ສາເຫດ!!! ທີ່ເຮັດໃຫ້ເສດຖະກິດຂອງປະເທດລາວ ບໍ່ຂະຫຍາຍຕົວຕາມຄາດໝາຍ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລາຍງານຕໍ່ສະມາຊິກສະພາ ໃນກອງປະຊຸມສະໃໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ທີ່ໄດ້ເປີດຢ່າງເປັນທາງການມື້ເຊົ້າຂອງ ວັນທີ 7 ພະຈິກ 2019 ນີ້ວ່າ: ສະພາບແວດລ້ອມການພັດທະນາເສດຖະກິດປີນີ້ ແມ່ນດຳເນີນໄປທ່າມກາງທີ່ສາກົນສືບຕໍ່ຜັນແປໄປຢ່າງສັບສົນ, ສົງຄາມການຄ້າລະຫວ່າງປະເທດມະຫາອຳນາດ ບວກກັບຄວາມເຄັ່ງຕຶງຢູ່ໃນຂົງເຂດຕ່າງໆຂອງໂລກ ສົ່ງຜົນກະທົບທາງກົງ ແລະ ທາງອ້ອມຕໍ່ຫຼາຍປະເທດ ແລະ ສ້າງຄວາມຜັນຜວນຕໍ່ຕະຫຼາດການເງິນ, ຕະຫຼາດທຶນຂອງທົ່ວໂລກເຮັດໃຫ້ການເຕີບໂຕຂອງເສດຖະກິດຖືກກະທົບ ກອງທຶນການເງິນລະຫວ່າງປະເທດ (IMF) ໄດ້ປັບຫຼຸດຄາດຄະເນອັດຕາການເຕີບໂຕຂອງເສດຖະກິດໂລກ ລົງຈາກ 3,2% ໃນປີ 2019 ມາເປັນ 3% ແລະ ຈາກ 3,5% ສໍາລັບປີ 2020 ເປັນ 3,4% ເຊິ່ງຖືວ່າເປັນອັດຕາຕ່ຳສຸດໃນຮອບ 10 ປີ ເຊິ່ງແນ່ນອນຈະສົ່ງຜົນກະທົບຕໍ່ບ້ານເຮົາຢ່າງຫຼີກລ້ຽງບໍ່ໄດ້

ປະເທດເຮົາໃນປີນີ້ ຍັງບໍ່ທັນຫຼຸດພົ້ນອອກຈາກຄວາມຫຍຸ້ງຍາກທີ່ມີລັກສະນະຊຳເຮື້ອແຫ່ງການຂາດດຸນໃນດ້ານຕ່າງໆທີ່ໜັກໜ່ວງ ບວກກັບໄພພິບັດ, ອຸທົກກະໄພໃນປີ 2018 ແລະ ຕໍ່ເນື່ອງໃສ່ປີ 2019 ກາຍເປັນອຸປະສັກໃຫ້ແກ່ການພັດທະນາ, ທັງເປັນການຈຳກັດແຫຼ່ງງົບປະມານ ເພື່ອອັດສີດເຂົ້າໃສ່ການກະຕຸ້ນເສດຖະກິດ ແລະ ຈັດຕັ້ງປະຕິບັດໂຄງການຕ່າງໆເພື່ອການເຕີບໂຕຂອງເສດຖະກິດ, ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດໃນປີ 2019 ໄດ້ຖືກຊ້ຳເຕີມດ້ວຍຜົນກະທົບຈາກໄພທຳມະຊາດຢ່າງໜັກໜ່ວງບໍ່ນ້ອຍກວ່າປີ 2018 ໂດຍໃນປີ 2019 ນີ້ ນອກຈາກນໍ້າຖ້ວມ 6 ແຂວງພາກກາງ ແລະ ພາກໃຕ້ຢ່າງໜັກໜ່ວງແລ້ວ ຊ້ຳພັດເກີດມີໄພແຫ້ງແລງເກີດຂຶ້ນໃນ 2 ຮອບ ໃນປີດຽວກັນ, ອັນໄດ້ສົ່ງຜົນສະທ້ອນຕໍ່ການປູກເຂົ້າ ແລະ ປູກພືດລະດູຝົນຫຼ້າຊ້າ, ເສຍຫາຍ ລວມທັງກະທົບຕໍ່ການລ້ຽງສັດ, ການປະມົງ, ກະທົບຕໍ່ປະລິມານນ້ຳເພື່ອຜະລິດໄຟຟ້າ ແລະ ສະໜອງນ້ຳປະປາກໍ່ຫຼຸດລົງ. 

ນອກນີ້, ກໍຍັງມີການລະບາດຂອງພະຍາດອະຫິວາໝູອາຟຣິກາ, ພະຍາດລະບາດຂອງບົ້ງສາລີ ແລະ ໄພນ້ຳຖ້ວມຢ່າງໜັກໜ່ວງໃນຮອບຫຼາຍ 10 ປີຢູ່ບັນດາແຂວງພາກກາງ ແລະ ພາກໃຕ້, ສະພາບໄຂ້ຍຸ້ງລາຍກໍ່ລະບາດ ເຊິ່ງຈາກສະພາບດັ່ງກ່າວນັ້ນ ເຮັດໃຫ້ການສະໜອງພາຍໃນບໍ່ພຽງພໍເທົ່າທີ່ຄວນ, ຈາກສະພາບແວດລ້ອມທາງສາກົນ ແລະ ພາຍໃນດັ່ງກ່າວນັ້ນ ໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ການຄຸ້ມຄອງເສດຖະກິດມະຫາພາກຂອງລັດຖະບານ ທີ່ມີຄວາມບອບບາງຢູ່ແລ້ວ ພົບຂໍ້ຫຍຸ້ງຍາກ ແລະ ທ້າທາຍຫຼາຍຫຼາຍຂຶ້ນ,

ລັດຖະບານຈິ່ງຈຳເປັນຕ້ອງໄດ້ອວ່າຍງົບປະມານປົກກະຕິ ໄປສູ່ການແກ້ໄຂໄພພິບັດ ແລະ ເລັ່ງປັບປຸງໂຄງລ່າງພື້ນຖານທີ່ຖືກທຳລາຍໃຫ້ກັບຄືນມານຳໃຊ້ໄດ້ໂດຍໄວ ແຕ່ອີກເບື້ອງໜຶ່ງກໍເພີ່ມຄວາມກົດດັນໃຫ້ແກ່ງົບປະມານທີ່ມີຈຳກັດຢູ່ແລ້ວ ຍິ່ງໜີບຮັດຊ້ຳເຕີມໃຫ້ແກ່ການຈັດສັນງົບປະມານ ທີ່ຢາກໃຫ້ເປັນໄປຕາມແຜນວາງໄວ້ພົບຂໍ້ຫຍຸ້ງຍາກ, ຈາກບັນຫາທັງໝົດນີ້ ຈິ່ງຄາດຄະເນການຂະຫຍາຍຕົວຂອງເສດຖະກິດລາວ ໝົດປີ 2019 ນີ້ ຈະບັນລຸພຽງ 6,4% ເຊິ່ງຫຼຸດແຜນການທີ່ສະພາແຫ່ງຊາດຮັບຮອງໄວ້ ປະມານ 0,3% (ມະຕິສະພາ 6,7%).

Comments