News

ຮອງນາຍົກ ຊີ້ແຈງມາດຕະການໃນການເພີ່ມທະວີການຈັດເກັບລາຍຮັບ

ລັດຖະບານ ຈະສຸມໃສ່ຄົ້ນຄວ້າ ແລະ ຂຸດຄົ້ນແຫຼ່ງລາຍຮັບທີ່ຍັງບົ່ມຊ້ອນ ເພື່ອທົດແທນແຫຼ່ງລາຍຮັບທີ່ສູນເສຍໄປ ສືບຕໍ່ເລັ່ງຂະຫຍາຍການຄຸ້ມຄອງຈັດເກັບລາຍຮັບ ຜ່ານລະບົບຄຸ້ມຄອງທີ່ທັນສະໄໝໃຫ້ກວ້າງຂວາງກວ່າເກົ່າ ເພື່ອຍົກສູງປະສິດທິພາບໃນການຈັດເກັບ ທັງເປັນການສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ຜູ້ປະກອບການ ມອບພັນທະໃຫ້ຫຼາຍຂຶ້ນ. ໃນວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໃນຄັ້ງວັນທີ 25 ມິຖຸນາ 2020, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ຂຶ້ນຊີ້ແຈງກ່ຽວກັບນະໂຍບາຍ, ມາດຕະການໃນການເພີ່ມທະວີການຈັດເກັບລາຍຮັບ ໄປພ້ອມກັບການຈໍາກັດ ແລະ ປະຢັດລາຍຈ່າຍ ແລະ ລະດົມທຶນຈາກພາຍໃນ ແລະ ຕ່າງປະເທດ ເພື່ອມາດຸນດ່ຽງງົບປະມານ ແລະ ການປະຕິບັດພັນທະຊໍາລະໜີ້ເງິນກູ້ຢືມພາຍໃນ ແລະ ຕ່າງປະເທດໃນສະພາບປັດຈຸບັນ ທີ່ງົບປະມານແຫ່ງລັດມີຄວາມຫຍຸ້ງຍາກ. ທ່ານ ສົມດີ ດວງດີ ກ່າວວ່າ: ໃນສະພາບປັດຈຸບັນທີ່ງົບປະມານແຫ່ງລັດມີຄວາມຫຍຸ້ງຍາກ ເຊິ່ງກະຊວງການເງິນໄດ້ມີບາງນະໂຍບາຍ ແລະ ມາດຕະການ ທາງດ້ານການເງິນ – ງົບປະມານ ໃນ 6 ເດືອນທ້າຍ ປີ 2020. ໃນນີ້, ນະໂຍບາຍ ແລະ ມາດຕະການໃນການເພີ່ມທະວີການຈັດເກັບລາຍຮັບ ...

Read More »

KFC ເປີດ “ຮ້ານອາຫານແຫ່ງອະນາຄົດ” ບໍລິການດ້ວຍຫຸ່ນຍົນ

ບໍລິສັດ KFC ເປີດຮ້ານພ້ອມກັບພະນັກງານຫຸ່ນຍົນ ໂດຍເອີ້ນວ່າ “ຮ້ານອາຫານແຫ່ງອະນາຄົດ” ເຊິ່ງໄດ້ທຳເລເປີດຮ້ານຢູ່ທີ່ມອສໂກ ປະເທດຣັັດເຊຍ ເຊິ່ງເປັນຮ້ານທີ່ຖືກສ້າງຕັ້ງຂຶ້ນກ່ອນການລະບາດຂອງພະຍາດ COVID-19. ຮ້ານອາຫານແຫ່ງອະນາຄົດ ມີຈຸດມຸ່ງໝາຍເພື່ອຫຼຸດຜ່ອນການຕິດຕໍ່ ຫຼືພົບປະກັນລະຫວ່າງ ພະນັກງານ ແລະ ລູກຄ້າ. ຄວາມຄິດນີ້ເກີດຂຶ້ນກ່ອນທີ່ຣັດເຊຍ ແລະ ຫຼາຍປະເທດຈະເລີ່ມມາດຕະການ Lockdown ໂດຍເຫັນວ່າເປັນທາງເລືອກທີ່ປອດໄພກວ່າໃນການໃຫ້ບໍລິການອາຫານ ຜົນຈາກການໃຊ້ຫຸ່ນຍົນແບບບໍຕ້ອງເພິ່ງພາພະນັກງານ ໃນການນຳອາຫານປຸງສຸກແລ້ວມາເສີບທີ່ຈຸດຮັບອາຫານທີ່ກຳນົດໄວ້. ຈາກນັ້ນ, ລູກຄ້າຈະຕ້ອງປ້ອນລະຫັດທີ່ທາງຮ້ານກຳນົດໃຫ້ເພື່ອຊຳລະເງິນຜ່ານບັດເຄຣດິດ ຫຼືຢືນຢັນຕົວຕົນດ້ວຍຂໍ້ມູນໃບໜ້າທີ່ລົງທະບຽນໄວ້ ໂດຍຄຳສັ່ງຊື້ທັງໝົດຈະຖືກ ນຳເຂົ້າລະບົບແບບບໍ່ຕ້ອງໃຊ້ພະນັກງານ ແຫຼ່ງຂໍ້ມູນ: <iframe src=”https://www.facebook.com/plugins/post.php?href=https%3A%2F%2Fwww.facebook.com%2FMarketingOopsdotcom%2Fposts%2F10156951454462610&width=500″ width=”500″ height=”612″ style=”border:none;overflow:hidden” scrolling=”no” frameborder=”0″ allowTransparency=”true” allow=”encrypted-media”></iframe>

Read More »

ເຂດ Siberian ຂອງປະເທດຣັດເຊຍ ມີອຸນຫະພູມຮ້ອນທີ່ສຸດໃນປະຫວັດສາດ ຕັ້ງແຕ່ເລີ່ມແທກມາ…

ຄື້ນຄວາມຮ້ອນ ໃນເມືອງ Siberian ຂອງຣັດເຊຍ ໄດ້ສ້າງສະຖິຕິໃໝ່ ເຊິ່ງອາດຈະເປັນອຸນຫະພູມທີ່ຮ້ອນທີ່ສຸດໃນພາກເໜືອຂອງອາກຊັງຕິນ ແລະ ຖືໄດ້ວ່າເປັນອຸນຫະພູມຮ້ອນທີ່ສຸດໃນປະຫວັດສາດ ຕັ້ງແຕ່ເລີ່ມແທກມາໃນປີ 1885. ສ່ວນສິ່ງທີ່ຜິດປົກກະຕິແມ່ນສະຖານທີ່ດັ່ງກ່າວ ເປັນໜຶ່ງໃນສະຖານທີ່ທີ່ໜາວທີ່ສຸດໃນໂລກໃນລະດູໜາວ. ອຸນຫະພູມສູງໃນເມືອງ Verkhoyansk ໃນພາກຕາເວັນອອກສ່ຽງເໜືອຂອງປະເທດຣັດເຊຍ ປະມານ 418 ກິໂລແມັດ, ທາງທິດໃຕ້ຂອງຊາຍຝັ່ງມະຫາສະໝຸດ Arctic ປະມານ 9 ກິໂລແມັດ, ທາງທິດເໜືອຂອງ Arctic Circle ສູງສຸດເຖິງ 38 ອົງສາ C ຫຼື 100,4 ອົງສາ ຟາເຣນຮາຍ (Fahrenheit) ໃນວັນເສົາທີ່ຜ່ານມາ, ເຊິ່ງສະຖິຕິການວັດແທກອຸນຫະພູມຂອງເມືອງຜ່ານມາຢູ່ທີ່ 37.3 ອົງສາ C ຫຼື 99,1 ອົງສາຟາເຣນຮາຍ (Fahrenheit) ໃນວັນທີ 25 ກໍລະກົດ ປີ 1988. ເຂດ Siberia ເປັນໜຶ່ງໃນບັນດາສະຖານທີ່ທີ່ໜາວທີ່ສຸດຂອງໂລກໃນລະດູໜາວ, ເຊິ່ງປີກ່ອນມີອຸນຫະພູມເຖິງ 100 ອົງສາຟາເຣນຮາຍ (Fahrenheit) ທີ່ເມືອງ Dallas ຫຼືເມືອງ Houston. ເພື່ອຫຼຸດຜ່ອນຄວາມຮ້ອນ, ເດັກນ້ອຍໄດ້ພາກັນອາບນໍ້າຢູ່ທະເລສາບໃກ້ເມືອງ Verkhoyansk, ທະເລສາບນີ້ຈະເປັນນໍ້າແຂງໃນລະດູໜາວ, ...

Read More »

 ລັດຖະມົນຕີ 4 ກະຊວງ ຊີ້ແຈງຫລາຍບັນຫາຕໍ່ສະມາຊິກສະພາແຫ່ງຊາດ

ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໃນ ຕອນເຊົ້າຂອງວັນທີ 25 ມິຖຸນາ 2020, ບັນດາລັດຖະມົນຕີຈາກ 4 ກະຊວງ ປະກອບມີ: ທ່ານ ສອນໄຊ ສີ ພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ກຽດຂຶ້ນຊີ້ແຈງຕໍ່ຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ(ສສຊ) ກ່ຽວກັບການ ເຄື່ອນໄຫວວຽກງານທີ່ກ່ຽວ ຂ້ອງໃນຂົງເຂດຂອງຕົນ, ພ້ອມທັງເປີດໂອກາດໃຫ້ບັນດາ ສສຊ ໄດ້ປຶກສາຫາລື ແລະ ມີຄຳເຫັນຊັກຖາມບັນຫາທີ່ມີຄວາມສົນໃຈຕື່ມອີກ ໂດຍບັນດາລັດຖະມົນຕີກໍໄດ້ອະທິບາຍຊີ້ແຈງ ແລະ ໃຫ້ຄວາມກະຈ່າງແຈ້ງກັບທີ່. ຂປລ

Read More »

ທະນາຄານແຫ່ງປະເທດໄທ ປັບຫຼຸດຄາດຄະເນ GDP ປີ 2020 ເຫຼືອ -8,1% ຈາກ -5,3% ແລະ ມີການແກ້ໄຂເປັນເອກະພາບກ່ຽວກັບອັດຕາດອກເບ້ຍນະໂຍບາຍຢູ່ທີ່ 0.5%

ວັນທີ 24 ມິຖຸນາ ທີ່ຜ່ານມາ, ທະນາຄານແຫ່ງປະເທດໄທ ປະເມີນວ່າເສດຖະກິດປະເທດໄທປີນີ້ ມີແນວໂນ້ມຫຼຸດລົງກວ່າການຄາດຄະເນໃນປີຜ່ານມາ ເນື່ອງຈາກຜົນກະທົບຂອງພະຍາດ Covid-19 ທີ່ຮຸນແຮງກ່ອນຄາດການໄວ້. ແຕ່ເຖິງຢ່າງໃດກໍຕາມ ທະນາຄານແຫ່ງປະເທດໄທເຫັນວ່ານະໂຍບາຍທາງການເງິນທີ່ຜ່ອນຄາຍລົງມາແຕ່ຕົ້ນປີ ລວມເຖິງມາດຕະການທາງງົບປະມານຂອງລັດຖະບານ ແລະ ມາດຕະການດ້ານການເງິນ ແລະ ສິນເຊື່ອທີ່ອອກມາເພີ່ມ ຈະຊ່ວຍໃຫ້ຜົນກະທົບທີ່ເກີດຂຶ້ນຜ່ອນຜັນລົງ ແລະ ຈະສະໜັບສະໜູນການຟື້ນຕົວຂອງເສດຖະກິດໄດ້ ຫຼັງການລະບາດຂອງ Covid-19 ຫຼຸດຜ່ອນລົງ. ຍ້ອນສາເຫດນີ້, ຈຶ່ງເຮັດໃຫ້ທະນາຄານປັບຫຼຸດ GDP ປີ 2020 ເຫຼືອ -8.1% ແລະ ມີມາດຕະການປັບອັດຕາດອກເບ້ຍນະໂຍບາຍຢູ່ທີ່ 0.5%.

Read More »

ສາຍການບິນ Nokscoot ປັບຫຼຸດຍົນ 3 ລຳ ພ້ອມທັງປະກາດປົດພະນັກງງານ…

ຈາກສະຖານະການ ການແຜ່ລະບາດຂອງພະຍາດ COVID-19 ສົ່ງຜົນໃຫ້ຜູ້ປະກອບການທາງດ້ານທຸລະກິດປະສົບບັນຫາຢ່າງຫຼວງຫຼາຍ ໂດຍສະເພາະທຸລະກິດສາຍການບິນ ເພາະມີມາດຕະການ Lock Down ຈຶ່ງເຮັດໃຫ້ຫຼາຍສາຍການບິນໃນທົ່ວໂລກຖືກສັ່ງໂຈະ ເພື່ອປ້ອງກັນການລະບາດຂອງເຊື້ອພະຍາດ ສິ່ງດັ່ງກ່າວໄດ້ເຮັດໃຫ້ບັນດາສາຍການບິນຂາດລາຍຮັບຢ່າງຫຼວງຫຼາຍ. ໃນວັນທີ 24 ມິຖຸນາ ສາຍການບິນ Nokscoot ໄດ້ອອກປະກາດແຈ້ງມາຍັງສື່ມວນຊົນ ໂດຍລະບຸວ່າ ຕາມທີ່ໄດ້ປະເມີນການດຳເນີນທຸລະກິດໃນຊ່ວງທີ່ຜ່ານມາ ສາຍການບິນ Nokscoot ຕັດສິນໃຈດຳເນີນການປັບໂຄງສ້າງທຸລະກິດຈາກສະຖານະການການແຜ່ລະບາດຂອງ COVID-19 ທີ່ມີຜົນຕໍ່ທຸລະກິດການບິນຢ່າງໜັກ ເຖິງແມ່ນວ່າກ່ອນໜ້ານີ້ການແຜ່ລະບາດຈະຫຼຸດຜ່ອນລົງ, ມີບາງປະເທດເລີ່ມເປີດນ່ານຟ້າແລ້ວ ແຕ່ການເດີນທາງລະຫວ່າງປະເທດຍັງມີຂໍ້ຈຳກັດຫຼາຍຢ່າງ ແລະ ອາດຈະມີຜົນກະທົບໄປອີກ 2-3 ປີ ເຮັດໃຫ້ບໍ່ສາມາດຟື້ນຕົວຄືກັບປີຜ່ານມາໄດ້. ຈາກພາບລວມຂອງອຸຸດສາຫະກຳການບິນທີ່ຢູ່ໃນໄລຍະຂາລົງ ສາຍການບິນ Nokscoot ໄດ້ປັບຫຼຸດຍົນຈຳນວນ 3 ລຳ ພາຍໃນທ້າຍເດືອນນີ້ ເຊິ່ງສົ່ງຜົນໃຫ້ບໍລິສັດຈໍາເປັນຕ້ອງຕັດສິນໃຈຫຼຸດຈຳນວນພະນັກງານລົງ, ສິ່ງນີ້ກາຍເປັນການຕັດສິນໃຈທີ່ຍາກລໍາບາກທີ່ສຸດ ແລະ ທາງບໍລິສັດເຂົ້າໃຈດີຕໍ່ຜົນກະທົບຂອງພະນັກງານ  ຈຶ່ງໄດ້ຊົດເຊີຍຕາມກົດໝາຍຄຸ້ມຄອງແຮງງານຢ່າງເໝາະສົມ. ທາງບໍລິສັດໄດ້ເຂົ້າໃຈເຖິງການຫາວຽກໃໝ່ໃນຊ່ວງນີ້ ແລະ ຈະພະຍາຍາມຊ່ວຍເຫຼືອພະນັກງານທີ່ໄດ້ຮັບຜົນກະທົບໃຫ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້, ແຕ່ເຖິງຢ່າງໃດກໍຕາມ ສາຍການບິນ Nokscoot  ຍັງຄຳນຶງເຖິງຄວາມປອດໄພຂອງຜູ້ໂດຍສານ ແລະ ພະນັກງງານທຸກຄົນເປັນສໍາຄັນ. ແຫຼ່ງຂໍ້ມູນ: https://l.facebook.com/l.php?u=https%3A%2F%2Fwww.khaosod.co.th%2Fspecial-stories%2Fnews_4376560%3Ffbclid%3DIwAR3JOnMQmueG6pRb59eJYK_2W-ONv6o4oW6R2-KE6gj1FQ9zjezrX2fJ53g&h=AT1RpHB2RXVVtHvXHPwI4N9MpN-9u0liv5WiqA-lkZnZQDrCx1vJ_5qxUK_pfC-sIvwQXilDqmSyZU4f2h-7N1auIgQ0Kx6xJc-eEPHbnjt82bCqbWtDy0eY8hh7dubwA3pExysS7yOeS3Cdf0ZdjmaObfuHvFiaVghwiCjdJlHmQ1K2dQlo-jByjC7wSMnLdVDZMih0O486-0qkzbIw96H7c4GsAgSvlCfj6MgUm1zENAT3XpzjOUQSIbdflnh51-SYPU8yN3-QpWokDWHyLwwlM5HzJW0kybAjIfW72QhK0qcDPk52aGw1jzZF-WVhgemvj_gJQ4iwTMzNuoR6SOZ5P7VxfGqNAKqaElRrXRuieZdYXgwudr9zBJIbaX48JP3R5lFBU49gE3-wX1RAT3g1ljSC2cpD-chlg3ne9ygm_TnAwlllYKSdZD9ifWPPBM83cXITv6KCA1KiIYtcHIjAT1giKGrQKvXWWdqwrpyHm7LoreREYL7C0sfQSs7uubUkdmmi2LyYroDzfNY0y4Vd7kEM3lgnH0DX1aUSDQ-IAjf-A39NLqogoznUsFBMK5NqdLBuRDvRc_pvsX7m0RvAAbo-513cX27mKyeqo5Qyjp2fGoH_o4fOhS33M2L9JcwQ

Read More »

ມາຮູ້ຈັກ!! “Voice Commerce” ເຄື່ອງມືການຕະຫຼາດໃນຍຸກ Digital ທີ່ສາມາດເພີ່ມຍອດຂາຍໃຫ້ ທຸລະກິດ E-commerce…

ເຄື່ອງມືທາງເອເລັກໂທຣນິກມີບົດບາດ ແລະ ມີອິດທິພົນຫຼາຍຕໍ່ທຸລະກິດ E-commerce ເຊັ່ນ ‘Sundar Pichai’ CEO ຂອງ Google ເຄີຍກ່າວໄວ້ວ່າ ປະມານ 20% ຂອງການຄົ້ນຫາຂໍ້ມູນທາງໂທລະສັບມືຖື ແມ່ນຄົ້ນຫາຜ່ານ Voice Search ແທນການພິມຂໍ້ຄວາມ ແລະ ປະເມີນວ່າພຶດຕິກໍາເຫຼົ່ານີ້ ຈະເພີ່ມຂຶ້ນໃນອະນາຄົດເກີນ 50%, ຫາກໃຜຍັງຈື່ໄດ້ວ່າ Fuction ‘Voice Search’ ຫຼື ‘Voice Assistants’ ຄືການຄົ້ນຫາດ້ວຍຄໍາສັ່ງສຽງ ເປັນ Fuction ທີ່ສ້າງຂຶ້ນມາດົນແລ້ວ ຕັ້ງແຕ່ປີ 2011, ແຕ່ຊ່ວງຫຼາຍປີມານີ້ Digital ເຂົ້າມາມີບົດບາດໃນຊີວິດປະຈໍາວັນຂອງເຮົາຫຼາຍຂຶ້ນ ເຮັດໃຫ້ຫຼາຍຄົນໄດ້ຮູ້ຈັກຄໍາວ່າ ‘Voice Commerce’ ຫຼື ການສັ່ງຊື້ສິນຄ້າດ້ວຍຄໍາເວົ້າ ດັ່ງນັ້ນ, ໃນມື້ນີ້ເຮົາມາຮູ້ຈັກກັບ Voice Commerce ນໍາກັນ. Voice Search ແລະ Voice Commerce ແມ່ນຫຍັງ? Voice Search ຄື: ການໃຊ້ສຽງເພື່ອຄົ້ນຫາສິ່ງທີ່ຕ້ອງການ, ສ່ວນໃຫຍ່ມັກຈະເປັນການຄົ້ນຫາໂດຍໃຊ້ຄໍາທີ່ຍາວຫຼາຍຂຶ້ນ ແລະ ເປັນຮູບປະໂຫຍກ ໂດຍສະເພາະປະໂຫຍກຄໍາຖາມ, ງານວິໄຈ ຫຼາຍຂຶ້ນ ເຊິ່ງການຄົ້ນຫາດ້ວຍສຽງຈະເປັນພາສາເວົ້າ  ຕ່າງຈາກ Text Search ທີ່ຕ້ອງໃຊ້ຄໍາເວົ້າທາງການຫຼາຍກ່ວາ. ຈາກງານວິໄຈຂອງ Google ລະບຸວ່າ ກຸ່ມຄົນທີ່ນິຍົມໃຊ້ວິທີການຄົ້ນຫາດ້ວຍສຽງ ສ່ວນໃຫຍ່ຕ້ອງການຄົ້ນຫາຮ້ານຄ້າທີ່ຢູ່ໃກ້ໆ ຫຼືຄຸນສົມບັດຂອງ Production ຕ່າງໆ ...

Read More »

ສະພາແຫ່ງຊາດ ເຫັນວ່າຫລາຍຄາດໝາຍຂອງລັດຖະບານ ມີຄວາມສ່ຽງ ຈະບໍ່ບັນລຸຕາມແຜນ

ຜ່ານການຕິດຕາມກວດກາ ຂອງຄະນະປະຈຳສະພາແຫ່ງຊາດ ເຫັນວ່າຍັງມີຫລາຍຄາດໝາຍ ຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 5 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2020 ມີຄວາມສ່ຽງ ຈະບໍ່ບັນລຸໄດ້ຕາມແຜນການ ເນື່ອງຈາກການຂະຫຍາຍຕົວຂອງບັນດາຂະແໜງການ ໃນໂຄງປະກອບເສດຖະກິດແຫ່ງຊາດ ຫລຸດລົງ ໂດຍສະເພາະຂະແໜງບໍລິການ ທີ່ໄດ້ຮັບຜົນກະທົບໜັກກວ່າໝູ່ ລວມທັງພາສີ-ອາກອນ ຊຶ່ງທັງໝົດນັ້ນ ຈະສົ່ງຜົນກະທົບ ຕໍ່ອັດຕາການເຕີບໂຕ ຂອງລວມຍອດຜະລິດຕະພັນພາຍໃນ ປີ 2020 ຈະບໍ່ບັນລຸໄດ້ຕາມແຜນ ກໍຄືຕາມມະຕິຂອງກອງປະຊຸມສະພາແຫ່ງຊາດຮັບຮອງໄວ້ 6,5%. ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ: ການຜະລິດກະສິກຳ ແລະ ການຄ້ຳປະກັນສະບຽງອາຫານ ໂດຍລວມແລ້ວຍັງບໍ່ໄດ້ຕາມແຜນການທີ່ວາງໄວ້ ເປັນຕົ້ນ ການຜະລິດພືດ ສະບຽງ, ການຜະລິດເຂົ້າເປັນສິນຄ້າ ສົ່ງອອກໄປ ສປ ຈີນ ໂກຕາແມ່ນ 50 ພັນໂຕນ ສົ່ງອອກແລ້ວ 15 ພັນໂຕນ; ການສົ່ງອອກສັດລ້ຽງງົວ-ຄວາຍ ແຜນການປີແມ່ນ 1 ແສນໂຕ, ສົ່ງອອກແລ້ວ ...

Read More »

ລາວ ເຂົ້າຮ່ວມກອງປະຊຸມທາງໄກ ລັດຖະມົນຕີ ຕ່າງປະເທດ ກັບບັນດາປະເທດອາຊຽນ ແບບບໍ່ເປັນທາງການ

ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະ ເທດອາຊຽນ ແບບບໍ່ເປັນທາງການ, ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 21 ແລະ ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 26 (ແບບທາງໄກ) ໃນຕອນເຊົ້າຂອງວັນທີ 24 ມິຖຸນາ 2020 ທີ່ ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມແບບທາງໄກ ລັດຖະມົນຕີຕ່າງ ປະເທດອາຊຽນ ແບບບໍ່ເປັນທາງການ, ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 21 ແລະ ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 26, ພາຍໃຕ້ການເປັນປະທານຂອງ ລັດຖະມົນຕີຕ່າງປະເທດ ແຫ່ງ ສສ. ຫວຽດນາມ ໃນຖານະປະທານໝູນວຽນອາຊຽນ ປີ 2020 ໂດຍມີການເຂົ້າຮ່ວມຂອງບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ ພ້ອມຄະນະ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບບໍ່ເປັນທາງການ, ໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບສະ ພາບການເດັ່ນໃນພາກພື້ນ ແລະ ສາກົນ ໂດຍສະເພາະຄວາມພະຍາຍາມ ແລະ ມາດຕະການໃນການຮັບມື ...

Read More »

ວົງການປະກັນໄພຂອງໄທ ຄືນເບ້ຍປະກັນເປັນເງິນ Digital ໃນແອັບ TIP COIN by THINK BIT…

ໃນຍຸກ New Normal ສິ່ງຕ່າງໆໄດ້ມີການປ່ຽນແປງ ຫຼັງຈາກທົ່ວໂລກໄດ້ປະສົບບັນຫາການແຜ່ລະບາດຂອງ COVID-19 ຈຶ່ງເຮັດໃຫ້ຮູບແບບການໃຊ້ຊີວິດປ່ຽນແປງ ໂດຍສະເພາະເລື່ອງຂອງນໍາເອົາເຕັກໂນໂລຊີ Digitalເຂົ້າມາມີສ່ວນຮ່ວມໃນການໃຊ້ຊີວິດປະຈໍາວັນ ໃຫ້ກາຍເປັນເລື່ອງປົກກະຕິ ແລະ ຊ່ວຍໃຫ້ການໃຊ້ຊີວິດໃນຍຸກ New Normal  ກາຍເປັນເລື່ອງງ່າຍ. ບໍລິສັດປະກັນໄພ ເປັນໜຶ່ງໃນຫຼາຍທຸລະກິດທີ່ຕ້ອງພົບກັບຄວາມປ່ຽນແປງໃນຍຸກ New Normal ໂດຍສະເພາະການຂາຍປະກັນໄພການຂາຍລະຫວ່າງບຸກຄົນຕໍ່ບຸກຄົນ ເຊິ່ງເຮັດໃຫ້ມີຄວາມເຂົ້າໃຈ ແລະ ໄວ້ໃຈ ໃນການບໍລິການ, ແຕ່ຈາກສະຖານະການ ການແຜ່ລະບາດຂອງ COVID-19 ເຮັດໃຫ້ມີຂໍ້ຍົກເວັ້ນທາງສັງຄົມ  (Social Distancing), ສົ່ງຜົນກະທົບຕໍ່່ການຂາຍປະກັນໄພ ບໍລິສັດ ທິບພະຍະປະກັນໄພ ຈຳກັດ (ມະຫາຊົນ) ຫຼືຜູ້ພັດທະນາ Application ແລະ Platform ເປີດຕົວ “TIP COIN” ຊ່ວຍເຫຼືອລູກຄ້າທີ່ຊື້ປະກັນໄພໄວຣັສ COVID-19 ເຊິ່ງສາມາດຮັບເບ້ຍປະກັນຄືນແບບງ່າຍດາຍໃນຮູບແບບເງິນ Digital ຜ່ານແອັບ “TIP COIN by THINK BIT”. ສຳຫຼັບ ແອັບດັ່ງກ່າວ ຊ່ວຍໃຫ້ສາມາດຮັບເບ້ຍປະກັນຄືນ ໃນຮູບແບບເງິນເອເລັກໂທຣນິກ “TIP COIN” ເຊິ່ງຈະມີມູນຄ່າເທົ່າກັບເບ້ຍປະກັນທີ່ຈ່າຍໄປ ເພື່ອນໍາໄປໃຊ້ແລກຊື້ສິນຄ້າ ຫຼື ໃຊ້ເປັນສ່ວນຫຼຸດສໍາລັບຊື້ປະກັນໄພ ໂດຍທີ່ລູກຄ້າຍັງໄດ້ຮັບການຄຸ້ມຄອງຄືເກົ່າ. ສິ່ງທີ່ເດັ່ນຂອງແອັບນີ້ ຄືການອໍານວຍຄວາມສະດວກໃຫ້ການບໍລິການດ້ວຍເຕັກໂນໂລຊີ Blockchain  ແລະ Crypto Wallet ເຊິ່ງເປັນຄັ້ງທໍາອິດໃນວົງການປະກັນໄພ ຊ່ວຍໃຫ້ລູກຄ້າບໍ່ຕ້ອງອອກຈາກເຮືອນໂດຍທີ່ບໍ່ຈໍາເປັນ ...

Read More »