News

ການບິນໄທ ຈັດແພັກເກັດບັດໂດຍສານລາຄາພິເສດ ສຳລັບເດີນທາງໃນກຸ່ມປະເທດ CLMV

ບໍລິສັດການບິນໄທ ຈຳກັດ ມະຫາຊົນ ຈັດ Packets  “One Pass One Price Value Card” ຈຳໜ່າຍບັດໂດຍສານຊັ້ນປະຫຍັດ ຖ້ຽວດຽວຈຳນວນ 4 ສະບັບ ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານທີ່ຈະເດີນທາງໃນເສັ້ນທາງລະຫວ່າງກຸງເທບ ແລະ ກຸ່ມປະເທດ CLMV ຄື: ພະນົມເປັນ, ສຽມລຽບ, ວຽງຈັນ, ຫຼວງພະບາງ, ຢາງກຸ້ງ, ມັນດະເລ, ໂຮ່ຈີ່ມິ້ນ, ຮ່າໂນ່ຍ ລາຄາຕໍ່ແພັກເກັດເລີ່ມຕົ້ນ 260 ໂດລາ ເລີ່ມຈຳໜ່າຍຕັ້ງແຕ່ວັນທີ 11 ພະຈິກ – 10 ທັນວາ 2019. ທ່ານ ກໍລະກົດ ຊາຕະສິງ ຜູ້ອຳນວຍການຝ່າຍຂາຍ ປະເທດໄທ ບໍລິສັດການບິນໄທ ຈຳກັດ ມະຫາຊົນ ກ່າວວ່າ: ບໍລິສັດ ການບິນໄທ ໄດ້ຈັດແພັກເກັດ “One Pass One Price Value Card” ຈຳໜ່າຍບັດໂດຍສານຊັ້ນປະຫຍັດ ຖ້ຽວດຽວຈຳນວນ 4​ ສະບັບ ສາມາດໃຊ້ເດີນທາງໃນຖ້ຽວບິນທັງການບິນໄທ ...

Read More »

ເປີດໂຕປື້ມໃຫມ່ 4 ເຫຼັ້ມ ພາສາລາວ-ຈີນ ພາຍໃຕ້ຫົວຂໍ້ “ເປີດປະຕູ ສູ່ປະເທດຈີນ”

ວິທະຍຸສາກົນແຫ່ງປະເທດຈີນ CRI ປະຈຳລາວ ຮ່ວມມືກັບ ສະມາຄົມນັກປະພັນລາວ ໄດ້ຈັດງານແນະນຳປື້ມໃຫມ່ 2 ພາສາ ລາວ-ຈີນ ພາຍໃຕ້ຫົວຂໍ້  “ເປີດປະຕູ ສູ່ປະເທດຈີນ” ໃນວັນທີ 7 ພະຈິກ 2019 ນີ້, ທີ່ຫໍສະໝຸດແຫ່ງຊາດ. ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ ທ່ານ ​ໂພ​ສີ ແກ້ວ​ມະ​ນີ​ວົງ ຜູ້​ອຳ​ນວຍ​ການ​ໃຫຍ່ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່​ງ​ຊາດ, ທ່ານ ສຳ​ລານ ຫຼວງ​ອາ​ໄພ ຮອງ​ຫົວ​ໜ້າ​ກົມ​ພິມ​ຈຳ​ໜ່າຍ ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທ​ະ​ນະ​ທຳ ແລະ ທ່ອງ​ທ່ຽວ; ມີຜູ້ຕາງໜ້ານັກປະພັນລາວ,​ ຄູ-ອາຈານ, ນັກ​ຮຽນ, ນັກ​ສຶກ​ສາ, ພ້ອມ​ດ້ວຍ​ພາ​ກ​ສ່ວນ​ກ່ຽວ​ຂ້ອງ​ຂອງ​ ລາວ-ຈີນ ເຂົ້າ​ຮ່ວມ. ງານຄັ້ງນີ້ ໄດ້ນໍາສະເໜີປຶ້ມໃໝ່ 4 ເຫຼັ້ມ ເຊິ່ງ ເປັນຜົນງານຮ່ວມມືລະຫວ່າງວິທະຍຸສາກົນແຫ່ງປະເທດຈີນ ແລະ ສະມາຄົມນັກປະພັນລາວ ເຊິ່ງໄດ້ຈັດພິມເປັນ 2 ພາສາລາວ-ຈີນ. ປຶ້ມ “ຮູ້ຮອບຈີນ” ເປັນປຶ້ມສາລານຸກົມກ່ຽວກັບປະເທດຈີນ ໂດຍໄດ້ແນະນໍາພູມສັນຖານ, ຊັບພະຍາກອນ, ປະຊາກອນ, ການເມືອງ, ການທ່ອງທ່ຽວ, ຊົນເຜົ່າກັບສາສະໜາ, ສະຖາປັດຕະຍະກໍາ ແລະອື່ນໆຂອງຈີນ ​ເຊິ່ງໄດ້ກວມລວມສະພາບ​ໂດຍ​ຫຍໍ້ຂອງຈີນຢ່າງເປັນລະບົບ, ຜູ້​ອ່ານ​ສາມາດ​ເຂົ້າ​ໃຈປະເທດຈີນຢ່າງ​ລະອຽດ. ປຶ້ມ “ກະວີເພື່ອເຈົ້າ-ບົດກະວີຈີນ ສະໄໝປັດຈຸບັນຮ້ອຍບົດ” ໄດ້ເລືອກເອົາບົດກະວີສະໄໝປັດຈຸບັນທີ່ດີເດັ່ນຂອງຈີນທັງ​ໝົດ 100 ບົດ ​ເຊິ່ງມີເນື້ອໃນທີ່ຫຼາກ​ຫຼາຍເຊັ່ນ: ຄວາມຮັກ, ...

Read More »

ສາເຫດ!!! ທີ່ເຮັດໃຫ້ເສດຖະກິດຂອງປະເທດລາວ ບໍ່ຂະຫຍາຍຕົວຕາມຄາດໝາຍ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລາຍງານຕໍ່ສະມາຊິກສະພາ ໃນກອງປະຊຸມສະໃໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ທີ່ໄດ້ເປີດຢ່າງເປັນທາງການມື້ເຊົ້າຂອງ ວັນທີ 7 ພະຈິກ 2019 ນີ້ວ່າ: ສະພາບແວດລ້ອມການພັດທະນາເສດຖະກິດປີນີ້ ແມ່ນດຳເນີນໄປທ່າມກາງທີ່ສາກົນສືບຕໍ່ຜັນແປໄປຢ່າງສັບສົນ, ສົງຄາມການຄ້າລະຫວ່າງປະເທດມະຫາອຳນາດ ບວກກັບຄວາມເຄັ່ງຕຶງຢູ່ໃນຂົງເຂດຕ່າງໆຂອງໂລກ ສົ່ງຜົນກະທົບທາງກົງ ແລະ ທາງອ້ອມຕໍ່ຫຼາຍປະເທດ ແລະ ສ້າງຄວາມຜັນຜວນຕໍ່ຕະຫຼາດການເງິນ, ຕະຫຼາດທຶນຂອງທົ່ວໂລກເຮັດໃຫ້ການເຕີບໂຕຂອງເສດຖະກິດຖືກກະທົບ ກອງທຶນການເງິນລະຫວ່າງປະເທດ (IMF) ໄດ້ປັບຫຼຸດຄາດຄະເນອັດຕາການເຕີບໂຕຂອງເສດຖະກິດໂລກ ລົງຈາກ 3,2% ໃນປີ 2019 ມາເປັນ 3% ແລະ ຈາກ 3,5% ສໍາລັບປີ 2020 ເປັນ 3,4% ເຊິ່ງຖືວ່າເປັນອັດຕາຕ່ຳສຸດໃນຮອບ 10 ປີ ເຊິ່ງແນ່ນອນຈະສົ່ງຜົນກະທົບຕໍ່ບ້ານເຮົາຢ່າງຫຼີກລ້ຽງບໍ່ໄດ້ ປະເທດເຮົາໃນປີນີ້ ຍັງບໍ່ທັນຫຼຸດພົ້ນອອກຈາກຄວາມຫຍຸ້ງຍາກທີ່ມີລັກສະນະຊຳເຮື້ອແຫ່ງການຂາດດຸນໃນດ້ານຕ່າງໆທີ່ໜັກໜ່ວງ ບວກກັບໄພພິບັດ, ອຸທົກກະໄພໃນປີ 2018 ແລະ ຕໍ່ເນື່ອງໃສ່ປີ 2019 ກາຍເປັນອຸປະສັກໃຫ້ແກ່ການພັດທະນາ, ທັງເປັນການຈຳກັດແຫຼ່ງງົບປະມານ ເພື່ອອັດສີດເຂົ້າໃສ່ການກະຕຸ້ນເສດຖະກິດ ແລະ ...

Read More »

ລັດຖະບານ ມີແຜນເພີ່ມຕົວເລກລັດຖະກອນໃໝ່ເພີ່ມເປັນ 2.000 ຄົນ

ຕາມຂ່າວໜັງສືພິມ ວຽງຈັນທາຍ ໃຫ້ຮູ້ວ່າ ລັດຖະບານມີແຜນ ຈະຮັບລັດຖະກອນ 2.000 ຄົນໃນປີ 2020 ເພີ່ມຈາກຈຳນວນ 1.500 ໃນປີນີ້. ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ການເງິນ ໄດ້ລາຍງານແຜນການດັ່ງກ່າວຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ເຊິ່ງກຳລັງດຳເນີນໃນປັດຈຸບັນ. ລັດຖະບານໄດ້ຂຶ້ນ ແຜນຕົວເລກລັດຖະກອນໃໝ່ 2.000 ຄົນໃນ ປີ 2020 ແລະ ໄດ້ຂຶ້ນແຜນລາຍ ຈ່າຍໄວ້ແລ້ວ. ທ່ານ ສົມດີ ໄດ້ສະເໜີກອງປະຊຸມສະພາແຫງຊາດໃຫ້ພິຈາລະນາ ແລະ ຮັບຮອງ ເອົາຕົວເລກດັ່ງກ່າວ ແລະ ທ່ານ ຍັງກ່າວຕື່ມອີກວ່າ: ໃນປີນີ້, ຈຳນວນພະນັກງານ ອອກຮັບອູດໜູນບໍານານມີປະມານ 4,000 ຄົນ ໂດຍອິງຕາມການລາຍງານຂອງ ກະຊວງພາຍໃນ. ດັ່ງນັ້ນ, ຕ້ອງໄດ້ຂຶ້ນແຜນທົນແທນໄວ້ ເພື່ອບໍ່ໃຫ້ມີການຂາດແຄນ. ປີ 2018, ລັດຖະບານໄດ້ອະນຸມັດ 1.500 ຄົນ, ຕົວເລກດັ່ງກ່າວຫຼຸດລົງຈາກ ປີ 2017 ແມ່ນ ...

Read More »

ຮອງປະທານປະເທດ ໄດ້ຮັບຫຼຽນລະດັບຊາດ ຍີ່ປຸ່ນ ຈາກເຈົ້າຈັກກະພັດ ນາຣຸຮິໂຕະ

ໃນວັນທີ 7 ພະຈິກ 2019, ຢູ່ສຳນັກພະຣາຊະວັງຍີ່ປຸ່ນ, ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ເຂົ້າຮັບຫຼຽນ Grand Cordon of the Order of the Rising Sun ຈາກເຈົ້າຈັກກະພັດ ນາຣຸຮິໂຕະ ແຫ່ງຍີ່ປຸ່ນ ເຊິ່ງແມ່ນຫຼຽນລະດັບຊາດ ຂັ້ນສູງສຸດ ຂອງຍີ່ປຸ່ນ ທີ່ມອບໃຫ້ຊາວຕ່າງຊາດ. ທ່ານ ພັນຄໍາ ວິພາວັນ ໄດ້ມີຜົນງານຫຼາຍດ້ານໃນການປະກອບສ່ວນເຂົ້າໃນການພົວພັນຮ່ວມມືລະຫວ່າງລາວ-ຍີ່ປຸ່ນ ໃນໄລຍະດຳລົງຕຳແໜ່ງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໂດຍລວມແລ້ວ ທ່ານຮອງປະທານປະເທດ ສປປ ລາວ ໃຫ້ຄວາມສໍາຄັນ ຕໍ່ການພົວພັນຮ່ວມມື ກັບ ຍີ່ປຸ່ນ ໃນຂະແໜງການສຶກສາ, ກິລາ, ວັດທະນະທໍາ ແລະ ສັງຄົມ ຕະຫຼອດມາ. ສະເພາະໄລຍະຫຼັງນີ້ ທ່ານໄດ້ສະໜັບສະໜູນ ຍີ່ປຸ່ນ ລົງສະໝັກເປັນເຈົ້າພາບຈັດງານແຂ່ງຂັນກິລາ ໂອແລມປິກ 2020 ເຊິ່ງ ສປປ ...

Read More »

ເຈົ້າໜ້າທີ່!!!​ຮຽກຮ້ອງໃຫ້ນັກຂັບຂີ່ ຫຼີກການສັນຈອນເຂດເສັ້ນທາງທາດຫຼວງ ຫຼຸດຜ່ອນຄວາມແອອັດ

ຄວາມແອອັດຂອງການສັນຈອນໃນໄລຍະບຸນທາດຫຼວງ ຍັງເປັນບັນຫາທີ່ຍັງບໍ່ສາມາດແກ້ໄຂໄດ້ ແລະ ກໍບໍ່ແມ່ນບັນຫາທີ່ເກີດຂຶ້ນໃນປີນີ້ ແຕ່ຈະເປັນທຸກໆປີ.​ສະນັ້ນ, ທາງການຈັດຕັ້ງຂັ້ນທ່ອງຖິ່ນ, ເມືອງ ແລະ ນະຄອນຫຼວງເອງ ແມ່ນໄດ້ຊອກທຸກວິທີທາງ ເພື່ອຈະແກ້ໄຂໃຫ້ໄດ້ດີທີ່ສຸດ ດັ່ງນັ້ນ, ກໍຈຶ່ງຮຽກຮ້ອງໃຫ້ຜູ້ຂັບຂີ່ ກໍໃຫ້ເປັນສ່ວນໜື່ງຂອງການແກ້ໄຂບັນຫານີ້ເຊັ່ນດຽວກັນ ຖ້າເປັນໄປໄດ້ ກໍຢາກໃຫ້ຫຼີກລຽງການສັນຈອນ ຜ່ານເສັ້ນທາງຕ່າງໆຂອງທາດຫຼວງຖ້າບໍ່ຈຳເປັນ. ເຈົ້າໜ້າທີ່ຈະລາຈອນນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດໃນຕອນເຊົ້າວັນທີ 6 ພະຈິກ 2019 ນີ້ວ່າ: ທາງເຈົ້າໜ້າທີ່ໄດ້ວາງກຳລັງ 350 ຄົນປະຈພ 80 ຈຸດ ໃນບໍລິເວນງານບຸນທາດຫຼວງ ພ້ອມທັງແຕ່ງຕັ້ງ ໃຫ້ມີເຈົ້າໜ້າທີ່ປະຈຳຢູ່ແຕ່ລະປ້ອມຍາມ ທົ່ວນະຄອນຫຼວງວຽງຈັນ. ຕົວເລກດັ່ງກ່າວຖືວ່າ ສູງກວ່າແຕ່ລະປີຜ່ານມາ, ອັນນັ້ນກໍໝາຍຄວາມວ່າ ການລະບາຍລົດ ຂອງເຈົ້າໜ້າທີ່ຖືວ່າເປັນວຽກໜັກພໍສົມຄວນໃນແຕ່ລະປີ ໂດຍສະເພາະປີນີ້, ມີການວາງກຳລັງຫຼາຍກວ່າທຸກປີ ເພື່ອປະຕິບັດໜ້າທີ່ນັກແຕ່ວັນ 5-11 ພະຈິກ. ທ່ານ ພັນໂທ ເພັງສະຫວັນ ທຳມາບຼນ ຫົວໜ້າພະແນກຕຳຫຼວດຈະລາຈອນນະຄອນຫຼວງກ່າວວ່າ: ຖ້າຜູ້ຂັບຂີ່່ລົດເປັນເຈົ້າການໃນການ ປະຕິບັດຕາມແຈ້ງການ ຂອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ກໍຈະສາມາດຫຼຸດຜ່ອນ ຄວາມແອອັດຂອງການສັນຈອນໃນງານບຸນປະເນີຕ່າງໆໄດ້. ທີ່ມາ: ວຽງຈັນທາຍ

Read More »

ຍິນດີກັບໜ້າທີ່ຕໍາແໜ່ງໃຫມ່ ຂອງເຈົ້າແຂວງຜົ້ງສາລີຜູ້ເກົ່າ ແລະ ຜູ້ໃໝ່

ພິທີມອບ-ຮັບ ເລຂາພັກແຂວງ, ເຈົ້້າແຂວງຜົ້ງສາລີລະຫວ່າງ ທ່ານ ຄຳເຈ່ນ ວົງໂພສີ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີຜູ້ເກົ່າ ແລະ ທ່ານ ຄຳຜອຍ ວັນນະສານ ຈະມາເປັນຜູ້ຮັກສາການເລຂາພັກແຂວງ, ຮັກສາການເຈົ້້າແຂວງຜົ້ງສາລີແທນ. ພິທີໄດ້ຈັດຂື້້ນໃນຕອນບ່າຍຂອງວັນທີ 1 ພະຈິກ 2019ນີ້ ທີ່ສະໂມສອນໃຫຍ່ຂອງແຂວງຜົ້ງສາລີ ທ່ານ ບຸດສະດີ ທະນະເມືອງ ຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຂື້ນຜ່ານ ຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 083/ກມສພ ລົງວັນທີ່ 13/9/2019 ແລະ ຄຳສັ່ງ ຂອງນາຍົກລັດຖະມົນຕີ ວ່າດ້ວຍການຍົກຍ້າຍພະນັກງານການນຳຂັ້ນສູນກາງໄປຮັບໜ້າທີ່ໃໝ່ ໂດຍອອກຄຳສັ່ງ ຍົກຍ້າຍສະຫາຍ ຄຳເຈ່ນ ວົງໂພສີ ກໍາມະການສູນກາງພັກ, ເລຂາພັກແຂວງຜົ້ງສາລີ ໄປຮັບໜ້າທີ່ໃໝ່ຢູ່ຄະນະໂຄສະນາສູນກາງພັກ; ແລະ ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກເລກທີ 086/ກມສພ ລົງວັນທີ 13/9/2019 ແລະ ຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ຜູ້ຮັກສາການເລຂາຄະນະບໍລິຫານງານພັກແຂວງຜົ້ງສາລີ ໂດຍແຕ່ງຕັ້ງ ສະຫາຍ ຄຳຜອຍ ວັນນະສານຮອງເລຂາພັກແຂວງ ຂື້ນເປັນ ຜູ້ຮັກສາການເລຂາຄະນະບໍລິຫານງານພັກແຂວງຜົ້ງສາລີ ພ້ອມນີ້ຍັງໄດ້ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ກໍຳມະການຄະນະບໍລິຫານງານພັກແຂວງຜົ້ງສາລີ ...

Read More »

ລະບຽບ!!! ຄວນຮູ້ໃນການສົ່ງອອກ-ນໍາເຂົ້າ ສິນຄ້າ ຜ່ານດ່ານຊາຍແດນທ້ອງຖີ່ນ ແລະ ດ່ານປະເພນີ

ຄໍາແນະນໍາ ວ່າດ້ວຍ ການຄຸ້ມຄອງການສົ່ງອອກ-ນໍາເຂົ້າ ສິນຄ້າ, ເຄື່ອງຂອງ ຜ່ານດ່ານຊາຍແດນທ້ອງຖີ່ນ ແລະ ດ່ານປະເພນີ ສະບັບເລກທີ 3708/ກງ ລົງວັນທີ 16 ກັນຍາ 2019 ມີຈຸດປະສົງຫຼັກເພື່ອ ກໍານົດຫຼັກການ, ວິທີການຄຸ້ມຄອງການສົ່ງອອກ-ນໍາເຂົ້າ ສີນຄ້າ ແລະ ເຄື່ອງຂອງ ຕາມດ່ານຊາຍແດນທ້ອງຖິ່ນ ແລະ ດ່ານຊາຍແດນປະເພນີ ເພື່ອໃຫ້ໄປໃນທິດທາງດຽວກັນກັບກົດໝາຍ ແລະ ລະບຽບການ ໂດຍສະເພາະແມ່ນ ລະບຽບການດ້ານສຸຂານາໄມພືດ-ສັດ, ສິ່ງແວດລ້ອມ ແລະ ການຄຸ້ມຄອງການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ. ຄໍາແນະນໍາສະບັບນີ້ໄດ້ກໍານົດປະເພດ ແລະ ປະລິມານຂອງສິນຄ້າ ແລະ ເຄື່ອງຂອງ ໃນການ ສົ່ງອອກ-ນໍາເຂົ້າ ຄື: ແນວພັນສາລີ ແມ່ນ 10 ກິໂລ ຕໍ່ຄົນ ຕໍ່ວັນ, ປະເພດສີນຄ້າເຄື່ອງມື ແລະ ກົນຈັກທີ່ໃຊ້ໃນການຜະລິດ ຄື: ລົດໄຖນາເດີນຕາມແມ່ນ 1 ຄັນຕໍ່ 1 ຄອບຄົວ, ຈັກສູບນໍ້າ 1 ເຄື່ອງຕໍ່ 1 ຄອບຄົວ, ຈັກຟາດເຂົ້າ 1 ...

Read More »

ສ ປປ ລາວ ອາດເປັນປະເທດໜຶ່ງທີ່ີສົ່ງອອກເຂົ້າສານ ຫຼາຍທີ່ສຸດໃນປະເທດອາຊຽນ

ນັກທຸລະກິດຈາກປະເທດມຽນມາ ໄດ້ໃຫ້ສຳພາດຕໍ່ທີມງານວຽງຈັນທາຍໃນມື້ວັນເສົາທີ 2 ພະຈິກ 2019 ທີ່ຜ່ານມາວ່າ : ສປປ ລາວ ອາດຈະເປັນໜຶ່ງຂອງບັນດາປະເທດທີ່ສົ່ງອອກເຂົ້າສານຫຼາຍທີ່ສູດໃນອາຊຽນ ຍ້ອນຍັງມີເນື້ອທີ່ດິນປູກເຂົ້າເປັນຈໍານວນຫຼາຍ ແລະ ຍັງອຸດົມສົມບູນບໍ່ຈຳເປັນຕ້ອງໃຊ້ສານເຄມີໃນການປູກພືດດັ່ງກ່າວ. ໃນອານາຄົດເຊື່ອວ່າ ປະເທດລາວມີຄວາມສາມາດປູກເຂົ້າເປັນສິນຄ້າເພື່ອສົ່ງອອກໄດ້ຫຼາຍກວ່າທີ່ຜ່ານມາ ແລະ ຖ້າຫາກໄດ້ຮັບການສົ່ງເສີມຢ່າງຈິງຈັງ ຈາກພາກລັດ ໂດຍການຮ່ວມມືກັບນັກລົງທຶນ ແລະ ຊາວນາ. ທ່ານ ຈໍສະວາໂຊ (U Kyaw Swar Soe) ປະທານບໍລິສັດ ນາເຣສ໌ ຈຳກັດ ແຫ່ງປະເທດ ໄດ້ກ່າວຕໍ່ສືມວນຊົນ ເນື່ອງໃນໂອກາດທີ່ມາເຊັນສັນຍາ ຊື້-ຂາຍເຂົ້າສານໃຫ້ ບໍລິສັດ ໂຮມໄຊ ການກະເສດ ຂາອອກ-ຂາເຂົ້າ ຂອງລາວ ແລະ ບໍລິການຈຳກັດ ຜູ້ດຽວ ໂດຍຮ່ວມກັບ ບໍລິສັດ ສະຫຍາມ ມ້າທອງ ຈຳກັດ ແຫ່ງປະເທດໄທ. ທ່ານ ໄດ້ອະທິບາຍຕື່ມອີກວ່າ: ການທີ່ຈະໃຫ້ປະເທດລາວກາຍເປັນປະເທດທີ່ສົ່ງອອກເຂົ້າສານຫຼາຍທີ່ສູດໃນອາຊຽນໄດ້ນັ້ນແມ່ນຍັງມີສິ່ງທ້າທາຍຫຼາຍ ເຊັ່ນ : ພາກລັດຕ້ອງໄດ້ຂະຫຍາຍລະບົບຊົນລະປະທານໃຫ້ຫຼາຍເພື່ອສະໜອງນ້ຳໃຫ້ແກ່ການຜະລິດໄດ້ທົ່ວເຖິງ ສາມາດໃຊ້ໄດ້ສອງລະດູ ຫຼື ສາມລະດູໃນການປູກເຂົ້າ. ສະເພາະ ນັກລົງທຶນ ຕ້ອງໄດ້ເອົາໃຈໃສ່ສົ່ງເສີມຊາວນາ ...

Read More »

ສັ່ງໂຈະ!!! ທຸລະກິດກ່ຽວກັບໂຮງງານອຸດສາຫະກຳປຸງແຕ່ງ ນຳໃຊ້ສິ່ງເສດເຫຼືອຢາງປລາສະຕິກ.

ກະຊວງອຸດສາຫະກໍາ ແລະ ການຄ້າ: ສັ່ງໂຈະ ການອະນຸຍາດດໍາເນີນທຸລະກິດໃໝ່ ກ່ຽວກັບໂຮງງານອຸດສາຫະກໍາປຸງແຕ່ງ ທີ່ນໍາໃຊ້ສິ່ງເສດເຫຼືອຢາງປລາສະຕິກ ເປັນວັດຖຸດິບ ເພື່ອເຮັດໃຫ້ການຄຸ້ມຄອງ, ການປັບປຸງ ແລະ ດັດສົມໂຮງງານອຸດສາຫະກໍາປຸງແຕ່ງ ທີ່ນໍາໃຊສິ່ງເສດເຫຼືອປລາສະຕິກ ເປັນວັດຖຸດິບ ໃຫ້ໄດ້ມາດຕະຖານເຕັກນິກ, ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ແລະ ສອດຄ່ອງກັບແນວທາງຂອງລັດຖະບານ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ໃຫ້ໄປຕາມທິດສີຂຽວ ແລະ ຍືນຍົງ. ດັ່ງນັ້ນ ກະຊວງອຸດສາຫະກໍາ ແລະ ການຄ້າ ຈິ່ງອອກຄໍາສັ່ງ ວ່າດ້ວຍການໂຈະ ການອະນຸຍາດດໍາເນີນທຸລະກິດໃໝ່ ກ່ຽວກັບໂຮງງານອຸດສາຫະກໍາປຸງແຕ່ງ ທີ່ນໍາໃຊ້ສິ່ງເສດເຫຼືອຢາງປລາສະຕິກ ເປັນວັດຖຸດິບ ເລກທີ 0903/ອຄ.ກອຫ ວັນທີ 31 ກໍລະກົດ 2019. ຄໍາສັ່ງສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ຈົນກວ່າຈະມີຄໍາສັ່ງສະບັບໃໝ່ ຫຼື ນິຕິກໍາອື່ນປ່ຽນແທນຄໍາສັ່ງສະບັບນີ້. ສໍາລັບວິສາຫະກິດ/ໂຮງງານ ທີ່ໄດ້ຮັບໃບທະບຽນວິສາຫະກິດ, ໃບອະນຸຍາດລົງທຶນ ຫຼື ໃບອະນຸຍາດດໍາເນີນທຸລະກິດ ແຕ່ຍັງບໍ່ໄດ້ຮັບໃບອະນຸຍາດປຸກສ້າງໂຮງງານ ແມ່ນໃຫ້ຢຸດຕິທັນທີ ຈົນກ່ວາຈະມີຄໍາສັ່ງສະບັບໃໝ່ ຫຼື ນິຕິກໍາອື່ນປ່ຽນແທນຄໍາສັ່ງສະບັບນີ້. ສ່ວນໂຮງງານອຸດສາຫະກໍາປຸງແຕ່ງ ທີ່ນໍາໃຊ້ສິ່ງເສດເຫຼືອປລາສະຕິກ ເປັນວັດຖຸດິບ ທີ່ໄດ້ປະກອບເອກະສານຄົບຖ້ວນແລ້ວ ແມ່ນເຫັນດີໃຫ້ສຶບຕໍ່ດໍາເນີນ ...

Read More »