ຮອງປະທານປະເທດ ໄດ້ຮັບຫຼຽນລະດັບຊາດ ຍີ່ປຸ່ນ ຈາກເຈົ້າຈັກກະພັດ ນາຣຸຮິໂຕະ

ໃນວັນທີ 7 ພະຈິກ 2019, ຢູ່ສຳນັກພະຣາຊະວັງຍີ່ປຸ່ນ, ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ເຂົ້າຮັບຫຼຽນ Grand Cordon of the Order of the Rising Sun ຈາກເຈົ້າຈັກກະພັດ ນາຣຸຮິໂຕະ ແຫ່ງຍີ່ປຸ່ນ ເຊິ່ງແມ່ນຫຼຽນລະດັບຊາດ ຂັ້ນສູງສຸດ ຂອງຍີ່ປຸ່ນ ທີ່ມອບໃຫ້ຊາວຕ່າງຊາດ.

ທ່ານ ພັນຄໍາ ວິພາວັນ ໄດ້ມີຜົນງານຫຼາຍດ້ານໃນການປະກອບສ່ວນເຂົ້າໃນການພົວພັນຮ່ວມມືລະຫວ່າງລາວ-ຍີ່ປຸ່ນ ໃນໄລຍະດຳລົງຕຳແໜ່ງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໂດຍລວມແລ້ວ ທ່ານຮອງປະທານປະເທດ ສປປ ລາວ ໃຫ້ຄວາມສໍາຄັນ ຕໍ່ການພົວພັນຮ່ວມມື ກັບ ຍີ່ປຸ່ນ ໃນຂະແໜງການສຶກສາ, ກິລາ, ວັດທະນະທໍາ ແລະ ສັງຄົມ ຕະຫຼອດມາ. ສະເພາະໄລຍະຫຼັງນີ້ ທ່ານໄດ້ສະໜັບສະໜູນ ຍີ່ປຸ່ນ ລົງສະໝັກເປັນເຈົ້າພາບຈັດງານແຂ່ງຂັນກິລາ ໂອແລມປິກ 2020 ເຊິ່ງ ສປປ ລາວ ເປັນປະເທດອັນດັບຕົ້ນ ທີ່ແຈ້ງໃຫ້ການສະໜັບສະໜູນຍີ່ປຸ່ນ ແລະ ຍີ່ປຸ່ນ ໄດ້ຮັບເລືອກຕັ້ງ.

ພ້ອມນັ້ນ ຍັງສົ່ງເສີມການຮ່ວມມືດ້ານກິລາລາວ ແລະ ຍີ່ປຸ່ນ ໂດຍສະເພາະ ການຝຶກແອບນັກກິລາລາວ ທີ່ຈະເຂົ້າຮ່ວມງານມະຫາກຳກິລາ ໂອແລມປິກ 2020 ທີ່ ໂຕ ກຽວ, ສະໜັບສະໜູນການສ້າງຕັ້ງຫ້ອງການຜູ້ຕາງໜ້າສູນອາຊີມູນນິທິຍີ່ປຸ່ນ ປະຈໍາ ສປປ ລາວ. ປັດຈຸບັນ, ຫ້ອງການດັ່ງກ່າວ ໄດ້ປະຕິບັດໜ້າທີ່ຢ່າງຕັ້ງໜ້າໃນການສົ່ງເສີມການແລກປ່ຽນທາງດ້ານວັດທະນະທໍາ ແລະ ສັງຄົມ ສອງປະ ເທດ ໄດ້ເປັນຢ່າງດີ,

ທັງ ແລກປ່ຽນຄໍາຄິດເຫັນຢ່າງຕັ້ງໜ້າ ແລະ ຮ່ວມກັບ ທ່ານ ຕາເກໂອະ ຄາວາມູຣະ ປະທານສະມາຄົມມິດຕະພາບ ຍີ່ປຸ່ນ-ລາວ ຝ່າຍສະພາ ເຂົ້າຮ່ວມພິທີປູກຕົ້ນຊາກູຣະ (ປະມານ 220 ຕົ້ນ) ໃນປີ 2015 ທີ່ ແຂວງຫົວພັນ ເຊິ່ງແມ່ນກິດຈະກໍາສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ ແລະ ຍີ່ປຸ່ນ ຄົບຮອບ 60 ປີ ແລະ ໄດ້ມີການພັດທະນາສະຖານທີ່ປູກຕົ້ນຊາກູຣະດັ່ງກ່າວ ໃຫ້ເປັນ ສວນສາທາລະນະ ຕົ້ນຊາກູຣະມິດຕະ ພາບ ລາວ ແລະ ຍີ່ປຸ່ນ.

ຫຼຽນ Order of the Rising Sun ແມ່ນຫຼຽນລະດັບຊາດ ທີ່ລັດຖະບານຍີ່ປຸ່ນ ມອບໃຫ້ແກ່ຊາວຕ່າງຊາດ ເລີ່ມແຕ່ປີ 1875 ເປັນຕົ້ນມາ ໂດຍປະດັບໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນໃນຂົງເຂດວຽກງານການທູດ, ການພົວພັນສອງຝ່າຍ, ດ້ານເສດຖະກິດ, ວັດທະນະທຳ-ສັງຄົມ, ການຮັກສາສິ່ງແວດລ້ອມ ແລະ ອື່ນໆ ໂດຍແມ່ນເຈົ້າຈັກກະພັດຍີ່ປຸ່ນ ເປັນຜູ້ມອບ 02 ຄັ້ງ ຕໍ່ປີ (ລະດູໃບໄມ້ປົ່ງ ຕົ້ນປີ ແລະ ລະດູໃບໄມ້ຫລົ່ນ ທ້າຍປີ) ເຊິ່ງປະກອບມີ 06 ຂັ້ນ.

ຂ່າວ-ພາບ: ອ່າຍຄຳ

ທີ່ມາ: ຂ່າວສານປະເທດລາວ

Comments