ການບິນໄທ ຈັດແພັກເກັດບັດໂດຍສານລາຄາພິເສດ ສຳລັບເດີນທາງໃນກຸ່ມປະເທດ CLMV

ບໍລິສັດການບິນໄທ ຈຳກັດ ມະຫາຊົນ ຈັດ Packets  “One Pass One Price Value Card” ຈຳໜ່າຍບັດໂດຍສານຊັ້ນປະຫຍັດ ຖ້ຽວດຽວຈຳນວນ 4 ສະບັບ ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານທີ່ຈະເດີນທາງໃນເສັ້ນທາງລະຫວ່າງກຸງເທບ ແລະ ກຸ່ມປະເທດ CLMV ຄື: ພະນົມເປັນ, ສຽມລຽບ, ວຽງຈັນ, ຫຼວງພະບາງ, ຢາງກຸ້ງ, ມັນດະເລ, ໂຮ່ຈີ່ມິ້ນ, ຮ່າໂນ່ຍ ລາຄາຕໍ່ແພັກເກັດເລີ່ມຕົ້ນ 260 ໂດລາ ເລີ່ມຈຳໜ່າຍຕັ້ງແຕ່ວັນທີ 11 ພະຈິກ – 10 ທັນວາ 2019.

ທ່ານ ກໍລະກົດ ຊາຕະສິງ ຜູ້ອຳນວຍການຝ່າຍຂາຍ ປະເທດໄທ ບໍລິສັດການບິນໄທ ຈຳກັດ ມະຫາຊົນ ກ່າວວ່າ: ບໍລິສັດ ການບິນໄທ ໄດ້ຈັດແພັກເກັດ “One Pass One Price Value Card” ຈຳໜ່າຍບັດໂດຍສານຊັ້ນປະຫຍັດ ຖ້ຽວດຽວຈຳນວນ 4​ ສະບັບ ສາມາດໃຊ້ເດີນທາງໃນຖ້ຽວບິນທັງການບິນໄທ ແລະ ສາຍການບິນໄທສະມາຍ ໃນເສັ້ນທາງລະຫວ່າງ ກຸງເທບ ແລະ ກຸ່ມປະເທດ CLMV ເຊິ່ງຜູ້ໂດຍສານສາມາດເລືອກເສັ້ນທາງທີ່ກຳນົດໄດ້ຫຼາຍເສັ້ນທາງຕໍ່ກຣາດໜຶ່ງໃບ ລາຄາຕໍ່ແພັກເກັດເລີ່ມຕົ້ນ  260 ໂດລາສະຫະລັດ ເລີ່ມຈຳໜ່າຍຕັ້ງແຕ່ວັນທີ 11 ພະຈິກ – 10 ທັນວາ 2019,  ອອກບັດໂດຍສານ ແລະ ເລີ່ມເດີນທາງໄດ້ຕັ້ງແຕ່ວັນທີ 11 ພະຈິກ 2019 – 31 ພຶດສະພາ 2020 ມີລາຍລະອຽດດັ່ງນີ້:

  • ເສັ້ນທາງຂາອອກຈາກກຸງເທບ ຖ້ຽວດຽວ ຈຳນວນ 4 ສະບັບ ໄປຍັງພະນົມເປັນ, ສຽມລຽບ, ວຽງຈັນ, ຫຼວງພະບາງ, ຢາງກຸ້ງ, ມັດດະເລ, ໂຮ່ຈີ່ມິນ, ຮ່າໂນ່ຍ ລາຄາຕໍ່ແພັກເກັດ 260 ໂດລາສະຫະລັດ
  • ເສັ້ນທາງຂາເຂົ້າມາຍັງກຸງເທບຖ້ຽວດຽວຈຳນວນ 4 ສະບັບ ເລີ່ມເດີນທາງຈາກ ພະນົມເປັນ,ສຽມລຽບ, ວຽງຈັນ, ຫຼວງພະບາງ, ຢາງກຸ້ງ, ມັດດະເລ, ໂຮ່ຈີ່ມິນ, ຮ່າໂນ່ຍ ລາຄາຕໍ່ແພັກເກັດ  260 ໂດລາສະຫະລັດ.

ລາຄາດັ່ງກ່າວແມ່ນລວມພາສີສະໜາມບິນ ແລະ ຄ່າທຳນຽມທຸກປະເພດແລ້ວ (ຄ່າພາສີ ແລະ ຄ່ານຽມ ປ່ຽນແປງຕາມອັດຕາແລກປ່ຽນໃນມື້ທີ່ອອກບັດໂດຍສານ) ບັດໂດຍສານລາຄາພິເສດນີ້ມີຈຳນວນຈຳກັດໃນແຕ່ລະຖ້ຽວບິນ ແລະ ເປັນບັດໂດຍສານແບບມີເງື່ອນໄຂ, ຜູ້ໂດຍສານຈະໄດ້ຮັບໄມສະສົມຕາມເງື່ອນໄຂຂອງ Royal Orchid Plus

ທັງນີ້, ແພັກເກັດ “One Pass One Price Value Card” ມີຈຳໜ່າຍທີ່ສຳນັກງານຂາຍການບິນໄທ ສາຂາສຳນັກງານໃຫຍ່ ສາຂາຫຼານຫຼວງ, ສາຂາສີລົມ ແລະ ສາຂາ ປະເທດກຳປູເຈຍ, ລາວ, ມຽນມ້າ ແລະ ຫວຽດນາມ. ຜູ້ໂດຍສານສາມາດເບິ່ງລາຍລະອຽດຕາຕະລາງການບິນພ້ອມຈອງບ່ອນນັ່ງ ແລະ ອອກບັດໂດຍສານໂດຍໃຊ້ Pin ແລະ  Password ໄດ້ທີ່ເວັບໄຊ Thaiairways.com ຫຼື ສອບຖາມລາຍລະອຽດເພີ່ມຕື່ມໄດ້ທີ່ THAI Contact Center +856 21 222527-9.

Comments