News

ພ້ອມເຮັດວຽກ-ພ້ອມຈ້າງງານໃນງານຕະຫຼາດນັດແຮງງານ Job Fair 2019

ໃນຕອນແລງຂອງມື້ວານນີ້ ວັນທີ 16 ຕຸລາ 2019, ຢູ່ທີ່ສູນການຄ້າລາວໄອເຕັກ (ຕຶກເກົ່າ) ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ແລະ ບໍລິສັດລາວເວີນ ມະຫາຊົນ ຈຳກັດ ໄດ້ຮ່ວມກັນຈັດງານ ແລະ ເປີດງານຕະຫຼາດນັດພົບແຮງງານ (Job Fair 2019) ຄັ້ງທີ 3 , ງານນີ້ຈະໄດ້ມີຂຶ້ນທັງໝົດ 5 ວັນຕັ້ງແຕ່ວັນ 16-20 ຕຸລາ 2019 ນີ້. ພິທີເປີດຕະຫຼາດນັດພົບແຮງງານຢ່າງເປັນທາງການ ໂດຍການເປັນປະທານ ຂອງທ່ານ ສີຫຸນ ສິດທິລືໄຊ ຮອງເລຂາຄະນະພັກ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະໃຫ້ກຽດເຂົ້າຮ່ວມງານ ໂດຍທ່ານ ປອ ຄຳແພງ ໄຊສົມແພງ ກຳມະການສູນກາງພັກລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຂີນເຂົ້າຮ່ວມ. ຈຸດປະສົງຂອງການຈັດງານຄັ້ງນີ້, ກໍເພື່ອສ້າງໂອກາດ ແລະ ເອື້ອອຳນວຍຄວາມສະດວກ ໃຫ້ຜູ້ຊອກວຽກເຮັດງານທຳ ແລະ ບັນດາຫົວໜ່ວຍແຮງງານໄດ້ມີເວທີພົບປະກັນແລ້ວນຳໄປສູ່ການຈ້າງງານ.  ທັງນີ້, ກໍເພື່ອຫຼຸດຜ່ອນອັດຕາການວ່າງງານ, ຫຼຸດຜ່ອນການເຄື່ອນຍ້າຍແຮງງານໄປເຮັດວຽກຢູ່ຕ່າງປະເທດແບບບໍ່ຖືກຕ້ອງ ທັງເປັນການສົ່ງເສີມການເຮັດວຽກຢູ່ພາຍໃນ. ...

Read More »

ຢາກໄດ້ທຶນ Chevening ໄປຮຽນຕໍ່ປະເທດອັງກິດ ບໍ່ຄວນພາດງານນີ້!!!

ເຊີນເດີ້ ມາຮຽນຮູ້ ເຄັດລັບ ຂໍ້ມູນການເສັງເອົາທຶນ Chevening ປະເທດອັງກິດ ທຸກຄົນຕ້ອງໄດ້ລົງທະບຽນກ່ອນ ຈຶ່ງສາມາດເຂົ້າຮ່ວມງານໄດ້ ກົດລົງທະບຽນ ທີ່ລິ້ງຕໍ່ໄປນີ້: https://www.eventbrite.com/e/uk-chevening-scholarship-infor… Come to this information session to learn more about the Chevening scholarship and how to apply from Chevening alumni and the British Embassy. Register your attendance here: https://www.eventbrite.com/e/uk-chevening-scholarship-infor… —————————————————————- – Information session – Q&A – Opportunity to ask 1:1 questions with alumni – UK Quiz Chevening enables outstanding emerging ...

Read More »

ນະຄອນຫຼວງ ຈູດ​ທຳລາຍສິ່ງ​ເສບ​ຕິດ​ 741 ກິ​ໂລ

ໃນຕອນເຊົ້າວັນທີ 12 ຕຸລາ 2019, ຢູ່ເດີ່ນກໍ່ສ້າງຫ້ອງວ່າການປົກຄອງເມືອງໄຊທານີຫຼັງໃໝ່ ນະຄອນຫຼວງວຽງຈັນ ໄດ້ມີພິທີຈູດທໍາລາຍຢາເສບຕິດ ຈໍານວນ 741 ກິໂລກຣາມ ແລະ ແປ້ງຄາເຟອິນ-ໂສດາໄຟ 58 ເປົາ, ເນື່ອງໃນໂອກາດວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 18 ປີ (12 ຕຸລາ 2001 – 12 ຕຸລາ 2019); ເຊິ່ງເຂົ້າຮ່ວມຈູດທໍາລາຍໂດຍທ່ານ ປອ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ, ມີ ພົຕ ປອ ສົມຫວັງ ທໍາມະສິດ ຄະນະປະຈໍາພັກກະຊວງ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ຜູ້ຊີ້ນໍາວຽກງານກວດກາ ແລະ ຄວບຄຸມຢາເສບຕິດ ກະຊວງ ປກສ, ພົຈວ ບຸບຜາ ສີພົມມາ ຄະນະປະຈໍາພັກ ນວ ເລຂາຄະນະພັກ ຫົວໜ້າກອງບັນຊາການປກສ ນວ, ພ້ອມດ້ວຍຄະນະພັກ-ຄະນະນໍາ, ແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ການຈູດທໍາລາຍຢາເສບຕິດໃນຄັ້ງນີ້ ພົຈວ ບຸບຜາ ...

Read More »

ນາຍົກ ແຫ່ງ ສປປ ລາວ ສົ່ງສານສະແດງຄວາມເຫັນໃຈ ເຖິງລັດຖະບານຍີ່ປຸ່ນ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວໄດ້ສົ່ງສານສະແດງຄວາມເຫັນໃຈ ເຖິງ ທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນໃນ ວັນທີ 14/10/2019 ເນື້ອໃນສານລະບຸວ່າ: ຂ້າພະເຈົ້າມີຄວາມເສົ້າສະຫຼົດໃຈທີ່ໄດ້ຮັບຊາບຂ່າວພະຍຸໃຕ້ຝຸ່ນ Hagibis ໄດ້ພັດເຂົ້າພາກຕາເວັນອອກສຽງໃຕ້ ແລະ ພາກກາງຂອງຍີ່ປຸ່ນ ໃນວັນທີ 12-13 ຕຸລາ 2019 ຊຶ່ງໄດ້ສ້າງຄວາມເສຍຫາຍທາງດ້ານຊີວິດ, ຊັບສິນ, ອາຄານສະຖານທີ່ ແລະ ລະບົບພື້ນຖານໂຄງລ່າງ ຢູ່ເຂດດັ່ງກ່າວຢ່າງໜັກໜ່ວງ. ຂ້າພະເຈົ້າໃນນາມສ່ວນຕົວ ກໍ່ຄືລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມເຫັນໃຈ ແລະ ຂໍແບ່ງເບົາຄວາມທຸກໂສກ ມາຍັງທ່ານ ແລະ ຜ່ານທ່ານໄປຍັງ ລັດຖະບານ ກໍ່ຄືປະຊາຊົນຍີ່ປຸ່ນ ໂດຍສະເພາະຜູ້ທີ່ຖືກເຄາະຮ້າຍ ແລະ ຄອບຄົວຂອງເຂົາເຈົ້າ ຈາກເຫດການໄພພິບັດທາງທຳມະຊາດຄັ້ງນີ້. ລັດຖະບານ ແລະ ປະຊາຊົນລາວທຸກຖ້ວນໜ້າ ຂໍສົ່ງກຳລັງໃຈອັນແຮງກ້າມາຍັງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ແລະ ເຊື່ອໝັ້ນວ່າພາຍໃຕ້ການຊີ້ນຳ ນຳພາຂອງທ່ານ, ປະຊາຊົນຍີ່ປຸ່ນ ຈະສາມາດຜ່ານຜ່າອຸປະສັກຕ່າງໆໃນການແກ້ໄຂຜົນກະທົບ ແລະ ຟື້ນຟູຄວາມເສຍຫາຍທີ່ເກີດຈາກພະຍຸໃຕ້ຝຸ່ນຄັ້ງນີ້ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ. ...

Read More »

ສົ່ງນັກໂທດຊາວຈີນ ທີ່ເຮັດຜິດກົດໝາຍ 137 ຄົນ ກັບຄືນປະເທດ

ສະຖານທູດ​ຈີນ​ປະຈຳ ສປປລາວ ແຈ້ງ​ເຕືອນ​ມີຫຼາຍ​ເຫດການ​ເກີດຂຶ້ນ​ຢູ່​ລາວ​ລັກຊະນະ​ຄ້າຍຄືກັນ​ທີ່ມີ​ຄົນ​ຈີນ​ຈຳນວນ​ນຶ່ງ​ແອບອ້າງ ແບບ​ມາ​ຂາຍສິນຄ້າເວົ້າດີ ລົມດີ ແລ້ວ​ວາງຢາສະລົບ ໃສ່​ຢາສູບ,​ເຄື່ອງດື່ມ​ຕ່າງໆ​ ຍື່ນ​ໃຫ້​ສູບ​ ໃຫ້​ດື່ມ,​ ຖ້າໃຜ​ໄດ້​ສູບ​ໄດ້​ດື່ມ​ ແລ້ວ​ຈະ​ສະລົບ ບໍ່​ຮູ້​ສືກຕົວ ຄົນຮ້າຍ ຈະປຸ້ນ​ເອົາ​ຊັບສິນ​ໄປໝົດ ຫຼື​ມືນເມົາ​ ແລ້ວ​ໂອນ​ເງິນ​ເຂົ້າ​ບັນຊີ​ເຂົາເຈົ້າ​ໄປ​ແບບ​ບໍ່​ຮູ້ສຶກ​ຕົວ.​ ສະນັ້ນ​ແຈ້ງ​ມາໃຫ້​ທຸກຄົນ​ ຈົ່ງ​ມີ​ສະຕິ​ລະ​ວັງ​ຕົວ,​ເພາະວ່າ​ບໍ່​ແມ່ນ​ຈະ​ສູນເສຍ​ແຕ່​ຊັບສີນ ເທົ່ານັ້ນ​ແຕ່​ຍັງ​ເປັນອັນ​ຕະລາຍ ຕໍ່​ສຸ​ຂະພາບ​ອີກ​ດ້ວຍ ຫຼ້າສຸດ ວັນທີ 15 ຕຸລາ 2019 ໄດ້ມີການສົ່ງໂຕຜູ້ເຮັດຜິດກົດໝາຍຈຳນວນ 137 ຄົນ ສັນຊາດຈີນ, ຄືນໄປຮັບໂທດທີ່ບ້ານເກີດ ໂດຍການຮ່ວມມື ກົມຕຳຫຼວດຄຸ້ມຄອງຄົນຕ່າງປະເທດ ທັງສອງປະເທດ. ຖ້າ​ພົບເຫັນ​ກະລຸນາ​ ຖ່າຍ​ຮູບ​ເປັນຫຼັກຖານ ແຈ້ງ​ສາຍດ່ວນ​ສະຖານທູດ​ຈີນ​ 020 55561683 ແລະ​ ຕຳຫຼວດ​ລາວ ​1191. ທີ່ມາ: ຂ່າວສານປະເທດລາວ.  

Read More »

7 ປີ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ມອບພັນທະ 458 ລ້ານໂດລາໃຫ້ລັດຖະບານລາວ

ເຂດເສດຖະກິດພິເສດສາມຫຼ່ຽມຄຳ ແຂວງ ບໍ່ແກ້ວ ໄດ້ມອບພັນທະອາກອນໃຫ້ລັດຖະບານນັບແຕ່ປີ 2012 ມາຮອດ ກາງປີ 2019 ຈໍານວນ 458 ລ້ານໂດລາສະຫະລັດ, ປັດຈຸບັນ ໄດ້ລົງທຶນພັດທະນາແລ້ວ 17.607,4 ຕື້ກີບ ເຊິ່ງການພັດທະນາໂດຍພື້ນຖານເຫັນເປັນຮູບຮ່າງຕົວເມືອງແລ້ວ ສາມາດດຶງນັກທຸລະກິດເຂົ້າມາລົງທຶນ ທັງໝົດ 495 ຫ້າງຮ້ານ ໃນນີ້ມີທຶນຈົດທະບຽນ 4.372,2 ຕື້ກີບ ຫຼື ປະມານ 496 ລ້ານໂດລາສະຫະລັດ.   ທ່ານ ຈັນທະຈອນ ວາງຟາເຊັງ ກໍາມະການສະພາບໍລິຫານ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ກ່າວວ່າ: ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ມີເນື້ອທີ່ສໍາປະທານທັງໝົດ 10 ພັນເຮັກຕາ, ໃນນັ້ນແບ່ງອອກເປັນ 2 ເຂດຄື: ເຂດພັດທະນາ ຕົວເມືອງ 3 ພັນເຮັກຕາ ແລະ ເຂດປ່າສະຫງວນສາຍພູກິ່ວລົມ 7 ພັນເຮັກຕາ. ນັບແຕ່ໄລຍະບຸກເບີກມາເຖິງປັດຈຸັນ ເປັນໄລຍະ 12 ປີ ໄດ້ສຸມໃສ່ດຶງດູດການລົງທຶນ, ນັກທ່ອງທ່ຽວ, ພັດທະນາພື້ນຖານໂຄງລ່າງ ເປັນຕົ້ນສ້າງເສັ້ນທາງ, ຄູກັນເຈື່ອນ, ທ່າເຮືອສິນຄ້າ, ...

Read More »

ບໍລິສັດ ຜະລິດຝຸ່ນເຄມີ ແລະ ຊີວະພາບ ທີ່ໄດ້ຂື້ນທະບຽນຖືກຕ້ອງຕາມກົດໝາຍ

ປັດຈຸບັນນີ້ ສປປ ລາວ ມີພຽງສາມບໍລິສັດຜະລິດຝຸ່ນເຄມີ ແລະ ຊີວະພາບ ທີ່ໄດ້ຈົດທະບຽນການຜະລິດຝຸ່ນເຄມີ ແລະ ຊີວະພາບຖືກຕ້ອງຕາມກົດໝາຍ ຄື: ບໍລິສັດ ປຸ໋ຍສະຫວັນຈໍາກັດ, ບໍລິສັດມາລີນີການກະເສດຈໍາກັດຜູ້ດຽວ ແລະ ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈໍາກັດຜູ້ດຽວ. ການຈົດທະບຽນ ແມ່ນມີຄວາມຈໍາເປັນ ເພື່ອສາມາດຄຸ້ມຄອງຜະລິດຕະພັນດັ່ງກ່າວ ບໍ່ໃຫ້ມີຜົນກະທົບທາງລົບຕໍ່ສຸຂະພາບຂອງຄົນ, ສັດ, ພືດ ແລະ ສິ່ງແວດລ້ອມ ທັງເປັນການຮັບປະກັນທາງດ້ານຄຸນນະພາບຂອງສິນຄ້າ. ລັດຖະບານຮຽກຮ້ອງໃຫ້ມີການຈົດທະບຽນຜະລິດຕະພັນຝຸ່ນເຄມີ ແລະ ຝຸ່ນຊີວະພາບ ກ່ອນການຜະລິດ ເພື່ອຮັບປະກັນສິນຄ້າທີ່ຜະລິດອອກມາ ບໍ່ມີຜົນກະທົບດ້ານລົບຕໍ່ຄົນ, ສັດ, ພືດ ແລະ ສິ່ງແວດລ້ອມ ແລະ ທັງເປັນການຮັບປະກັນຄຸນນະພາບຂອງສິນຄ້າ. ປັດຈຸບັນ ມີ ສາມບໍລິສັດ ທີ່ໄດ້ຈົດທະບຽນຜະລິດຝຸ່ນເຄມີ ແລະ ຝຸ່ນຊີວະພາບ ຖືກຕ້ອງຕາມກົດໝາຍ ກັບກະຊວງກະສິກໍາ ແລະ ປ່າໄມ້ ລາຍລະອຽດ ຜະລິດຕະພັນຂອງແຕ່ລະບໍລິສັດ ມີດັ່ງລຸ່ມນີ້:​ 1. ບໍລິສັດ ປຸຍສະຫວັນຈໍາກັດ ມີການຈົດທະບຽນ 7 ຜະລິດຕະພັນ ຄື:  ຜະລິດຕະພັນ ...

Read More »

ພາຍຸ ເຂົ້າຍີ່ປຸ່ນ ຍອດຜູ້ເສຍຊີວິດ ເພີ່ມເປັນ 35 ຄົນ

ສຳນັກຂ່າວຕ່າງປະເທດ ລາຍງານເມື່ອວັນທີ 13 ຕຸລາ 2019 ວ່າ ຄວາມຄືບໜ້າ ສະຖານະການ ພາຍຸໄຕ້ຝຸ່ນ ຮາກິບິສ (Hagibis) ທີ່ພັດເຂົ້າ ຍີ່ປຸ່ນ ເມື່ອວັນເສົາຜ່ານມາ ວ່າ ຍອດຜູ້ເສຍຊີວິດໄດ້ເພີ່ມຂຶ້ນເປັນ 35 ຄົນ, ມີຜູ້ສູນຫາຍປະມານ 20 ຄົນ, ບາດເຈັບຫຼາຍກວ່າ 100 ຄົນ. ເຖິງແມ່ນວ່າ ພາຍຸດັ່ງກ່າວ ຈະຫຼຸດລະດັບຄວາມຮຸນແຮງ ຈາກຄວາມໄວລົມສູງສຸດທີ່ 225 ກິໂລແມັດ ຕໍ່ຊົ່ວໂມງ ເຊິ່ງສູງສຸດໃນ ຍີ່ປຸ່ນ ໃນຮອບກວ່າ 60 ປີ ແລະ ກຳລັງເຄື່ອນໂຕອອກສູ່ມະຫາສະໝຸດ ປາຊີຟິກເໜືອ, ແຕ່ອິດທິພົນຂອງພາຍຸ ຍັງກໍ່ໃຫ້ເກີດຝົນຕົກຕໍ່ເນື່ອງ, ລົມພັດແຮງ, ນໍ້າຖ້ວມສູງ ແລະ ສ່ຽງທີ່ຈະເກີດດິນເຈື່ອນໃນຫຼາຍພື້ນທີ່ ໂດຍສະເພາະເມືອງ ອູເອດະ, ແຂວງ ນາງາໂນະ. ພາຍຫຼັງເຂື່ອນກັ້ນແມ່ນໍ້າຊິຄູມະ ແຕກ ສົ່ງຜົນໃຫ້ກະແສນຳ້ຖ້ວມແບບກະທັນຫັນ ໄຫຼເຂົ້າຖ້ວມຊຸມຊົນຈົນເກືອບປິດເຮືອນສອງຊັ້ນ ແລະ ຂົວລົດໄຟຂ້າມແມ່ນໍ້າຊິຄູມະ ກໍໄດ້ຮັບຄວາມເສຍຫາຍ. ບໍລິສັດລົດໄຟ ໃນທ້ອງຖິ່ນໄດ້ປະກາດລະງັບໃຫ້ບໍລິການສາຍລົດໄຟ ທີ່ແລ່ນຜ່ານເສັ້ນທາງດັ່ງກ່າວ ຊົ່ວຄາວ. ...

Read More »

ລາວ-ອາເມລິກາ ຮ່ວມມືປັບປຸງຄວາມສາມາດການແຂ່ງຂັນ ຂອງຊາວກະສິກອນ

ສະຫະລັດອາເມລິກາ ສືບຕໍ່ໃຫ້ການການຊ່ວຍເຫຼືອ ສປປ ລາວ ໃນການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງການກະສິກຳລາວ. ເຊິ່ງວ່າງບໍ່ດົນມານີ້, ສ. ອາເມລິກາ ແລະ ສປປ ລາວ ໄດ້ລິເລີ່ມໂຄງການໃໝ່ທີ່ມີຊື່ວ່າ ໂຄງການ ສົ່ງເສີມຈຸນລະວິສາຫະກິດກະສິກໍາ ຢູ່ ສປປ ລາວ ໂດຍລັດຖະບານສະຫະລັດ ອາເມລິກາ ຜ່ານອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (USAID) ເປັນຜູ້ໃຫ້ທຶນຊ່ວຍເຫຼືອລ້າ. ໃນວັນທີ 4 ຕຸລາ 2019, ກະຊວງກະສິກຳ ແລະ ປ່າໄມ້ ຕາງໜ້າໃຫ້ລັດຖະບານແຫ່ງສປປ ລາວ ໄດ້ເຊັນສັນຍາບົດບັນທຶກຄວາມເຂົ້າໃຈ ກັບ ອົງການ ACDI/VOCA, ເຊິ່ງເປັນ ຄູ່ຮ່ວມຈັດຕັ້ງປະຕິບັດໂຄງການດັ່ງກ່າວຂອງ USAID. ທ່ານ ສີປະໄພ ໄຊສົງຄາມ, ຫົວໜ້າກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ແລະ ທ່ານ ນາງ ໂຊຟີ້ ວັອກເກີ້, ຫົວໜ້າ ອົງການ ACDI/VOCA ປະຈຳລາວ ໄດ້ລົງລາຍເຊັນສັນຍາບົດບັນທຶກຄວາມເຂົ້າໃຈຂອງໂຄງການດັ່ງກ່າວ ໂດຍມີ ທ່ານ ຄໍລິນ ຄລອສບີ, ອຸປະທູດ ແຫ່ງປະເທດສະຫະລັດອາເມລິກາ ປະຈຳ ...

Read More »

ຊົມເຊີຍ!!! ແຂວງບໍລິຄຳໄຊ ທຳລາຍສວນກັນຊາ 12 ເຮັກຕາ

ເພື່ອ​​ລາຍ​ງານການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ ທີ່​ໄດ້​ມອບ​ໝາຍ​ໃຫ້ບັນດາເມືອງ ແລະ ພະແນກການ​ ​ໃນ​ວັນ​ທີ 4 ຕຸລາ 2019 ຢູ່​ຫ້ອງ​ປະຊຸມ​ຫ້ອງ​ວ່າການ​ປົກຄອງ​ແຂວງ ໄດ້​ຈັດ​ກອງ​ປະຊຸມອົງການປົກຄອງແຂວງ ປະຈຳເດືອນກັນຍາຂຶ້ນ ໂດຍພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ປອ ກອງ​ແກ້ວ ​ໄຊ​ສົງຄາມ ​ ເຈົ້າ​ແຂວງບໍລິຄຳ​ໄຊ ມີບັນດາພະແນກການອ້ອມຂ້າງ, ເມືອງ 7 ຕົວເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ເພື່ອເປັນການສະຫຼຸບຜົນການຈັດຕັ້ງປະຕິບັດ ວຽກງານຮອບດ້ານຂອງແຂວງໃນເດືອນກັນຍາຜ່ານມາ ແຂວງບໍລິຄຳໄຊ ໄດ້ພົບກັບບັນຫາຫຼາຍດ້ານ ເປັນຕົ້ນແມ່ນປະກົດການຫຍໍ້ທໍ້ໃນສັງຄົມ ໄດ້ເຫັນວ່າມີບັນຫາເກີດຂຶ້ນຫຼາຍດ້ານ ໂດຍສະເພາະແມ່ນວຽກງານແກ້ໄຂ 4 ເຖື່ອນ ມາຮອດປັດຈຸບັນໄດ້ມີຄະດີເກີດຂື້ນຫຼາຍເລື່ອງ ເຊັ່ນ: ເຈົ້າໜ້າທີ່ໄດ້ທັບມ້າງຄະດີ ລັກລອບປູກກັນຊາໄດ້ 18 ສວນ ຈຳນວນ 12 ເຮັກຕ່າ, ຢຶດກັນຊາແຫ້ງ 220 ເປົາ, ປືນແກັບ 30 ກະບອກ, ປືນແຕ່ງ 1 ກະບອກ, ປືນລູກຊອງເບີ 12 ຈຳນວນ 2 ກະບອກ, ຈັກສະຕີ່ນ 3 ເຄື່ອງ, ໄມ້ຈຳນວນ 3 ...

Read More »