News

ເຊີນເຂົ້າຮ່ວມປະມູນ ຊື້ໄມ້ຢຶດໄດ້ ທີ່ແຂວງເຊກອງ

ຄະນະກຳມະການຮັບຜິດຊອບປະມູນໄມ້ຢຶດຂັ້ນແຂວງ (ພະແນກອຸດສາຫະກຳ ແລະ ການຄ້າ ແຂວງເຊກອງ) ໄດ້ອອກແຈ້ງການເລກທີ 028/ພອຄ.ຊກ, ລົງວັນທີ 16 ມິຖຸນາ 2020 ເພື່ອແຈ້ງເຊີນມາຍັງ ອໍານວຍການໂຮງງານປຸງແຕ່ງໄມ້ ແລະ ໂຮງງານເຟີນີເຈີໄມ້ສໍາເລັດຮູບພາຍໃນແຂວງ ແລະ ຕ່າງແຂວງ ໃນຂອບເຂດທົ່ວປະເທດ ເພື່ອເຂົ້າມາຮ່ວມການປະມູນຊື້-ຂາຍໄມ້ຢຶດເປັນຂອງລັດ ທີ່ແຂວງເຊກອງ ຄັ້ງວັນທີ 01 ກໍລະກົດ 2020.      ຄະນະກຳມະການປະມູນຂາຍໄມ້ຍຶດຂັ້ນແຂວງ (ພະແນກອຸດສາຫະກຳ ແລະ ການຄ້າ ແຂວງເຊກອງ) ສາມາດຢຶດໄມ້ໄດ້ຈຳນວນ 2,209 ຕັບ/ເສັ້ນ, ບໍລິມາດ 84,002 ແມັດກ້ອນ (ແປດສິບສີ່ ຈຸດ ສູນສູນສອງ ແມັດກ້ອນ). ທ່ານໄດທີ່ສົນໃຈໃນການປະມູນ ກະລຸນາເຂົ້າມາພົວພັນຊື້ຊອງປະມູນທີ່ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງເຊກອງ (ຂະແໜງການນໍາເຂົ້າ ແລະ ສົ່ງອອກສິນຄ້າ) ໃນໂມງລັດຖະການ. ເງື່ອນໄຂຜູ້ເຂົ້າຮ່ວມປະມູນ ມີດັ່ງນີ: ແມ່ນ ບໍລິສັດ/ໂຮງງານປຸງແຕ່ງໄມ້ ທີ່່ຜ່ານການດັດສົມ ແລະ ຮັບອະນຸຍາດດໍາເນີນທຸລະກິດການຜະລິດປຸງແຕ່ງໄມ້ ທີ່ຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ...

Read More »

ລັດຖະບານໄດ້ກຳນົດ 10 ນະໂຍບາຍ ແລະ 9 ມາດຕະການ ເພື່ອແກ້ໄຂຜົນກະທົບຕໍ່ເສດຖະກິດ-ສັງຄົມ ຈາກການລະບາດຂອງພະຍາດ COVID-19

ລັດຖະບານໄດ້ກຳນົດ 10 ນະໂຍບາຍ ແລະ 9 ມາດຕະການ ເພື່ອແກ້ໄຂຜົນກະທົບຕໍ່ເສດຖະກິດ-ສັງຄົມ ຈາກການລະບາດຂອງພະຍາດ COVID-19 ລາຍລະອຽດດັ່ງລຸ່ມນີ້:        

Read More »

ທະນາຄານພັດທະນາອາຊີ (ADB) ປັບຫຼຸດອັດຕາການຈະເລີນເຕີບໂຕເສດຖະກິດຂອງລາວລົງອີກ -0,5%…

ບົດລາຍງານໃໝ່ຂອງ ADB ວັນທີ 18 ມິຖຸນາ ​2020 ກ່ຽວກັບການຄາດຄະເນເສດຖະກິດໃນອາຊີ ວັນທີ ປະຈໍາປີ ​2020 ໂດຍໄດ້ປັບອັດຕາການຂະຫຍາຍຕົວຂອງລາວລົງມາທີ່ -0,5% ສໍາລັບປີນີ້ ເຊິ່ງຫລຸດລົງຈາກ 3,5 % ທີ່ໄດ້ຄາດການໄວ້ໃນ ເດືອນ ເມສາ ຜ່ານມາ. ຈາກການຄາດການຂອງ ADB ປະເທດກຳລັງທີ່ພັດທະນາໃນອາຊີຈະບໍ່ມີການຂະຫຍາຍຕົວໃນປີ 2020 ຍ້ອນວ່າມາດຕະການຄວບຄຸມເພື່ອແກ້ໄຂການລະບາດຂອງພະຍາດ Covid-19,  ADB ຄາດຄະເນການຂະຫຍາຍຕົວ 0,1% ສຳລັບພາກພື້ນໃນປີ 2020, ເຊິ່ງຫຼຸດລົງຈາກການຄາດຄະເນ 2.2% ໃນເດືອນເມສາ ແລະ ຈະເປັນການຂະຫຍາຍຕົວທີ່ຊ້າທີ່ສຸດສຳລັບພາກພື້ນ ນັບຕັ້ງແຕ່ປີ 1961. ການຂະຫຍາຍຕົວໃນປີ 2021 ຄາດວ່າຈະເພີ່ມຂື້ນເຖິງ 6,2%, ດັ່ງທີ່ຄາດຄະເນ ໃນເດືອນເມສາ ລະດັບລວມຍອດຜະລິດຕະພັນພາຍໃນ (GDP) ໃນປີ 2021 ຈະຍັງຄົງຕໍ່າກວ່າທີ່ຄາດໄວ້ ແລະ ຕໍ່າກ່ວາແນວທາງກ່ອນວິກິດການ. ໂດຍບໍ່ລວມເອົາເສດຖະກິດອຸດສາຫະກຳໃໝ່ຂອງຮົງກົງ,​ ສ.​ເກົາຫຼີ, ໄຕ້ຫວັນ ສປ. ຈີນ ແລະ ອາຊີ ທີ່ກຳລັງພັດທະນາຄາດວ່າຈະມີອັດຕາການຂະຫຍາຍຕົວ 0.4% ໃນປີນີ້ ແລະ ອີກ 6,6% ໃນປີ 2021. ໃນການຄາດຄະເນການເຕີບໂຕທີ່ສູງຂຶ້ນ ສຳລັບພາກພື້ນໃນປີ ...

Read More »

ໄຂກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ຢ່າງເປັນທາງການ…

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 24 ມິຖຸນາ ແລະ ຈະດໍາເນີນໄປເຖິງວັນທີ 2 ກໍລະກົດ 2020 ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫລັກ 6), ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ແລະ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ສະມາຊິກສະພາແຫ່ງຊາດເຂົ້າຮ່ວມ. ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ກ່າວວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄດ້ສຸມໃສ່ພິຈາລະນາບາງບັນຫາທີ່ສໍາຄັນຈໍານວນໜຶ່ງ ດັ່ງນີ້: ພິຈາລະນາ, ຮັບຮອງ ບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 5 ເດືອນ, ຄາດຄະເນ ...

Read More »

ທາງລົດໄຟ ລາວ-ຈີນຈະຫັນປ່ຽນພາບຟົດຂອງລາວຈາກຈຸດເສຍປຽບມາເປັນຈຸດໄດ້ປຽບ

ທ່ານ ຈັນຕຸລາ ພະນະລາສີ ຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ເປີດເຜີຍວ່າ: ຮອດທ້າຍເດືອນພຶດສະພາ 2020, ການປະຕິບັດໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ມີຄວາມຄືບໜ້າດີ ສາມາດບັນລຸ 89,43% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງ ທາງລົດໄຟ; ໃນນີ້, ໄດ້ຊີເຈາະໄດ້ 75 ອຸໂມງ, ຍາວ 223.600 ແມັດ ເຈາະທະລຸແລ້ວ 65 ອຸໂມງ, ກໍ່ສ້າງຂົວທັງໝົດ 164 ແຫ່ງ, ສ້າງເສົາຂົວສໍາເລັດ 1.959 ເສົາ ເທົ່າກັບ 98,10% ຂອງການອອກແບບທັງໝົດ, ສໍາເລັດການວາງຂາງຂົວ 746 ຊ່ວງເສົາ ກວມເອົາ 36,60%; ສ່ວນການວາງລາງແມ່ນເລີ່ມແຕ່ບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນ ຫລວງວຽງຈັນ ຫາ ແຂວງຫລວງພະບາງ ສໍາເລັດ 49,7 ກິໂລແມັດ ຂອງຄວາມຍາວທັງໝົດ 409 ກິໂລແມັດ. -ຖ້າເສັ້ນທາງລົດໄຟລາວ-ຈີນສໍາເລັດຈະເຮັດໃຫ້ ສປປ ລາວປ່ຽນສະຖານະພາບຈາກປະເທດບໍ່ຕິດຈອດກັບທະເລກາຍເປັນປະເທດເຊື່ອມຈອດໂລກພາຍນອກແບບອັດຕະໂນມັດ ພ້ອມກາຍເປັນປະຕູອອກສູ່ 10 ປະເທດສະມາຊິກອາຊຽນກັບປະຊາກອນ 600 ລ້ານຄົນ ແລະ ...

Read More »

ຫຼາຍປະເທດເລີ່ມສົນໃຈເງິນ Digital ກໍາປູເຈຍ ສົ່ງເສີມການນໍາໃຊ້ E-Wallets

ທະນາຄານແຫ່ງຊາດກຳປູເຈຍ ໄດ້ເປີດເຜີຍລາຍລະອຽດດ້ານວິຊາການຂອງລະບົບການຈ່າຍເງິນ Block chain ທີ່ກຳລັງຈະມາເຖິງ ເຊິ່ງມີຊື່ວ່າ “Project Bakong”. ທະນາຄານກາງໄດ້ສ້າງໂຄງການ Project Bakong ຕັ້ງແຕ່ປີ 2017 ຖືວ່າເປັນໂຄງການສະກຸນເງິນ Digital ຂອງຕົນ ເພື່ອປັບປຸງເຕັກໂນໂລຊີສູງຂອງເງິນຕາກຳປູເຈຍ, ເພາະບາງທ້ອງຖິ່ນຍັງນິຍົມໃຊ້ເງິນໂດລາ ຕັ້ງແຕ່ຫລາຍທົດສະວັດຜ່ານມາ. ທະນາຄານກາງກ່າວວ່າ Bakong ຈະທ້າທາຍການປົກຄອງຂອງເງິນໂດລາ ໂດຍການກະຕຸ້ນໃຫ້ປະຊາຊົນກຳປູເຈຍຈ່າຍເງິນໂດຍຜ່ານລະຫັດ QR ແລະ ແອັບໃນມືຖື, ໂດຍມີ Hyperledger Iroha blockchain ທີ່ອຳນວຍຄວາມສະດວກໃນການໂອນເງິນ ໃນເວລາຈິງລະຫວ່າງ E-Wallets ທີ່ຕິດຢູ່ໃນບັນຊີທະນາຄານຂອງພວກເຂົາ. Block chain ທີ່ໄດ້ຮັບອະນຸຍາດນັ້ນຈະເຮັດວຽກລະຫວ່າງບັນຊີ Bakong ແລະ ບັນຊີແບບດັ້ງເດີມ ເພື່ອບັນທຶກການເຮັດທຸລະກຳໃນປື້ມບັນຊີ ໂດຍຜ່ານການເຫັນດີເຫັນພ້ອມຂອງລະບົບວິທີການລົງຄະແນນສຽງ Block “has Another Consensus”, ແລະ ດໍາເນີນທຸລະກຳໃນ 5 ວິນາທີ ຫລືໜ້ອຍກວ່າ. ທະນາຄານກາງໃຫ້ຂໍ້ມູນວ່າ“ ການໂອນແມ່ນຢູ່ລະຫວ່າງ 1,000 ຫາ 2,000 ການເຮັດທຸລະກຳ ຕໍ່ວິນາທີ”, ໂດຍອີງຕາມສະພາບເຕັກໂນໂລຊີ. “ສິ່ງເຫຼົ່ານີ້ສະແດງໃຫ້ເຫັນວ່າມັນມີທ່າແຮງ ສຳລັບໂຄງການນີ້.”ເນື່ອງຈາກປັດຈຸບັນ ທະນາຄານ ແລະ ...

Read More »

ມາຮູ້ຈັກ!!! ມະຫາເສດຖີ ອັນດັບທີ 3 ຂອງຈີນ ທີ່ມີອາຍຸພຽງ 40 ປີເທົ່ານັ້ນ ແລະ ເປັນບຸກຄົນທີ່ລວຍທີ່ສຸດໃນໂລກ ອັນດັບທີ 25…

ທ່ານ Colin Zheng Huang ເປັນມະຫາເສດຖີອັນດັບທີ 3 ຂອງຈີນ ແລະ ເປັນໜຶ່ງໃນນັກທຸລະກິດເສດຖີໜຸ່ມທີ່ສຸດຂອງປະເທດຈີນ ປັດຈຸບັນລາວອາຍຸ 40 ປີ, Colin Zheng Huang ຈົບການສຶກສາປະລິນຍາໂທ ດ້ານວິທະຍາສາດຄອມພິວເຕີ ທີ່ມະຫາວິທະຍາໄລ Wisconsin Madison, ແຕ່ລາວໄດ້ຕັດສິນໃຈເລືອກເຮັດວຽກກັບ Google ຫຼັງຈາກທີ່ລາວຮຽນຈົບໃນປີ 2004. ລາວໄດ້ເລີ່ມຕົ້ນເປັນວິສະວະກອນ Software ທີ່ບໍລິສັດຍັກໃຫຍ່ແຫ່ງໜຶ່ງ, ໃນທີ່ສຸດກໍ່ກາຍເປັນສ່ວນໜຶ່ງຂອງທີມງານອັນດັບຕົ້ນໆຂອງຈີນ. ຕໍ່ມາລາວກໍ່ໄດ້ຮຽນຮູ້ດ້ວຍຕົນເອງ, ກໍ່ຕັ້ງບໍລິສັດເກມ Online ເຊັ່ນ Xinyoudi ແລະ e-commerce platform Ouku.com  ກ່ອນທີ່ຈະມາເປັນບໍລິສັດ Pinduoduo. ໃນປີ 2015 ລາວໄດ້ສ້າງຕັ້ງ platform online ຂອງບໍລິສັດ Pinduoduo  ແລະ ໄດ້ສ້າງຕັ້ງບໍລິສັດການຄ້າເອເລັກໂຕຣນິກ ສາທາລະນະ ໃນ Nasdaq ໃນປີ 2018.  ໃນວັນສຸກທີ່ຜ່ານມາ ລາຄາຮຸ້ນເພີ່ມຂື້ນເຖິງ 14,5% ເຮັດໃຫ້ໄດ້ກໍາໄລເພີ່ມຂຶ້ນ 4,5 ພັນລ້ານໂດລາສະຫະລັດ, ປະຈຸບັນ ທ່ານ Huang ...

Read More »

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ຈະຈັດຂຶ້ນຜ່ານທາງອອນລາຍ

ຕາມການລາຍງານຂ່າວ​ຈາກ​ຫວຽດນາມ (VOVWORLD), ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 36 ຈະຈັດ​ຂຶ້ນ ໃນວັນທີ 26 ມິຖຸນາ ຜ່ານທາງ ອອນລາຍ. ດ້ວຍບົດບາດ ເປັນປະທານ ອາຊຽນ ປີ 2020, ​ໂດຍ ທ່ານ ຫງວຽນ ຊວັນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ຈະເປັນປະທານ ວາລະໄຂກອງປະຊຸມ ຄົບຄະນະ, ບັນດາ ວາລະປະຊຸມ ພິເສດກ່ຽວກັບ ການເພີ່ມ ສິດອຳນາດ ໃຫ້ແມ່ຍິງ ໃນຍຸກ ດີຈີຕອນ; ການເຈລະຈາ ລະຫວ່າງ ການນຳຂອງ ບັນດາປະເທດ ອາຊຽນ ກັບສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດ ອາຊຽນ (AIPA), ຜູ້ຕາງໜ້າຊາວໜຸ່ມ ອາຊຽນ, ສະພາ ທີ່ປຶກສາ ທຸລະກິດ ອາຊຽນ (ASEAN-BAC). ທ່ານ ນາງ ຫງວຽນ ທິກີມເງິນ, ປະທານ ສະພາແຫ່ງຊາດ ຫວຽດນາມ, ເປັນປະທານ ...

Read More »

ຫຼາຍບໍລິສັດໃນປະເທດຍີ່ປຸ່ນ ໄດ້ເລັ່ງນຳໃຊ້ AI​ ໃນການຮັບສະໝັກວຽກ ໄວຂຶ້ນຢ່າງແຂງຂັນ…

ຈາກສະຖານະການ Covid-19 ລະບາດທີ່ຜ່ານມາເຮັດໃຫ້ຫຼາຍສິ່ງປ່ຽນໄປ ທັງການໃຊ້ຊີວິດປະຈໍາວັນ ແລະ ການເຮັດວຽກໃນຮູບແບບຕ່າງໆ ລວມໄປເຖິງການຮັບສະໝັກພະນັກງານ ເຊິ່ງສ່ວນໃຫຍ່ການຮັບສະໝັກພະນັກງານຈະຕ້ອງພົບປະກັບ ພະນັກງານຝ່າຍບຸກຄົນ ຫຼື HR ເພື່ອສອບຖາມ ແລະ ສໍາພາດ, ແຕ່ເພາະວິກິດໂລກລະບາດທີ່ຜ່ານມາເຮັດໃຫ້ການຮັບສະໝັກພະນັກງານປ່ຽນໄປໃຊ້ການສໍາພາດ Online ແທນ.  ແຕ່ເຫັນວ່າ ປະເທດຍີ່ປຸ່ນພັດທະນາໄປອີກຂັ້ນ ເພາະຫຼາຍບໍລິສັດເລີ່ມໃຊ້ AI ເຂົ້າມາໃນການຮັບສະໝັກງານ ການໃຊ້ AI ໃນການຄັດກອງ Resume ຂອງຜູ້ສະໝັກນັບໝື່ນຄົນຈະຊ່ວຍໃຫ້ HR ຫຼຸດເວລາເຮັດວຽກໄດ້ຫຼາຍເຖິງ  75% ແຕ່ການໃຊ້ AI ເປັນການໃຊ້ງານພຽງບາງສ່ວນ ສຸດທ້າຍແລ້ວ HR ຍັງເປັນຜູ້ຕັດສິນໃຈທີ່ຈະເລືອກພະນັກງງານເຂົ້າເຮັດວຽກ ເນື່ອງຈາກການຮັບສະໝັກພະນັກງານ ຈະມີເລື່ອງນະໂຍບາຍ ແລະ ມາດຕະຖານການສັນຫາບຸກຄະລາກອນ ເພື່ອຊ່ວຍໃຫ້ເກີດຄວາມເປັນກາງໃນການຈ້າງງານ, AI ຈຶ່ງຖືກນໍາມາໃຊ້ສະເພາະວຽກທີ່ຕ້ອງເຮັດຊໍ້າ ແລະ ເຮັດໃນປະລິມານຫຼາຍ. ຫຼາຍບໍລິສັດເລີ່ມເຫັນວ່າ  AI ຄວນຖືກນໍາມາໃຊ້ໃນການຈັດການຂໍ້ມູນຊັບພະຍາກອນບຸກຄົນ, ເຊິ່ງຖືກເກັບຮວບຮວມມາດົນນານຫຼາຍປີ ລວມເຖິງເພື່ອໃຫ້  HR ສາມາດຕັດສິນໃຈຈ້າງງານໄດ້ຖືກຕ້ອງກັບເປົ້າໝາຍຫຼາຍຂຶ້ນ ໂດຍຜ່ານຄວາມຮູ້ສຶກສ່ວນຕົວຂອງ HR ດ້ວຍຂະບວນການ ການຈັບຄູ່ລະຫວ່າງປະສົບການ, ທັກສະ ແລະ ຄວາມຮູ້ຂອງຜູ້ສະໝັກ ກັບຄວາມຕ້ອງການຂອງ HR ທີ່ບໍລິສັດຕ້ອງການ. ຍິ່ງໄປກວ່ານັ້ນ ຫຼາຍບໍລິສັດເລີ່ມມີການໃຊ້ Chatbot ຮ່ວມກັບ AI ໃນການສະໝັກວຽກ ເພື່ອໃຊ້ໃນການຄັດເລືອກຜູ້ສະໝັກທີ່ເໝາະສົມກັບຄຸນສົມບັດທີ່ບໍລິສັດຕ້ອງການໃນເບື້ອງຕົ້ນ, ...

Read More »

ລັດຖະບານ ປັບໂຄງສ້າງລາຄາໄຟຟ້າ ປີ 2020 ຄືນໃໝ່ ໂດຍອີງໃສ່ 3 ຈຸດປະສົງ ແລະ 4 ເປົ້າໝາຍຫລັກ

ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ຮູ້ໃນໂອກາດຮ່ວມຖະແຫລງຂ່າວ ກ່ຽວກັບການປະຕິບັດນະໂຍບາຍລາຄາໄຟຟ້າ ໃນໄລຍະປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19 ເມື່ອບໍ່ດົນນີ້ວ່າ: ການປັບປຸງໂຄງສ້າງລາຄາໄຟຟ້າສະບັບໃໝ່ນີ້ ແມ່ນອີງໃສ່ 3 ຈຸດປະສົງໃຫຍ່ຄື: ຢາກໃຫ້ປະຊາຊົນລາວ ເຮັດການຜະລິດເປັນສິນຄ້າເພີ້ມຂຶ້ນ ເປັນຕົ້ນລະດັບຈຸນລະພາກ, ຂະໜາດນ້ອຍ ຫລື ເປັນອຸດສາຫະກໍາປຸງແຕ່ງປະເພດຕ່າງໆ; ໃຫ້ມີການນໍາໃຊ້ສິນຄ້າພາຍໃນປະ ເທດໃຫ້ຫລາຍຂຶ້ນ, ຫລຸດຜ່ອນການສົ່ງອອກ ວັດຖຸດິບທີ່ບໍ່ຮັບການປຸງແຕ່ງ ເພື່ອໃຫ້ເກີດມູນຄ່າເພີ່ມເປັນຫລາຍເທົ່າ, ໃນນັ້ນ ພະລັງງານໄຟຟ້າກໍ ແມ່ນສິນຄ້າພາຍໃນອັນໜຶ່ງ; ໃຫ້ໄຟຟ້າລາວ ຍັງສາມາດສືບຕໍ່ດໍາເນີນທຸລະກິດ ມີຜົນກໍາໄລຮັບປະກັນການສະໜອງໄຟຟ້າດ້ວຍຄຸນນະພາບ. ສໍາລັບ 4 ເປົ້າໝາຍແມ່ນ ໃຫ້ແຕ່ລະຄອບຄົວສາມາດເຂົ້າເຖິງພະລັງງານໄຟຟ້າ ໃຫ້ໄດ້ຕະຫລອດ 24 ຊົ່ວໂມງ ເຊິ່ງເປັນປັດໃຈສໍາຄັນໃນການລຶບລ້າງຄວາມທຸກຍາກ; ໃຫ້ຮັກສານະໂຍບາຍເກື້ອກູນສໍາລັບຜູ້ທີ່ໃຊ້ໄຟໜ້ອຍ; ສົ່ງເສີມການລົງທຶນຕ່າງປະເທດເຂົ້າໃສ່ຂະແໜງປຸງແຕ່ງອຸດສາຫະກໍາ ໂດຍເອົາພະລັງງານໄຟຟ້າເປັນສິ່ງດຶງດູດ ກະຕຸ້ນການສ້າງວຽກເຮັດງານທໍາໃຫ້ກັບແຮງງານລາວ ແລະ ສົ່ງເສີມການຜະລິດກະສິກໍາຄໍ້າປະກັນສະບຽງອາຫານ ເຊິ່ງຈະໄດ້ຮັບການສົ່ງເສີມດ້ານລາຄາໄຟຟ້າທີ່ຕໍ່າ. ທ່ານ ຄໍາມະນີ ອິນທິລາດ ຍັງໃຫ້ຮູ້ິອີກວ່າ: ການປັບປຸງໂຄງສ້າງລາຄາໄຟຟ້າດັ່ງກ່າວ, ມີສ່ວນຮ່ວມໃນການປະຕິບັດນະໂຍບາຍຂອງລັດຖະບານ ກ່ຽວກັບການສົ່ງເສີມ ການຜະລິດຄໍ້າປະກັນສະບຽງອາຫານ ເຊິ່ງຈະເຫັນໄດ້ຈາກລາຄາໃໝ່ແມ່ນ ...

Read More »