ເທດສະການຮູບເງົາດີເດັ່ນລາວ-ຈີນ ປະຈຳປີ 2019 ໄດ້ເລີ່ມຂຶ້ນແລ້ວ!!!!

​ ໃນວັນທີ 30 ຕຸລາ 2019, ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ, ກົມຮູບເງົາກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ ( ຖວທ) ຮ່ວມກັບວິທະຍຸສາກົນແຫ່ງປະເທດຈີນ ຫຼື CRI ປະຈໍາລາວ ໄດ້ຈັດພິທີເປີດເທດສະການຮູບເງົາດີເດັ່ນ ລາວ-ຈີນປະຈໍາປີ 2019 ຂຶ້ນຢ່າງເປັນທາງການ, ໂດຍການເຂົ້າຮ່ວມຂອງທ່ານ ຈ້າວເສີງກ່າງ ທີ່ປຶກສາການເມືອງສະຖານທູດ ສປ ຈີນ ປະຈໍາ ສປປ ລາວ, ພ້ອມດ້ວຍມວນຊົນຫຼາຍພາກສ່ວນເຂົ້າຮ່ວມຫຼາຍກວ່າ 800 ຄົນ ເຂົ້າຮ່ວມພິທີເປີດ ພ້ອມກັບໄດ້ຮັບຊົມຮູບເງົາຈີນ ເລື່ອງມະຫາເສດຖີຈຳເປັນ ທີ່ພາກເປັນພາສາລາວ.

ທ່ານ ວິທູນ ສຸນດາຣາ ຫົວໜ້າກົມຮູບເງົາ ກະຊວງ ຖວທ ກ່າວວ່າ: ໂດຍປະຕິບັດຕາມແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ແລະຜົນສຳເລັດໃນການຈັດເທດສະການຮູບເງົາດີເດັ່ນ ລາວ-ຈີນໃນ ຄັ້ງຜ່ານມາ, ພາຍໃຕ້ການຊີ້ນໍາຂອງກະຊວງ ຖວທ ແລະ ສະຖານທູດ ສປ ຈີນ ປະຈຳ ສປປ ລາວ, ກົມຮູບເງົາ ກະຊວງ ຖວທ ແລະCRI ປະຈໍາລາວໄດ້ຮ່ວມ ກັນຈັດເທດສະການສາຍຮູບເງົາດີເດັ່ນ ລາວ-ຈີນ ປະຈຳປີ 2019 ຂຶ້ນຢູ່ ສປປ ລາວ ເຊິ່ງເປັນການຮ່ວມມື ຄັ້ງທີ່ 3 ແລ້ວ.

ໃນຖານະທີ່ຮູບເງົາເປັນສື່ໜຶ່ງທີ່ໃຫ້ທັງຄວາມຮູ້, ສາລະ ແລະຄວາມບັນເທີງ, ຂ້າພະເຊື່ອໝັ້ນວ່າເທດສະການສາຍຮູບເງົາ ຄັ້ງນີ້ ຈະກາຍເປັນເວທີແຫ່ງການພົວພັນ ແລະແລກປ່ຽນ ວັດທະນະທຳລະຫວ່າງສອງຊາດລາວ-ຈີນ ໂດຍຜ່ານການຊົມຮູບເງົາຈີນທີ່ພາກເປັນພາສາລາວ ເພື່ອຈະເຮັດໃຫ້ປະຊາຊົນ ລາວບັນດາເຜົ່າ ໄດ້ເຂົ້າໃຈວັດທະນະທຳຈີນ ຢ່າງເລິກເຊິ່ງຫຼາຍຂຶ້ນກວ່າເກົ່າ ແລະຫວັງວ່າສອງຝ່າຍຈະສືບຕໍ່ຮ່ວມມື ໃນການຊ່ວຍເຫຼືອເຊິ່ງກັນ ແລະກັນ ໂດຍສະເພາະການຈັດງານແຂ່ງຂັນຮູບເງົາ ແລະການພັດທະນາບຸກຄະລາກອນດ້ານຮູບເງົາ ເພື່ອປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບລະຫວ່າງສອງພັກ-ລັດ ແລະປະຊາຊົນສອງຊາດ ໃຫ້ເກີດດອກອອກຜົນຂຶ້ນເລື້ອຍໆໄປ.

​ ເທດສະການຮູບເງົາດີເດັ່ນ ລາວ-ຈີນປະຈໍາປີ 2019ນີ້ ຈະໄດ້ນໍາ​ເອົາຮູບ​ເງົາ​ດີເດັ່ນຈີນ 2 ​ເລື່ອງຄື: ມະຫາ​ເສດຖີ​ຈໍາ​ເປັນ, ຮອຍຍິ້ມຈາກ​ສາຍພູ ,​ທີ່ພາກ ເປັນພາສາລາວໂດຍນັກພາກມືອາຊີບ ແລະສິລະປິນ ຊື່ດັງຂອງລາວເຊັ່ນ: ທ່ານ ສະລຽງ ສ່ຽງວົງ, ອາເລັກຊັນດາ ບຸນຊ່ວຍ, ສັກ ວົງເຊວ, ຕ່າຍ ອາກາດ , MC ມິດປະຊາ…. ນອກຈາກນີ້, ກໍຈະໄດ້ນໍາເອົາຮູບເງົາດີເດັ່ນລາວ-ຈີນນີ້ ໄປ​​ເດີນ​ສາຍ​ທີ່ ອີກ 8 ແຂວງຂອງທົ່ວປະເທດລາວ ໂດຍບໍ່ເສຍຄ່າຄື: ແຂວງວຽງຈັນ, ບໍລິຄໍາໄຊ, ສະຫວັນນະເຂດ, ສາລະວັນ, ອັດຕະປື, ໄຊຍະບູລີ, ບໍ່ແກ້ວ ແລະແຂວງຜົ້ງສາລີ ໃ​ນລະຫວ່າງ​ເດືອນ​ພະ​ຈິກນີ້.

ສຳລັບ, ອີກແຂວງອື່ນໆ ຈະສາຍຢູ່ໃສ ແລະ ວັນທີໃດ ສາມາດຕິດຕາມໄດ້ທາງເພສ ວິທະຍຸ CRI-fm93

Comments