ປີ 2020 ລັດຖະບານຈະເນັ້ນ ຫຼຸດຜ່ອນການນຳເຂົ້າ ແລະ ໃຫ້ມີເຫຼືອເພື່ອສົ່ງອອກ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ລາຍງານໃຫ້ຮູ້ໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 7 ພະຈິກ 2019 ຜ່ານມານີ້ວ່າ:  ລັດຖະບານວາງແຜນ ປີ 2020 ຈະສຸມໃສ່ເພີ່ມທະວີແກ້ໄຂທຸກອຸປະສັກທີ່ພົວພັນເຖິງການສົ່ງເສີມການຜະລິດ ແລະ ການບໍລິການ ເປັນຕົ້ນ ການຜະລິດກະສິກໍາເປັນສິນຄ້າ ເພື່ອສະໜອງສະບຽງອາຫານທີ່ພຽງພໍ, ຫຼຸດຜ່ອນການນໍາເຂົ້າ ແລະ ມີເຫຼືອ ເພື່ອສົ່ງອອກໃຫ້ຫຼາຍຂຶ້ນ, ເອົາໃຈໃສ່ສົ່ງເສີມການຜະລິດອຸດສາຫະກໍາປຸງແຕ່ງ ແລະ ອຸດສາຫະກໍາ ທີ່ພວກເຮົາມີທ່າແຮງເພື່ອສົ່ງອອກ ແນໃສ່ສ້າງລາຍຮັບເປັນເງິນຕາຕ່າງປະເທດເພີ່ມຂຶ້ນ ເປັນຕົ້ນ ອຸດສາຫະກໍາປຸງແຕ່ງຜະລິດຕະພັນກະສິກໍາ, ກະແສໄຟຟ້າ, ແຮ່ທາດ, ເຂດເສດຖະກິດພິເສດ, ຫັດຖະກໍາອື່ນໆທີ່ເປັນມູນເຊື້ອ ເຊັ່ນ: ຝ້າຍໄໝ, ຈັກສານ, ຄວັດແກະສະຫລັກ ແລະ ອື່ນໆ.

ຈະຕ້ອງໄດ້ເພີ່ມຄວາມພະຍາຍາມ ເພື່ອສືບຕໍ່ສ້າງພື້ນຖານທີ່ໜັກແໜ້ນ ໃຫ້ແກ່ການຫັນໂຄງປະກອບເສດຖະກິດ ໃຫ້ການພັດທະນາໄປຕາມທິດການເຕີບໂຕທີ່ມີຄຸນນະພາບ ແລະ ດ້ວຍຈັງຫວະເຕີບໂຕທີ່ໝັ້ນທ່ຽງ, ປະສົມປະສານຢ່າງກົມກຽວ ລະຫວ່າງ ການເຕີບໂຕທາງດ້ານເສດຖະກິດ ແລະ ສັງຄົມ, ຮັກສາໄດ້ຄວາມຍືນຍົງ ແລະ ສວຍງາມທາງດ້ານທໍາມະຊາດ ແລະ ສິ່ງແວດລ້ອມ ເພື່ອສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 (2021-2025) ໃນສະໄໝຕໍ່ໄປ, ພ້ອມທັງສຸມທຸກກໍາລັງແຮງສ້າງໃຫ້ມີສະຖຽນລະພາບ ທາງດ້ານການເມືອງ, ຮັບປະກັນໄດ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເຮັດໃຫ້ສັງຄົມມີຄວາມສະຫງົບ-ປອດໄພ ເພື່ອສ້າງເງື່ອນໄຂ ແລະ ສະພາບທີ່ເອື້ອອໍານວຍ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ.
ທີ່ມາ: ຂ່າວສານປະເທດລາວ

Comments