ອີງຕາມແຈ້ງການຂອງ ກະຊວງ ຍທຂ ວ່າ: ຫ້ອງການກະຊວງໂຍທາທິການແລະຂົນສົ່ງ ຂໍຖືເປັນກຽດແຈ້ງເຖິງບັນດາກະຊວງ, ອົງການທຽບເທົ່າ, ບັນດາແຂວງ, ນະຄອນ, ພະນັກງານ, ທະຫານ, ຕຳຫຼວດ ແລະປະຊາຊົນລາວບັນດາເຜົ່າຫມົດທຸກຄົນຊາບກ່ຽວກັບ ການແອບອ້າງຂອງກຸ່ມຄົນບໍ່ຫວັງດີ ລົງໂຄສະນາຜ່ານສື່ອອນລາຍຫລາຍຮູບແບບວ່າສາມາດເຮັດໃບຂັບຂີ່ສາກົນຂອງສະມາຄົມລົດໂອໂຕສາກົນ (IAA) ໄດ້ ຊື່ງມີອາຍຸການນຳໃຊ້ໄດ້ເຖິງ 5 ປີ ແລະສາມາດຂັບລົດໄປໄດ້ 196 ປະເທດ ໃນທົ່ວໂລກໄດ້ນັ້ນ ແມ່ນບໍ່ເປັນຄວາມຈິງ, ຊື່ງເປັນການຕົວະຍົວະຫຼອກລວງ ເພື່ອຫວັງຜົນປະໂຫຍດ ແລະ ຫວັງທຳລາຍມ້າງເພຄວາມສະຫງົບສຸກຂອງຊາດ ການອອກໃບຂັບຂີ່ສາກົນໃຫ້ບຸກຄົນໃດຫນື່ງໄດ້ນັ້ນ ຕ້ອງແມ່ນອົງການທີ່ມີສິດອຳນາດເທົ່ານັ້ນ, ສຳລັບ ສປປ ລາວ ແມ່ນກົມຂົນສົ່ງ ກະຊວງ ໂຍທາທິການ ແລະ ຂົນສົ່ງ ທີ່ເປັນຜູ້ເຊັນຮັບຮອງ ແລະ ອະນຸຍາດໃຫ້ສະເພາະບຸກຄົນທີ່ມີໃບຂັບຂີ່ຂອງ ສປປ ລາວ ທີ່ຖືກຕ້ອງຕາມກົດຫມາຍ, ຊື່ງ ສປປ ລາວ ໄດ້ລົງນາມ ແລະ ເປັນພາຄີ ສົນທິສັນຍາສາກົນວ່າດ້ວຍການຈະລາຈອນທາງບົກ ຂອງອົງການສະຫະປະຊາຊາດເມື່ອປີ 1949 ທີ່ ເຂີແນວ ປະເທດ ສິວິດ.
ດັ່ງນັ້ນ, ຈື່ງຖືເປັນກຽດແຈ້ງມາຍັງບັນດາທ່ານ, ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນລາວຫມົດທຸກຄົນຊາບແລະໃຫ້ທຸກຄົນມີສະຕິລະວັງຕົວ.