ນັກວິທະຍາສາດຄົ້ນພົບໄວຣັສໄຂ້ຫວັດໃຫຍ່ສາຍພັນໃໝ່ໃນຈີນ ເຊິ່ງມີສັກກະຍະພາບທີ່ຈະກໍ່ໃຫ້ເກີດການລະບາດຄັ້ງໃຫຍ່ໄດ້. ໄວຣັສຊະນິດນີ້ມີໝູເປັນພາຫະນະນຳເຊື້ອ ແລະ ສາມາດຕິດຕໍ່ສູ່ຄົນໄດ້, ຜູ້ຊ່ຽວຊານດ້ານໄວຣັສກຳລັງກັງວົນວ່າມັນອາດຈະເຮັດໃຫ້ຕິດຕໍ່ຈາກຄົນສູ່ຄົນໄດ້ໂດຍງ່າຍ ແລະ ອາດຈະເກີດການລະບາດໃຫຍ່ທີ່ສຸດ, ເຖິງແມ່ນວ່າສະຖານະການຂອງໄວຣັສຊະນິດນີ້ ຈະຍັງບໍ່ເປັນທີ່ວິຕົກລາຍເກີນໄປ, ແຕ່ນັກວິທະຍາສາດບອກວ່າມີອົງປະກອບຄົບທຸກຢ່າງທີ່ຈະພັດທະນາກາຍເປັນໄວຣັສທີ່ຕິດຕໍ່ໄປສູ່ມະນຸດ ແລະ ຈຳເປັນທີ່ຈະຕ້ອງສັງເກດເບິ່ງຢ່າງໃກ້ຊິດ ເນື່ອງຈາກຄວາມທີ່ເປັນໄວຣັສສາຍພັນໃໝ່ ມະນຸດຈຶ່ງມີພູມຄຸ້ມກັນຕໍ່ໄວຣັສຊະນິດນນີ້ຕ່ຳຫຼາຍ ຫຼືບໍ່ມີເລີຍ. ນັກວິທະຍາສາດທີ່ເຮັດການສຶກສາກ່ຽວກັບໄຂ້ຫວັດໃຫຍ່ສາຍພັນໃໝ່ນີ້ໄດ້ກ່າວວ່າ ເຖິງແມ່ນວ່າໄວຣັສຊະນິດນີ້ຍັງບໍ່ທັນໄດ້ຈັດວ່າເປັນໄພຄຸກຄາມອັນຮ້າຍແຮງ, ແຕ່ໜ່ວຍງານທີ່ກ່ຽວຂ້ອງຄວນເລີ່ມວາງມາດຕະການຄວບຄຸມໄວຣັສໃນໝູ ແລະ ເຝົ້າລະວັງການຕິດເຊື້ອໃນກຸ່ມຄົນທີ່ເຮັດວຽກໃນອຸດສາຫະກຳສັດລ້ຽງ (ໝູ). ພ້ອມກັນນັ້ນ, ສາດສະດາຈານ ຈາກມະຫາວິທະຍາໄລນອດຕິ້ງແຮມ ໃນປະເທດອັງກິດແຈ້ງໃນສຳນັກຂ່າວ BBC ວ່າ ຕອນນີ້ທຸກຄົນກຳລັງສົນໃຈເລື່ອງໄວຣັສ Covid-19 ເຊິ່ງກໍເປັນເລື່ອງທີ່ຖືກຕ້ອງແລ້ວ, ແຕ່ເຮົາຕ້ອງບໍ່ປະໝາດໄວຣັສສາຍພັນໃໝ່ອື່ນໆ ທີ່ມີຄວາມຮ້າຍແຮງໃກ້ກັນ, ເຊິ່ງເຮົາຈະບໍ່ສົນໃຈເລີຍບໍໄດ້. ໄວຣັສຂະໜາດໃຫຍ່ສາຍພັນໃໝ່ ເປັນໜຶ່ງໃນເຊື້ອໂຣກທີ່ຜູ້ຊ່ຽວຊານຊ່ວຍລະວັງຢູ່ຕະຫຼອດເວລາ ເຖິງແມ່ນວ່າໃນຂະນະທີ່ທົ່ວໂລກກຳລັງຕໍ່ສູ້ກັບການລະບາດໃຫຍ່ຂອງ Covid-19 ການລະບາດຂອງໄຂ້ຫວັດໃຫຍ່ຄັ້ງຫຼ້າສຸດ ຄືການລະບາດຂອງໄວຣັສໄຂ້ຫວັດໝູ ໃນປີ 2009 ເຊິ່ງໄດ້ເກີດຂຶ້ນທຳອິດຢູ່ປະເທດແມັກຊິໂກ, ແຕ່ການລະບາດຄັ້ງນັ້ນບໍ່ໄດ້ຮຸນແຮງຫຼາຍ ເນື່ອງຈາກປະຊາກອນໄວກາງຄົນຈຳນວນຫຼາຍມີພູມຄຸ້ມກັນຕໍ່ໄວຣັສສາຍພັນນີ້, ເຊິ່ງອາດຈະເປັນຍ້ອນວ່າມັນມີຄວາມໃກ້ຄຽງກັບໄວຣັສໄຂ້ຫວັດໃຫຍ່ສາຍພັນອື່ນໆ ທີ່ເຄີຍລະບາດມາແລ້ວ. ໃນລະຫວ່າງທີ່ເຮົາສາມາດປ້ອງກັນການຕິດເຊື້ອໄວຮັສໄຂ້ຫວັດໃຫຍ່ A/H1N1pdm09 ທີ່ເຮັດໃຫ້ເກີດໄຂ້ຫວັດໝູ ໂດຍການສີດວັກຊີນປ້ອງກັນໄຂ້ຫວັດໃຫຍ່ປະຈຳປີ. ນັກວິທະຍາສາດລະບຸວ່າໄວຮັສໄຂ້ຫວັດໃຫຍ່ສາຍພັນໃໝ່ຫຼ້າສຸດ ທີ່ພົບໃນຈີນມີຄວາມຄ້າຍຄືກັບໄຂ້ຫວັດໝູ 2009 ແຕ່ບາງຢ່າງມີການປ່ຽນແປງເພີ່ມຂຶ້ນ. ເຈມສ ວູດ ຫົວໜ້າພາກວິຊາສັດຕະວະແພດ, ມະຫາວິທະຍາໄລແຄມບຣິດຈ໌ ໄດ້ເວົ້າເຖິງງານວິໄຈກ່ຽວກັບໄວຣັສໄຂ້ຫວັດໃຫຍ່ສາຍພັນໃໝ່ນີ້ວ່າມັນມີປະໂຫຍດຫຼາຍເພາະຊ່ວຍເຕືອນວ່າມະນຸດຊາດຢູ່ໃນທ່າມກາງຄວາມສ່ຽງຈາກເຊື້ອໂຣກອຸບັດໃໝ່ທີ່ມີພາຫະນະນຳເຊື້ອເປັນສັດລ້ຽງໃນຟາມສັດ ເຊິ່ງມີຄວາມໃກ້ຊິດກັບຄົນຫຼາຍກ່ວາສັດປ່າ. ...
Read More »News
ແຈ້ງການດ່ວນ!! ປັບຂຶ້ນອີກລາຄານໍ້າມັນ ເລີ່ມປະຕິບັດໃນຕອນເຊົ້າວັນທີ 01 ກໍລະກົດ 2020. ທົ່ວປະເທດ !!!
ແຈ້ງການດ່ວນ!! ປັບຂຶ້ນອີກລາຄານໍ້າມັນ ເລີ່ມປະຕິບັດໃນຕອນເຊົ້າວັນທີ 01 ກໍລະກົດ 2020. ທົ່ວປະເທດ !!! – ແອັດຊັງພິເສດ ປັບຂຶ້ນ 240 ກີບ/ລິດ – ແອັດຊັງທຳມະດາ ປັບຂຶ້ນ 240 ກີບ/ລິດ – ກາຊວນ ປັບຂຶ້ນ 220 ກີບ/ລິດ
Read More »ທ່ານໃດທີ່ຈະຮັບເອົາເງິນອຸດໜູນວ່າງງານສະເພາະໃນຊ່ວງໂຄວິດ-19 ປະກອບເອກະສານຕາມນີ້ເລີຍ!!!
ສຳລັບທ່ານໃດທີ່ຈະຮັບເອົາເງິນອຸດໜູນວ່າງງານສະເພາະໃນໄລຍະການແຜ່ລະບາດ COVID-1️⃣9️⃣ ປະກອບເອກະສານຕາມນີ້ເລີຍເນາະ ❗️❗️❗️ https://lncci.la/claim-money-from-nssf-during-covid19/
Read More »ທະນາຄານກາງຂອງປະເທດສະວີເດັນ ເຊິ່ງເປັນທະຄານທີ່ເກົ່າແກ່ທີ່ສຸດໃນໂລກ ກຳນົດ 4 ທາງເລືອກໃນການນຳໃຊ້ເງິນ Digital…
ທະນາຄານກາງຂອງປະເທດສະວີເດັນ ໄດ້ກຳນົດ 4 ຮູບແບບໃນການນຳໃຊ້ສະກຸນເງິນ Digital, ເຊິ່ງການໃຊ້ສະກຸນເງິນ Digital ມີທັງຂໍ້ດີ ແລະ ຂໍ້ເສຍ. ໃນນັ້ນ ຮູບແບບ ທີ 4 ຖືໄດ້ວ່າເປັນຂໍ້ດີທີ່ສຸດຈາກການທົບທວນເສດຖະກິດຂອງ CBDCs ໃນການນຳໃຊ້ສະກຸນເງິນ Digital ໂດຍນອກເໜືອຈາກການອະນຸຍາດໃຫ້ສະຖາບັນຫຼາຍແຫ່ງເຂົ້າເຖິງລະບົບການຊຳລະສະສາງລວມ (RTGS) ໃນເວລາຈິງແລ້ວ, ຮູບແບບດັ່ງກ່າວສ່ວນໃຫຍ່ຍັງແມ່ນກົດໝາຍໃໝ່ ທີ່ຕ້ອງສ້າງບັນຊີແຍກຕ່າງຫາກສຳຫຼັບການທະນາຄານອື່ນ. ແຕ່ເຖິງຢ່າງໃດ ຮູບແບບນີ້ແມ່ນຄ້າຍຄືກັນກັບຮູບແບບທີ່ມີຢູ່ແລ້ວ, ເຊິ່ງບົດບາດຂອງທະນາຄານກາງແມ່ນສະແດງໃນລະບົບການຈ່າຍເງິນກັບຕະຫຼາດເອກະຊົນເຮັດໜ້າທີ່ເປັນຊັ້ນຮອງຮັບບໍລິການລູກຄ້າ. ສຳລັບພາກເອກະຊົນ ວິທີແກ້ໄຂການຊຳລະເງິນທີ່ມີຢູ່ໃນປັດຈຸບັນ ສາມາດດຳເນີນງານໄດ້ເຊັ່ນດຽວກັນໂດຍບໍ່ຈຳເປັນຕ້ອງມີ Hardware ຫລືການລົງທຶນເພີ່ມ. ສິ່ງທີ່ເຮັດໃຫ້ Synthetic e-krona ມີຄວາມດຶງດູດໃຈແມ່ນຂະໜາດຈຳກັດຂອງມັນ ເມື່ອທຽບໃສ່ກັບແບບອື່ນໆ ມັນຈະບໍ່ກ່ຽວຂ້ອງກັບການລົງທຶນທີ່ສຳຄັນໃນພື້ນຖານໂຄງລ່າງ ແລະ Riksbank ສາມາດຖິ້ມຄວາມຮັບຜິດຊອບທັງໝົດກ່ຽວກັບ KYC, ALM ແລະ ອື່ນໆໄດ້ອີກດ້ວຍ. Riksbank ສະຫຼຸບໄດ້ວ່າທັງຮູບແບບທີ່ເປັນກາງ ແລະ ແບບແບ່ງຂັ້ນກາງປະກອບມີຕົວກາງ, ພ້ອມທັງການສະໜອງລະບົບເອເລັກໂທຣນິກກາງໂດຍບໍ່ມີຕົວກາງຈະເຮັດໃຫ້ມີການປ່ຽນແປງ ແລະ ມີຄ່າໃຊ້ຈ່າຍຢ່າງຫຼວງຫຼາຍ. ເອກະສານ Digital ສະບັບພາສາສະວີເດັນ ສາມາດພິສູດໄດ້ວ່າມັນເປັນໄປໄດ້ແຕ່ອາດຈະບໍ່ແມ່ນການຈັດປະເພດເປັນ CBDC. ທະນາຄານກາງກ່າວຕື່ມວ່າການສ້າງແບບຈໍາລອງຈະຕ້ອງໄດ້ຂະຫຍາຍອອກໄປໃນຫຼາຍດ້ານໃນການສຶກສາໃນອະນາຄົດ. ແຫຼ່ງຂໍ້ມູນ: https://www.coindesk.com/riksbank-worlds-oldest-central-bank-study-digital-currency-results
Read More »ຂ່າວດ່ວນ!!! ລັດວິສາຫະກິດໄຟຟ້າລາວ ນະໂຍບາຍຄ່າໄຟຟ້າໃໝ່ ຂະຫຍາຍເວລາ ຮອດ ທ້າຍປີ 2020
ຂ່າວດີ! ພາຍຫຼັງທີ່ ທ່ານນາຍົກ ໄດ້ມີການຊີ້ແຈງ ຕໍ່ກອງປະຊຸມ ສະພາແຫ່ງຊາດ ສອງສາມວັນທີ່ຜ່ານມາ ຕໍ່ກັບນະໂຍບາຍ ແລະ ມາດຕະການກ່ຽວກັບໄຟຟ້າລາວ. ມາຮອດມື້ນີ້ວັນທີ 29 ມິຖຸນາ 2020 ລັດວິສາຫະກິດໄຟຟ້າລາວ ໄດ້ເພີ່ມໄລຍະເວລາຫລຸດລາຄາໄຟຟ້າ ໃນໄລຍະການແຜ່ລະບາດຂອງພະຍາດ COVID-19 (ຈາກເດືອນ 7,8,9 ໄປຈົນເຖີງ ເດືອນ ທັນວາ 2020). ຕິດຕາມລາຍລະອຽດໄດ້ທີ່: http://www.edl.com.la/
Read More »Facebook-Twitter ຫຸ້ນຕົກຫຼາຍ, ຫຼັງຈາກບັນດາບໍລິສັດ Unilever, Coca-Cola, Verizon ຖອນໂຄສະນາ ຈາກການປະທ້ວງຈຳແນກສີຜິວ…
ເຖິງແມ່ນວ່າຈະມີຫຼັກຖານມາດົນແລ້ວວ່າທາງ Platform Social Media ເຕັມໄປດ້ວຍ Hate Speech ການຈຳແນກເຊື້ອຊາດ ແລະ ຄວາມຮຸນແຮງ ເຊິ່ງທາງດ້ານ Platform ເອງກໍມີການຈ້າງທີມງານເອົາຂໍ້ມູນຈຳນວນຫຼາຍເຂົ້າມາກວດແກ້ເນື້ອໃນເຫຼົ່ານັ້ນ, ຈົນເຄີຍເປັນຂ່າວດັງວ່າ ອະດີດພະນັກງານບາງຄົນອອກມາຮຽກຮ້ອງຄ່າຊົດເຊີຍທາງດ້ານສະພາບຈິດໃຈກັບທາງບໍລິສັດດັງເຊັ່ນ Facebook, ແຕ່ເບິ່ງຄືວ່າຄວາມເຄື່ອນໄຫວຮອບຫຼ້າສຸດທີ່ແບຣນດັງມີຕໍ່ Platform Social Media ໂດຍສະເພາະ Facebook ເຖິງແມ່ນວ່າຈະຢູ່ໃນເລື່ອງເກົ່າເຊັ່ນ Hate Speech ແລະ ການຈຳແນກສີຜິວນັ້ນ ກຳລັງເຮັດໃຫ້ຫຸ້ນຂອງຍັກໃຫຍ່ແບບ Facebook ຫຼຸດລົງຢ່າງບໍ່ເຄີຍເປັນມາກ່ອນ. ໃນວັນສຸກທີ່ຜ່ານມາບໍລິສັດ Unilever ໄດ້ອອກມາປະກາດແລ້ວວ່າຈະຢຸດການລົງໂຄສະນາໃນສະຫະລັດອາເມລິກາໃນ Platform ເຊັ່ນ: Facebook, Instagram ແລະ Twitter ໄປຈົນເຖິງທ້າຍປີນີ້ເປັນຢ່າງນ້ອຍ ໂດຍໃຫ້ເຫດຜົນວ່າບໍ່ຢາກເຂົ້າໄປຫຍຸ້ງກ່ຽວກັບການແບ່ງພັກແບ່ງຝ່າຍ ໃນໄລຍະລະຫວ່າງການຫາສຽງເລືອກຕັ້ງປະທານາທິບໍດີສະຫະລັດອາເມລິກາທີ່ຮ້ອນແຮງໃນຂະນະນີ້ ພ້ອມບອກອີກວ່າ ການໃຫ້ແບຣນດັງເຊັ່ນ Dove ຫຼື Lipton ປະກົດຕົວໃນ Platform ໃນໄລຍະເວລາດັງກ່າວ ບໍ່ໄດ້ຊ່ວຍເພີ່ມມູນຄ່າໃຫ້ກັບຜູ້ຄົນ ຫຼືສັງຄົມແຕ່ຢ່າງໃດ. ໃນປັດຈຸບັນ, ການລົນນະລົງຢຸດການໂຄສະນາໃນ Facebook ແລະ Instagram ມີຂຶ້ນພາຍໃຕ້ຊື້ Stop Hate For Profit ເຊິ່ງເກີດຈາກຄວມຮ່ວມມືກັນຂອງ The Anti-Defamation League, The NAACP ແລະ ອີກຫຼາຍອົງການຈັບມືກັນ, ໂດຍຕອນນີ້ມີຫຼາຍກວ່າ 100 ແບຣນແລ້ວທີ່ລົງຊື່ເຫັນດີ, ເຊິ່ງສ່ວນໜຶ່ງຂອງການປະທ້ວງນີ້ ຍັງໄດ້ລວມເອົາການທີ່ Facebook ບໍ່ຍອມເຮັດຫຍັງກັບໂພສຂອງປະທານາທິບໍດີ ...
Read More »Tiktok!! App ທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນທົ່ວໂລກຕອນນີ້ ແລະ ມີມູນຄ່າສູງກວ່າ ປຕທ 4 ເທົ່າ…
ປັດຈຸບັນການພັດທະນາດ້ານ Technology ນັ້ນໄປໄວຫຼາຍ ມີການພັດທະນາແບບກ້າວກະໂດດຂັ້ນ ບໍ່ພໍເທົ່າໃດປີທີ່ມັນເກີດຂຶ້ນມາ ແຕ່ເຮົາປະຕິເສດບໍ່ໄດ້ເລີຍວ່າມັນມີອິດທິພົນຫຼາຍທີ່ສຸດຕໍ່ທຸກຊັ້ນຄົນ ທຸກປະເທດທົ່ວໂລກ ລວມທັງປະເທດລາວເຮົາ ທີ່ໄດ້ນໍາເອົາ Technology ເຂົ້າມາເປັນສ່ວນໜຶ່ງໃນການດໍາເນີນທຸລະກິດ ແລະ ການໃຊ້ຊີວິດປະຈໍາວັນເປັນຕົ້ນແມ່ນບັນດາ Application ທີ່ທຸກຄົນຮູ້ຈັກກັນດີເຊັ່ນ: Facebook, Instagram, Twitter, YouTube ນອກຈາກນັ້ນ ຍັງມີ Application Platform ທີ່ກໍາລັງມາແຮງທີ່ສຸດໃນປັດຈຸບັນຄື “TikTok” ເຊິ່ງເປັນກະແສທີ່ໄດ້ຮັບຄວາມສົນໃຈທີ່ສຸດໃນປັດຈຸບັນຈົນເຮັດໃຫ້ມີຜົນການສໍາຫຼວດອອກມາວ່າ ບໍລິສັດແມ່ຂອງ “TikTok” ທີ່ຊື່ວ່າ ByteDance ນັ້ນ ມີມູນຄ່າສູງກວ່າ ປຕທ ບໍລິສັດຍັກໃຫຍ່ເຖິງ 4 ເທົ່າ!!! ແລ້ວມັນເກີດຂຶ້ນໄດ້ແນວໃດ? ມີນີ້ Target ໄດ້ນໍາເອົາບົດວິເຄາະຈາກເພຈ ລົງທຸນແມນ (ປະເທດໄທ) ມາເລົ່າໃຫ້ທຸກຄົນໄດ້ຟັງ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບ Application Platform ທີ່ຊື່ວ່າ “TikTok” “ByteDance” ເປັນບໍລິສັດ Startup ສັນຊາດຈີນທີ່ກໍ່ຕັ້ງຂຶ້ນໃນປີ 2012 ທີ່ເປັນເຈົ້າຂອງ Platform Social media ຫຼາຍ Application ...
Read More »ຄາຣສະເບີກຮ່ວມສະເຫຼີມສະຫຼອງແຊ້ມກັບແຟນບານ ລິເວີພູ ທົ່ວໂລກດ້ວຍກະປ໋ອງເບຍລຸ້ນພິເສດ
ຄາຣສະເບີກ ຮ່ວມສະເຫຼີມສະຫຼອງການເປັນແຊ້ມລີກສູງສຸດຂອງປະເທດອັງກິດ ຫຼື Premier League ດ້ວຍການເປີດໂຕເບຍກະປ໋ອງລຸ້ນ ລິມິຕິດ ອິດິຊັນ ທີ່ມີຊື່ວ່າ “Champions can’” ໃຫ້ກັບແຟນບານໃນ 25 ປະເທດ ທົ່ວໂລກ. ໃນກະປ໋ອງລຸ້ນພິເສດນີ້ໄດ້ມີການປັບປ່ຽນຈາກສີຂຽວທີ່ເປັນສີເອກະລັກຂອງ ຄາຣສະເບີກ ມາເປັນສີແດງທີ່ເປັນສີເອກກະລັກຂອງ ລິເວີພູ. ພ້ອມກັນນັ້ນ ກະປ໋ອງລິມິຕິດ ອິດິຊັນ ນີ້ຍັງມີຈຸດເດັ່ນຢູ່ທີ່ກາສັນຍາລັກຮູບນົກຂອງສະໂມສອນລິເວີພູ, ລາຍເຊັນຂອງບັນດານັກເຕະ ແລະ ຍັງໄດ້ປ່ຽນຂໍ້ຄວາມຈາກ “1847 onwards” (ທີ່ສື່ເຖີງປະຫວັດອັນຍາວນານ 173 ປີຂອງ ຄາຣສະເບີກ)ໃຫ້ມາເປັນ “Champions, 2020 onwards”. ໃນຄໍ່າຄືນຂອງມື້ວານນີ້ Liverpool FC ຖືກຢືນຢັນເປັນທີ່ແນ່ນອນແລ້ວວ່າຈະໄດ້ເປັນແຊ້ມພຣິເມຍລີກປະຈຳລະດູການນີ້ ຫຼັງຈາກທີ່ Manchester City ບຸກໄປແພ້ Chelsea, ຫຼັງຈາກທີ່ Liverpool FC ເອົາຊະນະ Crystal Palace ໃນວັນພຸດທີ່ຜ່ານມາ. ຜ່ານລະດູການທີ່ໜ້າອັດສະຈັນນີ້ເຮັດໃຫ້ Liverpool FC ສາມາດຄວ້າແຊ້ມໄດ້ກ່ອນປິດລະດູການ ທັງທີ່ຍັງເຫຼືອການແຂ່ງຂັນເຖິງ 7 ນັດ. ແຟນບານທັງ 25 ...
Read More »ການຄາດຄະເນເສດຖະກິດໂລກ World Economic Outlook ຫຼ້າສຸດ ປີ 2020…
ການແຜ່ລະບາດຂອງພະຍາດ COVID-19 ໄດ້ສົ່ງຜົນກະທົບໃນທາງລົບຕໍ່ກິດຈະການ ໃນ 6 ເດືອນ ປີ 2020 ຫຼາຍກວ່າທີ່ຄາດໄວ້ ແລະ ການຟື້ນຕົວຄາດວ່າຈະຍາກຖ້າທຽບກັບການຄາດການໄວ້ກ່ອນໜ້ານີ້ການເຕີບໂຕຂອງໂລກຄາດວ່າຈະຢູ່ທີ່ 94.9% ໃນປີ 2020 ໂດຍມີ 1.9 ສ່ວນຮ້ອຍ ເຊິ່ງຕໍ່າກວ່າການຄາດຄະເນການຄາດຄະເນເສດຖະກິດໂລກ (WEO) ຂອງເດືອນ ເມສາ ປີ 2020. ໃນປີ 2021 ການຂະຫຍາຍຕົວທົ່ວໂລກຄາດວ່າຈະຢູ່ທີ່ 5,4%. ໂດຍລວມແລ້ວ, ສິ່ງນີ້ອາດຈະເຮັດໃຫ້ປີ GDP ປີ 2021 ປະມານ 6,5% ຕໍ່າກ່ວາໃນການຄາດຄະເນລ່ວງໜ້າຂອງ PRID-19 ໃນເດືອນ ມັງກອນ ປີ 2020. ຈາກຂໍ້ມູນດັ່ງກ່າວ, ສາມາດສະຫຼຸບໄດ້ວ່າ ຜົນການຄາດຄະເນການຂະຫຍາຍຕົວໃນເດືອນ ມິຖຸນາ 2020 ແມ່ນມີການຫຼຸດລົງຫຼາຍກວ່າການຄາດການໃນ ເດືອນເມສາ ທີ່ຜ່ານມາ. ແຫຼ່ງຂໍ້ມູນ: https://www.imf.org/en/Publications/WEO/Issues/2020/06/24/WEOUpdateJune2020
Read More »ບາດກ້າວເລີ່ມຕົ້ນຂອງການທ່ອງທ່ຽວຢູ່ປະເທດຝຣັ່ງ ພາຍຫຼັງຄວບຄຸມໂຄວິດ-19 ໄດ້…
ຫໍ Eiffel ໄດ້ເປີດໃຫ້ບໍລິການແກ່ນັກທ່ອງທ່ຽວໃນຕອນເຊົ້າວັນພະຫັດທີ່ຜ່ານມາ, ຫລັງຈາກໄດ້ຖືກປິດລົງເປັນເວລາຫຼາຍກວ່າ 3 ເດືອນຍ້ອນການແຜ່ລະບາດຂອງ COVID-19 . ມັນແມ່ນການປິດທີ່ດົນນານທີ່ສຸດຂອງປາຣີນັບຕັ້ງແຕ່ສົງຄາມໂລກຄັ້ງທີ 2. ການເປີດໃຫ້ບໍລິການຄືນໃໝ່ເປັນສັນຍານແຫ່ງຄວາມສຸກຂອງຜູ້ຄົນໃນປະເທດຝຣັ່ງ, ຫຼັງຈາກປະຕິບັດຕາມຂໍ້ຈຳກັດຫຼາຍກວ່າ 100 ວັນ, ແຕ່ໃນປັດຈຸບັນ, ຈຸດສູງສຸດຂອງຫໍຄອຍຍັງບໍ່ທັນເປີດເທື່ອ, ເຊິ່ງນັກທ່ອງທ່ຽວຈະຕ້ອງໄດ້ຍ່າງຂັ້ນໄດໃນການຂຶ້ນໄປຊົມ ແລະ ຍັງມີຂໍ້ຈຳກັດຫຼາຍຢ່າງຂອງສະຖານທີ່ດັ່ງກ່າວ. ສໍາຫຼັບນັກທ່ອງທ່ຽວທີ່ມີອາຍຸ 11 ປີ ຂຶ້ນໄປ ແມ່ນຕ້ອງໃສ່ໜ້າກາກອະນາໄມ ແລະ ມີເຄື່ອງຫມາຍການເຄື່ອນຍ້າຍຢູ່ໃນສະຖານທີ່ດ່ັງກ່າວ. ເຈົ້າຄອງນະຄອນປາຣີ ທ່ານ Anne Hidalgo ໄດ້ສະແດງຄວາມຍິນດີຕໍ່ການກັບມາຂອງນັກທ່ອງທ່ຽວ ແລະ ສຳຫຼັບການບໍລິການລິຟພາຍໃນຫໍແມ່ນເລີ່ມຕົ້ນໃຫ້ບໍລິການໃໝ່ ໃນວັນທີ 1 ກໍລະກົດນີ້ 2020 ນີ້ ສ່ວນຄ່າບໍລິການສະເລ່ຍປະມານ 10.40 ເອີໂຣ (ປະມານ 11.65 ໂດລາສະຫະລັດ). ສຳລັບປີ້ແມ່ນໄດ້ເປີດຂາຍແລ້ວ, ໃນຕອນບ່າຍຫຼາຍໆຈຸດໄດ້ເປີດປົກກະຕິ ແຕ່ສຳຫຼັບຕອນແລງແມ່ນໄດ້ປິດທັງໝົດ. ເຈົ້າໜ້າທີ່ຂອງລັດຖະບານຝຣັ່ງປະກາດວ່າພະຍາດ COVID-19 ແມ່ນຖືກຄວບຄຸມ ໃນຕົ້ນເດືອນມິຖຸນາທີ່ຜ່ານມາ. ຝຣັ່ງໄດ້ເຂົ້າຮ່ວມກັບສະຫະພາບເອີຣົບທີ່ຍັງເຫຼືອໃນການຍົກເລີກຂໍ້ຈຳກັດຊາຍແດນຫຼາຍຢ່າງ. ພ້ອມກັນນັ້ນ, ຍັງມີສັນຍານສະແດງໃຫ້ເຫັນວ່າໄວຣັສຍັງຢູ່ໃນການຄວບຄຸມ ແລະ ອັດຕາການທົດສອບຂອງປະເທດຝຣັ່ງກ່ຽວກັບ COVID-19 ແມ່ນ 1.5%, ອີງຕາມຂໍ້ມູນຫຼ້າສຸດຈາກອົງການສາທາລະນະສຸກແຫ່ງຊາດ. ນອກຈາກນັ້ນ, ປະເທດຝຣັ່ງໄດ້ລາຍງານວ່າມີ 161,348 ...
Read More »