ສະພາແຫ່ງຊາດ ເຫັນວ່າຫລາຍຄາດໝາຍຂອງລັດຖະບານ ມີຄວາມສ່ຽງ ຈະບໍ່ບັນລຸຕາມແຜນ

ຜ່ານການຕິດຕາມກວດກາ ຂອງຄະນະປະຈຳສະພາແຫ່ງຊາດ ເຫັນວ່າຍັງມີຫລາຍຄາດໝາຍ ຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 5 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2020 ມີຄວາມສ່ຽງ ຈະບໍ່ບັນລຸໄດ້ຕາມແຜນການ ເນື່ອງຈາກການຂະຫຍາຍຕົວຂອງບັນດາຂະແໜງການ ໃນໂຄງປະກອບເສດຖະກິດແຫ່ງຊາດ ຫລຸດລົງ ໂດຍສະເພາະຂະແໜງບໍລິການ ທີ່ໄດ້ຮັບຜົນກະທົບໜັກກວ່າໝູ່ ລວມທັງພາສີ-ອາກອນ ຊຶ່ງທັງໝົດນັ້ນ ຈະສົ່ງຜົນກະທົບ ຕໍ່ອັດຕາການເຕີບໂຕ ຂອງລວມຍອດຜະລິດຕະພັນພາຍໃນ ປີ 2020 ຈະບໍ່ບັນລຸໄດ້ຕາມແຜນ ກໍຄືຕາມມະຕິຂອງກອງປະຊຸມສະພາແຫ່ງຊາດຮັບຮອງໄວ້ 6,5%.

ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ: ການຜະລິດກະສິກຳ ແລະ ການຄ້ຳປະກັນສະບຽງອາຫານ ໂດຍລວມແລ້ວຍັງບໍ່ໄດ້ຕາມແຜນການທີ່ວາງໄວ້ ເປັນຕົ້ນ ການຜະລິດພືດ ສະບຽງ, ການຜະລິດເຂົ້າເປັນສິນຄ້າ ສົ່ງອອກໄປ ສປ ຈີນ ໂກຕາແມ່ນ 50 ພັນໂຕນ ສົ່ງອອກແລ້ວ 15 ພັນໂຕນ; ການສົ່ງອອກສັດລ້ຽງງົວ-ຄວາຍ ແຜນການປີແມ່ນ 1 ແສນໂຕ, ສົ່ງອອກແລ້ວ 1.680 ໂຕ. ສຳລັບການຈັດຕັ້ງປະຕິບັດບັນດາຄາດໝາຍ ໃນຂົງເຂດວັດທະນະທຳ-ສັງຄົມ ຫລາຍຄາດໝາຍ ຍັງບໍ່ບັນລຸຕາມແຜນການ ໂດຍສະເພາະ ອັດຕາການປະລະການຮຽນ ຂອງນັກຮຽນທຸກຊັ້ນຮຽນຍັງສູງ, ອັດຕາການເຂົ້າຮຽນລວມ ຊັ້ນມັດທະຍົມຕອນປາຍ ບໍ່ບັນລຸຕາມຄາດໝາຍ; ພ້ອມນີ້ ອັດຕາການເກີດລູກມີແພດຊ່ວຍ, ການຊົມໃຊ້ນ້ຳສະອາດ, ການຊົມໃຊ້ວິດຖ່າຍ, ການທ່ອງທ່ຽວ, ການສ້າງຄອບຄົວ ແລະ ບ້ານວັດທະນະທຳ, ການພັດທະນາສີມືແຮງງານ ເພື່ອສະໜອງໃຫ້ແກ່ຕະຫລາດ ແຮງງານ ແລະ ອື່ນໆ. ນອກນີ້, ການປະຕິບັດຄາດໝາຍວຽກງານພັດທະນາຊົນນະບົດ ໂດຍລວມແລ້ວ ຍັງບໍ່ທັນມີຄວາມຄືບໜ້າດີເທົ່າທີ່ຄວນ ເປັນຕົ້ນ ການຈັດຕັ້ງປະຕິບັດໂຄງການຕົວຈິງ ຢູ່ສອງເມືອງເປົ້າໝາຍລຶບລ້າງຄວາມທຸກຍາກ (ເມືອງຊອນ ແຂວງຫົວພັນ ແລະ ເມືອງນອງ ແຂວງສະຫວັນນະເຂດ) ລວມທັງບັນດາຈຸດສຸມຕ່າງໆ.

ในภาพอาจจะมี 1 คน, กำลังยืน และชุดสูท


ທ່ານ ບຸນປອນ ບຸດຕະນະວົງ ໃຫ້ຮູ້ຕື່ມວ່າ: ການລະດົມແຫລ່ງທຶນ ຈາກພາກເອກະຊົນພາຍ ແລະ ຕ່າງປະເທດ ຍັງບໍ່ໄດ້ຕາມແຜນການ ໂດຍສະເພາະແມ່ນ ການສຸມທຶນຮອນໃສ່ຂະແໜງການທີ່ເປັນເສົາຄໍ້າ ແລະ ຂັບເຄື່ອນເສດຖະກິດ ໃຫ້ຂະຫຍາຍຕົວ ເປັນຕົ້ນ ການກໍ່ສ້າງພື້ນຖານໂຄງລ່າງ ເຂດເສດຖະກິດ ຕາມແລວທາງລົດໄຟ ລາວ-ຈີນ ແລະ ການເຊື່ອມຈອດອະນຸພາກພື້ນ, ອຸດສາຫະກຳປຸງແຕ່ງ, ກະສິກຳສະອາດ ແລະ ອື່ນໆ. ສ່ວນການເກັບລາຍຮັບເຂົ້າງົບປະມານ ບັນລຸພຽງແຕ່ 27% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຫລຸດລົງ 11%; ການປະຕິບັດລາຍຈ່າຍ ໂຄງການລົງທຶນຂອງລັດ ບໍ່ໄດ້ຕາມແຜນການ ທີ່ສະພາແຫ່ງຊາດຮັບຮອງ; ການຂາດດູນງົບປະມານເພີ່ມຂຶ້ນເກືອບເທົ່າຕົວ ເຊິ່ງເຫັນວ່າເປັນສິ່ງທ້າທາຍສູງ ຕໍ່ການຊອກແຫລ່ງທຶນ ເພື່ອມາດູນດ່ຽງງົບປະມານ, ການແກ້ໄຂໜີ້ສິນສາທາລະນະ ແລະ ໜີ້ສິນການລົງທຶນຂອງລັດຍັງມີຄວາມທ້າທາຍສູງ. ພ້ອມກັນນີ້, ການປະຕິບັດນະໂຍບາຍເງິນຕາ ມີບາງຄາດໝາຍກໍຍັງເປັນສິ່ງທ້າທາຍ ໂດຍສະເພາະແມ່ນອັດຕາເງິນເຟີ້ມີທ່າອ່ຽງເພີ່ມຂຶ້ນ, ອັດຕາແລກປ່ຽນມີຄວາມຜັນຜວນ, ເງິນກີບສືບຕໍ່ອ່ອນຄ່າ, ສະພາບຄ່ອງດ້ານເງິນຕາຍັງຝືດເຄືອງ, ການສະໜອງສິນເຊື່ອຈາກງົບປະມານແຫ່ງລັດ ແລະ ເງິນກູ້ຢືມຈາກຕ່າງປະເທດ ເພື່ອສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໝາດນ້ອຍ ແລະ ກາງ ຍັງບໍ່ທັນປະຕິບັດໄດ້ຕາມແຜນການກຳນົດ.

ແຫຼ່ງຂ່າວ: ຂປລ

Comments