News

ທາງລົດໄຟລາວ-ຈີນ ຊ່ວງຜ່ານຫຼວງນໍ້າທາ ສຳເລັດ 96%

ທ້າຍອາທິດຜ່ານມາ ຫ້ອງການບ້ານນາເຕີຍ, ເມືອງຫຼວງນໍ້າທາ, ແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດແກ້ໄຂຜົນກະທົບການກໍ່ສ້າງທາງລົດໄຟ ລາວ-ຈີນ ຊ່ວງຜ່ານ ແຂວງຫຼວງນໍ້າທາ ເຂດບ້ານນາເຕີຍ ໂດຍການເປັນປະທານຂອງ ທ່ານ ຄຳໄຫຼ ສີປະເສີດ ຮອງເຈົ້າແຂວງໆຫຼວງນໍ້າທາຜູ້ຊີ້ນຳໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຊ່ວງຜ່ານແຂວງຫຼວງນໍ້າທາ, ທ່ານ ນາງ ອຸ່ນຫຼ້າ ອ້ຽງລໍລາດ ຮອງປະທານສະພາປະຊາຊົນແຂວງຄະນະໄກ່ເກ່ຍຂັ້ນແຂວງ ແລະປະຊາຊົນຜູ້ຖືກຜົນກະທົບເຂົ້າຮ່ວມ. ຄະນະໄກ່ເກ່ຍແກ້ໄຂຜົນກະທົບການກໍ່ສ້າງທາງລົດໄຟ ລາວ-ຈີນ ຊ່ວງຜ່ານແຂວງຫຼວງນໍ້າທາ ໄດ້ລາຍງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ເລີ່ມແຕ່ ບໍ່ເຕ່ນຊາຍແດນລາວ-ຈີນ ແຂວງຫຼວງນໍ້າທາ ຫາ ນະຄອນຫຼວງວຽງຈັນ ມີຄວາມຍາວທັງໝົດ 409 ກິໂລແມັດ, ໂດຍແລວທາງລົດໄຟໄດ້ຜ່ານ ແຂວງຫຼວງນໍ້າທາ 16,9 ກິໂລແມັດ, ໄດ້ກໍ່ສ້າງຂົວໃຫຍ່ຈຳນວນ 7 ແຫ່ງ, ເຈາະອຸໂມງ 3 ແຫ່ງ ແລະ ກໍ່ສ້າງເສົາຂົວທັງໝົດແມ່ນກໍ່ສ້າງສຳເລັດ 100%, ວາງຂາງຂົວສຳເລັດຈຳນວນ 313 ຂາງເທົ່າກັບ 93%, ການກໍ່ສ້າງ ທາງລົດໄຟລາວ-ຈີນ ສັນຍາທີ 1 ຊ່ວງ ຜ່ານແຂວງຫຼວງນໍ້າທາປະຈຸບັນສຳເລັດ ແລ້ວ 96%. ...

Read More »

ຕັກກະແຕນທີ່ລະບາດຢູ່ ແຂວງຜົ້ງສາລີ ໄດ້ຖືກກຳຈັດແລ້ວ…

ຈາກເຫດການ ການລະບາດຂອງຕັກແຕນຝູງໄມ້ປ່ອງ ຢູ່ເມືອງໃໝ່, ແຂວງຜົ້ງສາລີ ໃນວັນທີ 26 ມິຖຸນາ 2020 ຜ່ານມາ ທີ່ໄດ້ຮັບການລາຍງານຈາກຄະນະພັກ ແລະ ປະຊາຊົນບ້ານເພຍລໍໃໝ່ວ່າມີຕັກແຕນຝູງໄມ້ປ່ອງ ເຂົ້າທຳລາຍແນວປູກຕ່າງໆຂອງພໍ່ແມ່ປະຊົນ ຈຳນວນ 20 ຄອບຄົວ ໂດຍທໍາລາຍເນື້ອທີ່ການຜະລິດຂອງປະຊາຊົນໄປແລ້ວ 4,94 ເຮັກຕາ ຜົນຜະລິດເສຍຫາຍ 24 ລ້ານກວ່າກີບ. ເຊິ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ພໍ່ແມ່ປະຊາຊົນ. ເຊິ່ງຂະແໜງການທີ່ກ່ຽວຂ້ອງ ກໍຄືຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ລົງແຈກຢາຍຢາສີດພົ່ນໃຫ້ກັບພໍ່ແມ່ປະຊາຊົນ ຈໍານວນ 1.000 ຖົງ, 1 ຖົງໃສ່ນ້ຳໄດ້ 20 ລິດ ແລະ ສາມາດສີດໄດ້ໃນເນື້ອທີ່ ປະມານ 0,3 ເຮັກຕາ ແລະ ກໍໄດ້ນຳພາພໍ່ແມ່ປະຊາຊົນລົງພົ່ນສີດຕາມຫຼັກການບ່ອນທີ່ມີຝູງຕັກແຕນຈຳນວນຫຼວງຫຼາຍ. ໃນປັດຈຸບັນ ຈາກສູນປ້ອງກັນພືດ ກົມປູກຝັງ ກະຊວງ​ກະສິກຳ ​ແລະ ​ປ່າໄມ້​ ໄດ້ແຈ້ງໃຫ້ຮູ້ວ່າ ໄດ້ກຳຈັດຝູງຕັກກະແຕນເຫຼົ່ານັ້ນເປັນທີ່ຮຽບຮ້ອຍແລ້ວ. ແຫຼ່ງຂໍ້ມູນ: https://m.facebook.com/story.php?story_fbid=287523005829251&id=100037146621193

Read More »

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ສໍາເລັດລົງຢ່າງຈົບງາມ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ພາຍຫລັງທີ່ດຳເນີນມາເປັນເວລາ 7 ວັນ ແຕ່ວັນທີ 24 ມິຖຸນາ-2 ກໍລະກົດ 2020, ໂດຍການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແລະ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີການນຳຂັ້ນສູງຂອງພັກ-ລັດ, ຄະນະລັດຖະບານ, ອົງການຈັດຕັ້ງພັກ-ລັດ, ພະນັກງານອາວຸໂສ ບຳນານ ແລະ ແຂກຖືກເຊີນເຂົ້າຮ່ວມ ຢ່າງພ້ອມພຽງ. ໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ກ່າວສູນທອນພົດອັດກອງປະຊຸມ ໂດຍທ່ານໄດ້ໃຫ້ຮູ້ວ່າ: ຕະຫລອດໄລຍະເວລາ 6 ວັນ ເຄິ່ງຂອງການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII, ສະມາຊິກສະພາແຫ່ງຊາດໃນນາມເປັນຕົວແທນໃຫ້ແກ່ສິດແລະຜົນປະໂຫຍດອັນຊອບທໍາຂອງປະຊາຊົນລາວບັນດາເຜົ່າ ໄດ້ຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າ, ປະກອບຄໍາເຫັນໃສ່ທຸກເນື້ອໃນທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້ ແມ່ນມີຄວາມສອດຄ່ອງກັບສະພາບຄວາມເປັນຈິງ, ມີບ່ອນອີງທາງດ້ານນະໂຍບາຍ, ກົດໝາຍ, ...

Read More »

ລັດຖະບານ ເລັ່ງຟື້ນຟູການທ່ອງທ່ຽວລາວ ຫລັງໂຄວິດ-19 (ພ້ອມທັງຊຸກຍູ້ບັນດາແຂວງໃນທົ່ວປະເທດ ຈັດກິດຈະກຳ ເພື່ອສົ່ງເສີມ “ລາວທ່ຽວລາວ”)

ປັດຈຸບັນ ລັດຖະບານ ໄດ້ມີນະໂຍບາຍຕ່າງໆ ເພື່ອຊ່ວຍຫລຸດຜ່ອນຜົນກະທົບຕໍ່ເສດຖະກິດລາວ ໂດຍສະເພາະ ຕໍ່ຂະແໜງການທ່ອງທ່ຽວ, ຊຶ່ງລັດຖະບານ ໄດ້ອອກຂໍ້ແນະນໍາໃຫ້ບັນດາຫົວໜ່ວຍທຸລະກິດທ່ອງທ່ຽວ ກ່ຽວກັບມາດຕະການຮອງຮັບນັກທ່ອງທ່ຽວ ເພື່ອຟື້ນຟູການທ່ອງທ່ຽວ ພາຍຫລັງໂຄວິດ-19 ໂດຍສົມທົບກັບຂະແໜງສາທາລະນະສຸກ ຂັ້ນສູນກາງ ແລະ ທ້ອງຖິ່ນ, ຊຸກຍູ້ພາກທຸລະກິດ ສ້າງລາຍການທ່ອງທ່ຽວ ໃຫ້ຫລາກຫລາຍ ເພື່ອສົ່ງເສີມການທ່ອງທ່ຽວ ແບບ “ລາວທ່ຽວລາວ”. ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ກະຊວງຖະແຫ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ລາຍງານໃຫ້ຮູ້ໃນວັນທີ 1 ກໍລະກົດ 2020 ນີ້ວ່າ: ເພື່ອຊຸກຍູ້ສົ່ງເສີມການທ່ອງທ່ຽວລາວ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ແລະ ກະຕຸ້ນການທ່ອງທ່ຽວ ແບບ “ລາວທ່ຽວລາວ” ກະ ຊວງ ຖວທ ກໍຄື ລັດຖະບານ ໄດ້ຊຸກຍູ້ພາກທຸລະກິດ ຮ່ວມກັນສ້າງລາຍການທ່ອງທ່ຽວໃຫ້ຫລາກຫລາຍ, ມີສ່ວນຫລຸດຫລາຍຮູບແບບ ເປັນຕົ້ນ ສ່ວນຫລຸດລາຍການທ່ອງທ່ຽວ, ສ່ວນຫລຸດໂຮງແຮມ, ເຮືອນພັກ, ຮ້ານອາຫານ-ເຄື່ອງດື່ມ ແລະ ອື່ນໆ, ຊຸກຍູ້ໃຫ້ແຕ່ລະແຂວງ ຫລື ຕົວເມືອງທ່ອງທ່ຽວ ສ້າງກິດຈະກໍາການທ່ອງທ່ຽວ ...

Read More »

ປັດຈຸບັນ ລາວເສຍດຸນການຄ້າຍ້ອນຫຍັງ? ມາເບິ່ງນຳກັນ…

ສັງຄົມລາວແມ່ນສັງຄົມທີ່ບໍ່ມີຄວາມກົດດັນ, ບໍ່ມີການແຂ່ງຂັນຍາດຊິງ ເພື່ອເອົາໂຕລອດ ເພາະປະຊາກອນມີຄວາມໜ້າແໜ້ນຕ່ຳ ພ້ອມກັບສະພາບແວດລ້ອມທີ່ຈະຕອບສະໜອງຄວາມຕ້ອງການໃນການດຳລົງຊີບໃນແຕ່ລະວັນໂດຍບໍ່ໄດ້ຮັບຄວາມເດືອດຮ້ອນ ຊຶ່ງເປັນວິຖີຊີວິດຂອງຄົນສ່ວນໃຫຍ່ ທີ່ດຳລົງຊີວິດງ່າຍໆ . ຄວາມໜາແໜ້ນຂອງປະຊາກອນຕິດພັນກັບອຸບປະສົງ ທີ່ເກີດຂຶ້ນໃນສັງຄົມ ຊຶ່ງເປັນປັດໄຈກຳນົດຂະໜາດຂອງຕະຫຼາດນີ້ ຍັງບໍ່ຕ້ອງເວົ້າເຖິງກຳລັງຊື້ຂອງປະຊາກອນ. ສັງຄົມລາວໃນຍຸກປັດຈຸບັນເປັນສັງຄົມ ບໍລິໂພກຢ່າງສົມບູນແບບ ສິນຄ້າອຸບປະໂພກບໍລິໂພກແມ່ນນຳເຂົ້າເກືອບ 100% ຖ້າຍ່າງເຂົ້າໃນເຮືອນຄົວຂອງເຮືອນແຕ່ລະຫຼັງ ແທບຈະຫາສິນຄ້າ ທີ່ເປັນຜະລິດຕະພັນຂອງລາວແທບບໍ່ໄດ້ ສ່ວນໃຫຍ່ຕ້ອງເພິ່ງພາການນຳເຂົ້າເກືອບທັງໝົດ ຖ້າຈະມີຜະລິດຕະພັນຂອງລາວເອງ ອາດບໍ່ເຖິງ 10% ສ່ວນທີ່ເຫຼືອແມ່ນສິນຄ້ານຳເຂົ້າ. ສະນັ້ນ, ຈຶ່ງບໍ່ຄ່ອຍມີໃຜຢາກລົງທຶນຕັ້ງໂຮງງານອຸດສາຫະກຳເພາະຕະຫຼາດນ້ອຍ ບໍ່ຄຸ້ມຄ່າໃນການລົງທຶນ, ອີກຢ່າງໜຶ່ງການສ້າງ Brand ໃໝ່ຍັງມີຄວາມສ່ຽງໃນການແຂ່ງຂັນກວ່າຈະໄດ້ຮັບການຍອມຮັບຈາກຜູ້ບໍລິໂພກ ຕ້ອງອອກແຮງໂຄສະນາໃນການຂາຍ ເຊິ່ງກໍເປັນອີກໜຶ່ງຕົ້ນທຶນຂອງທຸລະກິດ. ໂດຍທຳມະຊາດຂອງການຜະລິດໃນໂຮງງານອຸດສາຫະກຳ ຍິ່ງ ຜະລິດນ້ອຍຍິ່ງມີຕົ້ນທຶນສູງ ເຄື່ອງຈັກຖ້າຈະເອົາແບບ High automation ມາໃຊ້ ກັບ Lot ນ້ອຍໆ ປະສິດທິພາບຂອງສາຍການຜະລິດຈະຕ່ຳຕິດດິນ ເພາະເວລາສ່ວນໃຫຍ່ຈະເສຍໄປກັບການ Setup ແລະ Product change over ຈຶ່ງຕ້ອງໃຊ້ເຄື່ອງຈັກແບບ Manual ທັງໝົດຊຶ່ງຈະເປັນແບບ Labor intensive ແລະ ບໍ່ອາດຄວບຄຸມຄຸນນະພາບໄດ້ ເຊິ່ງສິ່ງທີ່ກ່າວມາລ້ວນເປັນອຸບປະສັກໃນການແຂ່ງຂັນດ້ານການຕະຫຼາດ. ສຳຫຼັບວິທີການແກ້ໄຂຄື: ອາດຈະຕ້ອງຕັ້ງໂຮງງານໃຫຍ່ ມີເຄື່ອງຈັກອັນທັນສະໄໝ ...

Read More »

ໄລຍະ 5 ປີທີ່ຜ່ານມາ, ລັດຖະບານ ໄດ້ແຈ້ງຍົກເລີກໂຄງການທັງໝົດ 82 ໂຄງການ… 

ວັນທີ 25 ມິຖຸນາ 2020 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ກຜທ) ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ VIII ເຊິ່ງໜຶ່ໃນປະເດັນທີ່ມີການຊັກຖາມຈາກສະມາຊິກສະພາແຫ່ງຊາດແມ່ນກ່ຽວກັບ ວິທີການແກ້ໄຂ ແລະ ການຄຸ້ມຄອງ ຕໍ່ກັບບັນຫາການຈັບຈອງໂຄງການລົງທຶນແລ້ວຂາຍຕໍ່ ໂດຍທີ່ບໍ່ມີການພັດທະນາ. ທ່ານ ສອນໄຊ ສີພັນດອນ ໄດ້ກ່າວຕໍ່ປະຊຸມວ່າ ຜ່ານມາ ລັດຖະບານ ໄດ້ອະນຸຍາດໂຄງການລົງທຶນໃຫ້ແກ່ນັກລົງທຶນພາຍໃນ ແລະ ຕ່າງປະເທດ ໃນຫລາຍຂະແໜງການໃນກິດຈະການທົ່ວໄປ ແລະ ກິດຈະການສຳປະທານ. ພາຍຫລັງໄດ້ຮັບອະນຸມັດແລ້ວ, ຫລາຍໂຄງການກໍມີຄວາມຄືບໜ້າດີ ແຕ່ມີບາງໂຄງການທີ່ຈັດຕັ້ງປະຕິບັດຫລ້າຊ້າ, ບໍ່ມີຄວາມຄືບໜ້າ ແລະ ມີລັກສະນະຈັບຈອງໂຄງການ. ຕໍ່ກັບບັນຫາດັ່ງກ່າວ, ກະຊວງແຜນການ ແລະ ການລົງທຶນ ໄດ້ມີມາດຕະການໃນການຕິດຕາມກວດກາໂຄງການເພື່ອປະຕິບັດໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍຂອງຂະແໜງການທີ່ກ່ຽວຂ້ອງ ແລະ ຕາມເນື້ອໃນຂອງສັນຍາ. ພ້ອມດຽວກັນ, ກໍເອົາໃຈໃສ່ປະຕິບັດນິຕິກຳຂອງລັດຖະບານຕ່າງໆ ເປັນຕົ້ນຄຳສັ່ງ 08/ນຍ ແລະ 09/ນຍ ກ່ຽວກັບການກວດກາປະເມີນຕີລາຄາການຈັດຕັ້ງບັນດາໂຄງການລົງທຶນທີ່ໄດ້ຮັບການອະນຸມັດ. ...

Read More »

“ຍຸກໃໝ່ແຫ່ງການຜະລິດຄໍາ” ບໍ່ຄຳ-ທອງເຊໂປນ ຈະຍືດເວລາການຂຸດຄົ້ນບໍ່ແຮ່ ໄປອີກ 10 ປີ ຢ່າງຕໍ່າ…

ໃນວັນທີ 23 ມິຖຸນາ 2020 ບໍລິສັດ ລ້ານຊ້າງ  ມີເນໂຣນສ໌ ລິມິເຕັດ (LXML) ບໍ່ຄໍາ-ທອງເຊໂປນ ໄດ້ສະເຫຼີມສະຫຼອງການຫຼອມຄໍາແທ່ງທໍາອິດ ເປັນຂີດໝາຍ “ຍຸກໃໝ່ແຫ່ງການຜະລິດຄໍາ” ຂອງໂຄງການຄໍາ-ທອງເຊໂປນ ທີ່ເມືອງ ວິລະບູລີ, ແຂວງສະຫວັນນະເຂດ. ໃຫ້ກຽດເປີດພິທີໃນຄັ້ງນີ້ ໂດຍ ທ່ານ ທ່ອນແກ້ວ ພຸດທະໄກຍາລາດ ຮອງເຈົ້າແຂວງ ແຂວງສະຫວັນເຂດ, ທ່ານ ຄໍາຜຸຍ ສີບຸນເຮືອງ ເຈົ້າເມືອງ ເມືອງ ວິລະບູລີ, ທ່ານ ຝູ ເຊຍເຊີນ ປະທານ LXML, ທ່ານ ພໍ ແຮຣິສ ຜູ້ຈັດການໃຫຍ່ LXML ພ້ອມດ້ວຍຫຼາຍພາກສ່ວນເຂົ້າຮ່ວມ. ການກັບຄືນມາຜະລິດຄໍາໃນຄັ້ງນີ້ ຈະຍືດອາຍຸການຂຸດຄົ້ນບໍ່ແຮ່ຂອງໂຄງການຄໍາ-ທອງເຊໂປນໄປອີກ 10 ປີຢ່າງຕໍ່າ ແລະ ຈະສືບຕໍ່ສ້າງວຽກເຮັດງານທໍາ ພ້ອມທັງສ້າງລາຍໄດ້ ກໍຄືປັບຊີວິດການເປັນຢູ່ຂອງຊຸມຊົນເຂດນັ້ນໃຫ້ດີຂຶ້ນ. LXML ຈະສືບຕໍ່ປະກອບສ່ວນໃສ່ ການພັດທະນາ-ເສດຖະກິດສັງຄົມຂອງ ສປປ ລາວ ໂດຍຄາດວ່າຈະຜະລິດແທ່ງຄໍາໃຫ້ໄດ້ປະມານ 250.000 ອອນສ໌ຕໍ່ປີ ພ້ອມທັງລົງທຶນໃສ່ວຽກງານສໍາຫຼວດຫຼາຍຂຶ້ນ ພ້ອມທັງຂະຫຍາຍໂຄງການອື່ນໆອີກ.     ແຫຼ່ງຂໍ້ມູນຈາກ: ບໍລິສັດ ...

Read More »

ສັນຍານຟື້ນຕົວຂອງຕະຫຼາດແຮງງານລາວ ມີການປັບໂຕດີຂຶ້ນ ແຕ່ກໍໄວ້ໃຈບໍ່ໄດ້…

108Jobs Hiring Trend Jan – June 2020. ທ່າອ່ຽງການປະກາດວຽກຢູ່ www.108.Jobs ແຕ່ເດືອນ 1 ຮອດທ້າຍເດືອນ 6 ເຫັນວ່າ ມີການປັບໂຕດີຂຶ້ນ ແຕ່ກໍໄວ້ໃຈບໍ່ໄດ້ ຫລາຍອົງກອນກໍຍັງຫລຸດຜ່ອນອັດຕາການຈ້າງ ເຖິງແມ່ນວ່າບາງພາກສ່ວນໂດຍສະເພາະບາງທຸລະກິດນ້ອຍ ແລະ ກາງ ກໍເລີຍກິດຈະກໍາການຄ້າຂາຍຄືນແດ່ແລ້ວ. As per 2020-06-30 ແຫຼ່ງທີ່ມາ: 108 Jobs

Read More »

ຈີນ-ລາວ ໄປຄຽງຄູ່ກັນຕາມເສັ້ນທາງແຫ່ງການຮ່ວມມື, ເຂັ້ມແຂງ, ຟື້ນຟູ ແລະ ເຕີບໂຕ (“ໜຶ່ງແລວໜຶ່ງເສັ້ນທາງ”ຈະເຕົ້າໂຮມພະລັງແຫ່ງຄວາມສາມັກຄີ)

ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ກ່າວຄຳປາໄສເປັນລາຍລັກອັກສອນຕໍ່ກອງປະຊຸມວິດີໂອລະດັບສູງ ກ່ຽວກັບການຮ່ວມມືສາກົນໃນຂອບ “ໜຶ່ງແລວ ໜຶ່ງເສັ້ນທາງ”, ໂດຍຊີ້ໃຫ້ເຫັນວ່າ ຈະສ້າງ”ໜຶ່ງແລວໜຶ່ງເສັ້ນທາງ” ເປັນເສັ້ນທາງແຫ່ງການຮ່ວມມືທີ່ສາມັກຄີກັນຮັບມືກັບບັນດາສິ່ງທ້າທາຍ, ເປັນເສັ້ນທາງແຫ່ງຄວາມເຂັ້ມແຂງ ທີ່ຮັກສາສຸຂະພາບ ແລະຄວາມປອດໄພຂອງປະຊາຊົນ, ເປັນເສັ້ນທາງແຫ່ງການຟື້ນຟູທີ່ສົ່ງເສີມເສດຖະກິດ-ສັງຄົມ ແລະ ເປັນເສັ້ນທາງແຫ່ງການເຕີບໂຕທີ່ກະຕຸ້ນກໍາລັງແຮງ ຂອງການພັດທະນາ ທີ່ໄດ້ຊີ້ບອກທິດທາງການສົ່ງເສີມ”ໜຶ່ງແລວໜຶ່ງເສັ້ນທາງ” ເພື່ອ ສືບຕໍ່ຮ່ວມມືແບບຍືນຍົງ ແລະ ບັນລຸບົດບາດສໍາຄັນດ້ານການຮັບມືກັບສິ່ງທ້າທາຍທົ່ວໂລກ ແລະ ພັດທະນາໃນໄລຍະຍາວ ພາຍໃຕ້ສະຖານະການໃໝ່. “ໜຶ່ງແລວໜຶ່ງເສັ້ນທາງ”ຈະເຕົ້າໂຮມພະລັງແຫ່ງຄວາມສາມັກຄີ ແລະ ການຮ່ວມມືຢ່າງກວ້າງຂວາງ ເຊິ່ງຄວາມສາມັກຄີ ແລະ ການຮ່ວມມືແມ່ນ “ຄຳຫລັກ” ທີ່ທ່ານປະທານປະເທດ ສີ ຈິ້ນຜິງ ເຄີຍນໍາໃຊ້ຫລາຍຄັ້ງໃນການຊຸກຍູ້ການຮ່ວມມືສາກົນ ເພື່ອຕໍ່ສູ້ກັບພະຍາດໂຄວິດ-19. ໃນ 7 ປີນັບຕັ້ງແຕ່ “ໜຶ່ງແລວໜຶ່ງເສັ້ນທາງ” ເລີ່ມຕົ້ນມາ ໂດຍຖືເອົາຫລັກການແຫ່ງ ການປຶກສາຫາລືຮ່ວມກັນ ກໍ່ສ້າງ ແລະ ຊົມໃຊ້ຮ່ວມກັນ, 137 ປະເທດ ແລະ 30 ກວ່າອົງການຈັດຕັ້ງສາກົນ ໄດ້ເຂົ້າຮ່ວມໃນການພັດທະນາຫລາຍກ່ວາ 2.000 ໂຄງການ, ໂຄງການນີ້ ໄດ້ຂະຫຍາຍຕົວເປັນເວທີການຮ່ວມມືສາກົນ ທີ່ໃຫຍ່ທີ່ສຸດຂອງໂລກ. ໝາກຜົນດັ່ງກ່າວນີ້ ...

Read More »

ຈີນພົບໄວຣັສ ໄຂ້ຫວັດໃຫຍ່ສາຍພັນໃໝ່ ເຊິ່ງມີອົງປະກອບຄົບທຸກຢ່າງທີ່ຈະພັດທະນາກາຍເປັນໄວຣັສທີ່ຕິດຕໍ່ໄປສູ່ມະນຸດ…

ນັກວິທະຍາສາດຄົ້ນພົບໄວຣັສໄຂ້ຫວັດໃຫຍ່ສາຍພັນໃໝ່ໃນຈີນ ເຊິ່ງມີສັກກະຍະພາບທີ່ຈະກໍ່ໃຫ້ເກີດການລະບາດຄັ້ງໃຫຍ່ໄດ້. ໄວຣັສຊະນິດນີ້ມີໝູເປັນພາຫະນະນຳເຊື້ອ ແລະ ສາມາດຕິດຕໍ່ສູ່ຄົນໄດ້, ຜູ້ຊ່ຽວຊານດ້ານໄວຣັສກຳລັງກັງວົນວ່າມັນອາດຈະເຮັດໃຫ້ຕິດຕໍ່ຈາກຄົນສູ່ຄົນໄດ້ໂດຍງ່າຍ ແລະ ອາດຈະເກີດການລະບາດໃຫຍ່ທີ່ສຸດ, ເຖິງແມ່ນວ່າສະຖານະການຂອງໄວຣັສຊະນິດນີ້ ຈະຍັງບໍ່ເປັນທີ່ວິຕົກລາຍເກີນໄປ, ແຕ່ນັກວິທະຍາສາດບອກວ່າມີອົງປະກອບຄົບທຸກຢ່າງທີ່ຈະພັດທະນາກາຍເປັນໄວຣັສທີ່ຕິດຕໍ່ໄປສູ່ມະນຸດ ແລະ ຈຳເປັນທີ່ຈະຕ້ອງສັງເກດເບິ່ງຢ່າງໃກ້ຊິດ ເນື່ອງຈາກຄວາມທີ່ເປັນໄວຣັສສາຍພັນໃໝ່ ມະນຸດຈຶ່ງມີພູມຄຸ້ມກັນຕໍ່ໄວຣັສຊະນິດນນີ້ຕ່ຳຫຼາຍ ຫຼືບໍ່ມີເລີຍ. ນັກວິທະຍາສາດທີ່ເຮັດການສຶກສາກ່ຽວກັບໄຂ້ຫວັດໃຫຍ່ສາຍພັນໃໝ່ນີ້ໄດ້ກ່າວວ່າ ເຖິງແມ່ນວ່າໄວຣັສຊະນິດນີ້ຍັງບໍ່ທັນໄດ້ຈັດວ່າເປັນໄພຄຸກຄາມອັນຮ້າຍແຮງ, ແຕ່ໜ່ວຍງານທີ່ກ່ຽວຂ້ອງຄວນເລີ່ມວາງມາດຕະການຄວບຄຸມໄວຣັສໃນໝູ ແລະ ເຝົ້າລະວັງການຕິດເຊື້ອໃນກຸ່ມຄົນທີ່ເຮັດວຽກໃນອຸດສາຫະກຳສັດລ້ຽງ (ໝູ). ພ້ອມກັນນັ້ນ, ສາດສະດາຈານ ຈາກມະຫາວິທະຍາໄລນອດຕິ້ງແຮມ ໃນປະເທດອັງກິດແຈ້ງໃນສຳນັກຂ່າວ BBC ວ່າ ຕອນນີ້ທຸກຄົນກຳລັງສົນໃຈເລື່ອງໄວຣັສ Covid-19 ເຊິ່ງກໍເປັນເລື່ອງທີ່ຖືກຕ້ອງແລ້ວ, ແຕ່ເຮົາຕ້ອງບໍ່ປະໝາດໄວຣັສສາຍພັນໃໝ່ອື່ນໆ ທີ່ມີຄວາມຮ້າຍແຮງໃກ້ກັນ, ເຊິ່ງເຮົາຈະບໍ່ສົນໃຈເລີຍບໍໄດ້. ໄວຣັສຂະໜາດໃຫຍ່ສາຍພັນໃໝ່ ເປັນໜຶ່ງໃນເຊື້ອໂຣກທີ່ຜູ້ຊ່ຽວຊານຊ່ວຍລະວັງຢູ່ຕະຫຼອດເວລາ ເຖິງແມ່ນວ່າໃນຂະນະທີ່ທົ່ວໂລກກຳລັງຕໍ່ສູ້ກັບການລະບາດໃຫຍ່ຂອງ Covid-19 ການລະບາດຂອງໄຂ້ຫວັດໃຫຍ່ຄັ້ງຫຼ້າສຸດ ຄືການລະບາດຂອງໄວຣັສໄຂ້ຫວັດໝູ ໃນປີ 2009 ເຊິ່ງໄດ້ເກີດຂຶ້ນທຳອິດຢູ່ປະເທດແມັກຊິໂກ, ແຕ່ການລະບາດຄັ້ງນັ້ນບໍ່ໄດ້ຮຸນແຮງຫຼາຍ ເນື່ອງຈາກປະຊາກອນໄວກາງຄົນຈຳນວນຫຼາຍມີພູມຄຸ້ມກັນຕໍ່ໄວຣັສສາຍພັນນີ້, ເຊິ່ງອາດຈະເປັນຍ້ອນວ່າມັນມີຄວາມໃກ້ຄຽງກັບໄວຣັສໄຂ້ຫວັດໃຫຍ່ສາຍພັນອື່ນໆ ທີ່ເຄີຍລະບາດມາແລ້ວ. ໃນລະຫວ່າງທີ່ເຮົາສາມາດປ້ອງກັນການຕິດເຊື້ອໄວຮັສໄຂ້ຫວັດໃຫຍ່ A/H1N1pdm09 ທີ່ເຮັດໃຫ້ເກີດໄຂ້ຫວັດໝູ ໂດຍການສີດວັກຊີນປ້ອງກັນໄຂ້ຫວັດໃຫຍ່ປະຈຳປີ. ນັກວິທະຍາສາດລະບຸວ່າໄວຮັສໄຂ້ຫວັດໃຫຍ່ສາຍພັນໃໝ່ຫຼ້າສຸດ ທີ່ພົບໃນຈີນມີຄວາມຄ້າຍຄືກັບໄຂ້ຫວັດໝູ 2009 ແຕ່ບາງຢ່າງມີການປ່ຽນແປງເພີ່ມຂຶ້ນ. ເຈມສ ວູດ ຫົວໜ້າພາກວິຊາສັດຕະວະແພດ, ມະຫາວິທະຍາໄລແຄມບຣິດຈ໌ ໄດ້ເວົ້າເຖິງງານວິໄຈກ່ຽວກັບໄວຣັສໄຂ້ຫວັດໃຫຍ່ສາຍພັນໃໝ່ນີ້ວ່າມັນມີປະໂຫຍດຫຼາຍເພາະຊ່ວຍເຕືອນວ່າມະນຸດຊາດຢູ່ໃນທ່າມກາງຄວາມສ່ຽງຈາກເຊື້ອໂຣກອຸບັດໃໝ່ທີ່ມີພາຫະນະນຳເຊື້ອເປັນສັດລ້ຽງໃນຟາມສັດ ເຊິ່ງມີຄວາມໃກ້ຊິດກັບຄົນຫຼາຍກ່ວາສັດປ່າ. ...

Read More »