ສາຍການບິນ Nokscoot ປັບຫຼຸດຍົນ 3 ລຳ ພ້ອມທັງປະກາດປົດພະນັກງງານ…

ຈາກສະຖານະການ ການແຜ່ລະບາດຂອງພະຍາດ COVID-19 ສົ່ງຜົນໃຫ້ຜູ້ປະກອບການທາງດ້ານທຸລະກິດປະສົບບັນຫາຢ່າງຫຼວງຫຼາຍ ໂດຍສະເພາະທຸລະກິດສາຍການບິນ ເພາະມີມາດຕະການ Lock Down ຈຶ່ງເຮັດໃຫ້ຫຼາຍສາຍການບິນໃນທົ່ວໂລກຖືກສັ່ງໂຈະ ເພື່ອປ້ອງກັນການລະບາດຂອງເຊື້ອພະຍາດ ສິ່ງດັ່ງກ່າວໄດ້ເຮັດໃຫ້ບັນດາສາຍການບິນຂາດລາຍຮັບຢ່າງຫຼວງຫຼາຍ. ໃນວັນທີ 24 ມິຖຸນາ ສາຍການບິນ Nokscoot ໄດ້ອອກປະກາດແຈ້ງມາຍັງສື່ມວນຊົນ ໂດຍລະບຸວ່າ ຕາມທີ່ໄດ້ປະເມີນການດຳເນີນທຸລະກິດໃນຊ່ວງທີ່ຜ່ານມາ ສາຍການບິນ Nokscoot ຕັດສິນໃຈດຳເນີນການປັບໂຄງສ້າງທຸລະກິດຈາກສະຖານະການການແຜ່ລະບາດຂອງ COVID-19 ທີ່ມີຜົນຕໍ່ທຸລະກິດການບິນຢ່າງໜັກ ເຖິງແມ່ນວ່າກ່ອນໜ້ານີ້ການແຜ່ລະບາດຈະຫຼຸດຜ່ອນລົງ, ມີບາງປະເທດເລີ່ມເປີດນ່ານຟ້າແລ້ວ ແຕ່ການເດີນທາງລະຫວ່າງປະເທດຍັງມີຂໍ້ຈຳກັດຫຼາຍຢ່າງ ແລະ ອາດຈະມີຜົນກະທົບໄປອີກ 2-3 ປີ ເຮັດໃຫ້ບໍ່ສາມາດຟື້ນຕົວຄືກັບປີຜ່ານມາໄດ້.

ຈາກພາບລວມຂອງອຸຸດສາຫະກຳການບິນທີ່ຢູ່ໃນໄລຍະຂາລົງ ສາຍການບິນ Nokscoot ໄດ້ປັບຫຼຸດຍົນຈຳນວນ 3 ລຳ ພາຍໃນທ້າຍເດືອນນີ້ ເຊິ່ງສົ່ງຜົນໃຫ້ບໍລິສັດຈໍາເປັນຕ້ອງຕັດສິນໃຈຫຼຸດຈຳນວນພະນັກງານລົງ, ສິ່ງນີ້ກາຍເປັນການຕັດສິນໃຈທີ່ຍາກລໍາບາກທີ່ສຸດ ແລະ ທາງບໍລິສັດເຂົ້າໃຈດີຕໍ່ຜົນກະທົບຂອງພະນັກງານ  ຈຶ່ງໄດ້ຊົດເຊີຍຕາມກົດໝາຍຄຸ້ມຄອງແຮງງານຢ່າງເໝາະສົມ. ທາງບໍລິສັດໄດ້ເຂົ້າໃຈເຖິງການຫາວຽກໃໝ່ໃນຊ່ວງນີ້ ແລະ ຈະພະຍາຍາມຊ່ວຍເຫຼືອພະນັກງານທີ່ໄດ້ຮັບຜົນກະທົບໃຫ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້, ແຕ່ເຖິງຢ່າງໃດກໍຕາມ ສາຍການບິນ Nokscoot  ຍັງຄຳນຶງເຖິງຄວາມປອດໄພຂອງຜູ້ໂດຍສານ ແລະ ພະນັກງງານທຸກຄົນເປັນສໍາຄັນ.

ແຫຼ່ງຂໍ້ມູນ: https://l.facebook.com/l.php?u=https%3A%2F%2Fwww.khaosod.co.th%2Fspecial-stories%2Fnews_4376560%3Ffbclid%3DIwAR3JOnMQmueG6pRb59eJYK_2W-ONv6o4oW6R2-KE6gj1FQ9zjezrX2fJ53g&h=AT1RpHB2RXVVtHvXHPwI4N9MpN-9u0liv5WiqA-lkZnZQDrCx1vJ_5qxUK_pfC-sIvwQXilDqmSyZU4f2h-7N1auIgQ0Kx6xJc-eEPHbnjt82bCqbWtDy0eY8hh7dubwA3pExysS7yOeS3Cdf0ZdjmaObfuHvFiaVghwiCjdJlHmQ1K2dQlo-jByjC7wSMnLdVDZMih0O486-0qkzbIw96H7c4GsAgSvlCfj6MgUm1zENAT3XpzjOUQSIbdflnh51-SYPU8yN3-QpWokDWHyLwwlM5HzJW0kybAjIfW72QhK0qcDPk52aGw1jzZF-WVhgemvj_gJQ4iwTMzNuoR6SOZ5P7VxfGqNAKqaElRrXRuieZdYXgwudr9zBJIbaX48JP3R5lFBU49gE3-wX1RAT3g1ljSC2cpD-chlg3ne9ygm_TnAwlllYKSdZD9ifWPPBM83cXITv6KCA1KiIYtcHIjAT1giKGrQKvXWWdqwrpyHm7LoreREYL7C0sfQSs7uubUkdmmi2LyYroDzfNY0y4Vd7kEM3lgnH0DX1aUSDQ-IAjf-A39NLqogoznUsFBMK5NqdLBuRDvRc_pvsX7m0RvAAbo-513cX27mKyeqo5Qyjp2fGoH_o4fOhS33M2L9JcwQ

Comments