລາວ ແລະ ຕໍ່ມາກຸງສີກໍໄດ້ຮັບຄວາມໄວ້ວາງໃຈຈາກກຸ່ມລູກຄ້າ, ອົງກອນຊັ້ນນຳ ທັງໃນໄທ ແລະ ຕ່າງປະເທດຮ່ວມໃຊ້ນະວັດຕະກຳ Krungsri Blockchain Interledger ພາຍໃຕ້ກອບ BOT Regulatory Sandbox ອັນໄດ້ເຮັດໃຫ້ກຸງສີກາຍເປັນທະນາຄານທຳອິດທີ່ໄດ້ຮັບການອະນຸມັດຈາກທະນາຄານແຫ່ງປະເທດໄທໃນການພັດທະນານະວັດຕະກຳທີ່ນຳເຕັກໂນໂລຊີດັ່ງກ່າວລະຫວ່າງ “ໄທ-ລາວ”.

#Krungsri
#Blockchain

Comments