ສານຈາກພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດຄົບຮອບ 33 ປີ

ພີ່ນ້ອງຮ່ວມຊາດ ທີ່ ຮັກແພງ ທັງຫລາຍ
ໃນທ່າມກາງ ທີ່ທົ່ວພັກ, ທົ່ວລັດ  ແລະ  ທົ່ວປວງຊົນລາວ ພວມໄດ້ເອົາໃຈໃສ່ ໃນການປ້ອງກັນພະຍາດປອດອັກເສບ ຈາກເຊື້ອຈຸລະໂລກ ສາຍພັນໃໝ່ (COVID-19) ຢ່າງເອົາຈິງເອົາຈັງ, ພວກເຮົາກໍຍັງໄດ້ ພ້ອມກັນ ກັບປະຊາຊາດ ໃນທົ່ວໂລກ ສະເຫລີມ ສະຫລອງ ວັນສາກົນຕ້ານ ຢາເສບຕິດຄົບຮອບ 33 ປີ, ວັນທີ 26 ມິຖຸນາ 2020 ຊຶ່ງຖືເປັນໂອກາດ ແຫ່ງການສະເໜີ ຜົນງານ ໃນການຕໍ່ສູ້ ເພື່ອສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາ ຢາເສບຕິດ ທີ່ ພັກ-ລັດ ແລະ ປະຊາຊົນລາວ ບັນດາເຜົ່າ ໄດ້ດຳເນີນ ໃນປີຜ່ານມາ.
ເປັນທີ່ຊາບກັນດີແລ້ວວ່າ ຢາເສບຕິດ ແມ່ນບັນຫາກວມລວມຂອງໂລກ ທີ່ເປັນໄພອັນຕະລາຍຕໍ່ມວນມະນຸດ, ເປັນບໍ່ເກີດແຫ່ງການກໍ່ອາຊະຍາກຳ, ກົດໜ່ວງທ່ວງດຶງ ການສ້າງສາ ພັດທະນາ ເສດຖະກິດ-ສັງຄົມ ຂອງຊາດ ທັງຍັງສ້າງ ຄວາມເສຍຫາຍ ຢ່າງໃຫຍ່ຫລວງຕໍ່ບຸກຄົນ ແລະ ຄອບຄົວ ຜູ້ຕົກເປັນທາດ ຂອງຢາເສບຕິດ. ປະຈຸບັນການຜະລິດ ແລະ ການຄ້າຂາຍຢາເສບຕິດ ໄດ້ກາຍເປັນຂະບວນການຂ້າມຊາດ ທີ່ລັດຖະບານ ແລະ ປະຊາຊົນ ກໍຄື ປະຊາຊາດທົ່ວໂລກ ພ້ອມກັນຕໍ່ຕ້ານຢ່າງແຂງແຮງ. ເຖິງແມ່ນວ່າ ຫລາຍປະເທດ ໄດ້ເພີ່ມທະວີມາດຕະການ ແລະ ຄວາມພະຍາຍາມໃນການສະກັດກັ້ນ, ປາບປາມ ແລະ ແກ້ໄຂບັນຫາດັ່ງກ່າວຢ່າງຕໍ່ເນື່ອງປານໃດກໍຕາມ, ແຕ່ການຜະລິດ, ການຊົມໃຊ້, ການຄ້າຂາຍ ແລະ ການລຳລຽງຂົນສົ່ງຢາເສບຕິດຢູ່ໃນໂລກ ກໍຄືຢູ່ ສປປ ລາວ ກໍຍັງບໍ່ຫລຸດໜ້ອຍຖອຍລົງ ແລະ ມີທ່າອ່ຽງຂະຫຍາຍຕົວຂຶ້ນຢ່າງໜ້າເປັນຫ່ວງ.
ຍ້ອນເຫັນໄດ້ເຖິງພິດໄພອັນຕະລາຍຄືດັ່ງກ່າວ, ໃນຊຸມປີຜ່ານມາພັກ ແລະ ລັດຖະບານເຮົາ ຈຶ່ງໄດ້ຖືເອົາການສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ເປັນໜ້າທີ່ສຳຄັນ ແລະ ໄດ້ຊີ້ນຳ-ນຳພາ ການຈັດຕັ້ງ ປະຕິບັດວຽກງານ ດັ່ງກ່າວຢ່າງຈົດຈໍ່ ແລະ ຈິງຈັງຕະຫລອດມາ. ພວກເຮົາໄດ້ເອົາໃຈໃສ່ສຶກສາອົບຮົມໃຫ້ປະຊາຊົນບັນດາຊັ້ນຄົນ ເປັນຕົ້ນແມ່ນຊາວໜຸ່ມ-ເຍົາວະຊົນ ໄດ້ຮັບຮູ້-ເຂົ້າໃຈຢ່າງຖືກຕ້ອງກ່ຽວກັບພິດໄພ ແລະ ຜົນຮ້າຍຂອງຢາເສບຕິດ, ໂດຍໄດ້ໂຄສະນາ ເຜີຍແຜ່ ແນວທາງນະໂຍບາຍ, ກົດໝາຍ, ລະບຽບການ ແລະ ມະຕິຄຳສັ່ງຂອງພັກ-ລັດ ກ່ຽວກັບບັນຫາຢາເສບຕິດຢ່າງຕໍ່ເນື່ອງ ແລະ ເປັນປົກກະຕິ. ພວກເຮົາໄດ້ຊ່ວຍເຫລືອ ແລະ ສ້າງເງື່ອນໄຂ ໃຫ້ບັນດາຄອບຄົວ ປະຊາຊົນເຜົ່າ ຕ່າງໆຢູ່ເຂດພູດອຍ ທາງພາກເໜືອ ຫັນໄປປະກອບອາຊີບອື່ນທີ່ໝັ້ນຄົງ ແລະ ຖືກກົດໝາຍແທນການປູກຝິ່ນ, ໄດ້ດຳເນີນການບຳບັດປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ເພື່ອໃຫ້ເຂົາເຈົ້າກັບຄືນເປັນຄົນດີຂອງສັງຄົມ. ພ້ອມນັ້ນ, ຍັງໄດ້ຕັ້ງໜ້າເຂົ້າຮວ່ມ ໃນການປະຕິບັດວຽກງານ 3 ສ້າງ ທີ່ຕິດພັນກັບ ການສ້າງບ້ານ ໃຫ້ເປັນຫົວໜ່ວຍພັດທະນາ ໂດຍໄດ້ສ້າງບ້ານ, ໂຮງຮຽນ, ກົມກອງ, ຫົວໜ່ວຍການຜະລິດ ແລະບໍລິການ ທັງພາກລັດ ແລະ ເອກະຊົນ ຢູ່ຕາມທ້ອງຖິ່ນຕ່າງໆ ໃຫ້ປອດຈາກຢາເສບຕິດ. ນອກນັ້ນ ລັດຖະບານ ຍັງໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນ ຕໍ່ການປະຕິບັດມາດຕະການ ດ້ານກົດໝາຍຕໍ່ຜູ້ກະທຳຄວາມຜິດ. ໃນປີນີ້, ເຈົ້າໜ້າທີ່ຕຳຫລວດ, ໂດຍໄດ້ຮັບຄວາມຮ່ວມມື ຈາກພາກສ່ວນ ທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດໄດ້ມ້າງຄະດີ, ຍຶດຢາເສບຕິດ, ຍຶດອາວຸດເສິກ, ຍຶດຊັບສິນ, ວັດຖຸມີຄ່າ, ສານເຄມີຕ່າງໆ ທີ່ນໍາມາຜະລິດເປັນຢາເສບຕິດ ແລະ ທີ່ສຳຄັນແມ່ນໄດ້ຈັບກຸມຜູ້ກະທໍາຄວາມຜິດຈຳນວນໜຶ່ງ ມາດຳເນີນຄະດີ ຕາມລະບຽບກົດໝາຍ. ນອກຈາກນັ້ນ, ກໍໄດ້ມີການພົວພັນ ຮ່ວມມືຢ່າງໃກ້ຊິດ, ເປັນເຈົ້າການ ໃນການຕິດຕາມ, ກວດກາ ແລະ ແກ້ໄຂບັນຫາ ດັ່ງກ່າວຢ່າງຕັ້ງໜ້າ ສະເໝີຕົ້ນສະເໝີປາຍ ກັບບັນດາປະເທດ ເພື່ອນມິດ ໂດຍສະເພາະ ກັບປະເທດ ບ້ານໃກ້ເຮືອນຄຽງ ແລະ ອົງການຈັດຕັ້ງສາກົນ ຕ່າງໆຕະຫລອດມາ.
ເນື່ອງໃນ ວັນສາກົນຕ້ານ ຢາເສບຕິດວັນທີ 26 ມິຖຸນາ ຄົບຮອບ 33 ປີ ໃນປີນີ້, ຕາງໜ້າລັດຖະບານ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ຂ້າພະເຈົ້າ ຂໍສະແດງ ຄວາມຍ້ອງຍໍຊົມເຊີຍ ຕໍ່ເຈົ້າໜ້າທີ່ ປ້ອງກັນຊາດ, ປ້ອງກັນ ຄວາມສະຫງົບ ແລະ  ທຸກພາກສ່ວນ ທີ່ກ່ຽວຂ້ອງ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຕະຫລອດຮອດ ພໍ່ແມ່ປະຊາຊົນລາວ ບັນດາເຜົ່າ ໃນທົ່ວປະເທດ ທີ່ໄດ້ໃຫ້ການຮ່ວມມື ປະກອບສ່ວນ ເຂົ້າໃນການສະກັດກັ້ນ, ຕ້ານ ແລະ ແກ້ໄຂ ບັນຫາຢາເສບຕິດ. ນະໂອກາດນີ້, ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງບັນດາ ປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ, ອົງການບໍ່ສັງກັດລັດຖະບານ ແລະ ພາກທຸລະກິດ ທັງພາຍໃນແລະ ຕ່າງປະເທດ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນ, ອູ້ມຊູຊ່ວຍເຫລືອ ໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ໃນການສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ໃຫ້ໄດ້ຮັບຜົນດີຕະຫລອດມາ.
ພີ່ນ້ອງຮ່ວມຊາດ ທີ່ຮັກແພງ
ຢາເສບຕິດ ເປັນບັນຫາຂອງຊາດ ແລະ ຂອງສາກົນ ທີ່ກຳລັງເປັນໄພຂົ່ມຂູ່ຕໍ່ຄວາມສະຫງົບສຸກ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ຄວາມໝັ້ນຄົງຂອງຊາດລາວເຮົາ. ດັ່ງນັ້ນ, ອີກເທື່ອໜຶ່ງ, ຂ້າພະເຈົ້າ ຂໍຮຽກຮ້ອງ ມາຍັງພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນ, ທຸກເພດໄວໃນທົ່ວສັງຄົມຕະຫລອດຮອດບັນດາອົງການຈັດຕັ້ງພັກ-ລັດ, ອົງການປົກຄອງທ້ອງຖິ່ນ, ສະຖາບັນການສຶກສາ, ອົງການພຸດທະສາດສະໜາ ແລະ ສະຖາບັນຄອບຄົວ ຈົ່ງໄດ້ພ້ອມກັນເປັນເຈົ້າການເຂົ້າຮ່ວມໃນການສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ໃຫ້ຫລຸດໜ້ອຍຖອຍລົງ ແລະ ໝົດສິ້ນໄປຈາກສັງຄົມລາວ. ຂ້າພະເຈົ້າຫວັງເປັນຢ່າງຍິ່ງວ່າ ບັນດາປະເທດເພື່ອນມິດ ແລະ ອົງການ ຈັດຕັ້ງສາກົນ ຈະສືບຕໍ່ໃຫ້ການສະໜັບສະໜູນ, ຮ່ວມມືຊ່ວຍເຫລືອດ້ານທຶນຮອນ, ບົດຮຽນ ແລະ ປະສົບການແກ່ລັດຖະບານ ແລະ ປະຊາຊົນລາວ ກໍຄື ອົງການທີ່ເຮັດໜ້າທີ່ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ເພື່ອເຮັດໃຫ້ພາກພື້ນ ແລະ ໂລກ ຂອງພວກເຮົາປອດຈາກຢາເສບຕິດ.

ຂໍຂອບໃຈ

ແຫຼ່ງຂ່າວ: ຂປລ

Comments