ລັດຖະບານ ມີແຜນເພີ່ມຕົວເລກລັດຖະກອນໃໝ່ເພີ່ມເປັນ 2.000 ຄົນ

ຕາມຂ່າວໜັງສືພິມ ວຽງຈັນທາຍ ໃຫ້ຮູ້ວ່າ ລັດຖະບານມີແຜນ ຈະຮັບລັດຖະກອນ 2.000 ຄົນໃນປີ 2020 ເພີ່ມຈາກຈຳນວນ 1.500 ໃນປີນີ້.

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ການເງິນ ໄດ້ລາຍງານແຜນການດັ່ງກ່າວຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ເຊິ່ງກຳລັງດຳເນີນໃນປັດຈຸບັນ. ລັດຖະບານໄດ້ຂຶ້ນ ແຜນຕົວເລກລັດຖະກອນໃໝ່ 2.000 ຄົນໃນ ປີ 2020 ແລະ ໄດ້ຂຶ້ນແຜນລາຍ ຈ່າຍໄວ້ແລ້ວ.

ທ່ານ ສົມດີ ໄດ້ສະເໜີກອງປະຊຸມສະພາແຫງຊາດໃຫ້ພິຈາລະນາ ແລະ ຮັບຮອງ ເອົາຕົວເລກດັ່ງກ່າວ ແລະ ທ່ານ ຍັງກ່າວຕື່ມອີກວ່າ: ໃນປີນີ້, ຈຳນວນພະນັກງານ ອອກຮັບອູດໜູນບໍານານມີປະມານ 4,000 ຄົນ ໂດຍອິງຕາມການລາຍງານຂອງ ກະຊວງພາຍໃນ. ດັ່ງນັ້ນ, ຕ້ອງໄດ້ຂຶ້ນແຜນທົນແທນໄວ້ ເພື່ອບໍ່ໃຫ້ມີການຂາດແຄນ.

ປີ 2018, ລັດຖະບານໄດ້ອະນຸມັດ 1.500 ຄົນ, ຕົວເລກດັ່ງກ່າວຫຼຸດລົງຈາກ ປີ 2017 ແມ່ນ 3,000 ຄົນ ເນຶ່ອງຈາກລັດຖະບານເຫັນວ່າອັດຕາສ່ວນຂອງລັດ ຖະກອນກວມເອົາຈຳນວນຫຼາຍ ທຽບໃສ່ປະຊາກອນ.

ການຫຼຸດຈຳນວນລັດຖະກອນໃນປີຜ່ານມານັ້ນແມ່ນເພື່ອປັບປຸງໂຄງຮ່າງການຈັດຕັ້ງຂອງລັດໃຫ້ມີຄວາມກະທັດຮັດ, ມີປະສິດທິພາບໃນການດຳເນີນວຽກງານ ພະນັກງານຄົນໜຶ່ງສາມາດເຮັດຫຼາຍວຽກຢ່າງມີຄວາມຮັບຜິດຊອບ.

ອິງຕາມສະຖິຕິຂອງກະຊວງພາຍໃນ, ປັດຈຸບັນ ຈຳນວນລັດຖະກອນມີທັງໝົດ 184.000 ຄົນ ຫຼື ເທົ່າກັບ 2,8% ຂອງປະຊາກອນ.

ຂ່າວ: ນສພ ວຽງຈັນທາຍ

Comments