ເອດີບີ ສະໜອງເງິນກູ້ 140 ລ້ານໂດລາໃຫ້ລັດຖະບານລາວ ປະຕິບັດ 3 ໂຄງການໃຫຍ່

ທະນາຄານພັດທະນາອາຊີ ຫຼື ເອດີບີ ໄດ້ຕົກລົງປ່ອຍເງິນກູ້ ມູນຄ່າ 140 ລ້ານໂດລາ ໃຫ້ແກ່ລັດຖະບານ ສປປ ລາວ ປະຕິບັດ 3 ໂຄງການ ເພື່ອພັດທະນາຂະແໜງກະສິກໍາ, ຂະແໜງສຶກສາ ແລະ ການຄຸ້ມຄອງການເງິນພາກລັດ.

ໃນວັນທີ 30 ຕຸລາ 2019 ທີ່ນະຄອນຫຼວງວຽງຈັນ, ທະນາຄານພັດທະນາອາຊີ ຫຼື ເອດີບີ ໄດ້ລົງນາມສັນຍາປ່ອຍເງິນກູ້ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ລວມມູນຄ່າທັງໝົດ 140 ລ້ານໂດລາ; ຕາງໜ້າລັດຖະບານ ສປປ ລາວ ໂດຍ ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ກັບ ທ່ານ ຢາຊູຊິ ເນກິຊິ ຜູ້ຕາງໜ້າທະນາຄານພັດທະນາອາຊີ ປະຈຳ ສປປ ລາວ; ມີທ່ານຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ທ່ານຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ, ຜູ້ຕາງໜ້າກະຊວງແຜນການ ແລະ ການລົງທຶນ, ທ່ານຮອງເຈົ້າແຂວງຫົວພັນ, ແຂວງຫຼວງພະບາງ, ແຂວງໄຊຍະບູລີ, ແຂວງຊຽງຂວາງ, ພ້ອມດ້ວຍຄະນະກົມທີ່ກ່ຽວຂ້ອງເຂົ້າຮ່ວມ.

ການສະໜອງເງິນກູ້ 3 ໂຄງການ ລວມມູນຄ່າທັງໝົດ 140 ລ້ານໂດລາສະຫະລັດ ຂອງທະນາຄານພັດທະນາອາຊີໃຫ້ລັດຖະບານ ສປປ ລາວ ເພື່ອສ້າງ ຄວາມເຂັ້ມແຂງດ້ານເສດຖະກິດ – ສັງຄົມໃຫ້ມີການເຕີບໂຕຢ່າງຕໍ່ເນື່ອງ, ຮັກສາສະພາບແວດລ້ອມແບບຍືນຍົງໄປຄຽງຄູ່ກັບການລຶບລ້າງຄວາມທຸກຍາກ ໂດຍສະເພາະແມ່ນໂຄງການພັດທະນາຂະແໜງກະສິກຳ ມູນຄ່າ 45 ລ້ານໂດລາສະຫະລັດ ເປັນການສ້າງຄວາມເຂັ້ມແຂງໃຫ້ລະບົບຊົນລະປະທານ, ເສັ້ນທາງໃນຊົນນະບົດ ແລະ ເງື່ອນໄຂດ້ານໂພຊະນາການ, ເຂົ້າເຖິງຕະຫຼາດກະສິກຳ, ຊ່ວຍໃຫ້ມີລາຍຮັບເພີ່ມ, ປັບປຸງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃນ 4 ແຂວງພາກເໜືອຂອງລາວ ເຊັ່ນ: ແຂວງຫົວພັນ, ແຂວງຫຼວງພະບາງ, ແຂວງໄຊຍະບູລີ ແລະ ແຂວງຊຽງຂວາງ.

ສຳລັບໂຄງການພັດທະນາຂະແໜງສຶກສາ ຈຳນວນ 50 ລ້ານໂດລາສະຫະລັດ ເປັນການພັດທະນາຂະແໜງການສ້າງວຽກເຮັດງານທຳ, ຊ່ວຍຍົກລະດັບອັດຕາເຂົ້າຮຽນ, ປັບປຸງຄຸນນະພາບການສຶກສາໃນຂັ້ນມັດທະຍົມ, ຂັ້ນປະຖົມໃຫ້ແທດເໝາະກັບຄວາມຕ້ອງການທີ່ປ່ຽນແປງຂອງຕະຫຼາດແຮງງານ.

ສຳລັບໂຄງການຄຸ້ມຄອງການເງິນພາກລັດ ມູນຄ່າ 45 ລ້ານໂດລາສະຫະລັດ ຈະຊ່ວຍລັດຖະບານປັບປຸງການຄຸ້ມຄອງໜີ້ສິນພາກລັດ, ການຄຸ້ມຄອງປັບປຸງດ້ານພາສີ, ປັບປຸງການວາງແຜນງົບປະມານ ແລະ ການເງິນໄລຍະກາງ, ການສົ່ງເສີມການປົກຄອງ, ສ້າງຄວາມໜ້າເຊື່ອຖືທາງດ້ານການເງິນ. ທັງໝົດນີ້ແມ່ນສອດຄ່ອງກັບການສະໜັບສະໜູນຂອງ ເອດີບີ ໃນການປັບປຸງໃນໄລຍະຍາວທີ່ເປັນບຸລິມະສິດຂອງລັດຖະບານ.

ທີ່ມາ: ກະຊວງການເງິນ

Comments