ທະນາຄານແຫ່ງປະເທດໄທ ປັບຫຼຸດຄາດຄະເນ GDP ປີ 2020 ເຫຼືອ -8,1% ຈາກ -5,3% ແລະ ມີການແກ້ໄຂເປັນເອກະພາບກ່ຽວກັບອັດຕາດອກເບ້ຍນະໂຍບາຍຢູ່ທີ່ 0.5%

ວັນທີ 24 ມິຖຸນາ ທີ່ຜ່ານມາ, ທະນາຄານແຫ່ງປະເທດໄທ ປະເມີນວ່າເສດຖະກິດປະເທດໄທປີນີ້ ມີແນວໂນ້ມຫຼຸດລົງກວ່າການຄາດຄະເນໃນປີຜ່ານມາ ເນື່ອງຈາກຜົນກະທົບຂອງພະຍາດ Covid-19 ທີ່ຮຸນແຮງກ່ອນຄາດການໄວ້.

ແຕ່ເຖິງຢ່າງໃດກໍຕາມ ທະນາຄານແຫ່ງປະເທດໄທເຫັນວ່ານະໂຍບາຍທາງການເງິນທີ່ຜ່ອນຄາຍລົງມາແຕ່ຕົ້ນປີ ລວມເຖິງມາດຕະການທາງງົບປະມານຂອງລັດຖະບານ ແລະ ມາດຕະການດ້ານການເງິນ ແລະ ສິນເຊື່ອທີ່ອອກມາເພີ່ມ ຈະຊ່ວຍໃຫ້ຜົນກະທົບທີ່ເກີດຂຶ້ນຜ່ອນຜັນລົງ ແລະ ຈະສະໜັບສະໜູນການຟື້ນຕົວຂອງເສດຖະກິດໄດ້ ຫຼັງການລະບາດຂອງ Covid-19 ຫຼຸດຜ່ອນລົງ. ຍ້ອນສາເຫດນີ້, ຈຶ່ງເຮັດໃຫ້ທະນາຄານປັບຫຼຸດ GDP ປີ 2020 ເຫຼືອ -8.1% ແລະ ມີມາດຕະການປັບອັດຕາດອກເບ້ຍນະໂຍບາຍຢູ່ທີ່ 0.5%.

Comments